ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ຊາ​ຊົນ​ມີຄວາມ​ກັງ​ວົນ​ໃຈ​ ກ່ຽວ​ກັບ​ໄພ​ທຳ​ມະ​ຊາດ


​ຄົນ​ພາ​ກັນ​ບັນ​ເທົາ​ຄວາມຮ້ອນ​ເອົ້າ​ຢູ່​ອ່າງ​ນ້ຳ the Trocadero fountains ກົງ​ກັນ​ຂ້າມ​ກັບ the Eiffel Tower ໃນ​ນະ​ຄອ​ນ​ຫລວງປາ​ຣີ ປະ​ເທດ​ຝ​ຣັ່ງ ວັນ​ທີ 25 ມິ​ຖຸ​ນາ 2019
​ຄົນ​ພາ​ກັນ​ບັນ​ເທົາ​ຄວາມຮ້ອນ​ເອົ້າ​ຢູ່​ອ່າງ​ນ້ຳ the Trocadero fountains ກົງ​ກັນ​ຂ້າມ​ກັບ the Eiffel Tower ໃນ​ນະ​ຄອ​ນ​ຫລວງປາ​ຣີ ປະ​ເທດ​ຝ​ຣັ່ງ ວັນ​ທີ 25 ມິ​ຖຸ​ນາ 2019

ຄວາມ​ກັງ​ວົນ​ໃຈຈາກການ​ແຜ່​ລະ​ບາດ​ໂຄວິດ-19 ຍັງ​ບໍ່​ທັນ​ສິ້​ນ​ສຸດ ບັດ​ນີ້​ຕິດ​ຕາມ​ມາ​ດ້ວຍພະ​ຍາດ​ຕຸ່ມ​ລີງ ຫລື Monkey Pox ​ຊຶ່ງ​ເປັນພະ​ຍາດ​ໃໝ່​ທີ່ກຳ​ລັງ​ແຜ່​ລະ​ບ​າດ ພ້ອມ​ດຽວ​ກັ​ນນີ້​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ​ໄດ້​ນຳ​ເອົາ​ຄວາມ​ຮ້ອນ​ເອົ້າ​ທີ່ບໍ່​ປົກ​ກະ​ຕິ​ໄປ​ຢູ່​ທົ່​ວໂລກ ເຮັດ​ໃຫ້ເກີດໄຟ​ໄໝ້​ປ່າ​ຢ່າງຮ້າຍ​ແຮງ​ທີ່​ບໍ່​ມີ​ມາ​ກ່ອນ ໂດຍ​ສະ​ເພາະ​ຢູ່ ໃນປະ​ເທດ​ຝ​ຣັ່ງ. ນອກ​ຈາກ​ນັ້ນລາຍ​ງານຂ່າວ​ສົງຄາມ​ຢູ່​ໃນ​ປະ​ເທດ​ຢູເຄ​ຣນ​ຍັງ​ສືບ​ຕໍ່ຢ່າງ​ບໍ່​ລົດ​ລະ​. ເລື້ອງ​ທັງ​ໝົດ​ ນີ້ໄດ້​ນຳ​ຜົນ​ກະ​ທົບ​ມາ​ສູ່​ດ້ານ​ຈິດ​ໃຈ ໃຫ້​ແກ່ຍາ​ປ້າ​ທອງ​ສີ ສິ​ຣິ​ມະ​ໂນ ​ອາ​ຍຸ 85 ປີ ​ຕັ້ງ​ຖິ່ນ​ຖານ​ຢູ່ນອກ​ນະ​ຄອນ ​ຫລວງ​ປາ​ຣີ ທີ່ມີ​ຄວາມ​ກັງ​ວົນ​ໃຈ​ທີ່​ສຸດຕໍ່ເຫດການ​ປັ່ນ​ປ່ວນ​ຂອງ​ໂລກ ​ຊຶ່ງ​ຍາ​ປ້າ​ທອງ​ສີ ໄດ້​ລະ​ບາຍຄວາມ​ຮູ້​ສຶກສູ່ ວີ​ໂອ​ເອ ຟັງ​ດັ່ງ​ນີ້:

ຍາ​ປ້າ​ທອງ​ສີ ໄດ້ກ່າວ​ເຖິງສະ​ພາ​ບ​ການ​ເປັນ​ຢູ່ ແລະ​ຄວາມ​ຮ້ອນ​ເອົ້າຕໍ່ອີກ​ໄປວ່າ ລະ​ບົບ​ການ​ຕິດ​ຕັ້ງອາຍ​ເຢັນ​ຢູ່ ​ປະ​ເທດຝ​ຣັ່ງ ແຕ່​ລະ​ເຮືອນ​ຕ້ອງ​ໄດ້​ຊື້​ມາໃສ່​ເຮືອນ​ຂອງ​ໃຜ​ລາວດ້ວຍ​ຕົນ​ເອງ. ເພາະ​ສະ​ນັ້ນ ຜູ້​ທີ່​ຢູ່​ເຮືອນ​ອາ​ພາດ​ແມນ ຫລື​ເຮືອນ​ຕຶກ​ເປັນ​ຫ້ອງ ທີ່​ບໍ່​ມີອາຍ​ເຢັນ ເຂົາ​ເຈົ້າ​ຕ້ອງ​ໄດ້​ໃຊ້​ພັດ​ລົມ​ເພື່ອ​ຊ່ວຍ​ບັນ​ເທົາ​ຄວາມ​ຮ້ອນ​ເອົ້າ ແຕ່​ ກໍ​ບໍ່​ເປັນ​ທີ່ພຽງພໍ.

XS
SM
MD
LG