ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ລົງ​ໂທດ ຂອງ​ສະ​ຫະ​ລັດ ຕໍ່​ຣັດ​ເຊຍ ໄດ້​ຮັບ​ທັງ​ຄຳ​ຊົມ​ເຊີຍ ແລະ​ຕ້ອງ​ຕິ


ຜູ້​ຄົນ​ພາ​ກັນ​ຍົກ​​ທຸງ​ຊາດ​ຢູ​ເຄ​ຣນ ເພື່ອ​ສະ​ໜັບ​ສະ​ໜຸນ​ປະ​ເທດ​ຊາດ ທີ່​ເມືອງ​ກາ​ມາ​ຕອກ (Kramatorsk) ເມື່ອ​ວັນ​ທີ 23 ກມ​ພາ 2022.
ຜູ້​ຄົນ​ພາ​ກັນ​ຍົກ​​ທຸງ​ຊາດ​ຢູ​ເຄ​ຣນ ເພື່ອ​ສະ​ໜັບ​ສະ​ໜຸນ​ປະ​ເທດ​ຊາດ ທີ່​ເມືອງ​ກາ​ມາ​ຕອກ (Kramatorsk) ເມື່ອ​ວັນ​ທີ 23 ກມ​ພາ 2022.

ເຈົ້າໜ້າທີ່ທຳນຽບຂາວ ໄດ້ເອີ້ນມາດຕະການລົງໂທດຊຸດຫລ້າສຸດຕໍ່ ຣັດເຊຍວ່າ “ເປັນການດຳເນີນການທີ່ໜັກໜ່ວງ” ໂດຍປະທານາທິບໍດີ ໂຈ ໄບເດັນ ກ່າວວ່າ ເປັນຂໍ້ຈຳກັດທາງເສດຖະ ກິດທີ່ຈະ “ຕັດລັດຖະບານຂອງຣັດເຊຍອອກຈາກການເງິນຂອງປະເທດຕາເວັນຕົກ” ຊຶ່ງເປັນຄຳກ່າວອ້າງ ທີ່ມີພະລັງອຳນາດ ເຮັດໃຫ້ພວກນັກວິຈານບາງຄົນ ແລະແມ່ນກະທັງພັນທະມິດບາງສ່ວນຂອງທ່ານໄບເດັນ ກ່າວວ່າ ​ເວົ້າເກີນ​ໄປໂພດ ແລະຈະຢຸດຢັ້ງປະທານາທິບໍດີ ວລາດີເມຍ ປູຕິນ ພຽງເລັກນ້ອຍ ໃນການຜັກດັນກອງທັບຂອງທ່ານ ເຂົ້າໄປສູ່ຢູເຄຣນ.

ຊຸດມາດຕະການລົງໂທດຂອງສະຫະລັດ ທີ່ໄດ້ປະກາດໄປໃນວັນອັງຄານ ແລະວັນພຸດນັ້ນ ລວມມີຫຼາຍອົງປະກອບຄື: ການດຳເນີນການເພື່ອສະກັດກັ້ນການເກັບລາຍຮັບຈາກທໍ່ສົ່ງແກັສ Nord Stream 2 ບວກກັບມາດຕະການລົງໂທດ ຕໍ່ທະນາຄານໃຫຍ່ສອງແຫ່ງ ໜີ້ສິນຂອງລັດຖະບານຣັດເຊຍດ້ວຍການອອກພັນ ທະບັດ ແລະພວກຄົນຊັ້ນສູງຈຳນວນນຶ່ ງທີ່ມີສາຍສຳພັນກັບປູຕິນ.

ສ່ວນຈີນ ຊຶ່ງເປັນຄູ່ການຄ້າທີ່ໃຫຍ່ສຸດຂອງຣັດເຊຍ ໄດ້ອອກມາຕໍ່ຕ້ານແນວຄິດຂອງມາດຕະການລົງໂທດດັ່ງກ່າວຢ່າງໜັກ ໃນວັນພຸດວານນີ້. ຈີນ ຕາມກົດລະບຽບແລ້ວຈະປະຕິບັດຕາມນະໂຍບາຍຂອງການບໍ່ແຊກແຊງເຂົ້າກິດຈະການ ພາຍໃນຂອງປະເທດອື່ນໆ.

“ຈຸດຢືນຂອງພວກເຮົາແມ່ນວ່າ ມາດຕະການລົງໂທດທັງຫຼາຍ ຕາມພື້ນຖານແລ້ວບໍ່ເຄີຍເປັນວິທີທີ່ມີປະສິດທິພາບເລີຍໃນການແກ້ໄຂບັນຫາຕ່າງໆ” ນັ້ນແມ່ນຄຳເວົ້າຂອງໂຄສົກກະຊວງການຕ່າງປະເທດ ຫົວ ຈຸນຢິງ. ທ່ານນາງກ່າວຕື່ມວ່າ “ພວກເຮົາຄັດຄ້ານຕໍ່ທຸກມາດຕະການລົງໂທດພຽງຝ່າຍດຽວ ທີ່ຜິດກົດໝາຍຢ່າງສະມ່ຳສະເໝີ.”

ທ່ານນາງໄດ້ໃຫ້ຂໍ້ສັງເກດເຖິງຂໍ້ມູນຂອງກະຊວງການເງິນສະຫະລັດ ທີ່ສະແດງໃຫ້ເຫັນວ່າ ສະຫະລັດໄດ້ໃຊ້ມາດຕະການລົງໂທດຂອງຕົນເພີ້ມຂຶ້ນສິບເທົ່າໃນສອງທົດສະວັດຜ່ານມາ ແລະໄດ້ຖາມ ດ້ວຍຄຳເວົ້າໂອຫັງວ່າ “ມີມາດຕະການລົງໂທດຂອງສະຫະລັດ ແກ້ໄຂບັນຫາໃດໆບໍ? ໂລກເປັນແຫ່ງທີ່ດີຂຶ້ນກວ່າເກົ່າຍ້ອນມາດຕະການລົງໂທດເຫຼົ່ານັ້ນບໍ? ບັນຫາຂອງຢູເຄຣນຈະແກ້ໄຂດ້ວຍຕົວມັນເອງດ້ວຍມາດຕະການລົງໂທດຂອງສະຫະລັດຕໍ່ຣັດເຊຍບໍ? ຄວາມປອດໄພຂອງປະເທດໃນຢູໂຣບ ຈະໄດ້ຮັບການຄ້ຳປະກັນດີຂຶ້ນກວ່າເກົ່າ ດ້ວຍມາດຕະ ການລົງໂທດຂອງສະຫະລັດຕໍ່ຣັດເຊຍບໍ?....ຂ້າພະເຈົ້າຍັງຢາກຊີ້ໃຫ້ເຫັນວ່າ ມາດຕະການລົງໂທດຝ່າຍດຽວທັງຫຼາຍທີ່ຜິດກົດໝາຍໂດຍບາງປະເທດ ທີ່ລວມມີ ສະຫະລັດ ໄດ້ສ້າງຄວາມຫຍຸ້ງຍາກຢ່າງໜັກຕໍ່ເສດຖະກິດ ແລະການດຳລົງຊີວິດຂອງປະເທດທີ່ກ່ຽວຂ້ອງນັ້ນໆ.”

ແຕ່ນັກວິເຄາະ ທ່ານຄຣິສ ມີລເລີ ຈາກສະຖາບັນວິສາຫະກິດຂອງອາເມຣິກາ ໄດ້ຄາດຄະເນວ່າ ມາດຕະການລົງໂທດເຫຼົ່ານັ້ນ ຈະບໍ່ມີຜົນຫຼາຍປານໃດ ຕໍ່ຊັບສິນຂອງທ່ານປູຕິນ.

ທ່ານກ່າວຕໍ່ວີໂອເອ ວ່າ “ມາດຕະການລົງໂທດທັງຫຼາຍທີ່ໄດ້ປະກາດເມື່ອວັນອັງຄານ ໂດຍສະເພາະຕໍ່ໜີ້ສິນຂອງປະເທດນັ້ນ ຈະມີຜົນພຽງເລັກນ້ອຍ ທີ່ຈະສົ່ງຜົນກະທົບໃນທາງລົບຕໍ່ເສດຖະກິດມະຫາພາກຂອງຣັດເຊຍ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG