ທະນາຄານແຫ່ງຊາດລາວໄດ້ນຳໃຊ້ກຳລັງເຈົ້າໜ້າທີ່ຕຳຫລວດເຂົ້າໃນການກວດກາບັນດາຮ້ານຮັບແລກປ່ຽນ ເງິນຕາໃນທົ່ວປະເທດ ແລະຈະດຳເນີນຄະດີທັນທີຖ້າຫາກພົບວ່າບໍ່ປະຕິບັດຕາມລະບຽບ-ກົດໝາຍ. ຊົງລິດ ໂພນເງິນ ມີລາຍງານເລື້ອງນີ້ມາສະເໜີທ່ານຈາກບາງກອກ.
ທ່ານສອນໄຊ ສິດພະໄຊ, ຜູ້ວ່າການທະນາຄານແຫ່ງຊາດລາວຖະແຫລງວ່າ ມາດຕະການສຳຄັນທີ່ສຸດທີ່ຈະ ຈັດການປະຕິບັດ ເພື່ອຄວບຄຸມສະພາວະການຜັນຜວນຂອງຄ່າເງິນກີບກໍຄືການນຳໃຊ້ກຳລັງເຈົ້າໜ້າທີ່ຕຳຫລວດເຂົ້າໃນການກວດກາບັນດາຮ້ານຮັບແລກປ່ຽນເງິນຕາໃນທົ່ວປະເທດ ແລະ ຈະດຳເນີນຄະດີໃນທັນທີ ຖ້າຫາກພົບວ່າ ໄດ້ມີການປະຕິບັດທີ່ບໍ່ເປັນໄປຕາມກຳນົດໃນລະບຽບ-ກົດໝາຍແລ້ວ ກໍຍັງຈະຕ້ອງຖືກຖອນ ໃບອະນຸຍາດດຳເນີນທຸລະກິດແລກປ່ຽນເງິນຕາອີກດ້ວຍໂດຍມາດຕະການນີ້ ກໍຈະໃຊ້ບັງຄັບຕໍ່ບັນດາໜ່ວຍ ແລກປ່ຽນເງິນຂອງທະນາຄານທຸລະກິດອີກເຊັ່ນກັນ ດັ່ງທີ່ທ່ານສອນໄຊໄດ້ໃຫ້ການຢືນຢັນວ່າ:
“ທະນາຄານແຫ່ງ ສປປ ລາວ ສົມກັບກະຊວງປ້ອງກັນຄວາມສະຫງົບ ດຳເນີນມາດຕະການ ທີ່ເຂັ້ມ ງວດກວ່າເກົ່າ ຕໍ່ບຸກຄົນ ແລະນິຕິບຸກຄົນທີ່ເຄື່ອນໄຫວດ້ານເງິນຕາ ຕ່າງປະເທດ ແບບບໍ່ສອດຄ່ອງ ຕາມລະບຽບກົດໝາຍວ່າດ້ວຍ ການນຳໃຊ້ມາດຕະການທີ່ເຄັ່ງຄັດຫລາຍຂຶ້ນ ຜ່ານກົນໄກກວດກາໂດຍກົງຂອງທະນາຄານແຫ່ງ ສປປ ລາວ ແລະຜ່ານການຊີ້ນຳໃຫ້ທະນາຄານທຸລະກິດໃຫ້ຮັດກຸມກວ່າເກົ່າ ໃນການຄຸ້ມຄອງຮ້ານແລກປ່ຽນເງິນຕົວແທນໃຫ້ມີການເຄື່ອນໄຫວ ໃຫ້ສອດຄ່ອງຕາມລະບຽບຂອງທະນາ ຄານແຫ່ງ ສປປ ລາວ ກຳນົດອອກ ແລະກົດໝາຍທີ່ກ່ຽວຂ້ອງຢ່າງເຂັ້ມງວດ ແລະເຄັ່ງຄັດ.”
ໃນປີ 2021 ທະນາຄານແຫ່ງຊາດລາວ ໄດ້ຖອນໃບອະນຸຍາດແລກປ່ຽນເງິນ 140 ລາຍ ແລະຍັງເຫລືອ 410 ລາຍໃນປັດຈຸບັນ ທີ່ຈະຕ້ອງຖືກກວດກາ ຫາກແຕ່ວ່າ ການດຳເນີນມາດຕະການດັ່ງກ່າວ ໄດ້ມີຂຶ້ນໃນຂະນະທີ່ ລາວປະເຊີນກັບການຂາດດຸນບັນຊີເງິນຕາຕ່າງປະເທດເກີນກວ່າ 10 ເປີເຊັນຂອງຍອດຜະລິດຕະພັນລວມ ພາຍໃນປະເທດ (GDP)ຈຶ່ງເຮັດໃຫ້ທຶນສໍາຮອງເງິນຕາຕ່າງປະເທດຂອງລາວ ຫລຸດລົງຈາກ 1,263 ລ້ານ ໂດລາ ໃນທ້າຍປີ 2021 1,068 ລ້ານໂດລາ ຫລືເຫລືອພຽງ 1 ເດືອນເຄິ່ງເທົ່ານັ້ນ ໃນໄຕມາດທີ 1 ຂອງປີ 2022 ໂດຍມີສາເຫດ ມາຈາກການຂາດດຸນການຄ້າຕ່າງປະເທດທີ່ເຮັດໃຫ້ລັດຖະບານລາວຕ້ອງກູ້ຢືມຈາກ ຕ່າງປະເທດເພີ້ມຂຶ້ນເພື່ອນໍາມາໃຊ້ດຸນດ່ຽງ ລາຍຈ່າຍ ທີ່ສູງກວ່າລາຍຮັບ ອັນຈະເຮັດໃຫ້ລັດຖະບານລາວ ມີໜີ້ສິນເພີ້ມຂຶ້ນຈາກ 15 ພັນ 500 ລ້ານໂດລາ ຄິດເປັນ 70 ເປີເຊັນຂອງ GDP ໃນປີ 2021 ເປັນສູງກວ່າ 75 ເປີເຊັນຂອງ GDP ໃນປີ 2022 ຢ່າງແນ່ນອນ ເພາະວ່າລັດຖະບານລາວ ຍັງຈະຕ້ອງກູ້ຢືມ 1 ພັນ 275 ລ້ານໂດລາ ສໍາລັບນໍາໃຊ້ເພື່ອຊໍາລະໜີ້ເງິນກູ້ ແລະດອກເບ້ຍໃຫ້ກັບເຈົ້າໜີ້ຕ່າງ ປະເທດໃນປີ 2022 ນີ້ ເຊິ່ງ ຍັງບໍ່ລວມເຖິງໜີ້ພາຍໃນປະເທດ ທີ່ຈະຕ້ອງຊໍາລະຄືນເກີນກວ່າ 15 ພັນ 500 ລ້ານກີບໃນປີ 2022 ນີ້ເຊັ່ນ ດຽວກັນ.
ໂດຍໃນໄລຍະ 4 ເດືອນຕົ້ນປີ 2022 ນີ້ ລາວຍັງປະເຊີນກັບບັນຫາການຂາດດຸນການຄ້າຕ່າງປະເທດ ຄິດເປັນມູນຄ່າລວມ 589.66 ລ້ານໂດລາ. ສ່ວນໃນປີ 2021 ລາວສົ່ງສິນຄ້າອອກໄດ້ໃນມູນຄ່າ 5,458 ລ້ານໂດລາ (ບໍ່ລວມການສົ່ງອອກກະແສໄຟຟ້າ) ແລະນຳເຂົ້າສິນຄ້າຈາກຕ່າງປະເທດ ໃນມູນຄ່າ 5,806 ລ້ານໂດລາ ຈຶ່ງເຮັດໃຫ້ລາວຂາດດຸນການຄ້າຕ່າງປະເທດໃນມູນຄ່າລວມເຖິງ 348 ລ້ານ ໂດລາ ແຕ່ຖ້າລວມການສົ່ງອອກກະແສໄຟຟ້າດ້ວຍ ຈະເຮັດໃຫ້ລາວໄດ້ປຽບດຸນການຄ້າເຖິງ 1,740 ລ້ານໂດລາໃນປີ 2021 ແຕ່ວ່າລາຍໄດ້ຈາກການສົ່ງອອກໄຟຟ້ານັ້ນ ຕ້ອງໄດ້ນຳໃຊ້ເພື່ອຊຳລະໜີ້ຜູ້ທີ່ລົງທຶນກູ້ຢືມຈາກຕ່າງປະເທດເປັນສຳຄັນ ຈຶ່ງບໍ່ໄດ້ໂອນເຂົ້າມາລາວແຕ່ຢ່າງໃດ.
ທັງນີ້ ລັດຖະບານລາວມີຄວາມຕ້ອງການເງິນຕາຕ່າງປະເທດ ໃນມູນຄ່າໂດຍສະເລ່ຍ 4,000 ລ້ານໂດລາ ຕໍ່ປີ, ແຕ່ຈັດຕັ້ງປະຕິບັດໂຕຈິງໄດ້ພຽງ 2,000 ລ້ານໂດລາເທົ່ານັ້ນໃນແຕ່ລະປີອັນເປັນເຫດ ທີ່ເຮັດໃຫ້ສະຖາບັນ Moody’s Investor Service ໄດ້ປັບຫຼຸດລະດັບໜີ້ສິນຂອງລາວ ຈາກລະດັບທີ່ມີຄວາມຫວັງວ່າຈະພັດທະນາ ໃຫ້ດີຂຶ້ນ ໄດ້ລົງມາເປັນລະດັບຕິດລົບນັບແຕ່ປີ 2019 ເປັນຕົ້ນມາ ທັງຍັງປະກົດວ່າທະນາຄານແຫ່ງຊາດລາວ ໄດ້ປະສົບຄວາມຫຼົ້ມແຫຼວ ໃນການກໍານົດ ແລະບັງຄັບແລກປ່ຽນ ເງິນຕາຕ່າງປະເທດຈາກບັນດາຜູ້ທີ່ສົ່ງອອກ ສິນຄ້າຈາກລາວໄປຕ່າງປະເທດອີກດ້ວຍ.