ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການ ລາວ ຈະໃຊ້ບໍລິການທີ່ສະໜາມບິນໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ ຂອງກຸ່ມລົງທຶນ ຈີນ ເປັນສະໜາມບິນຫຼັກພຽງແຫ່ງດຽວໃນແຂວງບໍ່ແກ້ວ


ສະໜາມບິນ ລາວ-ຈີນ ເຂດເສດຖະກິດພິເສດສາມຫຼ່ຽມຄຳ.
ສະໜາມບິນ ລາວ-ຈີນ ເຂດເສດຖະກິດພິເສດສາມຫຼ່ຽມຄຳ.

ທາງການ ລາວ ຈະໃຊ້ບໍລິການທີ່ສະໜາມບິນໃນເຂດເສດຖະກິດພິເສດສາມຫຼ່ຽມຄຳຂອງກຸ່ມລົງທຶນ ຈີນ ເປັນສະໜາມບິນຫຼັກພຽງແຫ່ງດຽວໃນແຂວງບໍ່ແກ້ວ ໂດຍຈະປິດການນຳໃຊ້ສະໜາມບິນຫ້ວຍຊາຍ.

ທ່ານ ຄຳຜະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ ຖະແຫຼງວ່າການກໍ່ສ້າງສະໜາມບິນໃໝ່ຢູ່ເຂດເສດຖະກິດພິ ເສດສາມຫຼ່ຽມຄຳຈະແລ້ວສຳເລັດ ແລະ ເປີດໃຫ້ບໍລິການໃນເດືອນມີນາ 2022​ ນີ້ໂດຍຜ່ານມາໄດ້ມີການທົດສອບລະບົບຄວບຄຸມຄວາມປອດໄພໃນການບິນ ແລະ ທົດລອງການບິນຂຶ້ນ-ລົງຢ່າງຄົບຖ້ວນແລ້ວ ຈຶ່ງຍັງເຫຼືອພຽງການຕົກແຕ່ງ ແລະ ຕິດຕັ້ງສິ່ງອຳນວຍຄວາມສະດວກຕ່າງໆຢູ່ພາຍໃນອາຄານທີ່ພັກຜູ້ໂດຍສານເທົ່ານັ້ນ ໂດຍທາງ ການແຂວງບໍ່ແກ້ວ ຈະນຳໃຊ້ສະໜາມບິນໃໝ່ດັ່ງກ່າວເປັນສະໜາມບິນຫຼັກພຽງແຫຼ່ງດຽວຂອງແຂວງ ກໍຄືຈະປິດສະໜາມບິນຫ້ວຍຊາຍ ພາຍຫຼັງທີ່ເປີດນຳໃຊ້ສະໜາມບິນໃໝ່ທີ່ເຂດເສດຖະກິດພິເສດສາມຫຼ່ຽມຄຳແລ້ວນັ້ນເອງ ດັ່ງທີ່ທ່ານ ຄຳຜະຫຍາ ຢືນຢັນວ່າ

“ເດີ່ນຍົນຂອງເຂດເສດຖະກິດພິເສດທີ່ຢູ່ເມືອງຕົ້ນເຜິ້ງຫັ້ນນະ ເພິ່ນກໍເລັ່ງໃສ່ຖືວ່າໃຫ້ໃນເດືອນ 3​ ນີ້ໃຫ້ມັນສາມາດເປີດບໍລິການເປັນປົກກະຕິໄດ້ ອັນນັ້ນກະເປັນອັນນຶ່ງທີ່ພວກເຮົາສ້າງເງື່ອນໄຂເພື່ອຮັບນັກທ່ອງທ່ຽວ ເພື່ອເຮັດໃຫ້ການໄປ-ມາ ໃຫ້ມີຄວາມສະດວກ ແລະ ໃນປັດຈຸບັນນີ້ກໍໄດ້ມີການບິນທົດລອງເນາະ ຖືວ່າລານບິນຕ່າງໆກະຖືວ່າເກືອບສຳເລັດ 100 ເປີເຊັນແລ້ວ ພວກເຮົາຄິດວ່າສິເອົາໂຮມກັນຢູ່ເດີນຍົນຂອງເຂດເສດຖະກິດພິເສດນີ້ບ່ອນດຽວ.”

ທັງນີ້ກຸ່ມບໍລິສັດດອກງິ້ວຄຳຈາກ ຈີນ ຜູ້ລົງທຶນພັດທະນາເຂດເສດຖະກິດພິເສດສາມຫຼ່ຽມຄຳທີ່ເມືອງຕົ້ນເຜິ້ງໄດ້ເລີ່ມການກໍ່ສ້າງສະໜາມບິນໃໝ່ຢູ່ພາຍໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ ນັບແຕ່ປີ 2020 ເປັນຕົ້ນມາ ໂດຍ ທາງແລ່ນຂອງສະໜາມບິນມີໄລຍະທາງຍາວ 2,500 ແມັດທີ່ສາມາດຮອງຮັບເຮືອບິນ Airbus-320 ແລະ Boeing-737 ໄດ້ຕາມມາດຕະຖານການບິນສາກົນ ດ້ວຍເງິນທຶນລວມໃນມູນຄ່າ 150 ລ້ານໂດລາ ແລະ ເມື່ອເປີດການນຳໃຊ້ຢ່າງເປັນທາງການແລ້ວນັ້ນ ກໍຄາດວ່າຈະສາມາດດຶງດູດນັກທ່ອງທ່ຽວທີ່ເດີນທາງມາໃນເຂດເສດຖະ ກິດພິເສດສາມຫຼ່ຽມຄຳໄດ້ເພີ່ມຂຶ້ນນັບມື້ ໂດຍສະເພາະແມ່ນຊາວ ຈີນ ທີ່ເປັນລູກຄ້າສຳຄັນຂອງກາຊີໂນ King Roman ທີ່ເຂດເສດຖະກິດພິເສດສາມຫຼ່ຽມຄຳນັ້ນ.

ທັງນີ້ໂດຍກຸ່ມບໍລິສັດດອກງິ້ວຄຳໄດ້ຮັບອະນຸມັດຈາກລັດຖະບານ ລາວ ໃນການເພີ່ມພື້ນທີ່ສຳປະທານຈາກ 3,000 ເຮັກຕາເປັນ 10,000 ເຮັກຕາເມື່ອປີ 2020 ທີ່ຜ່ານມາ ແລະ ຍັງໃຫ້ຄົງອາຍຸສຳປະທານໄວ້ 99 ປີເຊັ່ນເດີມ ໂດຍໃຫ້ເລີ່ມນັບຈາກປີ 2007 ເປັນຕົ້ນໄປກໍຄືຈະຄົບອາຍຸສຳປະທານໃນປີ 2106 ນັ້ນເອງ.

ແຕ່ຢ່າງໃດກໍ່ຕາມ ກະຊວງການເງິນຂອງ ສະຫະລັດ ກໍໄດ້ຂຶ້ນບັນຊີດຳ ແລະ ໃຫ້ຖືວ່າທ່ານ ຈ້າວ ເຫວີ່ຍ ປະທານບໍລິຫານຂອງກຸ່ມບໍລິສັດດອກງິ້ວຄຳນັ້ນເປັນອາຊະຍາກອນທີ່ມີສ່ວນກ່ຽວຂ້ອງໃນການຄ້າຢາເສບຕິດ, ການຄ້າມະນຸດ, ການຟອກເງິນ,​ ການໃຫ້ສິນບົນ ແລະ ການຄ້າສັດປ່າຂ້າມຊາດນັບແຕ່ເດືອນມັງກອນ 2018 ເປັນຕົ້ນມາ ແຕ່ທ່ານ ຈ້າວ ເຫວີ່ຍ ກໍໄດ້ໃຫ້ການປະຕິເສດຕໍ່ທຸກຂໍ້ກ່າວຫາ ແລະ ຕອບໂຕ້ວ່າເປັນການກະທຳຝ່າຍດຽວທີ່ບໍ່ຍຸຕິ ທຳຈຶ່ງບໍ່ສົ່ງຜົນກະທົບຕໍ່ແຜນການລົງທຶນພັດທະນາເຂດເສດຖະກິດພິເສດສາມຫຼ່ຽມຄຳທີ່ຖືກຕ້ອງຕາມກົດໝາຍຂອງ ລາວ ໃນທຸກໆດ້ານນັ້ນເອງ.

ສ່ວນຄະນະກຳມະການຄຸ້ມຄອງເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະແຫ່ງຊາດ ລາວ ໄດ້ສະເໜີລາຍງານວ່າເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະທັງ 12 ແຫ່ງໃນ ລາວ ໃນປັດຈຸບັນນີ້ມີບໍລິສັດເອກະຊົນເຂົ້າມາລົງທຶນຈຳນວນເຖິງ 806 ລາຍໃນນີ້ເປັນບໍລິສັດຕ່າງຊາດ 688 ລາຍ ແລະ ບໍລິສັດຮ່ວມທຶນລະ ຫວ່າງເອກະຊົນ ລາວ ກັບຕ່າງຊາດ 118 ລາຍມີມູນຄ່າລົງທຶນລວມເກີນກວ່າ 4,500 ລ້ານໂດລາ ແລະ ຜະລິດສິນຄ້າສົ່ງອອກໄປຕ່າງປະເທດໃນມູນຄ່າລວມ 394.4 ລ້ານໂດລາ ໂດຍມອບພັນທະໃຫ້ລັດຖະບານ ລາວ ໃນມູນຄ່າລວມ 122 ຕື້ກີບ ຫຼືປະມານ 13 ລ້ານໂດລາໃນປີທີ່ຜ່ານມາ ໂດຍ 12 ເຂດເສດຖະກິດພິເສດດັ່ງກ່າວນີ້ເປັນການລົງທຶນຂອງ ຈີນ ໃນ 9 ເຂດໂດຍບໍ່ລວມເຂດເສດຖະກິດມະຫານະທີສີທັນດອນທີ່ເມືອງໂຂງ ມີພື້ນທີ່ສຳປະທານ 9,848 ເຮັກຕາ ອາຍຸສຳປະທານ 99 ປີ ແລະ ໃຊ້ເງິນລົງທຶນກວ່າ 9,000 ລ້ານໂດລາ.

ນອກຈາກນີ ບັນດາບໍລິສັດຕ່າງຊາດຍັງໄດ້ນຳເຂົ້າແຮງງານສ່ວນຫຼາຍຈາກຕ່າງປະເທດອີກດ້ວຍ ຊຶ່ງເຫັນໄດ້ຈາກການຈ້າງແຮງງານຈຳນວນທັງໝົດ 26,756 ຄົນໃນເຂດເສດຖະກິດພິເສດທັງ 12​ ແຫ່ງປາກົດວ່າມີການຈ້າງແຮງ ງານ ລາວ ພຽງແຕ່ 2,607 ຄົນເທົ່ານັ້ນ ເນື່ອງຈາກວ່າຝີມືຂອງແຮງງານ ລາວ ບໍ່ສາມາດຕອບສະໜອງຄວາມຕ້ອງການໄດ້.

XS
SM
MD
LG