ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການດຳເນີນມາດຕະການສະກັດກັ້ນ ໂຄວິດ-19 ຢ່າງເຂັ້ມງວດຂອງ ຈີນ ໄດ້ສົ່ງຜົນກະທົບຕໍ່ການສົ່ງສິນຄ້າກະສິກຳຂອງ ລາວ ໄປ ຈີນ ຢ່າງຮຸນແຮງ


ລົດບັນທຸກສິນຕິດຄ້າງຢູ່ດ່ານ ບໍ່ເຕັນ.
ລົດບັນທຸກສິນຕິດຄ້າງຢູ່ດ່ານ ບໍ່ເຕັນ.

ການດຳເນີນມາດຕະການສະກັດກັ້ນ ໂຄວິດ-19 ຢ່າງເຂັ້ມງວດຂອງທາງການ ຈີນ ໄດ້ສົ່ງຜົນກະທົບຕໍ່ການສົ່ງສິນຄ້າກະສິກຳຂອງ ລາວ ໄປ ຈີນ ຢ່າງຮຸນແຮງ ໂດຍເຮັດໃຫ້ເກີດການເສຍຫາຍໄປແລ້ວເກີນກວ່າ 50 ເປີເຊັນ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງອຸດສາຫະກຳ ແລະ ການຄ້າໃຫ້ການຢືນຢັນວ່າ ການດຳເນີນມາດຕະການສະກັດກັ້ນການລະບາດໄວຣັສ ໂຄວິດ-19 ຢ່າງເຂັ້ມງວດຂອງທາງການ ຈີນ ໂດຍສະເພາະກໍແມ່ນການກວດກາສິນຄ້າ ແລະ ການຈຳກັດຈຳນວນລົດຂົນສົ່ງສິນຄ້າຈາກ ລາວ ໄປ ຈີນ ຢູ່ດ່ານບໍ່ເຕັນ-ດ່ານບໍ່ຫານຂອງ ຈີນ ນັບແຕ່ທ້າຍປີ 2021 ເປັນຕົ້ນມາຈົນເຖິງປັດຈຸບັນນີ້ໄດ້ສົ່ງຜົນກະທົບຢ່າງນັກໜ່ວງຕໍ່ການສົ່ງອອກສິນຄ້າກະສິກຳຂອງ ລາວ ໄປ ຈີນ ເພາະວ່າການດຳເນີນມາດຕະການດັ່ງກ່າວຂອງທາງການ ຈີນ ໄດ້ເຮັດໃຫ້ເກີດການຊັກຊ້າໃນການຂົນສົ່ງສິນຄ້າກະສິກຳຈາກ ລາວ ໄປ ຈີນ ແລະ ເກີດການເສຍຫາຍຢ່າງຫຼວງຫຼາຍອັນໄດ້ສົ່ງຜົນກະທົບຕໍ່ເນື່ອງເຮັດໃຫ້ຫົວໜ່ວຍການຜະລິດສິນຄ້າກະສິກຳໃນ ລາວ ຕ້ອງປະສົບກັບບັນຫາຂາດທຶນຢ່າງໜັກ ແລະ ໄດ້ເຮັດໃຫ້ການສົ່ງອອກສິນຄ້າກະສິກຳຂອງ ລາວ ໄປ ຈີນ ຫຼຸດລົງເກີດກວ່າ 50 ເປີເຊັນອີກດ້ວຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນກະຊວງອຸດສາຫະກໍາ ແລະ ການຄ້າໄດ້ໃຫ້ການຢືນຢັນວ່າ

“ຢູ່ດ່ານບໍ່ເຕັນເພິ່ນຫັ້ນໄດ້ຈໍາກັດຈໍານວນແລ້ວກະເພີ່ມມາດຕະການເຮັດໃຫ້ການຂົນສົ່ງສິນຄ້າກະສິກຳນີ້ຊັກຊ້າ ບາງອັນກະມີການເນົ່າເປື່ອຍ ສະນັ້ນສະພາບການດັ່ງກ່າວນີ້ກະຍັງແກ່ຍາວມາເຖິງປັດຈຸບັນ ຊຶ່ງເປັນປາກົດການມາແຕ່ເດືອນ 11 ພຸ້ນ ແລະ ເຮັດໃຫ້ຫຼາຍບໍລິສັດທີ່ລົງທຶນນີ້ຊຶ່ງມີການກະກຽມແລ້ວກໍຕາມ ແຕ່ສະພາບການປິດດ່ານດັ່ງກ່າວຫັ້ນເຂົາເຈົ້າກໍບໍ່ກ້າລົງທຶນຫຼາຍ ບາງບໍລິສັດກໍຍົກເລີກ ແລະ ບາງບໍລິສັດໄດ້ເຮັດແຕ່ 10-20 ເປີເຊັນຂອງແຜນການ ສະນັ້ນຄາດວ່າພວກເຮົາຈະຫຼຸດແຜນການເຄິ່ງນຶ່ງພຸ້ນໃດ.”

ທັງນີ້ທາງການແຂວງອຸດົມໄຊ ໄດ້ອອກແຈ້ງການເຖິງບັນດາຜູ້ປະກອບການຂົນສົ່ງສິນຄ້າໃນ ລາວ ທີ່ຈະເດີນທາງແຜນຖະໜົນເລກ 13 ເໜືອເຂົ້າມາໃນແຂວງອຸດົມໄຊ ເພື່ອຂົນສົ່ງສິນຄ້າໄປຍັງຊາຍແດນ ລາວ-ຈີນ ທີ່ດ່ານບໍ່ເຕັນ ແຂວງຫຼວງນໍ້າທາ ຫຼືໄປດ່ານຊາຍແດນທີ່ຂົວມິດຕະພາບ ລາວ-ໄທ ແຂວງບໍ່ແກ້ວນັ້ນຕ້ອລະງັບການເດີນທາງໄວ້ກ່ອນເປັນການຊົ່ວຄາວ ເນື່ອງຈາກວ່າຍັງຄົງມີປະລິມານລົດບັນທຸກທີ່ຈອດລໍຖ້າຂ້າດ່ານບໍ່ເຕັນ ເພື່ອເຂົ້າໄປສົ່ງສິນຄ້າໃນຝັ່ງ ຈີນ ຢູ່ເປັນຈຳນວນຫຼາຍ ຈຶ່ງເຮັດໃຫ້ມີລົດຕິດສະສົມຈາກໜ້າດ່ານບໍ່ເຕັນ ໄປຕາມຖະໜົນ R3a ແລ້ວກໍເລີຍ 3 ແຍກບ້ານນາເຕີຍໄປຕາມຖະໜົນເລກ 13 ເໜືອໄປເຖິງບ້ານປາງທອງ ເມືອງນາໝໍ້ ແຂວງອຸດົມໄຊ ມີລົດສິນຄ້າຈອດລຽງກັນເປັນໄລຍະທາງຍາວກວ່າ 50 ກິໂລແມັດ.

ທາງການ ຈີນ ໄດ້ເພີ່ມຄວາມເຂັ້ມງວດໃນການກວດສະຂະພາບຄົນຂັບລົດ ແລະ ກວດກາສິນຄ້າທີ່ຂົນສົ່ງຈາກ ລາວ ໄປ ຈີນ ໂດຍບໍ່ມີຂໍ້ຍົກເວັ້ນ ທັງນີ້ເພື່ອສະກັດກັ້ນໄວຣັສໂຄວິດ-19 ບໍ່ໃຫ້ແຜ່ລະບາດຈາກ ລາວ ເຂົ້າໄປໃນ ຈີນ ແລະ ອະນຸຍາດໃຫ້ລົດບັນທຸກສິນຄ້າຈາກ ລາວ ເຂົ້າໄປໃນ ຈີນ ໄດ້ພຽງ 150 ຄັນຕໍ່ວັນເທົ່ານັ້ນ ໃນຂະນະທີ່ມີລົດຂົນສົ່ງສິນຄ້າຈາກ ລາວ ໄປ ຈີນ ຫຼາຍກວ່າ 350 ຄັນຕໍ່ວັນ ຈຶ່ງເຮັດໃຫ້ມີລົດສິນຄ້າຕົກຄ້າງຢູ່ໃນ ລາວ ໂດຍສະເລ່ຍເຖິງ 200 ຄັນໃນແຕ່ລະວັນນັບແຕ່ເດືອນພະຈິກ 2021 ເປັນຕົ້ນມາຈົນເຖິງປັດຈຸບັນ.

ສ່ວນທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າຢືນຢັນວ່າ ທາງການ ລາວ ຈະຂໍເປີດການເຈລະຈາກັບທາງການ ຈີນ ໃນໄວໆນີ້ ເພື່ອຂໍໃຫ້ທາງການ ຈີນ ພິຈາລະນາໃນການເປີດດ່ານຊາຍແດນລະຫວ່າງ ລາວ-ຈີນ ເພີ່ມຂຶ້ນເຊັ່ນດ່ານປາງໄຮ-ສ່າເຫີ ທີ່ເມືອງສິງ ແຂວງຫຼວງນໍ້າທາ ກັບເມືອງລ້າໃນເຂດສິບສອງພັນນາ ດ່ານລານຕຸຍ ໃນແຂວງຜົ້າສາລີກັບເມືອງຄໍາທີ່ເຂດຜູ່ເອີ ແຂວງຢຸ່ນໜານ ແລະ ການຂົນສົ່ງທາງເຮືອໃນແນວແມ່ນໍ້າຂອງ ເພື່ອທີ່ຈະລະບາຍສິນຄ້າ ລາວ ໄປ ຈີນ ໄດ້ໄວຂຶ້ນ.

ທັງນີ້ຄາດວ່າຈະມີສິນຄ້າກະສິກຳຈາກແຂວງຫຼວງນໍ້າທາສົ່ງໄປ ຈີນ 1,651,830 ໂຕນ,​ ແຂວງຜົ້ງສາລີ 248,455 ໂຕນ, ແຂວງໄຊຍະບູລີ 195,650 ໂຕນ, ແຂວງອຸດົມໄຊ 88,873 ໂຕນ ກັບແຂວງຫຼວງພະບາງອີກເກີນກວ່າ 24,586 ໂຕນໃນໄລຍະ 6 ເດືອນຕົ້ນປີ 2022 ໝາຍຄວາມວ່າສິນຄ້າກະສິກຳຂອງ ລາວ ດັ່ງກ່າວນີ້ຈະເກີດການເສຍຫາຍຫຼາຍກວ່າ 50 ເປີເຊັນ ຖ້າຫາກວ່າທາງການ ຈີນ ຍັງດຳເນີນມາດຕະການສະກັດກັ້ນໂຄວິດ-19 ຢ່າງເຂັ້ມງວດຕໍ່ໄປ ໂດຍທີ່ບໍ່ມີການພິຈາລະນາເປີດດ່ານຊາຍແດນ ຈີນ-ລາວ ເພີ່ມຂຶ້ນແຕ່ຢ່າງໃດນັ້ນເອງ.

ສ່ວນເຈົ້າໜ້າທີ່ໃນແຂວງຫຼວງນໍ້າທາ ຢືນຢັນວ່າການສົ່ງສິນຄ້າກະສິກຳຈາກແຂວງຫຼວງນໍ້າທາໄປ ຈີນ ມີປະລິມານລວມເກີນກວ່າ 876,000 ໂຕນໃນປີ 2020 ໃນນີ້ກໍລວມເຖິງຢາງພາລາ 66,000 ກວ່າໂຕນ, ແປ້ງມັນຕົ້ນ 58,000 ກວ່າໂຕນ, ອ້ອຍ 450,000 ກວ່າໂຕນ, ກ້ວຍຫອມ 21,700 ໂຕນ, ໝາກໂມ 26,500 ກວ່າໂຕນ, ສາລີ 250,000 ກວ່າໂຕນ,​ ພືດຕະກຸນຖົ່ວ ແລະ ໝາກໄມ້ກວ່າ 3,700 ໂຕນ ຫາກແຕ່ປະລິມານການສົ່ງອອກກໍໄດ້ປັບຕົວລົງເຖິງ 45 ເປີເຊັນໃນຕະຫຼອດປີ 2021 ແລະ ຫຼຸດລົງເກີນກວ່າ 60 ເປີເຊັນໃນຊ່ວງ 3 ເດືອນທີ່ຜ່ານມານີ້ ໂດຍພາຍໃຕ້ສະພາບການດັ່ງກ່າວກໍຍັງເຮັດໃຫ້ຄາດໝາຍໄດ້ວ່າການສົ່ງອອກສິນຄ້າກະສິກຳຂອງ ລາວ ໄປ ຈີນ ຈະຫຼຸດລົງເຫຼືອບໍ່ເຖິງ 400 ລ້ານໂດລາໃນປີ 2022 ຈາກທີ່ໄດ້ສົ່ງອອກເກີນກວ່າ 960 ລ້ານໂດລາໃນປີ 2021.

XS
SM
MD
LG