ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຂະບວນລົດໂດຍສານ ທີ່ບັນທຸກອົບພະຍົບບໍ່ມີເອ​ກະ​ສານ ມາຈາກເທັກຊັສ ແລະຢຸດຢູ່ທີ່ນະຄອນຫຼວງຂອງສະຫະລັດ


Buses of Undocumented Migrants from Texas Stall in US Capital
please wait

No media source currently available

0:00 0:02:33 0:00

ລາຍງານກ່ຽວກັບ ຂະບວນລົດໂດຍສານທີ່ບັນທຸກຊາວອົບພະຍົບທີ່ບໍ່ມີໜັງສືຖືກຕ້ອງຕາມກົດໝາຍ ເດີນທາງຈາກເທັກຊັສ ມາຢຸດຢູ່ທີ່ນະຄອນຫຼວງຂອງສະຫະລັດ.

ລົດໂດຍ​ສານຈໍານວນຫຼວງຫຼາຍທີ່ບັນທຸກຜູ້ອົບພະຍົບເຕັມຄັນລົດ ຍັງຄົງເດີນທາງຈາກເທັກຊັສມາເຖິງນະຄອນຫຼວງວໍຊິງຕັນຢ່າງຕໍ່ເນື່ອງ. ພວກເຂົາເຈົ້າ ຖືກສົ່ງມາໂດຍທ່ານເກຣກສ໌ ອັບບັອດທ໌ (Greg Abbott), ຜູ້ປົກຄອງລັດສັງ ກັດພັກຣີພັບບລິກັນ ເຊິ່ງໄດ້ກ່າວວ່າ ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ບໍ່ໄດ້ດໍາເນີນງານຢ່າງພຽງພໍເພື່ອຮັກສາຄວາມປອດໄພຢູ່ຕາມຊາຍແດນທາງພາກໃຕ້ທີ່ຕິດກັບເມັກຊິໂກ. ນັກຂ່າວ VOA ລາໂກໂປ ລູຊີ (Lacopo Luzi) ມີລາຍງານກ່ຽວກັບເລື້ອງນີ້, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ທ່ານຈອນ ເຮັນຣີ (John Henry) ໄດ້ຂຽນຂໍ້ຄວາມລົງ​ໃນ​ທວີດ​ເຕີ້ວ່າ ອີງຕາມສະພາຂອງຂົງເຂດໂຄລອມເບຍ ພົບວ່າ ມີອົບພະຍົບຫຼາຍກວ່າ 3 ພັນຄົນ ທີ່ເດີນທາງຈາກເທັກຊັສມາເຖິງນະຄອນຫຼວງຂອງສະຫະລັດ ບໍ່ມີໜັງສືທີ່ຖືກຕ້ອງຕາມກົດໝາຍ ນັບຕັ້ງແຕ່ເດືອນເມສາທີ່ຜ່ານມາ.

ຜູ້ທີ່ເດີນທາງມາເຖິງ ບໍ່ມີບ່ອນພັກອາໄສ, ແລະມີອີກຫຼາຍໆຄົນທີ່ຍັງຄົງອາໄສຢູ່ທີ່ສະຖານີລົດໄຟຂອງທາງການຢູ່ໃນນະຄອນຫຼວງວໍຊິງຕັນ, ເຊິ່ງເປັນບ່ອນທີ່ລົດໂດຍສານໄດ້ຢຸດໃຫ້ພວກເຂົາເຈົ້າລົງ.

ມີຫຼາຍໆຄອບຄົວທີ່ອາໄສຢູ່ທີ່ນັ້ນເປັນເວລາຫຼາຍມື້ ເພື່ອລໍຖ້າໃຫ້ຄອບຄົວຂອງພວກເຂົາເຈົ້າມາຮັບ ຫຼືພວກເຂົາເຈົ້າລໍຖ້າໃຫ້ອາສາສະໝັກ ຍົກຍ້າຍພວກເຂົາ ເຈົ້າໄປຫາຂົງເຂດອື່ນໆ ຫຼື ເອົາປີ້ລົດໂດຍສານໃຫ້ພວກເຂົາເຈົ້າເດີນທາງໄປສູ່ເມືອງອື່ນໆຕໍ່ໄປເຊັ່ນວ່າ ນະຄອນນິວຢອກ ຫຼືວ່າ ນະຄອນຊິກາໂກ ເຫຼົ່ານີ້ເປັນຕົ້ນ.

ອານາລໂດ ບຽນວິໂນ (Arnaldo Bienvino), ຜູ້ອົບພະຍົບຊາວເວເນຊູເອລາ ກ່າວເປັນພາສາສະເປນວ່າ:

“ຂ້ອຍໝັ້ນໃຈໄດ້ເລີຍວ່າ ຂ້ອຍບໍ່ໄດ້ຢາກໃຫ້ເຂົາເຈົ້າເອົາຫຍັງມາໃຫ້ຂ້ອຍເລີຍ, ຂ້ອຍຢາກເຮັດວຽກ. ຖ້າມີໃຜຄົນນຶ່ງຢູ່ໃນວໍຊິງຕັນນີ້ເວົ້ານໍາຂ້ອຍວ່າ ‘ເຈົ້າມີຫຼັງ ຄາປົກຫົວເຈົ້າ ແລະມີວຽກທີ່ໝັ້ນຄົງ,’ ຂ້ອຍຈະຢູ່ທີ່ນີ້.”

ນຶ່ງໃນລົດໂດຍສານທີ່ເດີນທາງມາເຖິງສະຖານີລົດໄຟ ໄດ້ບັນທຸກຜູ້ລີ້ໄພຊາວເວເນຊູເອລາເຕັມຄັນລົດ ໂດຍພວກເຂົາເຈົ້າໄດ້ເດີນທາງຜ່ານຊ່ອງແຄບດາຣຽນ (Darién) ທີ່ເປັນອັນຕະລາຍລະຫວ່າງ ໂຄລອມເບຍ ແລະປານາມາເມື່ອຫຼາຍເດືອນກ່ອນ, ຫຼາຍໆຄົນ ມີເດັກນ້ອຍເດີນທາງມາພ້ອມ. ພວກເຂົາເຈົ້າໄດ້ພາ ກັນເຂົ້າໄປຂໍຄວາມຊ່ວຍເຫຼືອຈາກເຈົ້າໜ້າທີ່ສະຫະລັດ ທີ່ປະຈໍາການຢູ່ຕາມຂົງ ເຂດຊາຍແດນ, ແລະນະທີ່ນັ້ນ ພວກເຂົາເຈົ້າໄດ້ຖືກເລີ້ມຕົ້ນດໍາເນີນການຕາມຂັ້ນຕອນຕ່າງໆ, ແລະຖືກສົ່ງຂຶ້ນລົດໂດຍສານຕໍ່ໃນທັນທີ. ປັດຈຸບັນ, ພວກເຂົາເຈົ້າລໍຖ້າການນັດໝາຍຈາກສານ.

ພາບປະກອບ-ບັນດາຜູ້ປະທ້ວງພາກັນຂັດຂວາງຂະບວນລົດໂດຍສານທີ່ບັນທຸກຊາວອົບພະຍົບທີ່ບໍ່ມີໜັງສື, ເຊິ່ງໄດ້ມີກໍານົດທີ່ຈະດໍາເນີນຕາມຂັ້ນຕອນຢູ່ທີ່ ສະຖານີກວດຍາມຊາຍແດນ ເມີຣີຕາ (Murrieta) ໃນເມືອງເມີຣີຕາ, ລັດຄາລິຟໍເນຍ, ເມື່ອວັນທີ 1 ກໍລະກົດ 2014.
ພາບປະກອບ-ບັນດາຜູ້ປະທ້ວງພາກັນຂັດຂວາງຂະບວນລົດໂດຍສານທີ່ບັນທຸກຊາວອົບພະຍົບທີ່ບໍ່ມີໜັງສື, ເຊິ່ງໄດ້ມີກໍານົດທີ່ຈະດໍາເນີນຕາມຂັ້ນຕອນຢູ່ທີ່ ສະຖານີກວດຍາມຊາຍແດນ ເມີຣີຕາ (Murrieta) ໃນເມືອງເມີຣີຕາ, ລັດຄາລິຟໍເນຍ, ເມື່ອວັນທີ 1 ກໍລະກົດ 2014.

ຜູ້ອົບພະຍົບບາງຄົນກ່າວວ່າ ພວກເຂົາເຈົ້າໄດ້ຮັບການຕ້ອນຮັບຢູ່ທີ່ສະຖານທີ່ພັກປະຈໍາສະຖານີລົດໄຟ.

ຊາຣາ ຢາລວາຣາໂດ (Sara Yalvarado), ຜູ້ອົບພະຍົບຊາວເວເນຊູເອລາ ກ່າວເປັນພາສາສະເປນວ່າ:

“ຂ້ອຍຮູ້ສຶກສໍານຶກບຸນຄຸນຕໍ່ປະຊາຊົນຊາວວໍຊິງຕັນ. ພວກເຂົາເຈົ້າມອບອາຫານໃຫ້ພວກເຮົາ, ແມ່ນແຕ່ພະນັກງານຂອງແມັກດາໂນລ ກໍໄດ້ຈັດກຽມອາຫານມອບໃຫ້ແກ່ພວກເຮົາ.”

ອົງການມະນຸດ​ສະ​ທຳ ເຊັ່ນ ສູນກາງຊັບພະຍາກອນອາເມຣິກາກາງ ຫຼື CARECEN ກໍາລັງດໍາເນີນງານຕາມຄວາມສາມາດຂອງພວກເຂົາເຈົ້າ.

ທ່ານອາເບລ ນູເນັຊ (Abel Núñez), ຜູ້ອໍານວຍການໃຫຍ່ຂອງອົງການ CARECEN ກ່າວຜ່ານທາງຊູມວ່າ:

“ຂ້າພະເຈົ້າຄິດວ່າ ບັນຫາໃນປັດຈຸບັນນີ້ ແມ່ນການຂາດແຄນການສະໜັບສະ ໜຸນຈາກລັດຖະບານທ້ອງຖິ່ນ ເພື່ອຕອບສະໜອງຕໍ່ຄວາມຕ້ອງການຂອງຜູ້ຄົນເຫຼົ່ານັ້ນ. ເນື່ອງຈາກພວກເຮົາບໍ່ມີສະຖານທີ່ໃດໆຢູ່ໃນນະຄອນຫຼວງວໍຊິງຕັນສໍາລັບຮອງຮັບພວກເຂົາເຈົ້າເລີຍ.”

ໃນຂະນະທີ່ກະຊວງຮັກສາຄວາມປອດໄພພາຍໃນຂອງສະຫະລັດຍັງບໍ່ທັນຕອບສະໜອງຕໍ່ຄໍາຮ້ອງຂໍ ເພື່ອອະທິບາຍກ່ຽວກັບບັນຫາດັ່ງກ່າວນີ້ຕໍ່ VOA, ລັດຖະ ບານສະຫະລັດຍັງຄົງຮັກສາສະຖານະວຽກງານຂອງຄົນເຂົ້າເມືອງພວກເຂົາທີ່ວ່າ ມີພຽງປະຊາຊົນທີ່ມີວີຊາຖືກຕ້ອງຕາມກົດໝາຍເທົ່ານັ້ນ ທີ່ຈະຕ້ອງໄດ້ຮັບອະນຸ ຍາດໃຫ້ເດີນທາງ.

ບ່ອນພັກອາໄສຢູ່ນະຄອນຫຼວງຂອງສະຫະລັດແມ່ນເຕັມແລ້ວ, ດັ່ງນັ້ນ ອົງການມະນຸດສະ​ທຳ ຈຶ່ງມີທ່າອ່ຽງວ່າຈະອະນຸຍາດໃຫ້ເດັກນ້ອຍ ແລະແມ່ຍິງກ່ອນ, ພ້ອມທັງພະຍາຍາມຫາຊື້ປີ້ລົດໂດຍສານຕ່າງໆ ເພື່ອໃຫ້ຜູ້ອົບພະຍົບທັງຫຼາຍເດີນທາງໄປຕາມເສັ້ນທາງຂອງພວກເຂົາເຈົ້າຕໍ່ໄປ.

ນະເວລານີ້, ຍັງບໍ່ມີໃຜຮູ້ເລີຍວ່າ ຈະມີລົດໂດຍສານທີ່ບັນທຸກຊາວອົບພະຍົບເດີນທາງມາຈາກຊາຍແດນຢູ່ໃນເທັກຊັສອີກຫຼາຍປານໃດ, ແຕ່ນັກເຄື່ອນໄຫວຢູ່ໃນນະຄອນຫຼວງວໍຊິງຕັນກ່າວວ່າ ພວກເຂົາເຈົ້າບໍ່ປາດຖະໜາໃຫ້ການເດີນທາງມາເຖິງດັ່ງກ່າວນັ້ນ ຍຸຕິເລີຍ.

ພາບປະກອບ-ຜູ້ອົບພະຍົບຈາກສູນ ໂມເຣຍ (Moria) ລໍຖ້າຂະບວນລົດໂດຍສານໄປຍັງທ່າກໍາປັ່ນ ເຊິ່ງພວກເຂົາເຈົ້າຈະຖືກຍົກຍ້າຍໄປຍັງແຜ່ນດິນໃຫຍ່ ເພື່ອການປ້ອງກັນການແຜ່ລະບາດຂອງພະຍາດໄວຣັສໂຄໂຣນາ, ຢູ່ເທິງເກາະເລສບອສ (Lesbos), ປະເທດກຣີສ, ເມື່ອວັນທີ 3 ພຶດສະພາ 2020.
ພາບປະກອບ-ຜູ້ອົບພະຍົບຈາກສູນ ໂມເຣຍ (Moria) ລໍຖ້າຂະບວນລົດໂດຍສານໄປຍັງທ່າກໍາປັ່ນ ເຊິ່ງພວກເຂົາເຈົ້າຈະຖືກຍົກຍ້າຍໄປຍັງແຜ່ນດິນໃຫຍ່ ເພື່ອການປ້ອງກັນການແຜ່ລະບາດຂອງພະຍາດໄວຣັສໂຄໂຣນາ, ຢູ່ເທິງເກາະເລສບອສ (Lesbos), ປະເທດກຣີສ, ເມື່ອວັນທີ 3 ພຶດສະພາ 2020.

Buses full of migrants continue to arrive in Washington from Texas. They are being sent by Greg Abbott, the state's Republican governor, who says U.S. President Joe Biden has not done enough to secure the southern border with Mexico. VOA News reporter Iacopo Luzi has the story.

According to the Council of the District of Columbia, over 3-thousand undocumented migrants have arrived at the U.S. capital from Texas since April. ((end courtesy))

The arrivals don’t have places to stay, and many are still at Union Station in Washington, where the buses dropped them off.

Families stay for days, waiting on family members. Or they wait for volunteers to move them to other locations or give them bus tickets to other cities like New York or Chicago.

Arnaldo Bienvino, Venezuelan Migrant (IN SPANISH)

“I definitely don't want them to give me anything. I want to work. If someone here in Washington says to me, “You have a roof over your head and a secure job,' I'd stay here."

One of the buses that arrived at Union Station contained a group of Venezuelan asylum-seekers who crossed the treacherous Darién Gap between Colombia and Panama months ago, many with small children. They turned themselves in to authorities at the U.S. border, where they were processed, and immediately boarded a bus. They now wait for a court date.

They were welcomed at Union Station, some of the migrants say.

Sara Yalvarado, Venezuelan Migrant (IN SPANISH)

“I am grateful to the people of Washington. They gave us food. Even McDonald's employees have provided us with food.”

Humanitarian organizations like the Central American Resource Center — or CARECEN — are doing what they can.

Abel Núñez, CARECEN Executive Director (Zoom)

“I think the problem right now is the lack of support from local governments and the federal government to respond to the needs of the people. Because we don't have a place in Washington where we can receive them.”

While the Department of Homeland Security has not yet responded to a VOA request to speak to us about this situation, the United States government maintains its immigration position that people should travel only if they have a valid visa.

Shelters in the U.S. capital are full, so humanitarian organizations tend to children and women first and try to buy tickets so migrants can continue their way elsewhere.

For now, no one knows whether more buses with migrants will arrive from the Texas border, but activists here in Washington say they don’t expect the arrivals to stop.

XS
SM
MD
LG