ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພັນ​ທະ​ມິດ​ທີ່​ນຳ​ໜ້າ​ໂດຍ ສະ​ຫະ​ລັດ ຈັບ​ຜູ້​ນຳ​ລັດ​ອິ​ສ​ລາມ​ຢູ່​ໃນຊີ​ເຣຍ


ຮູບພາບ​ອະ​ທິ​ບາຍ​ເຖິ​ງ ຜູ່​ນຳ​ລັດ​ອິ​ສ​ລາມ​ຄົນ​ນຶ່ງ
ຮູບພາບ​ອະ​ທິ​ບາຍ​ເຖິ​ງ ຜູ່​ນຳ​ລັດ​ອິ​ສ​ລາມ​ຄົນ​ນຶ່ງ

ພັນ​ທະ​ມິດ​ທີ່​ນຳ​ໜ້າ​ໂດຍ ສະ​ຫະ​ລັດ ໄດ້​ກ່າວ​ວ່າ​ ເຂົາ​ເຈົ້າ​ໄດ້​ຈັບ​ນຶ່ງ​ໃນ​ພວກ​ຜູ້​ນຳລະ​ດັບ​ສູງ​ຂອງ​ກຸ່ມລັດ ​ອິ​ສ​ລາ​ມຢູ່​ໃນ​ຊີ​ເຣຍ ໃນລະ​ຫວ່າງ​ການ​ປະ​ຕິ​ບັດ​ການ​ໃນ​ຕອນ​ເຊົ້າ​ວັນ​ພະ​ຫັດ​ມື້​ນີ້.

ຖະ​ແຫລງ​ການສະ​ບັບ​ນຶ່ງ​ຂອງພັນ​ທະ​ມິດ​ບໍ່​ໄດ້ລະ​ບຸ​ຊື່​ຄົນ​ທີ່​ຖືກ​ຈັບນັ້ນ,​ ແຕ່​ໄດ້​ອະ​ທິ​ບາຍ​ເຖິງ​ລາວ​ດັ່ງ​ກັບ “ເປັນ​ນັກເຮັດ​ລະ​ເບີດທີ່​ມີ​ປະ​ສົບ​ການ ແລະ​ ເປັນ​ຜູ້ອຳ​ນວຍ​ຄວາມ​ສະ​ດວກ.”​

ຖະ​ແຫລງ​ການດັ່ງ​ກ່າວຍັງບໍ່​ໄດ້ເວົ້າວ່າ ການ​ບຸກກວດ​ຄົ້ນ​ໄດ້​ເກີດ​ຂຶ້ນຢູ່​ບ່ອນ​ໃດ​ໃນ​ຊີ​ເຣຍ.

​ອົງ​ການ​ຂ່າວ​ຣອຍ​ເຕີ ໄດ້ອ້າງ​ຄຳ​ເວົ້າ​ໂຄ​ສົກ​ຄົນ​ນຶ່ງຂອງ​ກຸ່ມ​ກະ​ບົດ​ທ​ະ​ຫານ​ແຫ່ງ​ຊາດ ຊີ​ເຣຍ ທີ່​ເວົ້າ​ວ່າກອງ​ກຳ ລັງ​ພັນ​ທະ​ມິດ​ໄດ້​ດຳ​ເນີນ​ການ​ບຸ​ກກວດ​ຄົ້ນ​ໃນ​ເຂດ ອາລ-ຮູ​ໄມ​ຣາ (Al-Humaira) ​ຕັ້ງ​ຢູ່ບໍ່​ໄກ​ທາງ​ພາກ​ໃຕ້​ຂອງ​ເຂດ​ຊາຍ​ແດນ​ລະ​ຫວ່າງ ເທິ​ກີ​ ກັບ ​ຊີ​ເຣຍ.

ການ​ໂຈມ​ຕີ​ຂອງວັ​ນ​ພະ​ຫັດ​ມື້​ນີ້ ເປັນ​ສູນ​ເສຍ​ເທື່ອ​ຫລ້າສຸດຂອງຫຼາລາຍ​ຄັ້ງຕໍ່ກຸ່ມ​ລັດ​ອິ​ສ​ລາມ.

​ຝ​ຣັ່ງ​ໄດ້​ປະ​ກາດ​ໃນ​ວັນ​ພຸດ​ມື້​ວານ​ນີ້​ເຖິງ​ການ​ຈັບ​ກຸມ ທ້າວ ​ອູ​ເມວາ ອູດ ອາ​ລ​ບາ​ກາ​ເຢ (Oumeya Ould Albakaye) ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສອິ​ສ​ລາ​ມ​ຄົນ​ນຶ່ງຢູ່​ໃນ​ເຂດທະ​ເລ​ຊາຍ ຊາ​ຮາ​ຣາ.

​ໃນ​ວັນ​ພຸດ​ວານ​ນີ້ ອີ​ຣັກ ​ກ່າວ​ວ່າຕົນ​ໄດ້ທຳປະ​ຕິ​ບັດ​ການ​ທີ່​ສຳ​ຄັນ​ຫລາຍ​ຄັ້ງຕ້ານພວກ​ນັກ​ລົບລັດ​ອິ​ສ​ລາມ, ​ນຶ່ງ​ມື້​ຫລັງ​ຈ​າກ​ໄດ້​ຈັບ​ກຸມ​ພວກ​ຫົວ​ຮຸນ​ແຮງ​ແປ​ດ​ຄົນ ຢູ່​ໃນເມືອງ ວາ​ດີ ອາ​ລ​-ທາ​ທາ (Wadi Al-Tharthar.)

​ກອງ​ກຳ​ລັງ​ປ້ອງ​ກັນ ຊີ​ເຣຍ ທີ່​ໄດ້​ຮັບ​ການ​ໜູນຫຼັງ​ໂດຍ ສະ​ຫະ​ລັດ ກໍ​ໄດ້​ປະ​ກາດ​ການ​ຈັບ​ກຸມ​ຜູ້​ນຳ​ຄົນ​ສຳ​ຄັນ​ຂອງ​ກຸ່ມ​ລັດ​ອິ​ສ​ລາມ​ໃນ​ວັນ​ອາ​ທິ​ດ​ທີ່​ຜ່ານ​ມາ ຜູ້​ທີ່​ເຂົາ​ເຈົ້າ​ໄດ້​ກ່າວ​ວ່າ “ຮັບ​ຜິດ​ຊອບສຳ​ລັບການ​ສືບ​ລັບ, ວາງ​ແຜນ ແລະ​ປະ​ຕິບັດ​ການກໍ່​ການ​ຮ້າຍທີ່​ແນ​ເປົ້າ​ໜາຍ​ໃສ່ ສະ​ຖາ​ບັນ​ການ​ບໍ​ລິ​ການ ແລະ​ ກອງ​ທັບ ແລະ​ ກຳ​ລັງ​ຮັກ​ສາ ​ຄວ​າມ​ປອດ​ໄພ​ຢູ່ເມືອງ ແດ ເອ​ສ​ເຊີ (Deir Ezzor).​

The U.S.-led coalition said it captured one of the Islamic State group’s top leaders in Syria during an operation early Thursday.

A coalition statement did not identify the person captured, but described him as “an experienced bomb maker and facilitator.”

The statement also did not say where in Syria the raid took place.

Reuters quoted a spokesperson for the Turkish-backed Syrian National Army rebel group saying coalition forces had conducted a raid in the Al-Humaira area, just south of the Turkish-Syrian border.

Thursday’s raid is the latest in a series of recent blows against the Islamic State group.

France announced Wednesday the capture of Oumeya Ould Albakaye, a senior official in Islamic State in the Greater Sahara.

Also Wednesday, Iraq said it conducted several major operations against Islamic State fighters, a day after arresting eight militants in Wadi al-Tharthar.

The U.S.-backed Syrian Defense Forces also announced Sunday the capture of a key Islamic State cell leader who it said was “responsible for intelligence, planning and conducting terrorist acts targeting service institutions and military and security force” in the Deir Ezzor countryside.

XS
SM
MD
LG