ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອິສຣາແອລ ຈະຢຸດເຊົາ ໂຄງການບັດຜ່ານສີຂຽວ ໂຄວິດ-19


ທ່ານລິລີ ili ໂຊຣາຣີ ອາຍຸ 90 ປີ ກຳລັງຮັບການສັກຢາວັກຊີນປ້ອງກັນໂຄວິດ-19 ເຂັມທີສີ່ ຢູ່ບ້ານພັກຜູ້ເຖ້າ ເນີຕັນຍາ ອິສຣາແອລ ວັນທີ 5 ມັງກອນ 2022.
ທ່ານລິລີ ili ໂຊຣາຣີ ອາຍຸ 90 ປີ ກຳລັງຮັບການສັກຢາວັກຊີນປ້ອງກັນໂຄວິດ-19 ເຂັມທີສີ່ ຢູ່ບ້ານພັກຜູ້ເຖ້າ ເນີຕັນຍາ ອິສຣາແອລ ວັນທີ 5 ມັງກອນ 2022.

ນາຍົກລັດຖະມົນຕີ ອິສຣາແອລ ທ່ານນັຟຕາລີ ເບັນແນັດ ກ່າວໃນວັນພະຫັດ ວານນີ້ວ່າ ບັດຜ່ານສີຂຽວດີຈີໂຕລແຫ່ງຊາດທີ່ເປັນໂຄງການ​ພິ​ສູດ​ໃນການສັກຢາວັກຊີນ ​ຈະ​ຖືກຢຸດເຊົາ ໃນຂະນະທີ່ຈຳນວນກໍລະນີ​ຕິດ​ເຊື້ອໂຄວິດ-19 ໃໝ່ ສືບຕໍ່ຫລຸດລົງ

ທ່ານເບັນແນັດ ໄດ້ປະກາດກ່ຽວ​ກັບ​ການ​ຍຸ​ຕິໂຄງການນີ້ ຫຼັງຈາກ​ໄດ້ປະຊຸມກັບບັນດາເຈົ້າໜ້າສາທາລະນະສຸກ. ທ່ານກ່າວວ່າ ຄື້ນຟອງ ​ຂອງ​ສາຍ​ພັນໂອໄມ-ຄຣອນໃນອິສຣາແອລ “ໄດ້ຖືກ​ທັບ​ມ້າງ” ແລະວ່າ ການ​ຫຼຸດ​ລົງ​ຕື່ມ​ອີກ​ຂອງຂໍ້​ຈຳ​ກັ​ດ​ ກ່ຽວ​ກັບໄວຣັສໂຄໂຣນາ ຈະມີ​ຂຶ້ນໃນອີກບໍ່ຊ້ານີ້.

ໂຄງການບັດຜ່ານສີຂຽວໄດ້ອະນຸຍາດໃຫ້​ຜູ້​ຄົນ ທີ່ໄດ້ສັກຢາວັກຊີນຢ່າງເຕັມອັດ​ຕາ​ແລ້ວ ເຂົ້າ​ໄປ​ໃນສະຖານທີ່ສາທາລະນະຕ່າງໆຫລືພວກທີ່ໄດ້ຫາຍດີຈາກໂຄວິດ-19. ໂຄງການ​ນີ້ ໄດ້ຫລຸດ​ລົງໃນຕົ້ນເດືອນນີ້ ຊຶ່ງ​ຍັງ​ມີ​ກາ​ນ​ບັງ​ຄັບ​ແຕ່ພຽງຢູ່ທີ່ໄນຄລັບ ແລະຫ້ອງຂະ​ໜາດ​ໃຫຍ່ທີ່ມີຄົນຫລາຍ.

ກະຊວງສາທາລະນະສຸກອິສຣາແແອລກ່າວວ່າ ໃນຂະນະທີ່​ກໍ​ລະ​ນີການຕິດແປດ​ໃໝ່​ ຂອງໂຄວິດ-19 ຍັງສູງຢູ່ ແຕ່​ກໍມີການຫລຸດລົງຢ່າງສະໝໍ່າສະເໝີ ສຳ​ລັບກໍລະນີທີ່ຮ້າຍແຮງ ນັບແຕ່ຄື້ນຟອງຂອງ​ສາຍ​ພັນໂອໄມຄຣອນ ​ພຸ່ງ​ຂຶ້ນ​ສູ່​ລະ​ດັບ​ສູງ​ສຸດ​ ໃນຕົ້ນເດືອນກຸມພານີ້.

ຍີ່ປຸ່ນ ໄດ້ປະກາດໃນວັນພະຫັດວານນີ້ວ່າ ຕົນຈະຫລຸດຜ່ອນການຄວບຄຸມໂຄວິດ-19 ທີ່ເຄັ່ງຄັດ ຢູ່ຕາມຊາຍແດນ ໂດຍຈະອະນຸຍາດ​ໃຫ້​ຜູ້ຄົນເຂົ້າມາຫຼາຍ​ຂຶ້ນ​ໃນແຕ່ລະມື້ ແລະຫລຸດການກັກ​ໃຫ້ຢູ່​ຕາມບ້ານເຮືອນທີ່ຕ້ອງປະຕິບັດນັ້ນ ຫຼັງຈາກ​ໄດ້​ມີການຕ້ອງ​ຕິ​ວ່າ ນະໂຍບາຍ​ໃນປັດຈຸບັນນີ້ ບໍ່ແມ່ນໃຊ້​ຫຼັກວິທະຍາສາດ ແລະເປັນ​ຢ້ານ​ກົວ​ຄົນ​ຕ່າງ​ປະ​ເທດນັ້ນ.

Israeli Prime Minister Naftali Bennett said Thursday the nation’s Green Pass digital proof-of-vaccination program is being discontinued as the numbers of new COVID-19 cases continue to decline.

Bennett announced the end of the program after a meeting with health officials. He said Israel’s omicron wave “has been broken” and that additional reductions in coronavirus restrictions would be coming soon.

The Green Pass program allowed entry to public venues to fully vaccinated people or those who had recovered from COVID-19. The program had been scaled back earlier this month to only be required for nightclubs and large halls.

Israel’s Health Ministry said while new COVID-19 infections remain high, there has been a steady decline in serious cases since the peak of the country’s omicron wave earlier in February.

Japan announced Thursday it will ease its tough COVID-19 border controls by increasing the number of people allowed to enter each day and reducing quarantine requirements following criticism that its current policy is unscientific and xenophobic.

XS
SM
MD
LG