ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ອົງ​ການ​ຢູ​ເສດ ເສີມ​ຂະ​ຫຍາຍ​ການ​ຮ່ວມ​ມື ກັບ ສ​ປ​ປ ລາວ


​ພິ​ທີ​ປະ​ກາດມອບທຶນ​ຊ່ວຍ​ເຫລືອການ​ສຶກ​ສາ 2 ລ້ານ 6 ແສນ​ໂດ​ລາ ໂດ​ຍ​ຮອງ​ຫົວ​ໜ້າ​ອົງ​ການ​ຢູ​ເສດ (USAID) ທ່ານ​ນາງ​ໂຄ​ລ​ແມນ ພ້ອມ​ດ້ວຍ​ພວກ​ນັກ​ຮຽນຢູ່​ນາ​ໄຮ່​ດຽວ ​ໃນພິ​ທີ​ສະ​ແດງ​ການ​ຟ້ອນ ທີ່ ສ​ປ​ປ ລາວ
​ພິ​ທີ​ປະ​ກາດມອບທຶນ​ຊ່ວຍ​ເຫລືອການ​ສຶກ​ສາ 2 ລ້ານ 6 ແສນ​ໂດ​ລາ ໂດ​ຍ​ຮອງ​ຫົວ​ໜ້າ​ອົງ​ການ​ຢູ​ເສດ (USAID) ທ່ານ​ນາງ​ໂຄ​ລ​ແມນ ພ້ອມ​ດ້ວຍ​ພວກ​ນັກ​ຮຽນຢູ່​ນາ​ໄຮ່​ດຽວ ​ໃນພິ​ທີ​ສະ​ແດງ​ການ​ຟ້ອນ ທີ່ ສ​ປ​ປ ລາວ

ທ່ານນາງ ອິໂຊເບລ ໂຄລແມນ ຮອງຜູ້ບໍລິຫານ ດ້ານນະໂຍບາຍ ແລະໂຄງ ການຂອງອົງການພັດທະນາສາກົນຂອງສະຫະລັດອາເມ​ຣິກາຫຼື USAID ໄດ້ຢ້ຽມຢາມ ສປປ ລາວ ເມື່ອວັນທີ 13-14 ພຶດສະພາ 2022. ການຢ້ຽມຢາມຄັ້ງນີ້ ແມ່ນເນັ້ນໃຫ້ເຫັນຄວາມມຸ່ງໝັ້ນ ຂອງອົງການ USAID ພາຍໃຕ້ກອບການຮ່ວມມືແບບກວມລວມ ລາວ-ອາເມຣິກາ ເຊິ່ງລິເລີ່ມໂດຍປະທານາທິບໍດີ ບາຣັກ ໂອບາມາ ແລະ ທ່ານບຸນຍັງ ວໍລະຈິດ ໃນປີ 2016.

ກອບການຮ່ວມມືແບບກວມລວມ ລາວ-ອາເມຣິກາ ແມ່ນໃນພື້ນຖານຂອງຈຸດປະສົງ ແລະຄວາມມຸ່ງໝັ້ນຮ່ວມກັນ
ເພື່ອສ້າງພື້ນຖານສຳລັບອານະຄົດ. ນັບຕັ້ງແຕ່ນັ້ນມາ ສະຫະລັດອາເມຣິກາ ແລະ ສປປ ລາວ ແມ່ນໄດ້ເພີ່ມການຮ່ວມມືທາງດ້ານວຽກງານການພັດທະນາຢ່າງຫຼວງຫຼາຍໃນຫຼາຍຂົງເຂດ ເຊັ່ນ: ວຽກງານສາທາລະນະສຸກ ການສຶກສາ ວຽກງານການບໍລິຫານປົກຄອງ ການເຕີບໂຕຂອງເສດຖະກິດ ພະລັງງານ ແລະ ການປ່ຽນແປງຂອງສະພາບດິນຟ້າອາກາດ. ວ່າງບໍ່ດົນມານີ້ ສະ​ຫະ​ລັດແລະ ສປປ ລາວ ໄດ້ຮ່ວມມືກັນເພື່ອລົບລ້າງການລະບາດ
ຂອງພະຍາດໂຄວິດ-19 ການຟື້ນຟູເສດຖະກິດຂອງລາວ ແລະ ການບໍລິການທາງດ້ານສັງຄົມ ໂດຍສະເພາະ ແມ່ນເນັ້ນໃຫ້ປະຊາຊົນກຸ່ມສ່ຽງ ເຊິ່ງທັງໝົດເຫຼົ່ານີ້ແມ່ນຜົນເນື່ອງມາຈາກພະຍາດໂຄວິດ-19.

ໃນການຢ້ຽມຢາມ ສປປ ລາວ ທ່ານນາງ ອິໂຊເບລ ໂຄລແມນ ໄດ້ພົບປະກັບ ທ່ານຕິ່ງ ສຸກສັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ເພື່ອປຶກສາຫາລືການຊ່ວຍເຫຼືອລ້າຂອງອົງ​ການ USAID ໃນ ສປປ ລາວ ແລະຄວາມມຸ່ງໝັ້ນຂອງ USAID ໃນການສະໜັບສະໜູນ ສປປ ລາວ ໃນການຟື້ນຟູເສດຖະກິດຂອງລາວ ແລະຮັບມືກັບຜົນກະທົບຂອງພະຍາດໂຄວິດ-19. ທ່ານນາງອິໂຊເບລ ໂຄລແມນ ຍັງໄດ້ພົບປະກັບ ທ່ານສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ເພື່ອໂອ້ລົມກ່ຽວກັບການຮ່ວມມືທາງດ້ານການພັດທະນາ ທີ່ກຳລັງເຕີບໃຫຍ່ຂະຫຍາຍໂຕ ລະຫວ່າງ ສະ​ຫະ​ລັດອາເມ​ຣິກາ ແລະ ສປປ ລາວ ເຊິ່ງໃນປັດຈຸບັນ
​ອົງ​ການ USAID ກຳລັງໃຫ້ການຊ່ວຍເຫຼືອລ້າ ແກ່ ສປປ ລາວ ເພື່ອບັນລຸເປົ້າໝາຍຂອງແຜນພັດທະນາເສດຖະກິດສັງຄົມຄັ້ງທີ 9.

ທ່ານນາງອິໂຊເບລ ໂຄລແມນ ໄດ້ປະກາດທຶນຊ່ວຍເຫຼືອໃໝ່ມູນຄ່າ 2.6 ລ້ານໂດລາ ໃຫ້ແກ່ອົງການ UNICEF ເພື່ອສະໜັບສະໜູນວຽກງານການສຶກສາສຳ ລັບເດັກນ້ອຍເດັກກ່ອນໄວຮຽນ ແລະຊັ້ນປະຖົມສຶກສາ ໃນ ສປປ ລາວ ຮ່ວມກັບທ່ານສີສຸກ ວົງໄຊ. ທຶນດັ່ງກ່າວ ຈະຖືກນຳໃຊ້ເຂົ້າໃນການການຈັດການກັບບັນຫາທາງດ້ານການສຶກສາທີ່ເກີດຈາກພະຍາດໂຄວິດ-19. ທ່ານນາງອິໂຊເບລ ໂຄລແມນໄດ້ມອບປຶ້ມແບບຮຽນປໍ 1 ແລະ ປໍ 2 ບໍລິຈາກໂດຍ USAID ໂດຍຜ່ານອົງການຊ່ວຍເຫຼືອເດັກ.

ການຊ່ວຍເຫຼືອທາງຂົງເຂດການສຶກສາແມ່ນ ການສະໜັບສະໜູນຄວາມພະຍາ ຍາມຂອງລັດຖະບານ ສປປ
ລາວ ໃນການພັດທະນາການສຶກສາຂັ້ນພື້ນຖານ ແລະວຽກງານການປັບປຸງ ທັກສະການອ່ານ ໂດຍສະເພາະ
ແມ່ນເນັ້ນໃສ່ເດັກ ນ້ອຍທີ່ມີຄວາມສ່ຽງ ເດັກນ້ອຍຊົນເຜົ່າ ແລະ ເດັກນ້ອຍທີ່ພິການ.

ທ່ານນາງອິໂຊເບລ ໂຄລແມນ ໄດ້ເນັ້ນໃຫ້ເຫັນການສະໜັບສະໜູນບັນດາທຸລະກິດຂະໜາດນ້ອຍ ແລະກາງ
ໂດຍເນັ້ນໃຊ່ທຸລະກິດຂອງແມ່ຍິງ ໂດຍການປະ ກາດທຶນຟື້ນຟູເສດຖະກິດ ມູນຄ່າ 3 ລ້ານໂດລາ ໃຫ້ແກ່ສົ່ງເສີມຄວາມອາດສາ ມາດ ໃນການແຂ່ງຂັນ ແລະ ການຄ້າຂອງ ສປປ ລາວ ຮ່ວມກັບທ່ານມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ. ໂຄງການນີ້ແມ່ນຈັດຕັ້ງປະຕິບັດໂດຍທະນາຄານໂລກ ໂດຍສະໜັບສະໜູນທຶນ ໂດຍທະ ນາຄານໂລກ ອົງການ USAID ປະເທດອອ​ສ​ເຕ​ຣ​ເລຍ ແລະ ໄອ​ຣ໌ແຣນ. ທຶນດັ່ງ
ກ່າວ ຈະສະໜັບສະໜູນ ສປປ ລາວ ໃນການພັດທະນາສີ່ງແວດລ້ອມ ເພື່ອເອື້ອອຳນວຍໃຫ້ແກ່ທຸລະກິດ ແລະ ຊ່ວຍບັນກາຫົວໜ່ວຍທຸລະກິດໃນການຟື້ນຟູຈາກພະຍາດໂຄວິດ-19.

ການຊ່ວຍເຫຼືອນີ້ ແມ່ນຄາດວ່າ ຈະເຮັດໃຫ້ເກີດມີການລົງທຶນ ເພີ່ມການແຂງຂັນຂອງ ສປປ ລາວ ແລະ ບັນດາທຸລະກິດຂະໜາດນ້ອຍ ແລະກາງ ແລະ ຈົນໄປເຖິງການສ້າງວຽກເຮັດງານທຳ ທີ່ມີລາຍໄດ້ສູງສຳລັບຮຸ່ນຕໍ່ໄປ.

ເພື່ອເປັນການຢໍ້າຄືນເຖິງຄວາມມຸ່ງໝັ້ນ ໃນການກຳຈັດກັບພະຍາດໂຄວິດ-19 ທ່ານນາງອິໂຊເບລ ໂຄລແມນ
ໄດ້ພົບປະກັບເຈົ້າໜ້າທີ່ດ່ານໜ້າ ແລະແພດໝໍສັກວັກຊີນ ທີ່ໂຮງໝໍມິຕະພາບ ແລະ ໄດ້ເບິ່ງການນຳໃຊ້ວັກຊີນ ເຄື່ອງມືໄອທີ ແລະ ລະບົບລົງທະບຽນອອນລາຍ ທີ່ສະໜັບສະໜູນໂດຍ ສະ​ຫະ​ລັດ ເຂົ້າໃນການຊ່ວຍເຫຼືອ ສປປ ລາວ ໃຫ້ບັນລຸເປົ້າໝາຍ ການສັກວັກຊີນ ໃຫ້ໄດ້ 80 ສ່ວນຮ້ອຍພາຍໃນປີ 2022. ມາຮອດປັດຈຸບັນ ສະ​ຫະ​ລັດ
ໄດ້ໃຫ້ການຊ່ວຍເຫຼືອ ຫຼາຍກ່ວາ 13 ລ້ານໂດລາ ເພື່ອຝຶກອົບຮົມ ໃຫ້ແກ່ເຈົ້າໜ້າທີ່ ສາທາລະນະສຸກ ບໍລິຈາກເຄື່ອງມືການແພດຈຳເປັນ ແລະວັກຊີນຫຼາຍກ່ວາ 2.7 ລ້ານໂດສ ເພື່ອຊ່ວຍເຫຼືອສປປລາວ ໃນການຮັບມືກັບພະຍາດໂຄວິດ-19 ເຊິ່ງສະແດງໃຫ້ເຫັນເຖິງເຈດຈຳນົງຂອງ ປະທານາທິບໍດີໄບເດັນ ທີ່ມີຄວາມມຸ່ງໝັ້ນທີ່ຈະລົບ
ລ້າງພະ ຍາດໂຄວິດ-19 ໃນໂລກ.

ການສະໜັບສະໜູນຄວາມເຂັ້ມແຂງ ແລະ ການມີສ່ວນຮ່ວມຂອງແມ່ຍິງ ແລະ ປະຊາຊົນບອບບາງ ເຊັ່ນ: ຜູ້ທີ່ມີຄວາມພິການ ຊົນເຜົ່າ ແລະຜູ້ທຸກຍາກ ແມ່ນ ມີຄວາມສຳຄັນຕໍ່ອົງການ USAID. ໃນວັນເສົາ ທ່ານນາງອິໂຊເບລ ໂຄລແມນ ໄດ້ມອບທຶນການສຶກສາໃຫ້ແກ່ນັກສຶກສາກົດໝາຍຈຳນວນ 12 ທ່ານ ແລະໂອ້ລົມກັບນັກສຶກສາກົດໝາຍ ແລະນັກກົດໝາຍເພດຍິງ ເພື່ອປຶກສາຫາລຶືກ່ຽວກັບ ການຮ່ວມມືລະຫວ່າງ ອົງການ USAID ກະຊວງ
ຍຸຕິທໍາ ແລະ ມູນນິທິເອເຊຍເພື່ອຍົກບົດບາດຂອງແມ່ຍິງ ໃນການປັບປຸງວຽກງານລັດແຫ່ງກົດໝາຍ.

ສູນ COPE ແລະ ສູນຟື້ນຟູໜ້າທີ່ການ ໄດ້ຕ້ອນຮັບທ່ານນາງອິໂຊເບລ ໂຄລແມນ ແລະ ນຳພາຢ້ຽມຢາມອາຄານຟື້ນຟູໜ້າທີ່ກ່ານ ສູນຝຶກອົບຮົມໃໝ່ ທີ່ຮັບການສະໜັບສະໜູນໂດຍອົງການ USAID ແລະ COPE Visitor Center. ທ່ານນາງອິໂຊເບລ ໂຄລແມນໄດ້ສົນທະນາກ່ຽວກັບການຊ່ວຍເຫຼືອຂອງອົງການ USAID ທີ່ໄດ້ສະໜັບສະໜູນ ເພື່ອປັບປຸງຊີວິດການເປັນຢູ່ ຂອງຜູ້ທີ່ມີຄວາມພິ ການໂດຍການປັບປຸງການບໍລິການທາງດ້ານສະທາລະນະສຸກ ແລະການແພດຟື້ນຟູໜ້າທີ່ການ ແລະ ການໃຫ້ໂອກາດທາງດ້ານວຽກເຮັດງານທຳ.

USAID Deepens Partnership with Lao PDR

VIENTIANE, LAO PDR - Isobel Coleman, Deputy Administrator (DA) for Policy and Programming for the United States Agency for International Development (USAID), visi tLaos on May 13-14, 2022. This visit reaffirmed USAID commitment to the U.S.-Lao Comprehensive Partnership, inaugurated by former President Barack Obama and President Bounnhang Vorachit in 2016.

The U.S.-Lao Comprehensive Partnership is based on common interests and a shared desire to build a foundation for the future. Since the development of the Partnership, the United States and Lao PDR have significantly increased areas of development cooperation including in health, education, governance, economic growth, energy and climate change. Most recently the United States and Laos have partnered on ending COVID-19, rebuilding Laos’ economy, and providing social services, particularly for vulnerable populations, which have all been severely affected by the pandemic.

During her time in Laos, DA Coleman met with Vice Minister of Foreign Affairs Ting Souksanh to discuss ongoing foreign assistance in Laos and USAID’s commitment to support Laos in rebuilding its economy and address the impacts of COVID-19. DA Coleman also met with Vice Minister of Planning and Investment Sthabandith Insisiengmay to discuss growing U.S.-Laos development cooperation in which USAID is currently supporting Laos to meet its goals under the 9th National Socio-Economic Development Plan.

DA Coleman announced a new US $2.6 million USAID grant to UNICEF to support early childhood and primary education in Laos with Vice Minister of Education and Sports Sisouk Vongvichit. The grant will also address issues in the education sector posed by COVID-19. DA Coleman handed over 85,000 grade 1 and grade 2 textbooks, donated by USAID in partnership with Save the Children. This support complements the Government of Laos’ efforts to improve basic literacy and reading outcomes, especially for vulnerable children, children from ethnic groups and children with disabilities.

DA Coleman highlighted USAID’s support to women owned Micro Small and Medium Enterprises (MSMEs) with her announcement of an additional $3 million economic recovery grant to the Lao PDR Competitiveness and Trade Project with Vice Minister of Industry and Commerce Dr. Manothong Vongsay. The project is implemented by the Ministry of Industry and Commerce and the World Bank, with financial support from the World Bank, USAID, Australia and Ireland. The grant will support the Lao PDR’s efforts to improve the business environment and assist Lao businesses to recover from COVID-19. This investment is expected to foster investment, increase competitiveness of Laos and its MSMEs and ultimately create better paying jobs for the next generation of Laos people.

Reaffirming U.S. commitment to combating COVID-19, DA Coleman met with vaccine and frontline workers at Mittaphab Hospital and observed firsthand how U.S.-donated vaccines, IT equipment, and the online vaccination registration system have significantly assisted Lao PDR in meeting its 80% vaccination target. To date, the United States has provided over US $15 million to train healthcare workers, donate essential equipment, and provide over 2.7 million vaccine doses to help Laos fight COVID-19, underpinning President Biden’s goal to end the pandemic.

Promoting women’s empowerment and inclusion, as well as supporting marginalized populations such as persons with disabilities, ethnic groups, and the poor, is important to USAID. On Saturday, DA Coleman presented scholarships to 12 law students and met a group of talented female law graduates and lawyers to discuss how USAID, the Ministry of Justice and the Asia Foundation are empowering women in advancing the rule of law.

The Cooperative Orthotic and Prosthetic Enterprise (COPE) and the Center for Medical Rehabilitation hosted DA Coleman and provided a tour of the rehabilitation ward, a new USAID-supported training facility and the COPE Visitor Center. DA Coleman discussed ongoing USAID support to help improve the well-being of people with disabilities by improving health and rehabilitation services and providing economic opportunities

XS
SM
MD
LG