ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ສະຫະລັດ ປະ​ກາດ​ມາດ​ຕະ​ການລົງໂທດ​ເພີ້ມ​ເຕີມ ຕໍ່​ຜູ້​ນຳເບ​ລາຣຸສ ແລະ​ເຈົ້າ​ໜ້າ​ທີ່​ຣັດ​ເຊຍ


ປະທານາທິບໍດີ ເບລາຣຸສ ທ່ານອາເລັກຊານເດີ ລູກາເຊັນໂກ
ປະທານາທິບໍດີ ເບລາຣຸສ ທ່ານອາເລັກຊານເດີ ລູກາເຊັນໂກ

ສະຫະລັດ ໃນວັນອັງຄານວານນີ້ ໄດ້ປະກາດການລົງໂທດເພີ້ມຕື່ມ ຕໍ່ຜູ້ນຳເບລາຣຸສ
ທ່ານອາເລັກຊານເດີ ລູກາເຊັນໂກ (Alexander Lukashenko) ໃນບົດບາດຂອງ
ທ່ານ ໃນຖາ​ນະພັນທະມິດ​ຂອງຣັດເຊຍ ລະຫວ່າງການ​ບຸກ​ເຂົ້າ​ໄປ​ໃນຢູເຄຣນ.

ການລົງໂທດ​ນີ້ ຈະກີດກັ້ນ ທ່ານລູກາເຊັນໂກ ແລະພັນລະຍາ ​ບໍ່​ໃຫ້​ເຂົ້າ​ເຖິງຊັບສິນ​
ຂອງ​ພວກ​ເຂົາ​ເຈົ້າຢູ່​ໃນສະຫະລັດ ແລະຈຳກັດຄວາມສາມາດຂອງຊາວອາເມຣິກັນ
ທີ່​ຈະເຮັດທຸລະກິດກັບເຂົາເຈົ້າ.

ສະຫະລັດໄດ້ລົງໂທດ ທ່ານລູກາເຊັນໂກ ໄປແລ້ວ ກ່ຽວກັບການຮຸກຮານ​ຕໍ່ ປະ​ເທດ
ຢູເຄຣນ ຮວມທັງ​ຈຳ​ກັດການສົ່ງອອກເທັກໂນໂລຈີ.

ສະຫະລັດຍັງໄດ້ລົງໂທດທ່ານລູກາເຊັນໂກ ໃນການໃຊ້ພວກຄົນເຂົ້າເມືອງເປັນເຄື່ອງ​
ມືທາງການເມືອງ ໃນ​ເຂດຊາຍແດນ​ທີ່ຕິດກັບໂປແລນ ແລະອັນທີ່ບັນດາປະເທດຕາ
ເວັນຕົກພິຈາລະນາວ່າ ເປັນການ​ສໍ້​ໂກງການເລືອກ​ໃນຕັ້ງປີ 2020.

ນອກນັ້ນ ການປະກາດໃນວັນອັງຄານວານນີ້ ຍັງ​ຮວມ​ທັງການລົງໂທດ​ຕໍ່ສ່ວນບຸກຄົນ
ຊາວຣັດເຊຍ​ຫຼາຍ​ຄົນ ຊຶ່ງຈຳນວນນຶ່ງແມ່ນພາຍໃຕ້ກົດໝາຍແມັກນິສກີ (Magnitski)
ໃນການກ່າວຫາ​ວ່າ​ມີບົດບາດ ໃນການລະເມີດສິດທິມະນຸດ ໃນ ນັ້ນ ມີນາງນາຕາເລຍ
ມັສນິໂກວາ (Natalia Mushnikova) ຜູ້ພິພາກສາໃນ ນະ​ຄອນ​ຫຼວງມົສກູ ແລະທ່ານ
ນຸຣິດ ຊາລາມັອບ (Nurid Salamov) ໄອຍະການ ຢູ່​ທີ່ນັ້ນ.

ທ່ານນາງແອນເດຣຍ ກາກກີ (Andrea Gacki) ຜູ້ອຳນວຍການຫ້ອງການ ຄວບຄຸມຊັ
​ສິນຕ່າງປະເທດກ່າວວ່າ “ການລະ​ບຸ​ຊື່​ໃນມື້ນີ້ ສະແດງໃຫ້ເຫັນວ່າ ສະຫະລັດຈະສືບຕໍ່
ວາງມາດຕະການຢ່າງໜັກແໜ້ນ ແລະມີຄວາມສຳຄັນ ທີ່ຈະໄດ້​ຮັບ​ຜົນ​ທີ່ຕິດຕາມມາຕໍ່
ບັນດາຜູ້ທີ່ພົວພັນໃນການສໍ້ລາດບັງຫຼວງ ຫຼືຕໍ່ເຂົ້າຮ່ວມການລະເມີດສິດທິມະນຸດ. ພວກ
ເຮົາ​ຂໍປະນາມ​ໃນການໂຈມຕີຂອງຣັດເຊຍຕໍ່ ເສັ້ນທາງມະນຸດສະທຳ ໃນຢູເຄຣນ ແລະ
ຮຽກຮ້ອງໃຫ້ຣັດເຊຍຢຸດເຊົາ​ການ ໂຈມ​ຕີ ທີ່ບໍ່ໄດ້ມີ​ການ​ເກາະ​ຜິດ ແລະ​ເຮັດສົງຄາມ​
ຢ່າງ​ໂຫດຮ້າຍ​ປ່າ​ເຖື່ອນ ຕໍ່ຊາວຢູເຄຣນ.

The United States on Tuesday announced more sanctions on Belarusian leader Alexander Lukashenko for his role as an ally of Russia during the invasion of Ukraine.

The sanctions will block Lukashenko and his wife from accessing U.S. property and limit the ability of Americans to conduct business with them.

The U.S. has already sanctioned Lukashenko over the Ukraine invasion, including limiting technological exports.

The U.S. also sanctioned Lukashenko for using migrants as political pawns on the border with Poland and for what many Western countries consider a rigged election in 2020.

Also announced Tuesday were sanctions on several Russian individuals, some under the Magnitsky Act, for their alleged role in human rights violations. Included are Natalia Mushnikova, a Moscow judge, and Nurid Salamov, a prosecuting investigator.

"Today's designations demonstrate the United States will continue to impose concrete and significant consequences for those who engage in corruption or are connected to gross violations of human rights," said Office of Foreign Assets Control Director Andrea Gacki. "We condemn Russia's attacks on humanitarian corridors in Ukraine and call on Russia to cease its unprovoked and brutal war against Ukraine."

XS
SM
MD
LG