ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ແນະ​ນຳ ໃຫ້​ພົນ​ລະ​ເມືອງ​ຂອງ​ຕົນ ພິ​ຈາ​ລະ​ນາ ເດີນ​ທາງ​ອອກ​ຈາກ​ຣັດ​ເຊຍ ໃນ​ທັນ​ທີ


ແຟ້ມ - ທຸງ​ຊາດ​ຂອງ​ສະ​ຫະ​ລັດ ພວມ​ປິວ​ສະ​ບັດ ຢູ່​ທີ່​ສະ​ຖານ​ທູດ ໃນ​ນະ​ຄອນ​ຫຼວງ​ມົ​ສ​ກູ ປະ​ເທດ​ຣັດ​ເຊຍ.
ແຟ້ມ - ທຸງ​ຊາດ​ຂອງ​ສະ​ຫະ​ລັດ ພວມ​ປິວ​ສະ​ບັດ ຢູ່​ທີ່​ສະ​ຖານ​ທູດ ໃນ​ນະ​ຄອນ​ຫຼວງ​ມົ​ສ​ກູ ປະ​ເທດ​ຣັດ​ເຊຍ.

ພົນ​ລະ​ເມືອງ​ຂອງ​ສະ​ຫະ​ລັດ​ຄ​ວນ​ພິ​ຈາ​ລະ​ນາ​ເດີນ​ທາງ​ອອກ​ຈາກ​ປະ​ເທດ​ຣັດ​ເຊຍທັນ​ທີນຳ​ຖ້ຽວ​ບິນ​ພາ​ນິດ ນັ້ນ​ຄື​ຄຳ​ເວົ້າ ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ​ໃນວັນ​ອາ​ທິດ​ວານນີ້ ໂດຍອ້າງ​ເຖິງ​ການ​ຍົກ​ເລີກ​ຖ້ຽວ​ບິນ​ຂອງ​ສາຍ​ການ​ບິນ​ໂດຍ​ສານ​ ແລະປະ​ເທດ​ຕ່າງໆ​ໄດ້​ປິດ​ເຂດ​ນ່ານ​ຟ້າ​ຂອງ​ຕົນ ​ບໍ່​ໃຫ້​ຣັດ​ເຊຍ​ບິນ​ຜ່ານ​ຫຼັງ​ຈາກ​ປະ​ເທດ​ດັ່ງ​ກ່າວ​ ໄດ້​ບຸກ​ເຂົ້າ​ໄປ​ໃນ​ຢູ​ເຄ​ຣນ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ້.

ຄຳ​ເຕືອນ​ດ້ານ​ຄວາມ​ປອດ​ໄພລົງ​ວັນ​ທີ 27 ກຸມ​ພາຢູ່​ໜ້າ​ເວັບ​ໄຊ​ທ໌ຂອງ​ສະ​ຖານ ​ທູດ​ສະ​ຫະ​ລັດ​ທີ່ນະ​ຄອນ​ຫຼວງ​ມົ​ສ​ກູກ່າວວ່າ “ພົນ​ລະ​ເມືອງ​ຂອງ​ສະ​ຫະ​ລັດຄວນ​ພິ​ຈາ​ລະ​ນາ​ ເດີນ​ທາງ​ອອກ​ຈາກ​ຣັດ​ເຊຍ​ທັນ​ທີ ໃນ​ຂະ​ນະ​ທີ່​ທາງ​ເລືອກ​ໂດຍ​ສາຍ​ການ​ບິນ​ໂດຍ​ສານ​ຍັງ​ເປີດ​ຢູ່.”

ຄຳ​ເຕືອນ​ດັ່ງ​ກ່າວ​ຍັງ​ໄດ້​ຂໍ​ຮ້ອງ​ໃຫ້​ພົນ​ລະ​ເມືອງ​ສະ​ຫະ​ລັດມີ “ແຜນ​ການ​ຮັບ​ມື​ກັບເຫດ​ການ​ສຸກ​ເສີນ ທີ່​ບໍ່​ຕ້ອງ​ກາງ​ຕໍ່ການ​ຊ່ວຍ​ເຫຼືອຂອງລັດ​ຖະ​ບານສະ​ຫະ​ລັດ.”

ການຮຸກ​ຮານເຂົ້າ​ໄປ​ຂອງ​ຣັດ​ເຊຍ​ຕໍ່ຢູ​ເຄ​ຣນ ຊຶ່ງ​ເປັນ​ການ​ໂຈມ​ຕີ​ຕໍ່​ປະ​ເທດ​ໃນ​ທະ​ວີບ​ຢູ​ໂຣບ​ທີ່​ໃຫຍ່​ທີ່​ສຸດ ນັບ​ແຕ່​ສົງ​ຄາມ​ໂລກ​ຄັ້ງ​ທີ 2 ເປັນ​ຕົ້ນ​ມານັ້ນ ໄດ້​ພາ​ໃຫ້ມີ​ການ​ຕອບ​ໂຕ້​ຈຳ​ນວນ​ນຶ່ງ​ຂອງ​ປະ​ເທດ​ຕາ​ເວັນ​ຕົກໂດຍ​ທີ່​ລັດ​ຖະ​ບານ​ສະ​ຫະ​ລັດ​ແລະ​ຢູ​ໂຣບ​ໄດ້​ວາງ​ມາດ​ຕະ​ການ​ລົງ​ໂທດ ​ຕໍ່ທະ​ນາ​ຄານ​ແລະ​ສະ​ຖາ​ບັນ​ການ​ເງິນ ຂອງປະ​ເທດ​ຣັດ​ເຊຍ.

ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປູ​ຕິນ ໄດ້​ເອີ້ນ​ການ​ໂຈມ​ຕີນິ້​ວ່າ “ປະ​ຕິບັດ​ງານ​ພິ​ເສດ” ທີ່​ທ່ານ​ແນ​ໃສ່​ຈະ​ເຮັດ​ໃຫ້​ຢູ​ເຄ​ຣນ ຊຶ່ງ​ເປັນ​ເພື່ອນ​ບ້ານ​ ຂອງ​ຣັດ​ເຊຍ​ທາງ​ທິດ​ໃຕ້​ນັ້ນ ເປັນ​ເຂດ​ປອດ​ເຂດ​ປອດ​ທະ​ຫານ.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ໄດ້​ຈັດ​ໃຫ້ຄຳ​ແນະ​ນຳ​ໃນການ​ເດີນ​ທາງ​ສຳ​ລັບ​ປະ​ເທດ​ຣັດ​ເຊຍນັ້ນ ຢູ່​ໃນ “ລະ​ດັບ 4: ຄື​ບໍ່​ໃຫ້​ເດີນ​ທາງ​ໄປ​ທີ່ນັ້ນ​.” ເມື່ອ​ວັນ​ທີ 20 ກຸມ​ພາ​ຜ່ານ​ມາ ສະ​ຖານ​ທູດ​ສະ​ຫະ​ລັດ​ທີ່​ມົ​ສ​ກູ ໄດ້​ແນະ​ນຳ​ໃຫ້​ຊາວ​ອາ​ເມຣິ​ກັນ​ຢູ່​ໃນ​ປະ​ເທດ​ດັ່ງ​ກ່າວ ວາງ​ແຜນ​ກ່ຽວ​ກັບ​ການ​ຍົກ​ຍ້າຍໂດຍ​ອ້າງ​ເຖິງ​ໄພ​ຂົ່ມຂູ່​ໃນ​ການ​ໂຈມ​ຕີ​ທີ່​ນະ​ຄອນ​ມົ​ສ​ກູ ແລະ​ຢູ່​ຕາມ​ບໍ​ລິ​ເວນ​ຊາຍ​ແດນ​ຣັດ​ເຊຍ ຕິດ​ກັບປະ​ເທດ​ຢູ​ເຄ​ຣນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG