ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະ​ມາ​ຊິກ​ລັດ​ຖະສະ​ພາ​ສະ​ຫະ​ລັດ ອີກ​ຄະ​ນະ​ນຶ່ງ ຢ້ຽມ​ຢາມ​ໄຕ້​ຫວັນ 12 ມື້ຫຼັງ​ຈາກ​ທ່ານ​ນາງ​ເພ​ໂລ​ຊີ ​ໄດ້ໄປຢ້ຽມ​ຢາມ


ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ສະ​ຫະ​ລັດຄະ​ນະ​ນຶ່ງ ຖ່າຍ​ຮູບ​ຮ່ວມ​ກັນ ຫຼັງ​ຈາກ​ໄດ້​ເດີນ​ທາງ​ໄປ​ເຖິງ​ສະ​ໜາມ​ບິນ​ຊອງ​ຊານ ທີ່​ນະ​ຄອນ​ຫຼວງ​ໄທ​ເປ ຂອງ​ເກາະ​ໄຕ້​ຫວັນ ເມື່ອ​ວັນ​ອາ​ທິດ ທີ 14 ສິງ​ຫາ 2022. (Taiwan Ministry of Foreign Affairs via AP)
ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ສະ​ຫະ​ລັດຄະ​ນະ​ນຶ່ງ ຖ່າຍ​ຮູບ​ຮ່ວມ​ກັນ ຫຼັງ​ຈາກ​ໄດ້​ເດີນ​ທາງ​ໄປ​ເຖິງ​ສະ​ໜາມ​ບິນ​ຊອງ​ຊານ ທີ່​ນະ​ຄອນ​ຫຼວງ​ໄທ​ເປ ຂອງ​ເກາະ​ໄຕ້​ຫວັນ ເມື່ອ​ວັນ​ອາ​ທິດ ທີ 14 ສິງ​ຫາ 2022. (Taiwan Ministry of Foreign Affairs via AP)

ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ສະ​ຫະ​ລັດຄະ​ນະນຶ່ງ ​ທຳ​ການ​ຢ້ຽມ​ຢາມ​ໄຕ້​ຫວັນ 12 ມື້​ ຫຼັງ​ຈາກ​ການ​ໄປ​ຢ້ຽມ​ຢາມ​ຂອງ​ປະ​ທານ​ສະ​ພາ​ຕ່ຳ​ສະ​ຫະ​ລັດ ​ທ່ານ​ນາງ​ແນນ​ຊີ ເພ​ໂລ​ຊີ ທີ່​ໄດ້​ສ້າງ​ຄວາມ​ໂກດ​ແຄ້ນ​ໃຫ້​ແກ່​ຈີນ ແລະຈີນ​ໄດ້​ຕອບ​ໂຕ້ ​ຕໍ່​ການ​ໄປ​ຢ້ຽມ​ຢາມ​ຂອງ​ທ່ານ​ນາງ​ເພ​ໂລ​ຊີ ດ້ວຍ​ການ​ຍິງ​ລູກ​ສອນ​ໄຟ ແລະ​ສົ່ງ​ກຳ​ປັ່ນ​ ແລະ​ເຮືອ​ບິນລົບ ໄປ​ຍັງ​ເຂດ​ທະ​ເລ​ແລະ​ນ່ານ​ຟ້າ​ ອ້ອມ​ຮອບ​ເກາະ​ໄຕ້​ຫວັນ ອີງ​ຕາມ​ລາຍ​ງານ​ຂອ​ງ​ອົງ​ການ​ຂ່າວ​ເອ​ພີ.

ຄະ​ນະ​ຜູ້​ແທນ​ຂອງ​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ 5 ທ່ານ ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ສະ​ມາ​ຊິກ​ສະ​ພາ​ສູງ ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ທ່ານ​ເອັດ ມາ​ຄີ (Ed Markey) ຈາກ​ລັດ​ແມັດ​ຊາ​ຈູ​ແຊັ​ສ ແລະ​ໄປ​ຢ້ຽມ​ຢາມ​ໄຕ້​ຫວັນ ​ໃນ​ວັນ​ອາ​ທິດ ແລະ​ວັນ​ຈັນ​ມື້ນີ້ ອັນ​ເປັນ​ສ່ວນ​ນຶ່ງ​ໃນ​ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ເອ​ເຊຍ ອີງ​ຕາມ​ຄຳ​ຖະ​ແຫຼງ​ຂອງ​ສະ​ຖາ​ບັນ​ອາ​ເມ​ຣິ​ກັນ ​ຢູ່​ທີ່ໄຕ້​ຫວັນ. ພວກ​ທ່ານ​ຈະ​ພົບ​ປະ​ກັບ​ບັນ​ດາ​ຜູ້​ນຳ​ອະ​ວຸ​ໂສ​ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຄວາມ​ສຳ​ພັນ​ລະ​ຫວ່າງ​ສະ​ຫະ​ລັດ ກັບ​ໄຕ້​ຫວັນ ຄວາມ​ໝັ້ນ​ຄົງ​ຢູ່​ໃນ​ຂົງ​ເຂດ ການ​ຄ້າ ການ​ລົງ​ທຶນ ແລະ​ບັນ​ຫາ​ອື່ນໆ​ອີກ.

ອົງ​ການ​ອອກ​ອາ​ກາດ​ຂອງ​ໄຕ້​ຫວັນ ໄດ້​ນຳ​ວີ​ດີ​ໂອ​ອອກ​ເຜີຍ​ແຜ່​ກ່ຽວ​ກັບ​ເຮືອ​ບິນ​ຂອງ​ລັດ​ຖະ​ບານ​ສະ​ຫະ​ລັດ ລົງ​ຈອດ​ໃນ​ເວ​ລາ​ປະ​ມານ 7 ໂມງ​ແລງ ທີ່​ສະ​ໜາມ​ບິນ​ຊອງ​ຊານ (Songshan) ທີ່​ນະ​ຄອນ​ຫຼວງ​ໄທ​ເປ ຂອງ​ໄຕ້​ຫວັນ.

ຈີນ​ກ່າ​ວ​ອ້າງວ່າ ເກາະ​ໄຕ້​ຫວັນ​ທີ່​ປົກ​ຄອງ​ຕົນ​ເອງນັ້ນ ເປັນ​ດິນ​ແດນ​ຂອງ​ຕົ​ນ​ ແລະ​ຄັດ​ຄ້ານ​ບໍ່​ໃຫ້​ເຈົ້າ​ໜ້າ​ທີ່ ​ຂອງ​ເກາະ​ດັ່ງ​ກ່າວ​ ຕິດ​ຕໍ່​ກັບ​ລັດ​ຖະ​ບານ​ຂອງ​ຕ່າງ​ປະ​ເທດ.

TAIPEI, Taiwan (AP) — A delegation of American lawmakers is visiting Taiwan just 12 days after a visit by House Speaker Nancy Pelosi that angered China. China responded to Pelosi's visit by sending missiles, warships and warplanes into the seas and air around Taiwan.

The five-member delegation is led by Democratic Sen. Ed Markey of Massachusetts and is in Taiwan on Sunday and Monday as part of a visit to Asia, the American Institute in Taiwan said. They will meet senior leaders to discuss U.S.-Taiwan relations, regional security, trade, investment and other issues.

A Taiwanese broadcaster showed video of a U.S. government plane landing about 7 p.m. at Songshan Airport in Taipei, the Taiwanese capital.

China claims self-ruled Taiwan as its territory and objects to it having any official contact with foreign governments.

XS
SM
MD
LG