ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວສົ່ງສິນຄ້າໄປຈີນໂດຍທາງລົດໄຟຄິດເປັນປະລິມານລວມເຖິງ 773,400 ໂຕນ ໃນ 8 ເດືອນທຳອິດ


ສະຖານີລົດໄຟຄວາມໄວສູງ ລາວ-ຈີນ ໃນນະຄອນຫຼວງວຽງຈັນ ສປປ ລາວ
ສະຖານີລົດໄຟຄວາມໄວສູງ ລາວ-ຈີນ ໃນນະຄອນຫຼວງວຽງຈັນ ສປປ ລາວ

ລາວສົ່ງສິນຄ້າໄປຈີນໂດຍທາງລົດໄຟ ຄິດເປັນປະລິມານລວມເຖິງ 773,400 ໂຕນ ໃນ 8 ເດືອນທຳອິດ ທີ່ເປີດການເດີນລົດໄຟລາວ-ຈີນ ໂດຍລາວເປັນຝ່າຍໄດ້ປຽບດຸນການຄ້າຕໍ່ຈີນໃນມຸນຄ່າ 474 ລ້ານໂດລາ ຊຶ່ງຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.

ກຸ່ມບໍລິສັດລົດໄຟລາວຈີນ ສາຂາຂຸນໝິງ ແຂວງຢູນານ ລາຍງານວ່າໃນ 8 ເດືອນທຳອິດຂອງການເປີດການເດີນລົດໄຟລາວ-ຈີນ ກໍຄືລະຫວ່າງວັນທີ 3 ທັນວາ 2021 ເຖິງວັນທີ 3 ສິງຫາ 2022 ທີ່ຜ່ານມາລົດໄຟລາວຈີນໄດ້ຂົນສົ່ງສິນຄ້າລະຫວ່າງ 2 ປະເທດ ຄິດເປັນປະລິມານລວມເກີນກວ່າ 1 ລ້ານໂຕນ ຊຶ່ງໃນນີ້ເປັນການຂົນສົ່ງສິນຄ້າຈາກລາວໄປຈີນເຖິງ 773,400 ໂຕນ ແລະ 253,600 ໂຕນ ນັ້ນເປັນການຂົນສົ່ງສິນຄ້າຈາກຈີນມາລາວ ໂດຍສິນຄ້າທີ່ລາວສົ່ງໄປຈີນກໍຄື ແຮ່ເຫລັກ ແຮ່ເກືອກາລີ ຖ່ານດຳ ຢາງພາລາ ແປ້ງມັນຕົ້ນ ງົວ ຄວາຍ ແລະຜົນຜະລິດກະສິກຳ ສ່ວນສິນຄ້າທີ່ສົ່ງຈາກຈີນມາລາວກໍຄື ປຸຍ ເຄື່ອງໃຊ້ໄຟຟ້າ ເຄື່ອງຈັກ ແລະເຄື່ອງນຸ່ງຫົ່ມເປັນຕົ້ນ.

ໂດຍສະເພາະໃນ 7 ເດືອນຕົ້ນປີ 2022 ນີ້ການຄ້າລະຫວ່າງລາວກັບຈີນມີມູນຄ່າລວມເຖິງ 2,116 ລ້ານໂດລາສະຫະລັດ ໃນນີ້ເປັນການສົ່ງອອກສິນຄ້າລາວໄປຈີນ ໃນມູນຄ່າລວມ 1,295 ລ້ານໂດລາສະຫະລັດ ແລະລາວນຳ ເຂົ້າສິນຄ້າຈາກຈີນ 821 ລ້ານໂດລາສະຫະລັດ ຊຶ່ງເຮັດໃຫ້ລາວເປັນຝ່າຍທີ່ໄດ້ ປຽບດຸນການຄ້າຕໍ່ຈີນໃນມູນຄ່າລວມ 474 ລ້ານໂດລາສະຫະລັດ ທັງຍັງຄາດວ່າລາວຈະໄດ້ປຽບດຸນການຄ້າຕໍ່ຈີນຫລາຍກວ່າ 800 ລ້ານໂດລາສະຫະລັດ ໃນຕະຫລອດປີ 2022 ນີ້ ໂດຍສິນຄ້າກະສິກຳກໍແມ່ນພາກສ່ວນສຳຄັນນຶ່ງທີ່ເຮັດໃຫ້ລາວໄດ້ດຸນການຄ້າຕໍ່ຈີນ ດັ່ງທີ່ທ່ານເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກຳ ແລະປ່າໄມ້ໄດ້ໃຫ້ການຢືນຢັນວ່າ:

"ດ້ານການຜະລິດເປັນສິນຄ້າໄດ້ຊຸກຍູ້ ສົ່ງເສີມ ແລະດືງດູດພາກເອກກະຊົນ ທັງພາຍໃນແລະຕ່າງປະເທດເພື່ອລົງທຶນໃສ່ການຜະລິດສິນຄ້າຕາມທີ່ທ່າແຮງ ໂດຍສະເພາະແມ່ນສຸມໃສ່ລາຍການສິນຄ້າພຶດ ແລະສັດທີ່ໄດ້ຮັບການເຊັນສັນຍາກັບບັນດາປະເທດແລ້ວເປັນຕົ້ນ ສປ. ຈີນ ຫວຽດນາມ ໄທ ແລະປະເທດອື່ນໆ ຢູ່ໃນນີ້ການລ້ຽງສັດເປັນສິນຄ້າກໍມີການຂະຫຍາຍໂຕດີຂຶ້ນ ແລະມີຄຸນນະພາບໃນການນຳໃຊ້ພັນໃໝ່ທີ່ດີ ແລະນຳໃຊ້ເທັກໂນໂລຈີໃໝ່ເຂົ້າມາໃນການລ້ຽງ.”

ທັງນີ້ລາວໄດ້ສົ່ງສິນຄ້າກະສິກຳຈາກແຂວງຫລວງນ້ຳທາໄປຈີນ 1,651,830 ໂຕນ ແຂວງພົງສາລີ 248,455 ໂຕນ ໄຊຍະບູຣີ 195,650 ໂຕນ ອຸດົມໄຊ 88,873 ໂຕນ ຫລວງພຣະບາງ 24,586 ໂຕນ ໃນໄລຍະ 6 ເດືອນຕົ້ນປີ 2022 ທັງຄາດວ່າຈະເພີ້ມຂຶ້ນອີກກວ່ານຶ່ງເທົ່າໂຕໃນ 6 ເດືອນ ທ້າຍປີ 2022 ຖ້າຫາກວ່າບໍ່ເກີດບັນຫາຊັກຊ້າ ໃນການຂົນ ສົ່ງດ້ວຍມາດຕະການສະກັດກັ້ນໄວຣັັສໂຄວິດ19 ຂອງລັດຖະບານຈີນ ໂດຍທາງການລາວກັບຈີນໄດ້ຕົກລົງຮ່ວມມືດ້ານການຄ້າຜົນຜະລິດຕະພັນເມື່ອປີ 2018 ຊຶ່ງກໍເຮັດໃຫ້ລາວສາມາດສົ່ງສິນຄ້າກະສິກຳໄປຈີນໄດ້ເພີ້ມຂຶ້ນ ສ່ວນບັນດາບໍລິສັດຈີນກໍໄດ້ພາກັນຫລັ່ງໄຫລມາລົງທຶນ ແລະຖືຄອງທີ່ດິນເພື່ອຜະລິດສິນຄ້າກະສິກຳໃນລາວ ເພື່ອສົ່ງສິນຄ້າໄປຈີນເພີ້ມຂຶ້ນນັ້ນ ນັບມື້ ໃນຂະນະທີ່ຊາວກະສິກອນລາວສ່ວນໃຫຍ່ຍັງບໍ່ສາມາດເຂົ້າຕະຫລາດຈີນໄດ້ເລີຍ ດັ່ງທີ່ກະສິກຳລາວໄດ້ໃຫ້ການຢືນຢັນວ່າ:

“ຢູ່ເຂດຫ່າງໄກສອກຫລີກ ປະຊາຊົນຍັງບໍ່ຮູ້ວ່າຜະລິດເປັນສິນຄ້າ ແມ່ນຜະລິດແນວໃດ ສົ່ງເສຍວ່າອັນນຶ່ງກະຄືທາງລົດໄປບໍ່ຮອດ ເບື້ອງລັດກະບໍ່ສົ່ງພະນັກງານໄປແນະນຳ ນຳພາປະຊາຊົນເຮດໂຕຈິງກະເລີຍບໍ່ຮູ້ວ່າສິເອົາສິນຄ້າໄປຂາຍທາງໃດ ຫລືວ່າຊິເຮັດຫຍັງຂາຍຈັ່ງຊິໄດ້ເງິນໃນແຕ່ລະດູການຫັ້ນ ບາງຄົນກໍເຮັດໄປແລ້ວໄດ້ໝາກໄດ້ຜົນມາກະບໍ່ມີບ່ອນຂາຍ ຫລືເວົ້າງ່າຍໆ ກະບໍ່ມີຄົນມຊື້ວ່າຊັ້ນສະ ກະໄດ້ແຕ່ເຮັດແຕ່ພໍກິນພາຍໃນຄອບຄົວຫັ້ນລະ.”

ໂດຍໃນຊ່ວງ 6 ເດືອນຕົ້ນປີ 2022 ລາວໄດ້ສົ່ງອອກສິນຄ້າກະສິກຳໄປຕ່າງປະເທດໄດ້ໃນມູນຄ່າລວມ 870 ລ້ານໂດລາສະຫະລັດ ຊຶ່ງຄິດເປັນ 72 ເປີເຊັນ ຂອງແຜນການປີ ໃນນີ້ເປັນການສົ່ງອອກພືດ ແລະຜະລິດຕະພັນຈາກພືດ ມີມູນຄ່າ 824 ລ້ານໂດລາສະຫະລັດ ສ່ວນນອກນັ້ນເປັນການສົ່ງອອກສັດປີກ ງົວ ຄວາຍ ໝູ ແບ້ ແລະແກະ ຮວມກັນຫລາຍກວ່າ 1.7 ລ້ານໂຕ ໃນນີ້ 80 ເປີເຊັນ ເປັນການສົ່ງອອກໄປຈີນ ທີ່ໃຫ້ໂຄຕາພິເສດເພື່ອການນຳເຂົ້າສິນຄ້າກະສິກຳ 14 ຊະນິດ ຈາກລາວຄື ເຂົ້າ ສາລີ ມັນຕົ້ນ ກວ້ຍ ໝາກໂມ ມັນດ້າງ ຖົ່ວຝັກຍາວ ຖົ່ວເຫລືອງ ຖົ່ວເບີ ໝາກນັອດ ໝາກກ້ຽງ ໜາກນາວ ແລະງົວ ຄວາຍ ສ່ວນໃນປີ 2022 ນີ້ ທາງການລາວຍັງໄດ້ຂໍໃຫ້ລັດຖະບານຈີນເພີ້ມໂຄ ຕາ ການຮັບຊື້ສິນຄ້າກະສິກຳຈາກລາວອີກຖິງ 91 ຊະນິດ ໂດຍຄາດຫວັງວ່າທາງການຈີນຈະເພີ້ມໂຄຕາໃຫ້ບໍ່ໜ້ອຍກວ່າ 20 ຊະນິດໃນໄຕມາດທີ 3 ຂອງປີ 2022 ນີ້.

XS
SM
MD
LG