ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການ USAID ສະໜັບສະໜູນ ກະຊວງສາທາລະນະສຸກ ໃນການຂະຫຍາຍການສັກວັກຊີນກັນໂຄວິດ-19 ໃນ ສປປ ລາວ


ພິ​ທີ​ມອບ​ອຸ​ປະ​ກອນ ຂອງ​ອົງການ USAID ສະໜັບສະໜູນ ກະຊວງສາທາລະນະສຸກ ໃນການຜັນຂະຫຍາຍການສັກວັກຊີນກັນພະຍາດໂຄວິດ-19 ໃນ ສປປ ລາວ
ພິ​ທີ​ມອບ​ອຸ​ປະ​ກອນ ຂອງ​ອົງການ USAID ສະໜັບສະໜູນ ກະຊວງສາທາລະນະສຸກ ໃນການຜັນຂະຫຍາຍການສັກວັກຊີນກັນພະຍາດໂຄວິດ-19 ໃນ ສປປ ລາວ

ອົງການພັດທະນາສາກົນ ຂອງສະຫະລັດອາເມຣິກາ ຫຼື USAID ມອບອຸປະ ກອນລະບົບຄວາມເຢັນເກັບຮັກສາວັກຊີນແລະອຸປະກອນໄອທີມູນຄ່າປະມານ 150,000 ໂດລາສະຫະລັດ ໃຫ້ເເກ່ກະຊວງສາທາລະນະສຸກ ຢ່າງ ເປັນທາງການ ໃນ​ວັນ​ພຸດ​ທີ 29 ມິຖຸນາ 2022 ມື້ນີ້ ເພື່ອຊ່ວຍຜັນຂະຫຍາຍວຽກງານ ສັກວັກຊີນ ກັນພະຍາດໂຄວິດ-19 ໃນ ສປປ ລາວ ໂດຍສະເພາະໃນຊຸມຊົນຫ່າງໄກສອກຫຼີກ.

ພິທີມອບຮັບອຸປະກອນດັ່ງກ່າວ ເຊິ່ງ​ສະ​ໜັບ​ສະ​ໜູນໂດຍອົງການຢູນິເຊັບແມ່ນໄດ້ຈັດຂຶ້ນທີ່ ຫ້ອງການໂຄງການ ສັກຢາກັນພະຍາດແຫ່ງຊາດ ເເລະເຂົ້າຮ່ວມໂດຍທ່ານ ດຣ. ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ທ່ານ ຄາເລີນ ຮີວ ວ່າການເເທນຜູ້ຕາງໜ້າອົງການ USAID ປະຈໍາ ສປປ ລາວ ເເລະ ທ່ານນາງ ຣິເອະ ທາເຄຊຶ ວ່າການເເທນຫົວຫນ້າພະແນກສຸຂະພາບ ອົງການຢູນິເຊັບປະຈໍາ ສປປ ລາວ.

ໃນງານພິທີມອບຮັບດັ່ງກ່າວ, ທ່ານ ດຣ. ພອນປະເສີດ ອຸນາພົມ ໄດ້ສະເເດງຄວາມຂອບໃຈໄປຍັງອົງການ USAID ເເລະ ລັດຖະບານສະຫະລັດ ສຳລັບການຊ່ວຍເຫຼືອ ພ້ອມດ້ວຍ ອົງການຢູນິເຊັບ ທີ່ໄດ້ໃຫ້ການສະໜັບ ສະໜູນເເກ່ວຽກງານສັກວັກຊີນໃນໄລຍະການເເຜ່ລະບາດຂອງພະຍາດ. ທ່ານ ດຣ. ພອນປະເສີດ ອຸນາພົມ ໄດ້ກ່າວວ່າ “ດ້ວຍການຊ່ວຍເຫຼືອ ຈາກຄູ່ຮ່ວມມືສາກົນຂອງພວກເຮົາ ສປປ ລາວ ສາມາດບັນລຸ ອັດຕາປົກຄຸມການສັກວັກຊີນ ໄດ້ຫຼາຍພໍສົມຄວນ ເເລະການສະໜັບສະໜູນຈາກອົງການ USAID ເປັນການປະກອບ ສ່ວນອັນສຳຄັນອີກອັນໜຶ່ງໃຫ້ແກ່ວຽກງານຂອງພວກເຮົາ ເພື່ອຮັບປະກັນວ່າ ເດັກນ້ອຍ ແມ່ ແລະ ທຸກຄອບຄົວ ສາມາດ ເຂົ້າເຖີງການບໍໍລິການສັກວັກຊີນໄດ້. ທັງໝົດນີ້ກໍ່ເພື່ອປູເສັນທາງໄປສູ່ການບັນລຸເປົ້າໝາຍການໃຫ້ວັກຊີນກັນພະຍາດໂຄວິດ-19 ໃນທົ່ວປະເທດ.”

ອຸປະກອນລະບົບຄວາມເຢັນເກັບຮັກສາວັກຊີນທີ່ໄດ້ມອບນັ້ນປະກອບມີ ກ່ອງເຢັນເກັບຮັກສາວັກຊີນ ຈຳນວນ 135 ກ່ອງ ເພື່ອຊ່ວຍໃນການຂົນສົ່ງວັກຊີນຈາກສາງ ພ້ອມດ້ວຍ ກ່ອງບັນຈຸວັກຊີນ ເເບບບໍ່ຕ້ອງການແຊ່ແຂງ ຈຳນວນ 2000 ກ່ອງ ເພື່ອຊ່ວຍພະນັກງານສາທາລະນະສຸກໃນການຂົນສົ່ງວັກຊີນໄປຈຸດສັກວັກຊີນຕ່າງໆ. ນອກຈາກນີ້ ກ່ອງເຢັນເກັບຮັກສາວັກຊີນທີ່ມອບໃຫ້ນັ້ນ ຍັງສາມາດນຳໃຊ້ເພື່ອເກັບຮັກສາວັກຊີນໃນກໍລະນີສຸກເສີນອີກດ້ວຍ ເຊັ່ນ ໃນກໍລະນີຕູ້ເຢັນເກັບວັກຊີນບໍ່ເຮັດວຽກ. ພ້ອມດຽວກັນ ອຸປະກອນໄອທີມອບໂດຍອົງການ USAID ນັ້ນປະກອບມີ ເຄື່ອງແທັບເລັດ 245 ໜ່ວຍເເລະຊຸດຄອມ ພິວເຕີ ແລະເຄື່ອງພິມ 21 ຊຸດ ເພື່ອຊ່ວຍສ້າງຄວາມເຂັ້ມເເຂງໃນການຄຸ້ມຄອງ ແລະເກັບກຳຂໍ້ມູນກ່ຽວກັບການສັກວັກຊີນ ການກວດກາວຽກງານຢູ່ ຈຸດສັກວັກຊີນ ແລະສະໜັບສະໜູນພະນັກງານສາທາລະນະສຸກໃນການເຂົ້າເຖິງ ​ສື່ການຮຽນ ເເລະພັດທະນາທັກສະເເບບດິຈິຕອລຕ່າງໆ.

ອຸປະກອນທີ່ໄດ້ມອບໃນມື້ນີ້ ຈະຊ່ວຍສະໜັບສະໜູນກະຊວງສາທາລະນະສຸກ ໃນການເສີມສ້າງລະບົບຄວາມເຢັນ ສຳລັບການຂົນສົ່ງວັກຊີນ ແລະ ລະບົບຂໍ້ມູນທີ່ເປັນໂຄງສ້າງໃຫ້ເເກ່ວຽກງານສັກວັກຊີນທັງໝົດຂອງ ສປປ ລາວ,” ນັ້ນ ​ຄື​ຄຳ​ເວົ້າ​ຂອງທ່ານຄາເລີນ ຮີວ ວ່າການເເທນຜູ້ຕາງໜ້າອົງການ USAID ປະຈໍາ ສປປ ລາວ. ທ່ານຍັງໄດ້ສະເເດງຄວາມຊົມເຊີຍ ກັບກະຊວງສາທາລະນະສຸກ ໃນການຮັບມືກັບພະຍາດໂຄວິດ-19 ແລະເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືກັນ ໃນການຮັບມືກັບພະຍາດດັ່ງກ່າວ "ພວກເຮົາໄດ້ເຫັນເເລ້ວເຖີງພະລັງຂອງ
ການຮ່ວມມືກັນໃນໄລຍະການແຜ່ລະບາດຂອງພະຍາດໃນການຮັກ ສາຄວາມປອດໄພຂອງປະຊາຊົນ ລາວ. ສະຫະລັດອາ​ເມຣິກາ ມີຄວາມພາກພູມໃຈທີ່ໄດ້ມີສ່ວນຮ່ວມໃນການສະໜັບສະໜູນການແກ້ໄຂຜົນກະ ທົບຂອງພະຍາດ ໂຄວິດ-19 ຕໍ່ຊີວິດຂອງປະຊາຊົນລາວ."

ການມອບອຸປະກອນໃນຄັ້ງນີ້ ເປັນສ່ວນໜຶ່ງຂອງການຊ່ວຍເຫຼືອໂດຍລວມ ຕໍ່ ການຮັບມືກັບພະຍາດໂຄວິດ-19 ຂອງ ສປປ ລາວ ຈາກອົງການ USAID ໂດຍຜ່ານອົງການຢູນິເຊັບ ເຊີ່ງໃນນີ້ ລວມເຖິງການຊ່ວຍເຫຼືອ 1,4 ລ້ານໂດ ລາສະຫະລັດ ໃຫ້ແກ່ອົງການຢູນິເຊັບ ທີ່ຜ່ານມາເພື່ອສະໜັບສະໜຸນກະຊວງສາທາລະນະສຸກ ໃນການຕິດ ຕາມ ເເລະກວດກາ ລະບົບຄວາມເຢັນເກັບຮັກ ສາວັກຊີນ ການ​ສື່​ສານ​ກັບ​ຊຸມ​ຊົນ ​ເພື່ອສ້າງຄວາມເຂົ້າໃຈ ຕໍ່ການສັກວັກຊີນ ເເລະຕິດຕາມເຫດການປະຕິປັກພາຍຫຼັງການ​ສັກວັກຊີນ. ກ່ອນໜ້ານີ້ອົງການ USAID ກໍຍັງໄດ້ໃຫ້ການຊ່ວຍເຫຼືອ 2 ລ້ານ ໂດລາສະຫະລັດ ໃຫ້ແກ່ ອົງ ການຢູນິເຊັບແລະອົງການອະນາໄມໂລ​ກ ເພື່ອການຈັດຕັ້ງປະຕິບັດງານຂອງ ຈຸດເກັບຮັກສາວັກຊີນຕ່າງໆ ໃນແຂວງຫຼວງພະບາງ ສາລະວັນ ສະຫວັນນະເຂດ ອຸດົມໄຊ ຈຳປາສັກ ແລະວຽງຈັນ ເຊີ່ງມາ​ຮອດ​ປະຈຸ​ບັນເເມ່ນໄດ້ຈັດ​ສົ່ງ ​ແລະ ຕິດ​ຕັ້ງອຸປະກອນລະບົບຄວາມເຢັນເກັບຮັກສາວັກຊີນ​ ​ຢູ່​ບັນດາ​ແຂວງ​ດັ່ງກ່າວເເລ້ວຈຳນວນ 588 ​ເຄື່ອງ ​ໂດຍຜ່ານ​ການ​ສະໜັບສະໜູນ​ ຂອງອົງ ການ USAID ເພື່ອຊ່ວຍ​ໃຫ້​ບໍລິການ​ສັກວັກ​ຊີ​ນ​ໃນຂອບເຂດ​ທົ່ວ​ປະ​ເທດ​.

ອົງການຢູນິເຊັບ ຂໍສະເເດງຄວາມຂອບໃຈໄປຍັງ ອົງການ USAID ສຳລັບການປະກອບສ່ວນອັນລ້ຳຄ່ານີ້ຕໍ່ຂະບວນການສັກວັກຊີນກັນພະຍາດໃນ ສປປ ລາວ. ວັກຊີນນັ້ນມີບົດບາດອັນສຳຄັນຕໍ່ການຫຼຸດຜ່ອນຈຳນວນກໍລະນີເຈັບປ່ວຍຮ້າຍເເຮງ ເເລະເສຍຊີວິດ ຈາກ ໂຄວິດ-19 ໃນປະຈຸບັນ ເເລະ ບັນດາອຸປະ ກອນທີ່ໄດ້ມອບນັ້ນ ຈະຊ່ວຍຮັບປະກັນໃຫ້ທຸກຄົນສາມາດເຂົ້າເຖີງວັກຊີນໄດ້ ໂດຍສະເພາະ ຜູ້ທີ່ມີຄວາມສ່ຽງທີ່ສຸດ” ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານນາງຣິເອະ ທາເຄຊຶ ວ່າການເເທນຫົວຫນ້າພະແນກສຸຂະພາບ ອົງການຢູນິເຊັບ ປະຈໍາ ສປປ ລາວ.

Vientiane, 29 June 2022 – Today, the United States through the U.S. Agency for International Development (USAID) officially handed over cold chain and IT equipment worth around U.S. $150,000 to the Ministry of Health (MOH) to further expand COVID-19 vaccination coverage in Lao PDR, especially in hard-to-reach communities.

The handover of the equipment, which was procured with the support of UNICEF, was held at the office of the National Immunization Programme in the presence of Dr. Phonepaseuth Ounaphom, Director General of Department of Hygiene and Health Promotion, Ministry of Health, Mr. Cullen Hughes, acting USAID Country Representative to Lao PDR, and Ms. Rie Takesue, OIC Chief of Health, UNICEF Lao PDR.

During the event, Dr. Phonepaseuth Ounaphom thanked USAID and the U.S. Government for the assistance and expressed his appreciation to UNICEF for their support on vaccination during the pandemic. “Through the sustained assistance from our international partners, Lao PDR has achieved significant vaccination coverage. USAID’s support is another important contribution to our work, ensuring that vaccines are delivered to every child, mother, and family, thus paving the path towards vaccinating the country against COVID-19,” stated Dr. Phonepaseuth Ounaphom.

The cold chain equipment included 135 cold boxes to help with transporting vaccines from one cold storage location to another or to health facilities and 2,000 freeze-free vaccine carriers to support health workers deliver vaccines to immunization sites. Furthermore, the cold boxes can also be used as backup storage for vaccines during emergencies. In addition, USAID provided IT equipment, including 245 tablets, alongside 21 computer and printer sets to help strengthen data management and collection, supervision at immunization sites, and enable access to e-learning opportunities for health workers.

“The equipment provided today will further support the Ministry of Health in strengthening cold chain logistics and the management information systems that underpin the entire national vaccination campaign,” stated Mr. Hughes. He complemented the Government of Lao PDR and MOH for their effective COVID-19 response, and highlighted the importance of partnerships in responding to the pandemic. “We have seen the power of partnerships during the pandemic in keeping people safe. The U.S. Government is proud to have played a key part in addressing the impacts of COVID-19 on the lives of Lao people,” he added.

The handover is part of the recent COVID-19 assistance to Lao PDR from USAID through UNICEF. This includes a recent US $1.4 million grant to UNICEF supporting the Government of Laos in monitoring cold chain facilities, community engagement and monitoring adverse events following vaccination. Additionally, USAID previously provided a grant of US $2 million to UNICEF and WHO for the operationalization of cold chain regional hubs in Luang Prabang, Saravanh, Savannakhet, Oudomxay, Champasak and Vientiane. To date, a total of 588 units of cold chain equipment have been delivered and installed in these provinces with the support of USAID, which are serving to vaccinate the entire country.

“UNICEF thanks USAID for this generous contribution to the vaccination drive in Lao PDR. Vaccines have been an important factor in the current decline of severe cases and deaths from COVID-19 that we now see today, and the equipment provided will ensure that vaccines can reach even more people, especially those most

XS
SM
MD
LG