ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງມາເດີລິນ ອາລໄບຣ ລັດຖະມົນຕີການຕ່າງປະເທດ ແມ່ຍິງຄົນທຳອິດ ຂອງສະຫະລັດ ເສຍຊີວິດ ແລ້ວ ຮວມ​ອາ​ຍຸໄດ້ 84 ປີ


ອະດີດລັດຖະມົນຕີຕ່າງປະເທດສະຫະລັດ ທ່ານນາງມາເດີລິນ ອາລໄບຣ ກ່າວຢູ່ກະຊວງຕ່າງປະເທດສະຫະລັດ ທີ່ນະຄອນຫລວງ ວໍຊິງຕັນ ວັນທີ 10 ມັງກອນ 2017.
ອະດີດລັດຖະມົນຕີຕ່າງປະເທດສະຫະລັດ ທ່ານນາງມາເດີລິນ ອາລໄບຣ ກ່າວຢູ່ກະຊວງຕ່າງປະເທດສະຫະລັດ ທີ່ນະຄອນຫລວງ ວໍຊິງຕັນ ວັນທີ 10 ມັງກອນ 2017.

ທ່ານນາງມາເດີລິນ ອາລໄບຣ ລັດຖະມົນຕີຕ່າງປະເທດແ​ມ່​ຍິງຄົນທຳອິດຂອງ
ສະຫະລັດ ໄດ້ເສຍຊີວິດ​ແລ້ວ.

ທ່ານນາງມາເດີລິນ ອາລໄບຣ ລັດຖະມົນຕີຕ່າງປະເທດແມ່​ຍິງ​ຄົນ​ທຳ​ອິດຂອງ
ສະຫະລັດ ໄດ້ເສຍຊີວິດ ຍ້ອນມະເຮັງ ​ຂອງຄອບຄົວທ່ານນາງທີ່ໄດ້ກ່າວໃນວັນ
ພຸດວານນີ້. ​ທ່ານ​ນາງ​ມີ​ອາ​ຍຸ 84 ປີ.

ປະທານາທິບໍດີ ບິລ ຄລິນຕັນ ໄດ້ເລືອກເອົາທ່ານນາງອາລໄບຣ ເປັນນັກການ
ທູດສູງສຸດຂອງອາເມຣິກາໃນປີ 1996 ແລະທ່ານນາງໄດ້ຮັບໃຊ້ ຢູ່ໃນຕຳ​ແໜ່ງ
ເປັນເວລາສີ່ປີ ຂອງລັດຖະບານທ່ານຄລິນຕັນ.

ໃນເວລານັ້ນ ທ່ານນາງໄດ້ເປັນເຈົ້າ​ໜ້າ​ທີ່ແມ່ຍິງລະ​ດັບສູງສຸດ ໃນປະຫວັດສາດ
ລັດຖະບານຂອງສະຫະລັດ. ເຖິງຢ່າງໃດກໍດີ ທ່ານນາງບໍ່ໄດ້ຢູ່ໃນຖາ​ນະ ທີ່ຈະສືບ
​ທອດຕຳແໜ່ງຂອງປະທານາທິບໍດີເພາະວ່າທ່ານນາງໄດ້ເກີດຢູ່ນະຄອນຫຼວງປຣາກ
(Prague.)

ໃນປີ 2012 ປະທານາທິບໍດີ ບາຣັກ ໂອບາມາ ໄດ້ມອບຫລຽນໄຊອິດສະພາບໃຫ້
ແກ່ທ່ານນາງອາລໄບຣ ຊຶ່ງເປັນຫລຽນກຽດຕິຍົດສູງສຸດຂອງປະເທດສຳ​ລັບພົນລະ
ເຮຶອນ ​ໂດຍກ່າວວ່າ ຊີວິດຂອງທ່ານນາງໄດ້ເປັນແຮງດົນໃຈໃຫ້ແກ່ຊາວອາເມຣິ
ກັນທັງໝົດ.

Madeleine Albright, the first female U.S. secretary of state, has died of cancer, her family said Wednesday. She was 84.

President Bill Clinton chose Albright as America's top diplomat in 1996, and she served in that capacity for the last four years of the Clinton administration. She had previously been Clinton's ambassador to the United Nations.

At the time, she was the highest-ranking woman in the history of U.S. government. She was not in the line of succession for the presidency, however, because she was a native of Prague.

XS
SM
MD
LG