ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຫົວ​ໜ້າ​ຕຳ​ຫລວດ​ລົດ​ໄຟ​ລາວ​ຍອມ​ຮັບ​ວ່າ ມີ​ກຸ່ມ​ແກັ່ງຂະ​ບວນ​ການ​ເ​ກງ​ກຳ​ໄລ​ຈາກ​ການ​ຊື້​ຂາຍ​ປີ້​ໂດຍ​ສານ ​ລົດ​ໄຟ​ລາວ-​ຈີນ​ໃນ​ລາວ


ຄົນ​ກຳ​ລັງ​ເຂົ້າ​ແຖວ​ຊື້​ປີ້​ລົດ​ໄຟ-​ລາວ​ຈີນ
ຄົນ​ກຳ​ລັງ​ເຂົ້າ​ແຖວ​ຊື້​ປີ້​ລົດ​ໄຟ-​ລາວ​ຈີນ

ຫົວ​ໜ້າ​ຕຳ​ຫລວດ​ລົດ​ໄຟ​ລາວ​ຍອມ​ຮັບ​ວ່າ ມີ​ກຸ່ມ​ແກ​ັ່ງຂະ​ບວນ​ການ​ເ​ກງ​ກຳ​ໄລ​ຈາກ​ການ​ຊື້​ຂາຍ​ປີ້​ໂດຍ​ສານ ​ລົດ​
ໄຟ​ລາວ-​ຈີນ​ໃນ​ລາວ ສວນ​ພາກ​ສ່ວນ​ກ່ຽວ​ຂ້ອງ ກໍ​ບໍ່​ມີ​ປະ​ສິດ​ທິ​ພາບ ​ໃນ​ການ​ແກ້​ໄຂ​ບັນ​ຫາ​ທີ່​ຜ່ານ​ມາ. ຊົງ​ລິດ ໂພນ​ເງິນ ມີ​ລາຍ​ງານ​ຈາກ​ບາງກອກ.

ພັນ​ເອ​ກ​ໄກ​ສອນ ແກ້ວ​ມະ​ນີ ຫົວ​ໜ້າ​ກົມ​ຕຳ​ຫລວ​ດ​ລົດ​ໄຟ ກະ​ຊວງ​ໂຍ​ທາ​ທິ​ການ ແລະ​ຂົນ​ສົ່ງ ໃຫ້​ການຍອມ​ຮັບ​
ວ່າ​ສະ​ພາບ​ການ​ປັ່ນ​ປ່ວນ​ໃນ​ການ​ຊື້​ຂາຍ​ປີ້​ໂດຍ​ສານ​ລົດ​ໄຟ​ລາວ​-ຈີນ ຢູ່​ໃນ​ລາວ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ​ ໄດ້​ເກີດ​ຂຶ້ນ​ຈາກ​ການ​ກະ​ທຳ​ຂອງ​ກຸ່ມ​ແກັ່ງ ຫລື​ຂະ​ບວນ​ການ​ເກງ​ກຳ​ໄລ ຈາກ​ການ​ຊື້​ຂາຍ​ປີ້​ໂດຍ​ສານ​ລົດ​ໄຟ​ ດ້ວຍ​ການຈັດ​ຕັ້ງ​ສະ​ມາ​ຊິ​ກ​ໃນ​ກຸ່ມ ຫລື​ວ່າ​ຈ້າງ​ບຸກ​ຄົນ ໃຫ້​ເຂົ້າ​ມາ​ເຂົ້າ​ຄິວ​ເພື່ອຈອງຊື້​ປີ້​ໂດຍ​ສານ ໄວ້​ເປັນ​ການ​ລ່ວງ​ໜ້າ ແລະ​ເປັນ​ຈຳ​ນວນ​ຫລາຍ ຊຶ່ງ​ເມື່ອ​ສົມທົບ​ກັບ​ການ​ບໍ່​ເຂັ້ມ​ງວດ​ຂອງ​ພະ​ນັກ​ງານ​ໃນ​ການກວດ​ກາ ເພື່ອ​ເຮັດ​ໃຫ້​ປະ​ຕິ​ບັດ​ຕາມ​ລະ​ບຽບ​ການຊື້​ປີ້​ໂດຍ​ສານ​ຢ່າງ​ແທ້​ຈິງ​ດ້ວຍ​ນັ້ນ ​ຈຶ່ງ​ໄດ້​ສົ່ງ​ຜົນ​ກະ​ທົບ​ ຕໍ່​ບັນ​ດາ​ຜູ້​ໂດຍ​ສານ​ທົ່ວ​ໄປ​ຢ່າງກວ້າງ​ຂວາງ ແຕ່​ສຳ​ລັບໃນ​ໄລ​ຍະ​ຕໍ່​ໄປ​ນີ້​ຕຳ​ຫລວດ​ລົດ​ໄຟ​ລາວ​ຈະ​ເຂັ້ມ​ງວດ​ຫລາຍ​ຂຶ້ນ ທັງ​ຈະ​ລົງ​ໂທດ​ຕໍ່​ຜູ້​ກະ​ທຳ​ຜິດ​ຢ່າງ​ເດັດ​ຂາດ ຊຶ່ງ​ລວມ​ເຖິງ​ບໍ​ລິ​ສັດ​ທ່ອງ​ທ່ຽວ ແລະ​ໂຕ​ແທນ​ທີ່​ກະ​ທຳ​ຄວາມ​ຜິດ​ດັ່ງ​ກ່າວດ້ວ​ຍນັ້ນ ດັ່ງ​ທີ່ພັນ​ເອກ​ໄກ​ສອນ ໄດ້​ໃຫ້​ການຢືນ​ຢັນ​ວ່າ: ​

“ຜ່ານ​ມາ​ເຈົ້າ​ໜ້າ​ທີ່​ຕຳ​ຫລວດ​ລົດ​ໄຟ​ພວກ​ເຮົາ ​ກໍ​ໄດ້​ຕິດ​ຕາມ​ກຸ່ມ​ຄົນ ຫລື​ບາງບໍລິ​ສັດ​ທ່ອງ​ທ່ຽວ ​ຈ້າງ​ກຸ່​ມ​ຄົນ​ໃດນຶ່ງ​ເພື່ອ​ມາ​ຊື້​ປີ້​ໃຫ້​ນັກ​ທ່ອງ​ທ່ຽວບໍ​ລິ​ສັດ​ຕົນ ມີ​ລັກ​ສະ​ນະ​ສວຍ​ໂອ​ກາດ​ເພື່ອ​ໃຫ້​ໄດ້​ໄປ​ຂາຍ​ເອົາ​ເກງ​ກຳ​ໄລ ແລະ​ເຮັດ
​ໃຫ້​ສະ​ພາບ​ຈຳ​ນວນ​ຄົນ​ແອ​ອັດຕໍ່​ຈາກ​ນີ້​ໄປ​ຕຳ​ຫລວດ​ລົດ​ໄຟ​ຈະ​ໄດ້​ຕິດ​ຕາມ​ການ​ຈັດ​ຕັ້ງ​ທີ່​ມີ​ລັກ​ຊະ​ນະ​ຊື້​ປີ້ ເພື່ອ​
ໄປ​ເ​ກງ​ເອົາ​ກຳ​ໄລ ຖ້າ​ເຈົ້າ​ໜ້າ​ທີ່ກວດ​ກາ​ພົບ​ເຫັນ ແມ່ນ​ພວກ​ເຮົາ​ຈະ​ໄດ້​ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ດ້ວຍ​ວິ​ທີ​ສຶກ​ສາ
ຕັກ​ເຕືອນ ແລະ​ປັບໃໝ.”

ໂດຍ​ຜ່ານ​ມາຂະ​ບວນ​ການ​ເກັງ​ກຳ​ໄລ ​ຈາກ​ປີ້​ໂດຍ​ສານ​ລົດ​ໄຟ​ດັ່ງ​ກ່າວ ​ໄດ້​ມີ​ການ​ບວກ​ເພີ້ມ​ຈາກ​ລາ​ຄ​າ​ແທ້​ໃນ ​ອັນ​ຕາ​ລະ​ຫວ່າງ 30,000 ກີບ ​ຫາ 60,000 ກີບ ຊຶ່ງ​ເມື່ອ​ສົ​ມ​ທົບ​ດ້ວຍ​ປັນ​ຫາ​ການ​ຂາດ​ສິ່ງ​ອຳ​ນວຍ​ຄວາມ​ສະ​ດວກ ​ສຳ​ຫລັບ​ຜູ້​ໂດຍ​ສານ ທັງ​ໃນ​ລະ​ຫວ່າງ​ການ​ເຂົ້າ​ຄີວ​ຊື້ປີ້ໂດຍ​ສານ ແລະ​ໃນ​ລະ​ຫວ່າງ​ການ​ລໍ​ຖ້າ​ຂະ​ບວນ​ລົດ​ໄຟ ເພາະ​ວ່າ​ເຈົ້າ​ໜ້າ​ທີ່​ຂອງ​ບໍ​ລິ​ສັດ​ທາງ​ລົດ​ໄຟ​ລາວ-ຈີນ​ຈຳ​ກັດ​ ຈະບໍ່ອະ​ນຸ​ຍາດ​ໃຫ້​ຜູ້​ໂດຍ​ສານ​ ແລ​ະຍາດ​ຕິ​ທີ່​ມາ​ສົ່ງ​ນັ້ນ​ເຂົ້າ​ໄປ​ພາຍ​ໃນ​ອາ​ຄານຜູ້​ໂດຍ​ສານ​ຂອງ​ສະ​ຖາ​ນີ​ລົ​ດ​ໄຟທຸກ​ແຫ່ງ ກ່ອນ​ທີ່​ຈະ​ເຖິງ​ກຳ​ນົດ​ການ​ເດີນ​ທາງທັງ​ຍັງ​ບໍ່​ມີ​ບ່ອນ​ພັກ​ເຊົາ ແລະ​ຫ້ອງ​ນ້ຳ ​ສຳ​ລັບ​ໃຫ້​ບໍ​ລິ​ການຢູ່ນອກ​ໂຕ​ອາ​ຄານ​ຂອງ​ ​ສະ​ຖາ​ນີ​ລົດ​ໄຟ​ດ້ວຍ​ແລ້ວ ຍ່ອມ ​ສະ​ແດງ​ໃຫ້​ເຫັນ​ເຖິງຄວາມ​ບໍ່​ພ້ອມໃນ​ດ້ານ​ບໍ​ລິ​ການ​ຂອງ​ບໍ​ລິ​ສັດ​ລົດ​ໄຟ​ລາວ-ຈີນ​ໄດ້​ຢ່າງ​ຊັດ​ເຈນ ທີ່​ຈະ​ຕ້ອງ​ໄດ້​ ຮັບ​ການ​ແກ້ ​ໄຂ​ຢ່າງ​ຮີບ​ດ່ວນ ທີ່​ລວມ​ເຖິງ​ການ​ພັດ​ທະ​ນາ ການ​ຈອງ​ປີ້​ໂດ​ຍ​ສານ​ດ້ວຍ​ລະ​ບົບ Online ຫລື Appplication ທີ່​ຄາດ​ວ່າ​ ຈະ​ແລ້ວ​ເສັດໃນ​ທ້າຍ​ປີ 2022 ນີ້​ດັ່ງ​ທີ່​ທ່ານ​ດາວ​ເພັດ​ຈີນ​ດາ ສີ​ຫາ​ລ​າດ ຮອງ​ຜູ້​ອຳ​ ນວຍ​ການ​ໃຫ​ຍ່​ບໍ​ລິ​ສັດທາງ​ລົດ​ໄຟ​ລາວ​-ຈີນ​ຈຳ​ກັດ ໄດ້​ໃຫ້​ການຍອມ​ຮັບ​ວ່າ:

"ພວກ​ເຮົາ​ກະ​ຍອມວ່າ​ຄວາມ​ຕຽ​ມ​ພ້ອມ​ຂອງ​ພວກ​ເຮົາ​ໃນ​ຜ່ານ​ມາ​ກະ​ຄື​ວ່າ​ບໍ່​ທັນ​ສົມ​ບຸນ ແລະ​ມາ​ຮອດ​ປັດ​ຈຸ​ບັນ​ນີ້
ບໍ​ລິ​ສັດ​ເຮົາ​ກະ​ໄດ້​ແກ້​ໄຂ​ໄປ​ສ່ວນ​ໃຫຍ່​ແລ້ວ ໂດຍ​ສະ​ເພາະ​ແມ່ນ​ການ​ອະ​ນຸ​ຍາດ​ໃຫ້​ໃຫ້​ໂດຍ​ສາ​ນ​ມາ​ກ່ອນ​ເວ​ລາ
​ຫັ້ນ ກະ​ພວກ​ເຮົາ​ກໍ່​ອະ​ນຸ​ຍາດ​ໃຫ້​ເຂົ້າມາ​ໃນ​ອາ​ຄານ​ສະ​ຖາ​ນີ​ໄດ້​ແລ້ວ ແລະ​ພວກ​ເຮົາ​ກໍ​ໄດ້​ຈັດໂຊນ ຢູ່​ໃນ​ອາຄານ
​ສະ​ຖາ​ນີ​ຫັ້ນໂຊນນຶ່ງ ​ແມ່ນໂຊນ​ໃຫ້​ຍາດ​ຕິ​ພີ່​ນ້ອງ​ມາ​ສົ່ງ​ຜູ້​ໂດຍ​ສາ​ນ ກະ​ສາ​ມາດ​ເຂົ້າ​ມາ​ໃນ​ສະ​ຖາ​ນີ​ໄດ້​ ແລ້ວ​ກະ​ສາ​ມາດ​ໃຊ້​ຫ້ອງ​ນ້ຳ​ທາງ​ໃນ​ສະ​ຖາ​ນີ ແລະ​ພວກ​ກະ​ຈັດ​ແຍກ​ໂຊນ​ຜູ້​ທີ່​ຈະ​ເດີນ​ທາງ​ຫັ້ນ​ໂຊ​ນ​ນຶ່ງ ສະ​ຫລຸບ​ຮວ​ມ​ແລ້ວ​ປັດ​ຈຸ​ບັນ​ພາກ​ເຮົາ​ກຳ​ລັງ​ດຳ​ເນີນ​ການ​ແກ້​ໄຂ​ຢູ່."

ທັງ​ນີ້ ​ທາ​ງ​ລົດ​ໄຟ​ລາວ-ຈີນ​ໃນ​ລາວ​ເປັນ​ສ່ວນ​ນຶ່ງ​ທີ່​ຢູ່​ໃນ​ແຜນ​ການ​ນຶ່ງ​ແລວ-ນຶ່ງ​ເສັ້ນ​ທາງ (BRI) ຂອງ​ລັດ​ຖະ​ບານ​ຈີນ​ ໂດຍ​ລັດ​ຖະ​ບານ​ລາວ​ກັບ​ຈີນ​ໄດ້​ສ້າງ​ຕັ້ງ​ບໍ​ລິ​ສັດ​ຮ່ວມທຶນ​ທາງ​ລົດ​ໄຟ​ຟ້າ​ລາວ​-ຈີນ ຂຶ້ນ​ມາ​ເພື່ອ​ບໍ​ລິ​ຫານ​ໂຄ​ງ​ການ​ທີ່​ຝ່າຍ​ລາວ​ ແລ​ະ​ຈີນ​ຮ່ວມ​ລົງ​ທຶນ​ໃນ​ສັດ​ສ່​ວນ 30 ເປີ​ເຊັນ ຕໍ່ 70 ເປີ​ເຊັນ ຂອງ​ມູ​ນ​ຄ່າ​ການ​ລົງ​ທຶນ​ລວມ 37,450 ລ້ານຢວນ ໃນ​ນີ້​ແບ່ງ​ເປັນທຶນ​ເລີ້ມ​ຕົ້ນ 40 ເປີ​ເຊັນ ທີ່​ລັດ​ວິ​ສາ​ຫະ​ກິດ​ລົດ​ໄຟ​ຟ້າ​ລາວ ແລະຈີນ ຮັບ​ຜິດ​ຊອບ​ຮ່ວມ​ກັນ ສ່ວນ​ອີກ 60 ເປີ​ເຊັນ​ນັ້ນ​ ຮັບ​ຜິດ​ຊອບ​ໂດຍ​ບໍ​ລິ​ສັດ​ຮ່ວມທຶນ​ທາງ​ລົດ​ໄຟ​ລາວ​-​ຈີນ​ຈຳ​ກັດ ໝາຍ​ຄວາມ​ວ່າ​ລັດ​ວິ​ສາ​ຫະ​ກິດ​ລົດ​ໄຟ​ລາວ ໄດ້​ກູ້​ຢືມ​ຈາກ​ທະ​ນາ​ຄານ​ຈີນ​ເພື່ອ​ປະ​ກອບ​ສ່ວນ​ເປັນ​ທຶນ​ເລີ້ມ​ຕົ້ນ 40 ເປີ​ເຊັນໃນ​ມູນ​ຄ່າ 4,494 ລ້ານຢວນ​ກັບ​ຝ່າຍ​ຈີນ​ປະ​ກອບ​ສ່ວນ 10,486 ​ລ້ານຢວນ ສ່ວນ​ບໍ​ລິ​ສັດ​ທາງ​ລົດ​ໄຟ​ລາວ-​ຈີນ ​ກໍ​ຮັບ​ຜິດ​ຊອບ​ທຶນ 22,470 ​ລ້ານຢວນ ຊຶ່ງ​ທຶນ​ທັງ​ໝົດ​ກໍ​ແມ່ນ​ການ​ກູ້​ຢືມ​ຈາກ​ທະ​ນາ​ຄານ​ການ​ຄ້າ​ຂອງ​ຈີນດ້ວຍ​ເຊັ່ນ​ດຽວ​ກັນ.

ເພາະ​ສະ​ນັ້ນ ການ​ປັບ​ຂຶ້ນ​ຄ່າ​ໂດຍ​ສານ​ລົດ​ໄຟ​ລາວ-ຈີນ​ໃນ​ລາວ ​ໃນ​ໄລ​ຍະ​ນີ້ ຈຶ່ງ​ມີ​ສາ​ເຫດ​ມາ​ຈາກ​ການ​ຕົກ​ຕ່ຳ​ລົງ​ຂອງ​ຄ່າ​ເງິນ​ກີບ ທີ່​ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ບໍ​ລິ​ສັດ​ລົງ​ທຶນ​ກໍ່ສ້າງ​ທາງ​ລົດ​ໄຟ​ລາວ​-ຈີນ ໃນ​ລາວ​ທີ່​ຈະ​ຕ້ອງ​ຊຳ​ລະ​ໜີ້​ເງິນ​
ກູ້​ພ້ອມ​ດ້ວຍດ​ອກ​ເບ້ຍ​ຄືນ​ໃຫ້​ກັບ​ທະ​ນາ​ຄານຈີນ ​ດ້ວຍ​ເງິນຢວນ ຫາກ​ແຕ່​ວ່າ​ຄ່າ​ໂດຍ​ສານ​ລົດ​ໄຟ​ລາວ​ໄດ້​ຈັດເກັບ​ເປັນ​ເງິນ​ກີບ ຈຶ່ງ​ເຮັດ​ໃຫ້​ກຸ່​ມ​ລົງ​ທຶນ​ຈະ​ຕ້ອງ​ແລກ​ປ່ຽນ​ຈາກ​ເງິນ​ກີບ​ເປັນ​ເງິນ ຢວນເພື່ອ​ນຳ​ໄປ​ຊຳ​ລະ​ເງິນ​ກູ້​ດັ່ງ​ກ່າວ ດ້ວຍ​ເຫດ​ນີ້ການ​ກຳ​ໜົດ​ລາ​ຄາ​ຄ່າ​ໂດຍ​ສານ​ ລົດ​ໄຟ​ລາວ-​ຈີນ​ໃນ​ລາວ ຈຶ່ງ​ຕ້ອງອີງ​ໃສ່ຄ່າ​ເງິນ ແລະ​ໃຊ້​ເງິນຢວນ​ ເປັນ​ພື້ນ​ຖານ​ການ​ກຳ​ໜົດ​ລາ​ຄາ​ນັ້ນ​ເອງ.

XS
SM
MD
LG