ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທ່ານກ່ອງ​ປະ​ກັນ ຣາ​ຊ​ພົນ ອະ​ດີດ​ນັກ​ສຶກ​ສາລາວ ທີ່ໄປ​ສຶກ​ສາ ຢູ່​ຢູ​ໂຣບຕາ​ເວັນ​ອອກ ໄດ້​​ໄປ​ຕັ້ງ​ຖິ່ນ​ຖານ​ຢູ່ຝ​ຣັ່ງ 40 ປີ​ແລ້ວ

ທ່ານ​ກ່ອງ​ປະ​ກັນ ຣາ​ຊ​ພົນ (ເສື້ອ​ແດງ) ໃນ​ງານ​ສະ​ຫລອງວັນ​ແມ່​ຍິງ​ສາ​ກົນ​ວັນ​ທີ 8 ມີ​ນາດ 2022 ທີ່​ສະ​ຖານ​ທູດ​ລາວ​ໃນ​ນະ​ຄອນ​ຫລວງ​ປາ​ຣີ ຊຶ່ງ​ທ່ານ​ເປັນ​ຜູ້​ນຶ່ງ​ໄດ້​ຮັບ​ໃບ​ຍ້ອງ​ຍໍ ແລະ​ຫລຽນ​ລະ​ນຶກ 70 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ແນວ​ລາວ​ສ້າງ​ຊາດ​

ໃນລາຍງານຊຸມຊົນ​ຊາວ​ລາວ​ໃນ​ທະ​ວີບ​ອາ​ເມ​ຣິ​ກາ​ຂອງຄ່ຳຄືນນີ້ ທ່ານຈະໄດ້ ຮັບຟັງການສຳພາດກັບ ທ່ານ ກ່ອງ​ປະ​ກັນ ຣາ​ຊ​ພົນ, ທີ່ເປັນ​ນັກ​ສຶກ​ສາລຸ້ນ​ທຳ​ອິດ​ທີ່​ຖືກ​ສົ່ງ​ໄປ​ຮຽນໃນອະ​ດີດປະ​ເທດ​ສັງ​ຄົມ​ນິ​ຍົ​ມ​ໃນ​ເຂດ​ຢູ​ໂຣບ​ຕາ​ເວັນ​ອອກ ແລ້ວ​ຫລົບ​ໜີ​ໄປ​ຢູ່​ປະ​ເທດ​ຝ​ຣັ່ງ ແລະ​ຕັ້ງ​ຖິ່ນ​ຖານ​ຢູ່​ທີ່​ນັ້ນ​ມາ​ໄດ້ 40 ປີ​ແລ້ວ ຊຶ່ງບົວ​ສະ​ຫວັນ ຈະນຳເອົາລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ທ. ກ່ອງ​ປະ​ກັນ (ຊ້າຍ​ສຸດນັ່ງ​ທາງ​ໜ້າ) ກັບເພື່ອນ​ນັກສຶກ​ສາ​ລາວລຸ້ນທຳອິດ 11 ຄົນຈາກ ສປປລາວ ໄປ​ສຶກ​ສາ​ໃນສາທາລະນະລັດສັງຄົມນິຍົມເຊັກໂກສໂລວາກີ, ຖ່າຍ​ຮູບ​ໃນ​ໂອ​ກາດ​ສະ​ຫລອງວັນ​ກຳ​ມະ​ກອນ​ສາ​ກົນ​ໃນ​ວັນ​ທີ 1 ພຶດ​ສະ​ພາ, 1977

ເສັ້ນທາງຊີວິດຂອງຊາວລາວອົບພະຍົບແຕ່ລະຄົນທີ່ໄປຕັ້ງຖິ່ນຖານຢູ່ຕ່າງ​ປະ​ເທດນັ້ນແມ່ນ​ແຕກ​ຕ່າງ​ກັນ. ບາງ​ຄົນ​ກໍ​ໄດ້​ຕັ້ງ​ໃຈ​ໜີ​ອອກ​ຈາ​ກ​ປະ​ເທດໄປຢູ່​ສູນ​ອົບ​ພະ​ຍົບ​ໃນ​ປະ​ເທດ​ໄທ ເພື່ອລໍ​ຖ້າ​ໄປ​ປະ​ເທດ​ທີ 3. ແຕ່​ວ່າ​ກໍ​ລະ​ນີ​ຂອງ​ທ່ານ ກ່ອງ​ປະ​ກັນ ຣາ​ຊ​ພົນ ​ຜູ້​ໄປ​ຕັ້ງ​ຖິ່ນ​ຖານ​ຢູ່​ໃນ​ນະ​ຄອນ​ຫລວງ​ປາ​ຣີ​ຂອງ​ຝ​ຣັ່ງ​ນັ້ນ ກັບ​ແຕກ​ຕ່າງ​ຈາກ​ຊາວ​ອົບ​ພະ​ຍົບສ່ວນໃຫຍ່ ຊຶ່ງ​ທ່ານ​ເລົ່າ​ເຖິງ​ຄວາມ​ເປັນ​ມາ​ສູ່​ຟັງ​ວ່າ:

ຈາກ​ນັ້ນທ່ານ​ກໍ​ໄດ້​ໄປຢູ່​ຝ​ຣັ່ງ​ ດັ່ງ​ທີ່​ທ່ານ​ເລົ່າອີກ​ວ່າ:

ທ່ານ​ເລົ່າ​ເຖິງ​ການ​ເຮັດ​ອາ​ຊີບ​ຂອງ​ທ່ານ​ເມື່ອ​ໄປ​ຢູ່​ປະ​ເທດ​ຝ​ຣັ່ງແລ້ວ​ສູ່​ຟັງ​ດັ່ງ​ນີ້:

ເມື່ອ​ຖາມ​ເຖິງ​ເຫດ​ຜົນ​ວ່າ​ເປັນ​ຫຍັງ​ທ່ານ​ຈຶ່ງ​ຕັດ​ສິນ​ໃຈ​ຫາ​ທາງ​ໄປ​ຢູ່​ປະ​ເທດ​ຕາ​ເວັນ​ຕົກທັ້ງໆ ​ທີ່​ທ່ານ​ເອງ​ກໍ​ມີ​ປະ​ຫວັດ​ເປັນ​ນັກ​ສຶກ​ສາ​ຫົວ​ກ້າວ​ໜ້າ​ໃນ​ດ້ານ​ການ​ເມືອງຢູ່​ລາວ, ທ່າ​ນບອກວ່າ:

​ທ່ານ​ກ່ອງ​ປະ​ກັນ (ເສື້ອ​ສີ​ໄຂ່), ທ່ານ​ຄຳ​ເພົ້າ, ທູດ​ສຶກ​ສາ ແລະ​ວັດ​ທະ​ນະ​ທຳ​ຂອງ​ລາວ​ປະ​ຈຳ​ຝ​ຣັ່ງ ພິທີສະຫຼອງປີໃໝ່ລາວ ທີ່​ປາ​ຣີ ວັນທີ 28/5/22
​ທ່ານ​ກ່ອງ​ປະ​ກັນ (ເສື້ອ​ສີ​ໄຂ່), ທ່ານ​ຄຳ​ເພົ້າ, ທູດ​ສຶກ​ສາ ແລະ​ວັດ​ທະ​ນະ​ທຳ​ຂອງ​ລາວ​ປະ​ຈຳ​ຝ​ຣັ່ງ ພິທີສະຫຼອງປີໃໝ່ລາວ ທີ່​ປາ​ຣີ ວັນທີ 28/5/22

ເມື່ອ​ຖາມ​ເຖິງ​ຄວາມ​ຮູ້​ສຶກ​ຂອງ​ທ່ານ​ຫລັງ​ຈາກ​ໄດ້​ຕັດ​ສິນ​ໃຈ​ຫລົບ​ໜີ​ອອກ​ມາຢູ່​ຝ​ຣັ່ງ ແລະ​ດຳ​ລົງ​ຊີ​ວິດ​ຢູ່​ທີ່ນັ້ນ​ໄດ້ 40 ປີ​ແລ້​ວທ່ານ​ລົ​ມ​ກັບ​ວີ​ໂອ​ເອວ່າ:

​ທ. ກ່ອງ​ປະ​ກັນ (ເສື້ອ​ສີ​ໄຂ່) ທ. ພູຂົງ ສີສຸລາດ (ກາງ) ທູດລາວປະຈຳແບ​ລ​ຈ້ຽມ ແລະ ສະຫະພາບຢູ​ໂຣບ ທ. ພົງສະຫວັນ ສີສຸລາດ (ຖັດ​ການ​ໄປ​ຫາ​ຊ້າຍ), ທູດລາວປະຈຳອັງກິດ, ໃນ​ວັນ​ສະ​ຫລອງ​ປີ​ໃໝ່​ລາວ​, 28/5/22 ທີ່​ມີ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ລາວ ປະ​ຈຳ 7 ປະ​ເທດ​ເຂົ້າ​ຮ່ວມ

ນອກ​ຈາກນັ້ນ ທ່ານກ່ອງ​ປະ​ກັນ​ຜູ້​ໄດ້​ອອກ​ກິນ​ເບ້ຍ​ບຳ​ນານ​ຫລັງ​ໄດ້​ເຮັດ​ອາ​ຊີບ ຂັບ​ລົດ​ຕັກ​ຊີ​ມາ​ໄດ້ 20 ກວ່າ​ປີ​ແລ້ວ ຍັງ​ບອກ​ອີກວ່າ ທ່ານ​ມັກ​ລະ​ບົບ​ສະ​ຫວັດ​ດີ ການ​ສັງ​ຄົມ​ໃນ​ປະ​ເທດ​ຝ​ຣັ່ງ ທີ່​ໃຫ້​ການ​ດູ​ແລ​ສຸ​ຂະ​ພາບຜູ້​ສູງອາ​ຍຸ​ຟ​ຣີເປັນ​ຢ່າງ​ດີ ອີກ​ດ້ວຍ ຊຶ່ງ​ທ່ານ​ເວົ້າ​ສູ່​ຟັງ​ດັ່ງ​ນີ້:

ທ່ານ​ກ່ອງ​ປະ​ກັນ (ເສື້ອ​ສີ​ໄຂ່​ນັ່ງ​) ໃນ​ພິ​ທີສະຫຼອງປີໃໝ່ລາວ, ວັນທີ 28/5/22 ຊຶ່ງມີເອກ​ອັກ​ຄະ​ລັດ​ຖະທູດລາວ 7 ທ່ານປະ​ຈຳ 7 ​ປະ​ເທດ ໃນຢູ​ໂຣບ ໄດ້ໃຫ້ກຽດເຂົ້າຮ່ວມ
ທ່ານ​ກ່ອງ​ປະ​ກັນ (ເສື້ອ​ສີ​ໄຂ່​ນັ່ງ​) ໃນ​ພິ​ທີສະຫຼອງປີໃໝ່ລາວ, ວັນທີ 28/5/22 ຊຶ່ງມີເອກ​ອັກ​ຄະ​ລັດ​ຖະທູດລາວ 7 ທ່ານປະ​ຈຳ 7 ​ປະ​ເທດ ໃນຢູ​ໂຣບ ໄດ້ໃຫ້ກຽດເຂົ້າຮ່ວມ

ເນື່ອງ​ຈາກລາວເຄີຍ​ເປັນ​ຫົວ​ເມືອງ​ຂຶ້ນ​ຂອງຝ​ຣັ່ງ ສະ​ນັ້ນ​ຈຶ່ງ​ມີ​ຄົນ​ລາວ​ໄປ​ຕັ້ງ​ຖິ່ນ​ຖານ​ຢູ່ໃນ​ນະ​ຄອນ​ຫລວງ​ປາ​ຣີຕັ້ງ​ແຕ່ສັດ​ຕະ​ວັດ​ທີ 20 ພຸ້ນ ຊຶ່ງ​ໃນ​ເມື່ອ​ກ່ອນ ແມ່ນ​ລ້ວນ​ແລ້ວ​ແຕ່​ເປັນ​ລູກ​ຫລານ​ຂອງ​ເຈົ້າ​ຂຸນ​ມຸນ​ນາຍ​ທີ່​ເປັນ​ຜູ້​ຊ່ວຍ​ຝ​ຣັ່ງ ປົກ​ຄອງ​ປະ​ເທດລາວ ແລະ​ກໍ​ມີ​ຈຳ​ນວນບໍ່​ຫລາຍ. ສ່ວນ​ຄົນ​ລາວ​ທີ່​ເຂົ້າ​ໄປຕັ້ງ​ຖິ່ນ​ຢູ່​ ຝ​ຣັ່ງໃນ​ນາມ​ອົບ​ພະ​ຍົບ​ ແລະ​ໄປແບບ​ເປັນ​ຈຳ​ນວນ​ຫລາຍເຖິງ 25,000 ຄົນ​ແມ່ນ​ເລີ້ມ​ຕົ້ນ​ຂຶ້ນ​ໃນ​ຊຸມ​ປີ 1980, ອີງ​ຕາມ​ເວັບ​ໄຊ​ທ໌ວີ​ກີ​ພີ​ເດຍ (Wikipedia) ຕົກ​ມາ​ໃນ​ປີ 2017 ນີ້ ມີ​ຄົນ​ລາວ​ຢູ່​ຝ​ຣັ່ງປະ​ມານ 20,000 ຄົນ ຊຶ່ງ​ໃນນັ້ນ ​ນະ​ຄອນ​ຫລວງ​ປາ​ຣີ ແລະ​ເຂດ​ຊານ​ເມືອງມີ​ຄົນ​ລາວ​ອາ​ໄສ​ຢູ່​ຫລາຍກວ່າ​ໝູ່ ​ຊຶ່ງ​ທ່າ​ນກ່ອງ​ປະ​ກັນ​ບອກວ່າ ມີປະ​ມານ 1 ແສນຄົນ. ເມື່ອ​ຖາມ​ເຖິງ​ອາ​ຊີບ​ຂອງ​ຄົນ​ລາວນັ້ນ​ທ່ານບອກວ່າ:

ວັດ​ເປັນ​ສູນ​ລວມ​ຈິດ​ໃຈ​ຂອງປະ​ຊາ​ຄົມ​ລາວ ຊຶ່ງ​ມີ​ຄວາມ​ສຳ​ຄັນ​ຫລາຍ​ເປັນ​ພິ​ເສດ​ສຳ​ລັບ​ຄົນ​ທີ່​ພັດ​ພາກ​ຈາກ​ບ້ານ​ເກີດເມືອງນອນມາ​ຢູ່​ຕ່າງ​ປະ​ເທດ ສະ​ນັ້ນໃນ​ປາ​ຣີ​ເອງ ຈຶ່ງ​ມີ​ການ​ສ້າງ​ຕັ້ງ​ວັດ​ວາ​ຂຶ້ນ​ຫລາຍ​ຮອດ 5 ວັດ ດັ່ງ​ທີ່​ທ່ານ​ກ່ອງ​ປະ​ກັນ​ເລົ່າ​ສູ່​ຟັງ​ວ່າ:

ຫລາຍໆ​ທ່ານ​ຄົງ​ຈະ​ຮູ້​ດີ​ວ່າ ຝ​ຣັ່ງ​ ໂດ​ຍ​ສະ​ເພາະ​ນະ​ຄອນ​ຫລວງ​ປາ​ຣີ​ເປັນ​ຈຸດ​ດຶງ ດູດ​ນັກ​ທ່ອງ​ທ່ຽວ​ໃຫ້​ມາ​ຊົມ​ຈາກ​ທົ່ວ​ໂລກ. ນຶ່ງ​ໃນ​ເຫດ​ຜົນ​ທີ່​ພາ​ໃຫ້​ຄົນ​ຢາກ​ມາ​ເບິ່ງ​ມາ​ຊົມ​ນະ​ຄອນ​ຫລວງ​ທີ່​ວ່ານີ້ ນອກ​ຈາກ​ມີ​ອາ​ນຸ​ສອນ​ສະ​ຖານ ເຊັ່ນ ຫໍ​ຄອຍ ຫລື ຕວກ​ອີ​ແຟ​ລທີ່​ໂດ່ງ​ດັງ ແລ້ວກໍຍັງ​ມີ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ຂອງ ບ້ານເຮືອນ ແລະ​ຖະ​ໜົນ​ຫົນ​ທາງ ດັ່ງ​ທີ່​ທ່ານ​ກ່ອງ​ປະ​ກັນ​ພັນ​ລະ​ນາ​ສູ່​ຟັງ​ວ່າ:

ນອກນັ້ນ ກໍ​ຍັງ​ມີ​ລະ​ບົບ​ຂົນ​ສົ່ງ​ທີ່​ສະ​ດວກ​ຊັ້ນ​ຍອດ​ອີກ ດັ່ງ​ທີ່​ທ່ານເວົ້າວ່າ:

ທ. ກ່ອງ​ປະ​ກັນ​ໄດ້​ຮັບໃບ​ຍ້ອງຍໍ ແລະ ຫຼຽນລະນຶກ 70 ປີ ການສ້າງຕັ້ງແນວລາວສ້າງຊາດ ທີ່ ສະຖານທູດລາວໃນປາຣີ, ໃນວັນທີ 8/3/22 ກົງ​ກັບ​ວັນ​ແມ່​ຍິງ​ສາ​ກົນ
ທ. ກ່ອງ​ປະ​ກັນ​ໄດ້​ຮັບໃບ​ຍ້ອງຍໍ ແລະ ຫຼຽນລະນຶກ 70 ປີ ການສ້າງຕັ້ງແນວລາວສ້າງຊາດ ທີ່ ສະຖານທູດລາວໃນປາຣີ, ໃນວັນທີ 8/3/22 ກົງ​ກັບ​ວັນ​ແມ່​ຍິງ​ສາ​ກົນ

ທ່ານກ່ອງ​ປະ​ກັນ, ອະ​ດີດ​ນັກ​ສຶກ​ສາ​ລາວ​ຫົວ​ກ້າວ​ໜ້າທີ່​ຖືກ​ສົ່ງໄປສຶກ​ສາ​ຕໍ່​ໃນ​ຕ່າງ​ປະ​ເທດ​ລຸ້ນ​ທຳ​ອິດ​ຂອງ​ ສ​ປ​ປ ລາວນັ້ນ ເຖິງ​ແມ່ນໄດ້​ຕັດ​ສິນ​ໃຈ​ຊອກ​ຫາ​ທາງ​ໄປ​ຕັ້ງ​ຖິ່ນ​ຖານ​ຢູ່​ຝ​ຣັ່ງ ​ຍ້ອນ​ຄວາມ​ມັກ​ທາງ​ດ້ານ​ປະ​ຊາ​ທິ​ປະ​ໄຕແບບ​ຕາ​ເວັນຕົກກໍ່​ຕາມ ແຕ່​ທ່ານ​ກໍ​ຍັງ​ບໍ່​ລື​ມ​ບ້ານ​ເກີດ​ເມືອງນອນ. ທ່ານ​ໄດ້​ປະ​ກອບ​ສ່ວນຊຸກ​ຍູ້​ໃຫ້​ມີ​ສາຍ​ສຳ​ພັນ​ອັນ​ແໜ້ນ​ແກ່ນ​ຂຶ້ນ​ລະ​ຫວ່າງ​ຊາວ​ລາວ​ໃນ​ປະ​ເທດ​ຝ​ຣັ່ງ ແລະ ສ​ປ​ປ ລາວ ​ໂດຍ​ການ​ເປັນ​ຜູ້​ນຶ່ງ​ໃນ​ຄະ​ນະ​ບໍ​ລິ​ຫານ​ອົງ​ການ​ສຳ​ພັນ​ຄົນ​ລາວ ທີ່​ມີ​ການ​ພົວ​ພັນ​ຢ່າງ​ໃກ້​ຊິດ​ກັບສະ​ຖານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ລາວ ປະ​ຈຳ​ຝ​ຣັ່ງມາ​ເປັນ​ເວ​ລາ​ດົນ​ນານ. ປັດ​ຈຸບັນ​ທ່ານ​ກໍ​ມີ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ​ຫລັງ​ຈາກ​ໄດ້​ອອກ​ກິນ​ເບ້ຍ​ບຳ​ນ​ານ​ແລ້ວ ແລະ​ມີ​ເວ​ລາ​ປະ​ກອບ​ສ່ວນ​ຊ່ວຍ​ສັງ​ຄົມ​ລາວ​ຫລາຍ​ຂຶ້ນ.

ທີ່ທ່ານໄດ້ຮັບຟັງຜ່ານໄປນັ້ນ ເປັນການສຳພາດກັບທ່ານ​ກ່ອງ​ປະ​ກັນ ຣາ​ຊ​ພົນອະ​ດີດ​ນັກ​ສຶ​ກ​ສາ​ລາວ​ລຸ້ນ​ທຳ​ອິດ​ທີ່​ຖືກ​ສົ່ງ​ໄປ​ຮຽນຢູ່​ອະ​ດີດ​ປະ​ເທດ​ເຊັກ​ໂກ​ສະ​ໂລ​ວາ​ເກຍ ແຕ່​ໄດ້​ຕັດ​ສິນ​ໃຈ​ໄປ​ຕັ້ງ​ຖິ່ນ​ຖານ​ຢູ່​ຝ​ຣັ່ງແລະ​ມີ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີດັ່ງ​ໃຈ​ຫວັງ. ທ່ານ​ຜູ້​ຟັງ​ທັງ​ຫລາຍລາຍ​ການ​ຊຸມ​ຊົນ​ຊາວລາວເລື່ອງ​ໃໝ່ຈະ​ກັບມາພົບກັບ​ທ່ານອີກໃນວັນອາທິດໜ້າ ເວລາດຽວກັນນີ້.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 18 ເມສາ 2024

XS
SM
MD
LG