ບໍລິສັດນຶ່ງໃນລັດຟລໍຣິດາ ກໍາລັງໃຫ້ມະຫາວິທະຍາໄລທົ່ວປະເທດເຂົ້າເຖິງ ເຮືອບິນໂບອິງ (Boeing) ທີ່ຖືກດັດແປງແບບພິເສດຂອງຕົນ ໄດ້ບ່ອນທີ່ ເຂົາເຈົ້າກໍາລັງດໍາເນີນການຄົ້ນຄວ້າ ທີ່ຄິດຄົ້ນອອກມາໃໝ່ໃນສະພາບແວດ ລ້ອມທີ່ບໍ່ມີແຮງດຶງດູດຂອງໜ່ວຍໂລກ ຫລື zero-gravity. Julie Taboh ນັກຂ່າວວີໂອເອ ມີລາຍລະອຽດເພີ່ມເຕີມ ຊຶ່ງບົວສະຫວັນຈະນຳມາສະເໜີທ່ານໃນອັນດັບຕໍ່ໄປ.
ພວກສະແຫວງຫາການຜະຈົນໄພ ແລະນັກບິນອະວະກາດສາມາດທົດລອງ ການເຮັດຕົວເບົາໄດ້ ໂດຍບໍ່ຕ້ອງຂຶ້ນໄປເທິງວົງໂຄຈອນ. ພວກເຂົາເຈົ້າລອຍ, ພິກຕົວ ແລະເຫວີ່ນຂຶ້ນໄປຄືກັນກັບວ່າ ເຂົາເຈົ້າຢູ່ໃນອະວະກາດຢູ່ເທິງເຮືອບິນໂບອິງ (Boeing) ທີ່ຖືກດັດແປງລຳນີ້ໄດ້.
ແຕ່ສະພາບແວດລ້ອມບໍ່ມີແຮງດຶງດູດຍັງສາມາດເປັນສະຖານທີ່ ທີ່ເຫມາະສົມ ທີ່ສຸດສໍາລັບການຄົ້ນຄ້ວາ.
ທ່ານນາງໂນແອລ ເພຍສັນ (Noelle Pearson), ຜູ້ອຳນວຍການຝ່າຍຂາຍຂອງບໍລິສັດເຊໂຣ-ຈີ (Zero-G) ໂອ້ລົມກັບວີໂອເອຜ່ານທາງ Skype ວ່າ:
"ເຫຼົ່ານີ້ແມ່ນການປະດິດສ້າງທີ່ແທ້ຈິງ ທີ່ເກີດຂຶ້ນຢູ່ເທິງເຮືອບິນ Zero-G ທີ່ອາດຈະເຮັດໃຫ້ເກີດການປ່ຽນແປງໃນຊີວິດໄດ້."
ມະຫາວິທະຍາໄລຫຼາຍແຫ່ງ ໃນສະຫະລັດ ໂດຍຮ່ວມມືກັບອົງການນາຊາ (NASA) ຫລືອົງການບໍລິຫານການບິນແລະອະວະກາດແຫ່ງຊາດໄດ້ສົ່ງທີມ ນັກຄົ້ນຄວ້າໄປສູ່ບ່ອນທີ່ເປັນສ່ວນຍ່ອຍ ຊຶ່ງເປັນເສັ້ນທາງການບິນທີ່ຕ່ຳກວ່າ ວົງໂຄຈອນທີ່ສົມບູນອັນນຶ່ງ ເພື່ອຊ່ວຍພັດທະນາເທັກໂນໂລຈີຂອງເຂົາເຈົ້າ.
ທ່ານຈອຣຈ໌ ແພນຕາລົສ (George Pantalos) ກ່າວວ່າ: "ໂອເຄ ພວກເຮົາເຂົ້າໄປໃນເສັ້ນໂຄ້ງອັນນຶ່ງ ... "
ພວກນັກຄົ້ນຄວ້າທີ່ມະຫາວິທະຍາໄລລູວີລ (Louisville), ລັດເຄນຕັກກີ ໄດ້ທົດລອງໃຊ້ເລືອດແຫ້ງທີ່ຜົງ, ຫຼັງຈາກນັ້ນກໍໃຫ້ມັນປຽກຄືນດ້ວຍການເອົານ້ໍາ ໃສ່...… ຢູ່ໃນຖ້ຽວບິນເຫຼົ່ານີ້ ເພື່ອເຮັດໃຫ້ມັນແຫຼວຄືມາອີກ.
ທ່ານມິແຊລ ເມນສ໌ (Michael Menze) ເປັນອາຈານສອນວິຊາຊີວະສາດ ແລະ ເປັນຮອງຄະນະບໍດີສໍາລັບການຄົ້ນຄວ້າ ແລະນະວັດຕະກໍາທີ່ມະຫາວິ ທະຍາໄລລູວີລ (Louisville). ທ່ານເວົ້າກັບວີໂອເອຜ່ານທາງ Skype ວ່າ:
"ເມັດເລືອດແດງສາມາດເກັບຮັກສາໄວ້ໄດ້ພຽງແຕ່ 42 ມື້ ກ່ອນທີ່ພວກມັນຈະຖືກເອົາຖິ້ມໄປ. ສະນັ້ນ ເປົ້າໝາຍຫຼັກຂອງໂຄງການຂອງພວກເຮົາ ແມ່ນການພັດທະນາຜະລິດ ຕະພັນເລືອດທີ່ຄົງຄ້າງຢູ່ໃນຊັ້ນວາງເຄື່ອງທີ່ສາມາດນຳໃຊ້ໄດ້ໃນສະພາບສຸກ ເສີນສຳລັບການເອົາເລືອດໃສ່ໃຫ້ຄົນປ່ວຍໄດ້.”
ຈຸດສຳຄັນຂອງການຄົ້ນຄວ້າຂອງພວກເຂົາເຈົ້າກໍແມ່ນການສັງເກດວ່າ ຈຸລັງ ເລືອດທີ່ເຮັດໃຫ້ແຫລວຄືນນັ້ນໄຫຼ ໃນສະພາບແວດລ້ອມທີ່ມີຄວາມດຶງດູດຂອງໜ່ວຍໂລກເທົ່າສູນຄືແນວໃດ. ເຊິ່ງຈະຊ່ວຍໃຫ້ນັກອະວະກາດ, ແລະຄົນອື່ນໆ ໃນກໍລະນີສຸກເສີນທາງການແພດ.
ທ່ານຈອຣຈ໌ ແພນຕາລັສ (George Pantalos) ເປັນອາຈານສອນເລື້ອງຜ່າ ຕັດຫົວໃຈ ແລະຊ່ວງເອິກ ທັງເປັນອາຈານສອນວິສາວະກຳຊີວະວິດທະຍາ ຢູ່ມະຫາວິທະຍາໄລ Louisville. ທ່ານໂອ້ລົມກັບວີໂອເອຜ່ານທາງ Skype ວ່າ:
"ວິທີນຶ່ງທີ່ຈະເຮັດແນວນັ້ນ ແມ່ນໄປຢູ່ເທິງເຮືອບິນຄົ້ນຄວ້າທີ່ສາມາດເຮັດໃຫ້ແຮງດຶງດູດຂອງໜ່ວຍໂລກເທົ່າກັບສູນໃນໄລຍະສັ້ນພຽງພໍທີ່ຈະເຮັດໃຫ້ ມີ ການກໍານົດເບື້ອງຕົ້ນເຫຼົ່ານີ້."
ທີມຄົ້ນຄວ້ານີ້ (ຈາກມະຫາວິທະຍາໄລລັດຟລໍຣິດາ) ກໍາລັງຄົ້ນຫາວິທີການ ປະຢັດນ້ຳມັນຈະຫລວດ ໃນລະຫວ່າງປ່ຽນຖ່າຍຈາກສາງເກັບມ້ຽນໄປຫາຖັງ, ໂດຍມີການທົດລອງໃນເຮືອ ທີ່ມີຄວາມດຶງດູດຂອງໜ່ວຍໂລກເທົ່າສູນ ຫລື Zero-G.
ທ່ານຈາກັອບ ຈຸງ (Jacob Chung), ເປັນສາດສະດາຈານສອນຢູ່ມະຫາວິ ທະຍາໄລລັດຟລໍຣິດາ. ທ່ານໄດ້ໂອ້ລົມກັບວີໂອເອຜ່ານທາງ Zoom ວ່າ:
"ພວກເຮົາໄດ້ພັດທະນາເທັກໂນໂລຈີໃຫມ່ ທີ່ຈະຊ່ວຍປະຢັດມວນສານທີ່ຂັບເຄື່ອນໄດ້ຫຼາຍກ່ວາ 50 ເປີເຊັນ.”
ຄວາມສາມາດໃນການເກັບຮັກສານໍ້າມັນເຊື້ອໄຟຂອງຈະຫຼວດໄດ້ ແທນທີ່ຈະ ໃຫ້ມັນຖືກເຜົາໄຫມ້ໃນເວລາທີ່ຄ່ຽນຖ່າຍນ້ຳມັນ, ຈະຊ່ວຍໃຫ້ຈະຫຼວດເຂົ້າໄປໃນ ອະວະກາດໄດ້ຕື່ມອີກ ແລະຢູ່ບ່ອນນັ້ນໄດ້ດົນກວ່າເກົ່າ.
ໃນຂະນະທີ່ການຢູ່ໃນສະພາບແວດລ້ອມທີ່ບໍ່ມີ ແຮງດຶງດູດຂອງໜ່ວຍໂລກ ຈະມ່ວນດີ ໃນມື້ນຶ່ງມັນຍັງເປັນສະຖານທີ່ສໍາລັບຄວາມກ້າວຫນ້າທາງວິທະຍາສາດ ທີ່ ອາດຈະຊ່ວຍຊີວິດຄົນໄວ້ໄດ້.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດຢູ່ລຸ່ມນີ້:
A Florida company is providing universities across the country access to its specially modified Boeing airplane where they’re conducting groundbreaking research in a zero-gravity environment. VOA’s Julie Taboh has more.
Adventure seekers and astronauts can try out weightlessness without having to go into orbit. They float, flip and soar as if they’re in space on this modified Boeing aircraft.
But a zero-gravity environment can also be an ideal place for research.
Noelle Pearson, director of sales for Zero-G, spoke with VOA via Skype: “These are true innovations that are happening aboard Zero-G that could be life changing.”
Several universities in the U.S. in collaboration with NASA ((National Aeronautics and Space Administration)) have sent teams of researchers into suborbital ((a flight path that is less than one complete orbit)) space to help their developing technologies.
George Pantalos: “OK, we’re into parabola one…”
Researchers at the University of Louisville have been experimenting with freeze-dried blood in powdered form, then rehydrating it with water……on board these flights to make it liquid again.
Michael Menze ((mens)) is a professor of biology and the associate dean for research and Innovation at the University of Louisville. He spoke with VOA via Skype:
“Red blood cells can only be stored for 42 days before they have to be discarded. So the main goal of our project is to develop a shelf-stable blood product that can be used in emergency situations for blood transfusions.”
Key to their research has been observing how rehydrated blood cells flow in zero-gravity. Which will help astronauts, and others, in case of medical emergencies.
George Pantalos ((PAN-TEH-lus)) is a professor of cardiovascular and thoracic surgery and a professor of bioengineering at the University of Louisville. He spoke with VOA via Skype:
“One way to do that is onboard a research airplane that can create brief periods of zero gravity long enough to make these initial determinations.”
This research team ((from the University of Florida)) is exploring ways to save rocket fuel during its transfer from storage to tank, with experiments on Zero-G.
Jacob Chung is a professor at the University of Florida. He spoke with VOA via Zoom: “We have developed a new technology that would save the propellant mass by more than 50%.”
Being able to preserve rocket fuel, rather than having it burn off when it transfers, will allow rockets to go further into space and stay there longer.
While a zero-gravity environment can be fun, it’s also a place for scientific breakthroughs that may one day save lives.