ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຖຽນລະພາບທາງການເມືອງ ຄື​ຂໍ້​ສຳ​ຄັນ ທີ່ຈີນພິ​ຈາ​ລະ​ນາກ່ອນ​ຈະລົງທຶນ ໃນປະ​ເທດ​ໃດ ແລະ​ລາວ​ກໍ​ມີ​ເງື່ອນ​ໄຂ​ດ້ານ​ນີ້


ໂຄງ​ການ​ສ້າງ​ແຫລ່ງ​ທ່ອງ​ທ່ຽວ​ຂອງ​ນັກ​ລົງ​ທຶນ​ຈີນ​ທີ່​ຄອນ​ພະ​ເພັງ ຢູ່​ພາກ​ໃຕ້​ຂອງ​ລາວ
ໂຄງ​ການ​ສ້າງ​ແຫລ່ງ​ທ່ອງ​ທ່ຽວ​ຂອງ​ນັກ​ລົງ​ທຶນ​ຈີນ​ທີ່​ຄອນ​ພະ​ເພັງ ຢູ່​ພາກ​ໃຕ້​ຂອງ​ລາວ

ສະຖຽນລະພາບທາງດ້ານການເມືອງແມ່ນເງື່ອນໄຂສໍາຄັນທີ່ບໍລິສັດຈີນໃຊ້​ປະ​ກອບ​ການພິຈາລະນາ ໃນເວລາຕັດສິນ ໃຈວ່າ ຈະລົງທຶນໃນປະເທດໃດ ໂດຍ​ທີ່ລາວກໍເປັນປະເທດນຶ່ງທີ່ຕົກຢູ່ໃນເງື່ອນ​ໄຂດັ່ງກ່າວ. ຊົງ​ລິດ ໂພນ​ເງິນ ມີ​ລາຍ​ງານ​ເລື້ອງນີ້​ມາ​ສະ​ເໜີ​ທ່ານ​ຈ​າກ​ບາງກອກ.

ທ່ານໄພ​ຈິດ ​ວິ​ບູນ​ທະ​ນາ​ສານ, ເລ​ຂາ​ທິ​ການ​ສະ​ພາ​ການ​ຄ້າ​ໄທ-ຈີນ ​ເປີດ​ເຜີຍ​ວ່າ ​ເງື່ອນ​ໄຂ​ສຳ​ຄັ​ນອັນ​ດັບ​ນຶ່ງ​ທີ່​ບໍ​ລິ​ສັດ​ຈີນ​ໃຊ້​ປະ​ກອບ​ການພິຈາລະນາ ໃນການຕັດສິນໃຈວ່າ ຈະລົງ ທຶນໃນປະເທດໃດຫລືບໍ່​ນັ້ນ ກໍ​ຄື​ສະ​ຖຽນ​ລະ​ພາບທາງ​ການ​ເມືອງ​ຂອງ​ແຕ່​ລະ​ປະ​ເທດ​ອັນ​ສຳ​ຄັນ ເພາະ​ສະ​ຖຽນ​ລະ​ພາບທາງດ້ານການເມືອງຖື​ເປັນສິ່ງ​ທີ່​ຮັບ​ປະ​ກັນ​ແກ່​ການ​ລົງ​ທຶນ​ໄລ​ຍະ​ຍາວ​ຂອງ​ຈີນໄດ້​ເປັນ​ຢ່າງ​ດີ ​ແລະເມື່ອ​ສົມ​ທົບ​ດ້ວຍ​ການ​ໄດ້​ຮັບ​ສິດ​ໃນ​ການຄອບ​ຄອງ​ທີ່​ດິນ​ເປັນ​ເວລາ​ຍາວ​ນານອີກ​ດ້ວຍແລ້ວ​ ກໍຍິ່ງ​ຈະ​ເປັນ​ເງື່ອນ​ໄຂ​ທີ່​ຈະ​ດຶງ​ດູດ​ການ​ລົງທຶນ​ຂອງ​ຈີນ​ໄດ້​ເພີ້ມ​ຂຶ້ນອີກ​ດ້ວຍດັ່ງ​ທີ່ທ່ານໄພ​ຈິດໃຫ້​ການ​ຢືນ​ຢັນ​ວ່າ:
“ໃນພາບ​ໃຫຍ່, ຄົນ​ຈີນ​ນີ້​ຈະ​ເບິ່ງ​ມິ​ຕິເລື້ອງການ​ເມືອງ​ກ່ອນ. ຖ້າການເມືອງມີຄວາມໝັ້ນຄົງເຂົາ​ກໍຈະພິຈາລະນາໃນ​ມິ​ຕິ​ທາງເສດຖະກິດ. ອາດ​ຈະ​ເປັນ​ເລື່ອງ​ສິດທິໃນ​ການໃຊ້ປະ​ໂຫຍດ​ທີ່​ດິນ. ສິດທິໃນການເຊົ່າ, ໃນການຖື​ຄອງທີ່ດິນ ຊຶ່ງຫຼາຍໆປະເທດຈະໃຫ້ສິດຂ້ອນ​ຂ້າງຫຼາຍ ສົມຄວນ ບາງທີກໍ​ຕໍ່ເທື່ອ, ​ສອງເທື່ອ, ສາມເທື່ອ ແລ້ວ​ກໍ​ອາດເຂົ້າ​ໄປຮອດນຶ່ງຮ້ອຍປີ, ອັນນີ້ມັນເຮັດໃຫ້ທຸລະກິດຈີນນີ້ ​ອາດ​ຈະ​ຈູງ​ໃຈເພາະບາງເທື່ອເຂົ້າ​ເຈົ້າມາທີ່ນີ້ ກໍ​ເພາະ​ເຂົາ​ເຈົ້າຕ້ອງການຮັບປະກັນເລື່ອງການນຳໃຊ້ປະ​ໂຫຍດທີ່ດິນ ເພາະວ່າເຂົາ​ເຈົ້າຢາກ​ມາຢູ່ຍາວນານ.”

ທັງ​ນີ້ ສ​ປ​ປ ລາວ ກໍ​ຄື​ປະ​ເທດ​ນຶ່ງ​ທີ່​ບັນ​ດາ​ບໍ​ລິ​ສັດ​ຈີນ​ເຂົ້າ​ມາ​ລົງ​ທຶນ​ຫລາຍ​ທີ່​ສຸດ ເປັນ​ອັນ​ດັບ 1 ຂອງ​ການ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ​ທັງ​ໝົດ​ໃນ​ລາວໃນຊ່ວງປີ 1988-2021 ຊຶ່ງລັດຖະບານລາວໄດ້ອະນຸມັດການລົງທຶນ ຂອງບັນດາບໍລິສັດຕ່າງປະເທດເຖິງ 4,775 ໂຄງການຄິດເປັນມູນຄ່າລວມເກີນກວ່າ 45,000 ລ້ານໂດລາ ໃນນີ້ເປັນການລົງທຶນຂອງຈີນເຖິງ 821 ໂຄງການທີ່ມີມູນຄ່າລົງທຶນລວມຫລາຍກວ່າ 16,000 ລ້ານໂດລາ ກວມເອົາເກີນກວ່າ 35 ເປີເຊັນຂອງການລົງທຶນຈາກຕ່າງປະເທດທັງ​ໝົດໃນລາວ ແລະ​ຍັງ​ຈະ​ມີ​ການ​ລົງ​ທຶນ​ເພີ້ມ​ຂຶ້ນ​ນັບ​ມື້ ໂດຍ​ສະ​ເພາະ​ແມ່ນ​ການ​ລົງ​ທຶນ​ໃນພາກ​ກະ​ສິ​ກຳ, ການ​ຄ້າ ແລະ​ບໍ​ລິ​ການ, ພາກ​ພະ​ລັງ​ງານ ແລະ​ການ​ຂຸດ​ຄົ້ນ​ແຮ່​ທາດ​ໃນ​ລາວນັ້ນ.

ໂດຍໃນໄລຍະຜ່ານມາໄດ້ສຳຫຼວດພົບແຮ່ທາດໃນລາວຫຼາຍກວ່າ 570 ແຫ່ງ ກວມເອົາເນື້ອທີ່ກວ້າງກວ່າ 162,104 ກິໂລແມັດມົນທົນ ຄິດເປັນ 68 ເປີເຊັນຂອງພື້ນທີ່ທັງໝົດຂອງລາວ. ໃນນີ້ທາງການລາວໄດ້ອະນຸຍາດສຳປະທານ ໃຫ້ແກ່ເອກະຊົນລາວ ແລະຕ່າງຊາດໄປແລ້ວ 649 ລາຍ ໃນ 942 ກິດຈະການທົ່ວປະເທດ. ສ່ວນ ແຫລ່ງຜະລິດໄຟຟ້າ 90 ແຫ່ງທີ່ມີກຳລັງຕິດຕັ້ງເກືອບ 11,000 ເມກາວັດ ແລະໄດ້ ສົ່ງອອກໄປຂາຍໃຫ້ໄທ 5,620 ເມກາວັດນັ້ນ ກໍສ້າງລາຍຮັບ ໄດ້ເພີ້ມຂຶ້ນນັບມື້. ຫາກແຕ່ວ່າ ລາຍຮັບສ່ວນໃຫຍ່ທີ່ໄດ້ຈາກການສົ່ງອອກພະລັງງານໄຟຟ້າດັ່ງກ່າວ ກໍຄືສ່ວນທີ່ນຳໃຊ້ ເພື່ອຊຳລະໜີ້ເງິນກູ້ຈາກຕ່າງປະເທດ ທັງນີ້ໂດຍພາກພະລັງງານ ແລະບໍ່ແຮ່ໃນລາວ ມີມູນຄ່າເກີນກວ່າ 31,468 ຕື້ກີບໃນປີ 2021 ທີ່ຜ່ານມາ.

ສ່ວນເຄືອຂ່າຍການພັດທະນາແບບເປີດ (Open Development Network) ລາຍງານວ່າ ລັດຖະບານລາວ ໄດ້ອະນຸຍາດສຳປະທານທີ່ດິນໃຫ້ກັບນັກທຸລະກິດຕ່າງຊາດ 1,758 ໂຄງການ ມີພື້ນທີ່ສຳປະທານລວມກວ່າ 11 ລ້ານເຮັກຕາ ແຕ່ນຳໃຊ້ຈິງພຽງ 5.5 ແສນ ເຮັກຕາຊຶ່ງບໍ່ເຖິງ 5 ເປີເຊັນຂອງພື້ນທີ່ສຳປະທານທັງໝົດ.

ໂດຍເຖິງແມ່ນວ່າ ລາວຍັງຕ້ອງປະເຊີນກັບການລະບາດຂອງພະຍາດໄວຣັສໂຄວິດ-19 ກໍຕາມແຕ່ໃນປີ 2021 ຍັງປາກົດມີການລົງທຶນຂອງຈີນເພີ້ມຂຶ້ນ 28 ໂຄງການ ມີມູນຄ່າການລົງທຶນລວມເກີນກວ່າ 2,500 ລ້ານໂດລາ ຊຶ່ງເຮັດໃຫ້ຈີນຍັງເປັນ ຜູ້ລົງທຶນລາຍໃຫຍ່ທີ່ສຸດໃນລາວ ເພີ້ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງເພາະ​ຫລິງເຫັນຜົນປະໂຫຍດ ທີ່ໄດ້ຮັບຈາກລົດໄຟລາວ-ຈີນນັ້ນ​ເອງ.

ສ່ວນຜູ້ຊ່ຽວຊານດ້ານເງິນຕາຂອງທະນາຄານພັດທະນາອາຊີ (ADB) ຢືນຢັນວ່າການຈັດ​ຕັ້ງປະ​ຕິ​ບັດຂໍ້ຕົກລົງ ກ່ຽວກັບການນໍາໃຊ້ເງິນຢວນ-ກີບ ເພື່ອຊໍາລະລາຄາສິນຄ້າ ແລະການ ບໍລິການລະຫວ່າງລາວ-ຈີນ ທີ່ໄດ້ ເລີ່ມແຕ່ເດືອນມັງກອນ 2020 ໄດ້​ເຮັດ​ໃຫ້ເງິນຢວນ ຂອງຈີນກາຍເປັນສະກຸນເງິນທີ່ມີອິດທິພົນຕໍ່ເສດຖະກິດ ຂອງລາວເພີ່ມຂຶ້ນນັບ​ມື້ ເຫັນໄດ້ ຈາກການຄ້າລາວ-ຈີນ ເພີ່ມຂຶ້ນຈາກ 3.78 ຕື້ໂດລາເປັນ 4.5 ຕື້ໂດລາໃນປີ 2021 ແລະ ລັດຖະບານລາວຍັງເປັນໜີ້ເງິນ​ກູ້​ຢືມຈາກ​ລັດ​ຖະ​ບານ​ຈີນ 38 ຕື້ຢວນອີກ​ດ້ວຍ.

XS
SM
MD
LG