ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໄບເດັນ ຈະປ່ອຍນໍ້າມັນສຳ​ຮອງ 1 ລ້ານຖັງຕໍ່ມື້ ເປັນເວລາຫົກເດືອນ ໃນຄວາມພະຍາຍາມ ​ເພື່ອໃຫ້ລາຄານ້ຳ​ມັນ​ຫຼຸດລົງ


ລາຄານໍ້າມັນ ສະແດງໃຫ້ເຫັນຢູ່ປໍ້ານໍ້່າມັນ ​ໃນວັນສຸກ ວັນທີ 11 ມີນາ 2022 ຢູ່ເມືອງລອງບິຈ ລັດຄາລິຟໍເນຍ.
ລາຄານໍ້າມັນ ສະແດງໃຫ້ເຫັນຢູ່ປໍ້ານໍ້່າມັນ ​ໃນວັນສຸກ ວັນທີ 11 ມີນາ 2022 ຢູ່ເມືອງລອງບິຈ ລັດຄາລິຟໍເນຍ.

ປະທານາທິບໍດີໂຈ ໄບເດັນ ກ່າວວ່າ ທ່ານຈະສັ່ງໃຫ້ປ່ອຍນ້ຳ​ມັນ 1 ລ້ານຖັງຕໍ່ມື້ເປັນ
ເວລາຫົກເດືອນ ຈາກສາງເກັບ​ນ້ຳ​ມັນຍຸດທະສາດຂອງປະເທດ ເພື່ອຫລຸດຄ່ານໍ້າ
ມັນລົງ.

ການປະກາດຢ່າງ​ເປັນທາງການກ່ຽວ​ກັບນະໂຍບາຍດັ່ງ​ກ່າວ ຄາດວ່າ​ຈະ​ມີ​ຂຶ້ນໃນ
ວັນພະຫັດວານນີ້.

ລາຄາພະລັງງານໄດ້ເພີ້ມ​ສູງຂຶ້ນໃນ​ຮອບປີທີ່ຜ່ານມາ ແລະໄດ້ສູງຂຶ້ນ​ຕື່ມ ຫຼັງຈາກຣັດ
ເຊຍ ໄດ້ບຸກລຸກຢູເຄຣນ.

ການປ່ອຍນໍ້າມັນດັ່ງ​ກ່າວ ຈະມີ​ປະ​ລິ​ມານຫຼາຍທີ່ສຸດໃນປະຫວັດສາດເກືອບ 50 ປີ
ຂອງສາງເກັບ​ນ້ຳ​ມັນຍຸດທະສາດ.

ທ່ານໄບເດັນ ໄດ້ປ່ອຍນ້ຳ​ມັນ​ມາ​ແລ້ວສອງເທື່ອເປັນ​ຈຳ​ນວນຫຼາຍໆລ້ານຖັງ ແຕ່ການ
ເຄື່ອນໄຫວນັ້ນ ບໍ່ໄດ້​ມີ​ຜົນ​ຫຍັງ​ຫຼາຍ ຕໍ່ລາຄານໍ້າມັນ.

ລາຄານໍ້າມັນໄດ້ຫລຸດລົງ 3 ເປີເຊັນຢູ່ໃນລາຍງານຂ່າວ ລົງ​ມາ​ເປັນປະມານ 104 ໂດ
າຕໍ່ຖັງ. ​ເມື່ອນຶ່ງປີທີ່ຜ່ານມາ ລາຄານ້ຳ​ມັນຖັງນຶ່ງແມ່ນ 60 ໂດລາ.

ສາງ​ເກັບ​ນ້ຳ​ມັນ​ສຳ​ຮອງຍຸດທະສາດ ໄດ້ຕັ້ງຂຶ້ນມາຫຼັງຈາກວິ​ກິດ​ການ​ນ້ຳ​ມັນ​ໃນປີ
1973 ເພື່ອຄໍ້າປະກັນໃຫ້ມີນໍ້າມັນໄ​ວ້​ໃຊ້ ໃນກໍລະນີ​ທີ່​ເກີດ​ໄພ​ພິ​ບັດທຳມະຊາດ ຫຼື
ບັນຫາດ້ານຄວາມປອດໄພແຫ່ງຊາດ.

ນ້ຳ​ມັນ​ສຳ​ຮອງ 6 ລ້ານຖັງໄດ້ເກັບ​ຮັກ​ສາ​ໄວ້ຢູ່​ໃນສາງ​ເກັບ​ໃຕ້​ດິນຕາມເຂດ​ແຄມຝັ່ງ
ລັດເທັກຊັສ ແລະລັດຫລຸຍເຊຍນາ.

ນອກນັ້ນ ທ່ານໄບເດັນ ຍັງວ່າຈະຮຽກຮ້ອງໃຫ້ລັດຖະສະພາ ລົງໂທດບັນດາບໍລິ
ສັດນໍ້າມັນ ທີ່ເຊົ່າດິນຫຼວງ ແຕ່ບໍ່ໄດ້ຜະລິດພະລັງງ

President Joe Biden says he will order the release of 1 million barrels of oil a day for six months from the country’s strategic petroleum supply to lower energy prices.

An official announcement of the policy was expected later Thursday.

Energy prices have been rising for the past year and spiked after Russia’s invasion of Ukraine.

The release will be the largest in the near 50-year history of the strategic petroleum supply.

Biden has already made two releases of millions of barrels, but the moves did not have much impact on the price of gas.

Oil prices dropped 3% on the news to about $104 a barrel. One year ago, the price of a barrel was $60.

The strategic petroleum reserve was created following the 1973 oil crisis to ensure oil availability in the case of a natural disaster or national security issue.

The reserves of about 600 million barrels are stored in salt domes along the Texas and Louisiana coasts.

Biden was also expected to call on Congress to penalize oil companies that are leasing public lands but not producing energy.

XS
SM
MD
LG