ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ການ​ສະ​ແດງ​ຄວາມ​ຜ່ອນ​ຜັນຂອງຈີນ ຕໍ່ຣັດເຊຍ ​ມີ​ຂຶ້ນ​​ໃນຂະ​ນະ​ທີ່​ມັນ​ສ້າງ​ຄວາມ​ເສຍ​ຫາຍ ໃຫ້​ແກ່ຄວາມສຳພັນ ກັບ​ສະ​ຫະ​ພາບຢູໂຣບ


ປະທານປະເທດຈີນ ທ່ານສີ ຈິນຜິງ ແລະ ປະທານຄະນະກຳມາ​ທິ​ການສະຫະພາບຢູໂຣບ ທ່ານນາງເອີສລາ ວອນ ເດີ ເ​ລເຢນ ທີ່ເຫັນຜ່ານທາງວີດີໂດ ຢູ່ກອງປະຊຸມສຸດຍອດ ລະຫວ່າງສະ​ຫະ​ພາບ​ຢູ​ໂຣບ ກັບ​ຈີນ ຢູ່ນະຄອນບຣັສເຊີລສ໌ ປະເທດແບລຈ້ຽມ ວັນທີ 1, 2022.
ປະທານປະເທດຈີນ ທ່ານສີ ຈິນຜິງ ແລະ ປະທານຄະນະກຳມາ​ທິ​ການສະຫະພາບຢູໂຣບ ທ່ານນາງເອີສລາ ວອນ ເດີ ເ​ລເຢນ ທີ່ເຫັນຜ່ານທາງວີດີໂດ ຢູ່ກອງປະຊຸມສຸດຍອດ ລະຫວ່າງສະ​ຫະ​ພາບ​ຢູ​ໂຣບ ກັບ​ຈີນ ຢູ່ນະຄອນບຣັສເຊີລສ໌ ປະເທດແບລຈ້ຽມ ວັນທີ 1, 2022.

ຄວາມອົດທົນຂອງຈີນກັບຣັດເຊຍ ກ່ຽວກັບສົງຄາມຢູ່ໃນຢູເຄຣນ ໄດ້ເຮັດ​ໃຫ້​ຄວາມ​
ສຳ​ພັນ​ທີ່​ມີ​ຄຸນ​ຄ່າ​ສູງກັບສະຫະພາບຢູໂຣບ (EU) ຕ້ອງ​ຖົດ​ຖອຍ ທັງໆ ທີ່​ມີ​ທ່າ​ທາງ
ວ່າ​ໄດ້​ດີ​ຂຶ້ນ ໃນທ້າຍປີກາຍນີ້ ອີງ​ຕາມ​ຄຳ​ເວົ້າ ​ຂອງບັນດານັກວິ ເຄາະ​ທີ່ໄດ້ກ່າວໄວ້.

ຢູ່ທີ່ກອງປະຊຸມສຸດຍອດເທື່ອທຳອິດ ລະ​ຫວ່າງສະຫະພາບຢູໂຣບ ​ກັບຈີນ ໃນຮອບ
ເກືອບສອງປີ ​ເມື່ອ​ວັນທີ 1 ເມສາຜ່ານ​ມານີ້ EU ໄດ້ເຕືອນຈີນ ຕໍ່ການ ໃຫ້​ຄວາມ
ສະໜັບສະໜູນ ໃນ​ການ​ເຮັດສົງຄາມຂອງຣັດເຊຍຢູ່ໃນຢູເຄຣນ ຫລື ແຊກແຊງຕໍ່ການ
ລົງໂທດ​ຂອງສາກົນ​ຕໍ່ມົສກູ. ໃນລະຫວ່າງ​ການ​ປະ​ຊຸມ​ທາງວີ​ດີ ໂອ ​ເປັນ​ເວ​ລາສອງ

ຊົ່ວໂມງນັ້ນ ພວກເຈົ້າໜ້າທີ່ EU ໄດ້ຮ້ອງ​ຂໍ​ໃຫ້ຈີນ ໃນ​ຖາ​ນະ​ທີ່​ເປັນສະມາຊິກ ຂອງ
ສະພາຄວາມໝັ້ນຄົງສະຫະປະຊາຊາດ ໃຫ້ກົດ​ດັນຣັດເຊຍ ຢຸດ​ເຊົາ​ການ​ເຮັດສົງຄາມ.

ຈີນ​ຖືວ່າ ​ຕົນເປັນປະເທດເປັນກາງ​ໃນສົງຄາມ ໃນຂະນະທີ່ຮັກສາຄວາມ​ສຳ​ພັນອັນ
ໃກ້ຊິດ​ທາງດ້ານເສດຖະກິດ ແລະ ຍຸດທະສາດກັບຣັດເຊຍ.

ທ່ານອາເລັນ ຈົງ ຮອງສາດສະດາຈານ ທີ່ສະຖາບັນການສຶກສາສາກົນ Rajaratnam
ທີ່ມີຫ້ອງການຢູ່ສິງກະໂປ ກ່າວວ່າ“ນີ້ໄດ້ເຮັດໃຫ້ສະຫະພາບຢູໂຣບບໍ່​ພໍ​ໃຈ​ກັບຈີນ ໃນ
ການສະໜັບສະໜູນ ​ໃນອັນທີ່ເບິ່ງຄືວ່າ ເປັນການລະເມີດຢ່າງ​ເປີດ​ແປນຕໍ່ກົດໝາຍສາ
ກົນ.”

ຣັດເຊຍໄດ້ເລີ້ມ​ບຸກ​ເຂົ້າ​ໄປ​ໃນຢູເຄຣນເມື່ອວັນທີ 28 ກຸມພາ ແລະສືບຕໍ່ທຳ​ການໂຈ​ມ​
ຕີປະເທດເພື່ອນບ້ານ ເຖິງແມ່ນ​ໄດ້ມີການເຈລະຈາແລະການລົງໂທດທາງ ດ້ານເສດ
ຖະກິດຕໍ່ມົ​ສກູ ໂດຍບັນດາລັດຖະບານ​ຂອງປະເທດຕາເວັນຕົກ​ກໍ​ຕາມ.

China's patience with Russia over the war in Ukraine has set back its prized ties with the European Union despite tentative gains late last year, analysts say.

At the first European Union-China summit in nearly two years, on April 1, the EU warned China against supporting Russia's war in Ukraine or interfering with international sanctions against Moscow. During the two-hour video event, EU officials asked China, as a U.N. Security Council member, to push Russia to end the war.

China has cast itself as a neutral nation toward the war while sustaining close economic and strategic ties with Russia.

"This contributes to the European Union's collective irritation at China for supporting what looks like flagrant violation of international law," said Alan Chong, associate professor at the Singapore-based S. Rajaratnam School of International Studies.

Russia began its invasion of Ukraine on February 24 and continues to pound the neighboring country despite talks and economic sanctions against Moscow by Western governments.

XS
SM
MD
LG