ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເຍົາ​ວະ​ຊົນ​ລາວ ​ພາ​ກັນ​ປະ​ລະ​ການ​ຮຽນ ແລ​ະເຂົ້າ​ໄປ​ກ່ຽວ​ຂ້ອງ ກັບ​ຢາ​ເສບ​ຕິດ​ເພີ້ມ​ຂຶ້ນ​ນັບ​ມື້


​ພວກ​ຄ້າ​ຢາ​ເສບ​ຕິດ ທີ​່​ຖືກ​ຈັບ​ໃນ ສ​ປ​ປ ລາວ
​ພວກ​ຄ້າ​ຢາ​ເສບ​ຕິດ ທີ​່​ຖືກ​ຈັບ​ໃນ ສ​ປ​ປ ລາວ

ເຍົາ​ວະ​ຊົນ​ລາວ​ພາ​ກັນ​ປະ​ລະ​ການ​ຮຽນ ແລ​ະເຂົ້າ​ໄປ​ກ່ຽວ​ຂ້ອງກັບ​ຢາ​ເສບ​ຕິດ​ເພີ້ມ​ຂຶ້ນ​ນັບ​ມື້ ໂດຍ​ເປັນ​ຜົນ​ກະ​ທົບ​ຈາກ​ພາ​ວະ​ເສດ​ຖະ​ກິດ​ຕົກ​ຕ່ຳ ​ທີ່​ເຮັດ​ໃຫ້​ປະ​ຊາ​ຊົນ​ລາວ ​ມີ​ຊີ​ວິດ​ຢູ່​ທີ່​ຍາກ​ຈົນ​ເພີ້ມ​ຂຶ້ນ ຊົງ​ລິດ ໂພນ​ເງິນ ມີ​ລ​າຍງ​ານ​ຈາກ ​ບາງກອກ.

ທ່ານ​ບຸນ​ປັນ ໄຊ​ມົນ​ຕີ ຫົວ​ໜ້າ​ກົມ​ແຜນ​ການ ກະ​ຊວງ​ສຶ​ກ​ສາ​ທິ​ການ ແລະ​ກິ​ລາ ຖະ​ແຫລງວ່າ​ ການ​ປະ​ລະ​ການ​ຮຽນ​ຂອງ​ເຍົາ​ວະ​ຊົນ​ລາວ ຍັງ​ມີ​ທ່າ​ອຽງ​ເພີ້ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ໂດຍ​ສະ​ເພາະ​ແມ່ນ​ນັບ​ຈາກ​ເກີດ​ການ​ລະ​ບາດ​ພະ​ຍາດ​ໄວ​ຣັ​ສ​ໂຄວິດ-19 ນັບ​ຈາກ​ປີ 2020 ເປັນ​ຕົ້ນ​ມາ​ກໍ​ປາ​ກົດ​ວ່າ​ການ​ປະ​ລະ​ການ​ຮຽນ​ລະ​ດັບ​ມັດ​ທະ​ຍົມ​ຕົ້ນ ໄດ້​ເພີ້ມ​ຂຶ້ນ​ເປັນ​ເກີນ​ກວ່າ 10 ເປີ​ເຊັນ ​ໃນ​ປັດ​ຈຸ​ບັນ ສ່ວນ​ການ​ປະ​ລະ​ການ​ຮຽນ​ລະ​ດັບ​ຊັ້ນ​ປະ​ຖົມ​ກໍ​ເພີ້ມ​ຂຶ້ນ​ເປັນ​ເກີນກວ່າ 5.3 ເປີ​ເຊັນ ໂດຍ​ມີ​ສາ​ເຫດ​ສຳ​ຄັນມາ​ຈາກ​ບັນ​ຫາ​ຍາກ​ຈົນ​ຂອງ​ປະ​ຊາ​ຊົນ​ໃນ​ຂະ​ນະ​ທີ່​ລັດ​ຖະ​ບານ​ລາວ ​ກໍ​ຍັງ​ ປ​ະ​ເຊີນ​ກັບ​ບັນ​ຫາ​ຂາດ​ແຄນ​ດ້ານ​ງົບ​ປະ​ມານຢ່າງ​ໜັກ​ໜ່ວງ​ດ້ວຍ​ແລ້ວ ຈຶ່ງ​ເຮັດ​ໃຫ້ກະ​ທົບ​ຕໍ່ແຜນ​ການ​ພັດ​ທະ​ນາ​ດ້ານ​ການ​ສຶກ​ສາ​ໃນ​ທົ່ວ​ປະ​ເທດອີກ​ດ້ວຍ ດັ່ງ​ທີ່​ທ່ານ​ບຸນ​ປັນ ໄດ້​ຢືນ​ຢັນ​ວ່າ:

“​ສະ​ພາບ​ຄວາມ​ຫ​ຍຸ້ງ​ຍາກ​ດ້ານ​ເສດ​ຖະ​ກິດ ເຮັດ​ໃຫ້​ນັກ​ຮຽນ​ຈຳ​ເປັນ​ຕ້ອງ​ປະ​ລະ ເພື່ອ​ໄປ​ຊ່ວຍ​ຄອບ​ຄົວ​ໃນ​ການ​ທຳ​ມາ​ຫາ​ກິນ ງົບ​ປະ​ມານ​ບໍ​ລິ​ຫານ​ມີ​ຈຳ​ກັດ ສະ​ໜອງ​ໂຄ​ຕາ​ຄູ​ກໍ​ຫລຸດ​ລົງ ການ​ແນະ​ນຳ​ວິ​ຊາ​ຊີບກໍ​ຍັງບໍ່​ທັນ​ເຮັດ​ໄດ້​ຢ່າງກວ້າງ​ຂວາງ ການ​ຜະ​ລິດ​ແບບ​ເລື່ອນ​ລອຍ​ ການ​ດຳ​ລົງ​ຊີ​ວິດ​ແບບ​ກະ​ແຈກ​ກະ​ຈາຍເປັນ​ບັນ​ຫາ ອັນ​ນຶ່ງ​ທີ່​ທ້າ​ທາຍ​ຫລາຍ ການ​ຮຽນການ​ສອນ​ບໍ່​ສາ​ມາດ​ປະ​ຕິ​ບັດ​ໄດ້​ຄົບ​ຕາມ​ຫລັກ​ສູດ ໂດຍ​ສະ​ເພາະ​ຢູ່​ເຂດ​ຫ່າງ​ໄກ​ສອກ​ຫລີກ ເຮົາ​ກະ​ເວົ້າ​ຢູ່ດອກວ່າ​ຮຽນ​ທາງ​ໄກ ຮ​ຽນ Online ແຕ່​ວ່າ Internet ​ມັນ​ບໍ່​ມີ​ເດີ້​ຢູ່​ບ້ານ​ຫັ້ນ ເຖິງວ່າ​ມີ​ແລ້ວ​ບາດ​ນີ້​ສິ​ເຂົ້າ Internet ​ມັນ​ກໍ​ຕ້ອງ​ຕິດ​ພັນ​ກັບ​ການ​ໃຊ້​ຈ່າຍ​ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຫລັກ​ສູດ​ນີ້​ບໍ່​ເປັນ​ລະ​ບົບ.”

ໃນ​ປັດ​ຈຸ​ບັນ​ອັດ​ຕາການເຂົ້​າ​ຮຽນ​ເດັກ​ນ້ອຍ​ລາວ​ອ​າ​ຍຸ​ລະ​ຫວ່າງ 3-5 ປີ ຢູ່​ທີ່​ລະ​ດັບ 52 ​ເປີ​ເຊັນ ສ່ວນກ​າ​ນ​ເຂົ້າ​ຮຽນ​ໃນ​ລະ​ດັບ​ປະ​ຖົມ​ສຶກ​ສາ ລະ​ດັບ​ມັດ​ທະ​ຍົມ​ຕົ້ນ ແລະ​ມັດ​ທະ​ຍົມ​ປາຍ ຢູ່​ທີ່​ອັດ​ຕາ​ສະ​ເລ່ຍ 97.9 ເປີ​ເຊັນ ກັ​ບ 82.2 ເປີ​ເຊັນ ແລະ 47.8 ເປີ​ເຊັນ ຕາມ​ລຳ​ດັບ ຊຶ່ງ​ກໍ​ຖື​ເປັນ​ການ​ພັດ​ທະ​ນາ​ດ້ານ​ການ​ສຶ​ກ​ສາ ທີ່​ມີ​ການ​ຂະ​ຫຍາຍ​ໂຕ​ເພີ້ມ​ຂຶ້ນ​ ຫາກ​ແຕ່​ວ່າ ການ​ພັດ​ທະ​ນາ​ການ​ສຶ​ກ​ສາ​ໃນ​ລາວກໍ​ຍັງ​ຂາດ​ຄຸນ​ນະ​ພາບ ເຫັນ​ໄດ້​ຈາກ​ອັດ​ຕາ​ການ​ຄ້າງ​ຫ້ອງຮຽນ​ໃນ​ລະ​ດັບ​ປະຖົມ​ສຶກ​ສາ​ຍັງ​ຢູ່​ທີ່​ລະ​ດັບ 3.8 ເປີ​ເຊັນ ສ່ວນ​ບັນ​ຫາ​ຍາກ​ຈົນ​ຂອງ​ປະ​ຊາ​ຊົນ​ລາວ​ໃນ​ເຂດ​ຊົນ​ນະ​ບົດ​ກໍ​ຍັງ​ເຮັດ​ໃຫ້​ເດັກ​ນ້ອຍ​ລາວຕ້ອງ​ປະ​ລະ​ການ​ຮຽນໃນ​ອັດ​ຕາ​ສະ​ເລ່ຍ​ເຖິງ 4.8 ​ເປີ​ເຊັນ ສ່ວນ​ການ​ປະ​ລະ​ການ​ຮຽນ​ຊັ້ນ​ປະ​ຖົມໃນ​ເຂດ​ຊົນ​ນະ​ບົດ​ນັ້ນ​ສູງກວ່າ 20 ເປີ​ເຊັນ ຂອງ​ຈຳ​ນວນ​ນັກ​ຮຽນ​ລະ​ດັບ​ປະ​ຖົ​ມ​ທັງໝົດ​ໃນ​ເຂດ​ຊົນ​ນະ​ບົດ ຊຶ່ງ​ບັນ​ຫາ​ນີ້​ກໍ​ຍັງ​ເຮັດ​ໃຫ້​ເຍົາ​ວະ​ຊົນ​ລ​າວ​ທີ່​ບໍ່ໄດ້​ຮຽນ​ໜັງ​ສື​ ແລະຕົກ​ຢູ່​ໃນ​ສະ​ຖາ​ນະ​ຫວ່າງ​ງາ​ນ​ດ້ວຍ​ນັ້ນ ໄດ້​ພາ​ກັນເຂົ້າ​ໄປ​ຫຍຸ້ງກ່ຽວ​ຂ້ອງ​ກັບ​ຢາ​ເສບ​ຕິດ​ເພີ້ມ​ຂຶ້ນ​ອີກ​ດ້ວຍ ໂດຍ​ສະ​ເພາະ​ແມ່ນ​ຮ້​ານ​ເກມ Computer ແລະ​ການ​ສັ່ງ​ຊຶ້​ສິນ​ຄ້າ​ທາງ Online ນັ້ນ​ກໍ​ຄື​ປັດ​ໃຈ​ທີ່​ເຮັດ​ໃຫ້​ເຍົ​າວະ​ຊາ​ຊົນ​ລາວ​ເຂົ້າ​ໄປ​ກ່ຽວ​ຂ້ອງ​ກັບ​ຢາ​ເສບ​ຕິດ​ຫລາຍ​ທີ່​ສຸດ ດັ່ງ​ທີ່​ທ່ານຄຳປະ​ສິດ ເທບ​ວົງ​ສາ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ລາວ​ຈາກ​ແຂວງ​ເຊກອງ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ:

“​ບັນ​ຫາ​ຢາ​ເສບ​ຕິດ​ຕໍ່​ໄວ​ໜຸ່ມ​ນີ້​ມັນ​ເຫັນ​ໄດ້​ກະ​ແຈກ​ກະ​ຈາຍ ປັດ​ຈຸ​ບັນ​ນີ້​ໄດ້​ເຊື່ອມ​ຊືມ​ເຂົ້າ​ໃນ​ບັນ​ດາ​ນັກ​ຮຽນ ນັກ​ສຶກ​ສາ ​ໂດຍ​ສະ​ເພາະ​ນັກ​ຮຽນ​ທີ່​ໃຊ້​ກອກ​ຢາ​ໄຟ​ຟ້າ ມັນ​ເປັນ​ຢາ​ເສບ​ຕິດ​ທີ່​ເອົາ​ເຂົ້າ​ມາ​ໃນ​ກອກ​ຢາ​ຫັ້ນ ບັນ​ຫາ​ທີ 2 ກໍ​ຄື​ບັນ​ຫາ​ເລື້ອງ​ຮ້ານ​ເກມ Online​ ເນາະ ມັນ​ເປັນ​ບ່ອນ​ທີ່​ກະ​ຈາຍ​ຢາ​ເສບ​ຕິດ​ໄດ້​ງ່າຍ​ທີ່ສຸດ ບັ​ນ​ຫາ​ທີ 3 ກໍ​ຄື​ການ​ຂົນ​ສົ່ງວັດ​ສະ​ດຸ​ຄ້າ​ຂາຍ Online ​ລັກ​ສະ​ນະ​ຊື້​ເຄື່ອງ ຊື້​ຂອງ ຫີ​ບ​ຫໍ່ ເປັນ​ລັກ​ສະ​ນະ​ການ​ກະ​ຈາຍ​ຢາ​ເສບ​ຕິດ ການ​ລົງ​ໂຄ​ສະ​ນາ​ຂາຍ​ກັນ​ຊາ ທາງ Online ມັນ​ມີ​ຜົນ​ຫລາຍ.”

ທັງ​ນີ້​ໂດຍ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ກະ​ຊວງ​ສຶກ​ສາ​ທິ​ການ ແລະກິ​ລາເປີດ​ເຜີຍ​ວ່າ ການ​ສຳ​ຫລວດ​ເພື່ອ​ການ​ປະ​ເມີນ​ຜົນ​ກ່ຽວ​ກັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໃນ​ດ້ານການ​ຮຽນ ແລະ​ການ​ສອນ​ດ້ວຍ​ລະ​ບົບ Online ຂອງ​ໂຮງຮຽນໃນ​ທຸກ​ລະ​ດັບ​ຊັ້ນ​ທົ່ວ​ປະ​ເທດ​ໃນ​ໄລ​ຍະ 1 ​ປີ ທີ່​ຜ່ານ​ມາ ພົບ​ວ່າ​ຍັງ​ມີ​ປະ​ສິດ​ທີ່​ຜົນ​ຕ່ຳ​ຫລາຍ​ໂດຍນອກ​ຈາກ​ຈະ​ມີ​ສາ​ເຫດ​ທີ່​ສຳ​ຄັນ ​ມາ​ຈາກການ​ຂາດ​ແຄນ​ດ້ານ​ອຸບ​ປະ​ກອນ​ສື່​ສານ ແລະ​ລະ​ບົບ​ສັນ​ຍານ Internet ທີ່ຍັງ​ໄປ​ບໍ່​ທົ່ວ​ເຖິງ​ໃນ​ທຸກ​ພື້ນ​ທີ່ ​ຂອງ​ປະ​ເທດ​ແລ້ວ ກໍ​ຍັງ​ມີ​ບັນ​ຫາ​ກ່ຽວ​ກັບ​ການ​ປະ​ກອບ​ສ່ວນ​ຈາກ​ບັນ​ດາ​ພໍ່​ແມ່ ແລະ​ຜູ້​ປົກ​ຄອງ​ທີ່​ຂາດ​ການ​ເ​ບິ່ງ​ແຍງນັກ​ຮຽນ​ທີ່​ເປັນ​ລູກ​ຫລານ​ຂອງ​ພວກ​ຕົນ​ອີກ​ດ້ວຍ ໂດຍ​ສະ​ເພາະ​ແມ່ນ​ນັກ​ຮຽນ​ລະ​ດັບ​ມັດ​ທະ​ຍົມ​ຕົ້ນ​ນັ້ນ ​ຖືເປັນ​ກຸ່ມ​ໃຫ​ຍ່​ທີ່​ສຸດ​ທີ່​ບໍ່​ໄດ້​ໃຫ້​ຄວາມ​ສົນ​ໃຈ​ຕໍ່​ການ​ຮຽນ​ເລີຍ.

ສ່ວນ​ການ​ປະ​ສານ​ງານກອງ​ທຶນ​ພັ​ດ​ທະ​ນາ​ເດັກ​ນ້ອຍ​ສາ​ກົນ (UNICEF) ກໍ​ຢືນ ຢັນ​ວ່າ​ມາດ​ຕະ​ຖານ​ການ​ສຶກ​ສາ ​ໃນ​ເຂດ​ໂຕ​ເມືອງ​ກັບ​ເຂດ​ຊົນ​ນະ​ບົດ​ຂອງ​ລາວ ມີ​ການ​ແຕກ​ໂຕນ​ກັນ​ຫລາຍ ຊຶ່ງ​ເຫັນ​ໄດ້​ຈາກ​ບັ​ນ​ຫາ​ຂາດ​ແຄນຄູ ​ຂອງ​ໂຮງ​ຮຽນ​ໃນ

ເຂດ​ຊົນ​ນະ​ບົດ ຈຶ່ງ​ເຮັດ​ໃຫ້​ຕ້ອງ​ອາ​ໄສ​ການ​ປະ​ກອບ​ສ່ວນຈາກ​ຄູ​ອາ​ສາ​ສະ​ໝັກ​ຈຳ​ນວນ 9,809 ຄົນ ໃນ​ຂະ​ນະ​ທີ່​ໂຮງ​ຮຽນ​ໃນ​ເຂດ​ໂຕ​ເມືອງ ​ມີ​ຄູ​ເກີນ​ຄວາມ​ຕ້ອງ​ການ​ເຖິງ 8,611 ຄົນ ໃນ​ນີ້​ຍັງ​ບໍ່​ມີ​ຄູ​ຄົນ​ໃດ ທີ່ສະ​ໝັກ​ໄປ​ສອນ​ຢູ່​ຊົນ​ນະ​ບົດ ປະ​ກອບ​ກັບ​ລັດ​ຖະ​ບານ​ລາວ​ໄດ້​ຈຳ​ກັດ​ການ​ບັນ​ຈຸ​ຄູ​ໄດ້​ບໍ່​ເ​ກິນ 350 ຄົນໃນ​ປີ 2022 ດ້ວຍ​ແລ້ວ ຈຶ່ງ​ເຮັດ​ໃຫ້​ໂຮງ​ຮຽນ​ໃນ​ເຂດ​ຊົນ​ນະ​ບົດ​ຍັງ​ຕ້ອງ​ປະ​ເຊີນ​ໜ້າ​ກັບບັນ​ຫາ​ຂາດຄູ​ຕໍ່​ໄປ.

XS
SM
MD
LG