ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ຢືນ​ຢັນ​ໃນ​ນະ​ໂບ​ຍາຍ​ເສີມ​ສ້າງ​ເຂດ​ຊາຍ​ແດນແຫ່ງ​ສັນ​ຕິ​ພາບ ຮ່ວມ​ກັບ​ເພື່ອນ​ບ້ານ​ທັງ 5 ປະ​ເທດ​


ການປັກ​ປັນ​ເຂດ​ຊາຍ​ແດນ​ລາວ ແລະ​ກຳ​ປູ​ເຈຍ ຍັງ​ບໍ່​ທັນ​ແລ້ວ​ສຳ​ເລັດ​ເທື່ອ
ການປັກ​ປັນ​ເຂດ​ຊາຍ​ແດນ​ລາວ ແລະ​ກຳ​ປູ​ເຈຍ ຍັງ​ບໍ່​ທັນ​ແລ້ວ​ສຳ​ເລັດ​ເທື່ອ

ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ຢືນ​ຢັນ​ໃນ​ນະ​ໂບ​ຍາຍ​ເສີມ​ສ້າງ​ເຂດ​ຊາຍ​ແດນແຫ່ງ​ສັນ​ຕິ​ພາບຮ່ວມ​ກັບ​ເພື່ອນ​ບ້ານ​ທັງ 5 ປະ​ເທດ​ ຮວມ​ເຖິງ​ການ​ປັກ​ປັນ​ເຂດ​ຊາຍ​ແດນ​ລາວ​ກັບ​ໄທ​ ແລະ​ກຳ​ປູ​ເຈຍ ໃຫ້​ສຳ​ເລັດ​ພາຍ​ໃນ 3 ປີ​.

​ທ່ານ​ພັນ​ຄຳ ວິພາ​ວັນ ນາ​ຍົກ​ລັດ​ຖະ​ມົນ​ຕີ ຖະ​ແຫລ​ງ​ຢືນ​ຢັນ​ວ່າ ລັດ​ຖະ​ບານ​ລາວ​ໃຫ້​ຄວາມ​ສຳ​ຄັນ​ຢ່​າງ​ຍິງ ທີ່​ຈະ​ເສີມ​ສ້າງ​ເຂດ​ຊາຍ​ແດນ​ລາວກັບ​ເພື່ອນ​ບ້ານ​ທັງ 5 ປ​ະ​ເທດ ໃຫ້​ເປັນເຂດຊາຍ​ແດນ​ແຫ່ງ​ສັນ​ຕິ​ພາບ​ຢ່າງ​ແທ້​ຈິງ ໂດຍ​ແນ​ໃສ່​ການ​ຮ່ວມ​ມື​ໃນ​ການ​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ ເພື່ອ​ຍົກ​ລະ​ດັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນໃນ​ທຸກໆ​ດ້ານ​ຮ່ວມ​ກັນ ແລະ​ເພື່ອ​ເຮັດ​ໃຫ້​ສາ​ມາດ​ບັນ​ລຸ​ເປົ້າ​ໝາຍ​ດັ່ງ​ກ່າວ ຢ່າງ​ເປັນ​ຮູບ​ປະ​ທຳ​ຈຶ່ງຕ້ອງຮ່ວມ​ມື​ກັນເຂົ້າ​ໃນ​ການແກ້ໄຂ​ບັນດາ​ບັນຫາ​ຕ່າງໆ​ຢ່າງ​ຈິງ​ຈັງ ໃນ​ນີ້ລວມ​ເຖິງ​ການ​ຕົກ​ລົງ​ເພື່ອ​ປັກ​ປັນ​ເຂດ​ແດນ​ລະ​ຫວ່າງ​ກັນ​ ໃຫ້​ສຳ​ເລັດ​ດ້ວຍ ດັ່ງ​ທ່ານ​ພັນຄຳ ​ໃຫ້​ການ​ຢືນ​ຢັນ​ວ່າ:

“​ສ​ປ​ປ ລາວ ຕີ​ລາ​ຄາ​ສູງ​ຕໍ່​ການ​ພົວ​ພັ​ນ​ ຮ່ວມ​ມື ຮັກ​ສາ​ຄວາມ​ສະ​ຫງົບ​ຮຽບ​ຮ້ອຍ ຕາມ​ບໍ​ລິ​ເວນ​ຊາຍ​ແດນ​ເປັນ​ຕົ້ນ​ແມ່ນ​ສະ​ກັດ​ກັ້ນ​ປາບ​ປາມ​ການ​ຄ້າ​ຢາ​ເສບ​ຕິດ​ຜິດ​ກົດ​ໝາຍ ການ​ຄ້າ​ມະ​ນຸດ​ ແລະ​ອື່ນໆຕະ​ຫລອດ​ເຖິງ​ການ​ລາດ​ຕະ​ເວນ​ຕາມ​ສາຍ​ນ້ຳຕ່າງໆ ທີ່​ມັນ​ຕິດ​ພັນ​ກັບ​ຊາຍ​ແດນພວກ​ເຮົາ ສ​ປ​ປ ລາວ ໃຫ້​ຄວາມ​ສຳ​ຄັນ​ເປັນ​ພິ​ເສດ​ໃນ ​ການ​ຮັບ​ປະ​ກັນ​ເຮັດ​ໃຫ້​ຊາຍ​ແດນ​ເຮົາ​ເປັນ​ຊາຍ​ແດນ ສັນ​ຕິ​ພ​າບ ມິດ​ຕະ​ພາບ ແລະ​ດີ​ແທ້​ພວກ​ເຮົາ​ພະ​ຍາ​ຍາມ ​ແກ້​ໄຂ ບັກ​ຫລັກ​ໝາຍ​ຊາຍ​ແດນ​ທາງ​ບົກ ແລະ​ທາງ​ນ້ຳ​ ໃຫ້​ສຳ​ເລັດ​ໃຫ້​ມັນ​ໄວ.”

​ທັງ​ນີ້​ ໂດຍ​ການ​ປັກ​ປັນ​ເຂດ​ຊາຍ​ແດນ​ລາວ​ ກັບປະ​ເທດເພື່ອນ​ບ້ານ​ ໄດ້​ດຳ​ເນີນ ການເສັດ​ແລ້ວ 3 ປະ​ເທດຄື​ມຽນ​ມາ ຈີນແລະ​ຫວຽດ​ນາມ ຈຶ່ງ​ຍັງ​ເຫລືອ 2 ປະ ​ເທດ​ກໍ​ຄື ໄທ ແລະ​ກຳ​ປູ​ເຈຍ ທີ່​ຍັງ​ຈະຕ້ອງ​ດຳ​ເນີນ​ການ​ສຳ​ຫລວດ ​ເພື່ອ​ຕົກ​ລົງ​ປັກ​ປັນ​ເຂດ​ແດນ​ຮ່ວມ​ກັນ​ຕໍ່​ໄປຫາກ​ແຕ່​ດ້ວຍ​ການ​ລະ​ບາດ​ພະ​ຍາດ​ໄວ​ຣັ​ສ​ໂຄວິດ-19 ​ກໍ​ໄດ້​ສົ່​ງ​ຜົນ​ກະ​ທົບ​ເຮັດ​ໃຫ້​ການ​ປັກ​ປັນ​ເຂດ​ແດນ​ລາວ​ກັບ​ໄທແລະ​ກຳ​ປູ​ເຈຍ ​ບໍ່ສາ​ມາດ​ປະ​ຕິ​ບັດ​ໄດ້​ເລີຍ​ນັບ​ແຕ່​ປີ 2020 ເປັນ​ຕົ້ນ​ມາ ສ່ວນ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ ທາງ​ການ​ລາວ​ກັບ​ກຳ​ປູ​ເຈຍ ໄດ້​ຕົກ​ລົງ​ປັກ​ປັນ​ເຂດ​ແດນ​ລະ​ຫວ່າງ​ກັນ​ໄດ້​ແລ້ວ ໃນ​ພື້ນ​ທີ່ ທີ່​ຄິດ​ເປັນ​ໄລ​ຍະ​ທາງ​ລວມ 460 ກິ​ໂລ​ແມັດ ແລະ​ໄດ້​ປັກ​ຫລັກ​ໝາຍ​ຊາຍ​ແດນແລ້ວ 121 ຫລັກ ​ຄິ​ດ​ເປັນ 86 ເປີ​ເຊັນ ຂອງ​ເຂດ​ແດນ​ລາວ ກຳ​ປູ​ເຈຍ ທີ່​ມີ​ໄລ​ຍະ​ທາງ 535 ກິ​ໂລ​ແມັດ ຈຶ່ງ​ຍັງ​ເຫລື​ອ​ເຂດ​ແດນ​ອີກ 75 ກິ ໂ​ລ​ແມັດ ຫລື 14 ເປີ​ເຊັນ ທີ່​ຄະ​ນະ​ກຳ​ມ​າ​ທິ​ການ​ຮ່ວມ​ຊາຍ​ແດນ​ລາວ ກຳ​ປູ​ເຈຍ ຈະ​ສືບ​ຕໍ່​ການ​ສຳ​ຫລວດ ແລະ​ເຈ​ລະ​ຈາກັນ ​ຕໍ່​ໄປ.

ໂດຍ​ເຂດ​ຊາຍ​ແດນ​ທີ່​ລາວ ກຳ​ປູ​ເຈຍ​ຂັດ​ແຍ້ງ​ກັນ​ກໍ​ຄືເຂດ​ແກ້ງ​ຕຳ​ມະຄອຍ ກັ​ບ​ຫ້ວຍ​ຕະ​ເງົາ ​ຢູ່​ໃນ​ເຂດ​ເມືອ​ສະ ​ໜ​າມ​ໄຊ​ ແຂວງອັດ​ຕະ​ປື ກັບເມືອງ​ແສນ​ປາງ ​ແຂວງ​ສ​ະ​ຕຶງ​ແຕຣງ ຊຶ່ງ​ມີ​ເນື້ອ​ທີ່ກວ້າງ​ກວ່າ 550 ກິ​ໂລ​ແມັດ​ມົນ​ ທົນ ເພາະ​ທາງ​ການ​ທັງ​ 2 ຝ່າຍ ໄດ້​ອ້າງເຂດ​ແດນ​ໂດຍ​ຍຶດ​ຖື​ເອົາ​ແຜນ​ທີ່ ທີ່​ແຕກ​ຕ່າງ​ກັນ ທັງ​ຍັງ​ປາ​ກົດ​ວ່າ​ຝ່າຍ ກຳ​ປູ​ເຈຍ ໄດ້​ກໍ່​ສ້າງ​ທາງ​ເຂົ້າ​ມາ​ໃນ​ເຂດ​ດັ່ງ​ກ່າວ​ດ້ວຍ ຈຶ່ງ​ເກີດ​ການ​ຂັດ​ແຍ້ງ ແລະ​ເກີດ​ການ​ປະ​ເຊີນ​ໜ້າ​ກັນ ​ຢູ່ ​ໃນ​ເຂດ​ຊາຍ​ແດນ​ດັ່ງ​ກ່າວ ນັບ​ແຕ່​ເດືອນ​ສິງ​ຫາ ປີ 2017 ເປັນ​ຕົ້ນ​ມາ.

ທາງ​ດ້ານ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ໄທ ໃນ​ຄະ​ນະ​ກຳ​ມ​າທິ​ການ​ຊ​າຍ​ແດນ​ຮ່ວມ​ລະ​ຫວ່າງ​ລາວ ໄທ ໄດ້​ໃຫ້​ການ​ຢືນ ​ຢັນ​ວ່າ ​ຄະ​ນະ​ປະ​ຕິ​ບັດ​ງານ​ໄທ ລາວ ຍັງ​ສືບ​ຕໍ່​ຮ່ວມ​ກັນ​ສ້າງ​ແຜນ​ທີ່​ແມ່​ນ້ຳ​ຂອງ ສະ​ບັບ​ໃໝ່​ທີ່​ມີ​ມາດ​ຕາ​ສ່ວນ 1:25,000 ຮວມ​ທັງ​ຍັງ​ໄດ້​ດຳ​ເນີນ​ການ​ສຳ​ຫລວດ ແລະ​ວັດ​ແທກ​ດ້ວຍ​ເຄື່ອງ​ຮັບ​ສັນ​ຍານ​ດາວ​ທຽມ​ລະ​ບົບ GPS ຢູ່​ແຄມ​ຝັ່ງ​ແມ່​ນ້ຳ​ຂອງ ໃນ​ເບື້ອງ​ປະ​ເທດ​ໄທ​ໄດ້​ແລ້ວ 167 ຈຸດ ຫາກ​ແຕ່​ການ​ດຳ​ເນີນ​ງານ​ກໍ​ຕ້ອງ​ຢຸດ​ສະ​ງັກ ເພາະ​ການ​ລະ​ບາດພະ​ຍາດ​ໂຄວິດ-19 ​ນັ​ບ​ແຕ່​ປີ 2020 ເປັນ​ຕົ້ນ​ມາ.

ແຕ່​ຢ່າງ​ໃດ​ກໍ​ຕາມ ໃນ​ປີ 2018-2019 ຄະ​ນະ​ເຈົ້າ​ໜ້າ​ທີ່​ຮ່ວມ​ລາວ ໄທ ໄດ້​ລົງ​ໄປ​ສຳ​ຫລວດ​ພື້ນ​ທີ່​ໂຕ​ຈິງ​ ຢູ່​ບໍ​ລິ​ ເວນ​ພູ​ຜາມົນ ບໍ​ລິ​ເວນ 3 ບ້ານ​ທີ່ຂັດ​ແຍ້ງ​ກັນ ແລະ​ບໍ​ລິ​ເວນຕົ້ນ​ກຳ​ເນີດ​ຂອງ​ນ້ຳ​ເຫືອງ ໂດຍ​ຄະ​ນະ​ປະ​ຕິ​ບັດ​ງານ​ຮ່ວມ​ດ້ານ​ກົດ​ໝາຍ​ກໍ​ສືບ​ຕໍ່ປຶກ​ສາ​ຫາລື ເພື່ອ​ຫາ​ແນວ​ທາງ​ການ​ແກ້​ໄຂ​ບັນ​ດາ​ຈຸດ​ຄົງ​ຄ້າງ​ໃຫ້​ໄດ້ ໂດຍ​ນັບ​ຈາກ​ປີ 1997 ເປັນ​ຕົ້ນ​ມາ​ທາງ​ການ​ລາວ ​ໄທ ຕົກ​ລົງ​ປັກ​ປັນ​ເຂດ​ແດນ​ລະ​ຫວ່າງ​ກັນ​ໄດ້​ແລ້ວ 676 ກິ​ໂລ​ແມັດ ແລະ​ປັກ​ຫລັກ​ໝາຍ​ເຂດ​ຊາຍ​ແດນ 210 ຫລັກ ຄິ​ດ​ເປັນ 93 ເປີ​ເຊັນ ຂອງ​ເຂດ​ແດນ​ທາງ​ບົກ​ທັງໝົດ ຈື່ງ​ຍັງ​ເຫລືອ​ປະ​ມານ 50 ກິ​ໂລ​ແມັດ ໃນ 14 ພື້ນ​ທີ່ ຊຶ່ງ​ກໍ​ເຊັ່ນ​ດຽວ​ກັນ​ກັບ​ເຂດ​ແດນ ໃນ​ແນວ​ນ້ຳ​ເຫືອງ ແລະ​ນ້ຳ​ຂອງ ທີ່​ຈະ​ຕ້ອງ​ຕົກ​ລົງ​ປັກ​ປັນ​ໃຫ້​ໄດ້ ​ຕາມ​ເປົ້າ​ໝາຍ​ທີ່ ວ​າງໄວ້ ໃນ​ປີ 2025.

XS
SM
MD
LG