ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາ​ຫລີ​ເໜືອ ຕໍ່​ສູ້​ກັບ​ໂຄວິດ-19 ໂດ​ຍ​ບໍ່​ມີເຄື່ອງມ​ື​​ຫຍັງ​ຫຼາຍ


ຮູບ​ພາບ​ເຜ​ີຍ​ແຜ່​ໂດຍ ສູ​ນ​ກາງ​ຂ່າວທາງ​ການ​ເກົາ​ຫລີ​ເໜືອ (KCNA) ​ວັນ​ທີ 18 ພຶດ​ສະ​ພາ ທີ່​ເຫັນ ຜູ່​ນຳ​ເກົາ​ຫລີ​ເໜືອ ທ່ານ​ກູມ ຂົງ ອຶນ ຮ່ວມ​ກອງ​ປະ​ຊຸມ
ຮູບ​ພາບ​ເຜ​ີຍ​ແຜ່​ໂດຍ ສູ​ນ​ກາງ​ຂ່າວທາງ​ການ​ເກົາ​ຫລີ​ເໜືອ (KCNA) ​ວັນ​ທີ 18 ພຶດ​ສະ​ພາ ທີ່​ເຫັນ ຜູ່​ນຳ​ເກົາ​ຫລີ​ເໜືອ ທ່ານ​ກູມ ຂົງ ອຶນ ຮ່ວມ​ກອງ​ປະ​ຊຸມ

ການ​ໂຄ​ສະ​ນາ​ຊວນ​ເຊື່ອ​ຂອງເກົາ​ຫລີ​ເໜືອ ໄດ້​ບັນ​ລະ​ຍາຍ​ວ່າ ມີ​ການ​ດຳ​ເນີນຄວາມ​ພະ​ຍາ​ຍາມ​ທັງ​ໝົດ​ເພື່ອ​ຕໍ່ ​ສູ້​ກັບການ​ລະ​ບາດຂອງ​ກໍ​ລະ​ນີ​ທີ່​ສົງ​ໄສ​ເປັນໂຄວິດ-19 ​ທີ່​ເຮັດ​ໃຫ້​ເກືອບ 2 ລ້ານ​ຄົນ​ໄດ້​ລົ້ມ​ປ່ວຍນັ້ນ ອີງ​ຕາມ ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ແຕ່​ພວກ​ທີ່​ໂຕນ​ໜີ​ກ່າວ​ວ່າ ມີຄວາມ​ຢ້ານ​ກົວ​ໃນ​ໝູ່​ປະ​ຊາ​ຊົນ​ເກົາ​ຫລີ​ເໜືອຜູ້​ທີ່​ບໍ່​ສາ​ມາດ​ເຂົ້າ​ໄປ​ຫາ​ໂຮງ​ໝໍ​ເພື່ອ​ ປິ່ນ​ປົວ ແລະ​ດິ້ນ​ລົນແມ່ນ​ແຕ່​ຈະ​ຈ່າຍ​ຄ່າ​ຢາ​ປົວ​ທຳ​ມະ​ດາ. ​

ການ​ເອົາ​ມາດ​ຕະ​ການ​ທີ່​ສຳ​ຄັນ​ຂອງເກົາ​ຫລີ​ເໜືອ​ປາ​ກົດ​ວ່າ ໄດ້​ແຍກ​ບັນ​ດາ​ຄົນ​ປ່ວຍ​ທີ່​ສົງ​ໄສວ່າ​ຕິດ​ເຊື້ອ​ນັ້ນ​ອອກ. ນັ້ນ​ກໍ​ເພາະ​ວ່າ​ຂາດ​ຢາ​ວັກ​ຊິນ ຫ້ອງ​ມໍ​ລະ​ສູມ ແລະ​ຢາ​ປົວ​ຕ່າງໆ​ເພື່ອ​ຄ້ຳ​ປະ​ກັນຄົນ​ປ່ວຍຫລາຍ​ລ້ານ​ຄົນ ຢູ່​ໃນ​ປະ​ເທດ​ອື່ນໆ ທີ່​ໄດ້​ລອດ​ຊີ​ວິດ. ພວກ​ນັກ​ຊ່ຽວ​ຊານ ​ຈຳ​ນວນ​ນຶ່ງກ່​າວ​ວ່າ ການ​ແຜ່​ລະ​ບາດອາດ​ເຮັດ​ໃຫ້​ເປັນ​ອັນ​ຕະ​ລາຍ​ທີ່​ຈະ​ຕິດ​ຕາມ​ມາ​ຢ່າງ​ຮ້າຍ​ແຮງ ຖ້າ​ຫາກ​ເກົາ​ຫລີ​ເໜືອ ບໍ່​ຮັບ​ການ​ຊ່ວຍ​ເຫລືອ​ຈາກ​ສາ​ກົນ. ​ເຂົາ​ເຈົ້າ ​ຍັງມີ​ຄວາມ​ເປັ​ນ​ຫ່ວງ​ເຖິງ​ລະ​ດັບ​ຄວາມ​ຈິງ​ຂອງ​ການ​ແຜ່​ລະ​ບາດ ​ທີ່​ໄດ້​ຖືກ​ປົກ​ປິດ​ໄວ້ ແລະ​ຈຳ​ນວນ​ນຶ່ງ​ກ່າວ​ວ່າ ການ​ຮັບ​ມື​ກັບ​ການ​ແຜ່ລະ​ບາດ​ຂອງ​ປະ​ເທດ ຈະ​ກາຍ​ມາ​ເປັນ​ເຄື່ອງ​ມື​ສຳ​ລັບ​ການ​ໂຄ​ສະ​ນາ ເພື່ອ​ຊຸກ​ຍູ້​ພາ​ບ​ພົດຂອງ ກິມ ຈົງ ອຶນ.

North Korean propaganda describes an all-out effort to fight a suspected COVID-19 outbreak that has sickened nearly 2 million people. But defectors say fear is palpable among North Korean citizens who lack access to hospital care and struggle to afford even basic medicine. North Korea's main action appears to be isolating suspected patients. That's because it lacks vaccines, intensive care units and other medical assets that ensured millions of sick people in other countries survived. Some experts say the outbreak could cause dire consequences if North Korea doesn't accept international help. They also worry the true scale of the outbreak is being concealed, and some say the country's pandemic response will become a propaganda tool to boost leader Kim Jong Un's image.

XS
SM
MD
LG