ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດ​ເຊຍ ເລີ້ມ​ການ​ຊ້ອມ​ລົບ​ ຢູ່​ເບ​ລາ​ຣຸ​ສ ແລະ​ນຳ​ເອົາ​ກຳ​ປັ່ນ​ລົບ ເຂົ້າ​ຈອດ ​ທີ່​ແຫຼມ​ໄຄ​ຣ​ເມຍ


ໃນ​ຮູບ​ຈາກວີ​ດີ​ໂອ ທີ່​ສະ​ໜອງ​ໂດຍ​ພະ​ແນກ​ຂ່າວ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຣັດ​ເຊຍ ເມື່ອ​ວັນ​ທີ 10 ກຸມ​ພາ 2022 ສະ​ແດງ​ໃຫ້​ເຫັນລະ​ບົບ​ປ້ອງ​ກັນ​ໄພ​ທາງ​ອາ​ກາດ S-400 ຂອງ​ຣັດ​ເຊຍ ຢູ່​ໃນ​ເຂດ​ແບ​ຣັ​ສ ​ທີ່​ມີ​ການ​​ຊ້ອມ​ລົບ ຂອງ​ທະ​ຫານ​ຣັດ​ເຊຍ​ກັບ​ເບ​ລາ​ຣຸ​ສ ທີ່​ປະ​ເທດ​ເບ​ລາ​ຣຸ​ສ.
ໃນ​ຮູບ​ຈາກວີ​ດີ​ໂອ ທີ່​ສະ​ໜອງ​ໂດຍ​ພະ​ແນກ​ຂ່າວ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຣັດ​ເຊຍ ເມື່ອ​ວັນ​ທີ 10 ກຸມ​ພາ 2022 ສະ​ແດງ​ໃຫ້​ເຫັນລະ​ບົບ​ປ້ອງ​ກັນ​ໄພ​ທາງ​ອາ​ກາດ S-400 ຂອງ​ຣັດ​ເຊຍ ຢູ່​ໃນ​ເຂດ​ແບ​ຣັ​ສ ​ທີ່​ມີ​ການ​​ຊ້ອມ​ລົບ ຂອງ​ທະ​ຫານ​ຣັດ​ເຊຍ​ກັບ​ເບ​ລາ​ຣຸ​ສ ທີ່​ປະ​ເທດ​ເບ​ລາ​ຣຸ​ສ.

ຣັດ​ເຊຍ​ເລີ້ມ​ການ​ຊ້ອມ​ລົບ​ຂະ​ໜາດ​ໃຫຍ່​ເປັນ​ເວ​ລາ 10 ມື້ທີ່​ເບ​ລາ​ຣຸ​ສໃນ​ວັນ​ພະ​ຫັດ​ວານນີ້ ແລະ​ໄດ້​ນຳ​ເອົາ​ກຳ​ປັ່ນ​ລົບ​ຂອງ​ຕົນ 6 ລຳ ເຂົ້າ​ຈອດ​ທີ່​ເມືອງ​ທ່າ​ຍຸດທະ​ສາດ​ໃນ​ທະ​ເລ​ດຳ ໂດຍ​ໄດ້​ຮັບ​ການ​ຕ້ອງ​ຕິ​ຢ່າງ​ແຮງ ​ຈາກ​ເຈົ້າ​ໜ້າ​ທີ່​ຢູ​ເຄ​ຣນ ທີ່​ຕຳ​ໜິ​ຕິ​ຕຽນ​ການ​ກະ​ທຳ​ຂອງ​ມົ​ສ​ກູນັ້ນ​ວ່າ ເປັນ​ການ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງຢູ່​ໃນ​ຂົງ​ເຂດເພີ້ມທະ​ວີ​ຂຶ້ນ​ຕື່ມ.

ການ​ຊ້ອມ​ລົບ​ຂອ​ງ​ຣັດ​ເຊຍ​ທີ່​ເບ​ລາ​ຣຸ​ສ ທີ່​ມີ​ທະ​ຫານ​ເຂົ້າ​ຮ່ວມ​ຫຼາຍໆ​ພັນ​ຄົນ​ພ້ອມ​ທັງ​ລະ​ບົບ​ອາ​ວຸດ​ຍຸດ​ທະ​ພັນ​ທີ່​ທັນ​ສະ​ໄໝເຊັ່ນ​ລະ​ບົບ​ລູກ​ສອນ​ໄຟ S-400 ທີ​ຍິງຈາກ​ພື້ນ​ດິນ​ຫາ​ອາ​ກາດ ລະ​ບົບ​ປ້ອງ​ກັນໄພທາງ​ອາ​ກາດ​ແພນ​ເຊີ (Pantsir) ແລະເຮືອ​ບິ​ນ​ລົ​ບ​ອາຍ​ພົ່ນ Su-35 ​ຊຶ່ງ​ໃນ​ບາງ​ຈຸດນັ້ນ ແມ່ນ​ຫ່າງ​ຈາກ​ນະ​ຄອນ​ຫຼວງ​ກີ​ຢິບ​ຂອງ​ຢູ​ເຄ​ຣນ​ໄປ​ທາງ​ເໜືອ ພຽງ​ແຕ່ 210 ກິ​ໂລ​ແມັດ​ເທົ່​ານັ້ນ.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ຣັດ​ເຊຍ​ກ່າ​ວວ່າ ກຳ​ປັ່ນ​ລົບ 6 ລຳ​ໄດ້​ໄປ​ເຖິງ​ເມືອງ​ທ່າ​ເຊວາ​ສ​ໂຕ​ໂປ​ລ ໃນ​ແຫຼມ​ໄຄ​ຣ​ເມຍ ຊຶ່ງ​ຣັດ​ເຊຍ​ໄດ້​ປະ​ກາດ​ຮວມ​ເອົາ​ຈາກ​ຢູ​ເຄ​ຣນ ເຂົ້າ​ເປັນ​ດິນ​ແດນ​ຂອງ​ຕົນ​ໃນ​ປີ 2014. ກຳ​ປັ່ນ​ເຫຼົ່າ​ນີ້ ​ໄດ້​ເດີນ​ທາງ 13 ພັນ​ກິ​ໂລ​ແມັດຈາກ​ທະ​ເລ​ບາ​ລ​ຕິກໃນ​ອັນ​ທີ່​ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າເປັນ​ການ​ຊ້ອມລົບ​ທາງ​ທະ​ເລນັ້ນ. ກຳ​ປັ່ນຂອງ​ຣັດ​ເຊຍເຫຼົ່າ​ນີ້​ ແມ່ນ​ອອກ​ແບບ​ ເພື່ອ​ນຳ​ເອົາ​ທະ​ຫານ ຍານ​ພາ​ຫະ​ນະ ແລະ​ອຸບ​ປະ​ກອນ​ຕ່າງໆ ສຳ​ລັບ​ການຍົກ​ພົນ​ຂຶ້ນ​ບົກ.

ເຈົ້າ​ໜ້າ​ທີ່​ໃນ​ນະ​ຄອນ​ຫຼວງ​ມົ​ສ​ກູ ແລະ​ມິງ​ຄ໌ ກ່າວ​ວ່າ ທະ​ຫານ​ຣັດ​ເຊຍ​ຈະ​ຖອນອອກ​ໄປ​ຈາກ​ເບ​ລາ​ຣຸ​ສ ຫຼັງ​ຈາກ​ການ​ຊ້ອມ​ລົບ​ສິ້ນ​ສຸດ​ລົງ ໃນ​ວັນ​ທີ 20 ກຸມ​ພາ ແຕ່​ບັນ​ດາ​ເຈົ້າ​ໜ້າ​ທີ່​ປະ​ເທດ​ຕາ​ເວັນ​ຕົກ​ຍັງ​ມີ​ຄວາມ​ຢ້ານ​ກົວ​ວ່າ ພວກ​ເຂົາ​ເຈົ້າ​ຈະຖືກ​ນຳ​ໃຊ້​ໃນ​ການ​ບຸກ​ຂອງ​ຣັດ​ເຊຍ​ເຂົ້າ​ໄປ​ໃນ​ປະ​ເທດ​ຢູ​ເຄ​ຣນຊຶ່ງ​ຄັ້ງ​ນຶ່ງ​ເຄີຍ​ເປັນສາ​ທາ​ລະ​ນະ​ລັດ​ຂອງ​ສະ​ຫະ​ພາບ​ໂຊ​ຫວຽດ ພ້ອມ​ກັບ​ກຳ​ລັງ​ທະ​ຫານ 100,000 ຄົນ ທີ່​ມົ​ສ​ກູ​ໄດ້​ມີ​ການ​ເສີມ​ກຳ​ລັງ ​ຢູ່​ຕາມ​ບໍ​ລິ​ເວນ​ຊາຍ​ແດນ​ທາງ​ກ້ຳ​ຕາ​ເວັນ​ອອກ​ຂອງ​ຢູ​ເຄ​ຣນ.

ເຈົ້າ​ໜ້າ​ທີ່​ຢູ​ເຄ​ຣນ ຊຶ່ງ​ໄດ້​ເລີ້ມ​ການ​ຊ້ອມ​ລົບ​ຂອງ​ຕົນ​ໃນ​ວັນ​ພະ​ຫັດ​ວານນີ້ ກ່າວ​ໂຈມ​ຕີ​ການ​ຊ້ອມ​ລົບ​ທາງ​ທະ​ເລ​ຂອງ​ຣັດ​ເຊຍ ໂດຍ​ເອີ້ນ​ວ່າ “ເປັນ​ກິດ​ຈະ​ກຳ​ໃນທາງ​ລົບ​ເພື່ອ​ທຳ​ລາຍ​ສະ​ຖຽນ​ລະ​ພາບ​ຕໍ່​ສະ​ຖາ​ນະ​ການ​ດ້ານ​ຄວາມ​ໝັ້ນ​ຄົງ.” ກີ​ຢິບ​ໄດ້​ກ່າ​ວ​ຫາ​ຣັ​ດ​ເຊຍ​ວ່າ ລະ​ເມີດ​ກົດ​ໝາຍ​ລະ​ຫວ່າງ​ປະ​ເທດ ໂດຍ​ໄດ້​ຫ້າມ​ບໍ່ໃຫ້​ກຳ​ປັ່ນ​ເຂົ້າ​ໄປ​ ໃນ​ບໍ​ລິ​ເວນນ່ານ​ນ້ຳ​ທີ່ກວ້າງ​ຂວາງ ​ເພື່ອ​ຍິງ​ລູກ​ສອນ​ໄຟ​ແລະ​ປືນ​ໃຫຍ່ໃນ​ການ​ຊ້ອມ​ລົບ​ຂອງ​ຕົນ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທ​ດາຂອງ​ຢູ​ເຄ​ຣນ ທ່ານ​ໂອ​ເລັກ​ຊີ ເຣັ​ສ​ນີ​ກັອບ (Oleksii Reznikov) ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ວ່າ “ບາດ​ກ້າວ​ເຫຼົ່າ​ນີ້ເປັນ​ໄພ​ຂົ່ມຂູ່​ອີກ​ອັນ​ນຶ່ງ​ຕໍ່​ອະ​ທິ​ປະ​ໄຕ​ຂອງ​ຢູ​ເຄ​ຣນໃນ​ເຂດ​ນ່ານ​ນ້ຳ​ທາງ​ທະ​ເລ​ແລະ​ສິດ​ທິ​ອະທິ​ປະ​ໄຕ​ຂອງ​ຕົນ ໃນ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ທາງ​ທະ​ເລ. ໂດຍ​ການ​ຂັດ​ຂວາງ​ຕໍ່​ເສັ້ນ​ທາງ​ການ​ເດີນ​ເຮືອນັ້ນ ສະ​ຫະ​ພັນ​ຣັດ​ເຊຍ ໄດ້​ເຮັດ​ໃຫ້​ການ​ເດີນ​ທາງ​ ທາງ​ທະ​ເລເປັນ​ໄປ​ບໍ່​ໄດ້​ເລີຍ ຢູ່​ໃນ​ບໍ​ລິ​ເວນ​ດັ່ງ​ກ່າວນີ້ ແລະ​ອະ​ນະ​ຍາດ​ໃຫ້​ກຳ​ປັ່ນ​ເຂົ້າ​ໄປ​ຈອດ​ຢູ່​ໃນ​ທ່າ​ເຮືອ​ຂອງ​ຢູ​ເຄ​ຣນ ໂດຍ​ສະ​ເພາະ​ຢູ່​ໃນ​ທະ​ເລ​ອາ​ຊັອບ (Azov.)

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG