ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານໄບເດັນ ສັ່ງຊື້ຢາເມັດກັນໂຄວິດ ເພີ້ມ​ຂຶ້ນເປັນສອງເທົ່າ ເພື່ອຕໍ່ຕ້ານກັບໄວຣັສສາຍພັນໂອໄມຄຣອນ


Biden Doubles Order of COVID Pills to Fight Omicron
please wait

No media source currently available

0:00 0:02:36 0:00

ລາຍງານກ່ຽວກັບ ທ່ານ ໄບເດັນ ມີຄໍາສັ່ງໃຫ້ຊື້ຢາເມັດສໍາລັບ​ກັນໂຄວິດ ເພີ້ມ​ຂຶ້ນເປັນສອງເທົ່າ ເພື່ອຕໍ່ຕ້ານກັບໄວຣັສໂອໄມຄຣອນ.

ປະທານາທິບໍດີ ໄບເດັນ ໄດ້ສັ່ງໃຫ້ລັດຖະບານຂອງທ່ານ ຈັດຊື້ຢາເມັດຟາຍເຊີ ແພກສ໌ໂລວິດ (Paxlovid) ສໍາລັບໂຄວິດ-19 ເພີ້ມຕື່ມ 10 ລ້ານຊຸດ, ເຮັດໃຫ້ລວມຈໍານວນ ເປັນຢ່າງນ້ອຍ 20 ລ້ານຊຸດ, ເຊິ່ງເປັນສ່ວນນຶ່ງຂອງຍຸດທະສາດ ໃນການຕໍ່ຕ້ານກັບໄວຣັສສາຍພັນໂອໄມຄຣອນ. ທ່ານໄດ້ກ່າວເນັ້ນກັບປະຊາຊົນຊາວອາເມຣິກັນໃນມື້ວັນອັງຄານທີ່ຜ່ານມາວ່າກໍລະນີຜູ້ຕິດເຊື້ອໂຄວິດ-19 ຢູ່ໃນສະຫະລັດ ເພີ້ມສູງຂຶ້ນເປັນປະຫວັດການ ລຸນຫຼັງຊ່ວງວັນພັກເທດສະ ການຕ່າງໆ. ແພັດຊີ ວິດາກຸສວາຣາ (Patsy Widakuswara), ຫົວໜ້າ​ນັກ​ຂ່າວ​ວີ​ໂອ​ເອ ປະຈໍາທໍານຽບຂາວ ມີລາຍງານ, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ປະຊາຊົນຜູ້ທີ່ອາໄສຢູ່ໃນນະຄອນຫຼວງວໍຊິງຕັນ ດີຊີ, ໄດ້ພາກັນຫຼິ້ນການຕໍ່ສູ້ກັນ ດ້ວຍການປັ້ນຫິມະແກວ່ງໃສ່ກັນໃນຊ່ວງຕົ້ນອາທິດນີ້, ເຊິ່ງເປັນສັນຍານປົກກະຕິໃນລະດູໜາວ ທີ່ມີກໍລະນີຜູ້ປ່ວຍໂຄວິດ-19 ເພີ້ມສູງຂຶ້ນອີກຄັ້ງ, ໂດຍເພີ້ມຂຶ້ນໃນທັນທີຍ້ອນໄວຣັສສາຍພັນໃໝ່ໂອໄມຄຣອນ.

ໃນມື້ວັນຈັນທີ່ຜ່ານມາ ກໍລະນີຜູ້ຕິດເຊື້ອໄວຣັສໂຄໂຣນາຂອງປະເທດ ໄດ້ມີການ​ເພີ້ມສູງ​ຂຶ້ນ​ ເປັນ​ປະ​ຫວັດ​ການ​ຂອງໂລກເຖິງ 1 ລ້ານກໍລະນີພາຍໃນ 24 ຊົ່ວ ໂມງ, ອີງຕາມລາຍງານຂອງມະຫາວິທະຍາໄລ ຈອນສ໌ ຮອບກິນສ໌.

ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ກ່າວວ່າ:

“ໃນມື້ນີ້, ຂ້າພະເຈົ້າໄດ້ສັ່ງໃຫ້ໜ່ວຍງານຂອງຂ້າພະເຈົ້າ ປະຕິບັດງານຮ່ວມກັບຟາຍເຊີ ເພື່ອສັ່ງຊື້ຢາເປັນຈໍານວນສອງເທົ່າ ຈາກ 10 ລ້ານຊຸດ ມາເປັນ 20 ລ້ານຊຸດ ສໍາລັບການປິ່ນປົວຮັກສາ ທີ່ຈະມີຂຶ້ນໃນອີກບໍ່ເທົ່າໃດເດືອນຂ້າງໜ້ານີ້.”

ໃນວັນອັງຄານທີ່ຜ່ານມາ, ປະທານາທິບໍດີ ໂຈ ໄບເດັນ ໄດ້ເນັ້ນຢໍ້າເຖິງຈຸດສໍາຄັນທາງຍຸດທະສາດ ຂອງລັດຖະບານຂອງທ່ານ ເພື່ອຮັບ​ມືກັບສາຍພັນໂອໄມ ຄຣອນ. ພ້ອມກັນນັ້ນ ກໍເພື່ອຈັດຊື້ຢາເມັດຟາຍເຊີ້ກັນໂຄວິດ-19 ຫຼາຍຂຶ້ນ.

ທ່ານໄດ້ໃຫ້ສັນຍາວ່າ ຈະຂະຫຍາຍການນໍາໃຊ້ ໃນການສັກຢາເພີ້ມ ຫຼືບູສເຕີ້ ແລະການກວດໂຄວິດ-19 ໃຫ້ເປັນວົງກ້ວາງຫຼາຍຂຶ້ນ.

ເນື່ອງຈາກວ່າ ປະຊາຊົນຊາວອາເມຣິກັນຕ້ອງໄດ້ລໍຖ້າເປັນແຖວຍາວ ເພື່ອດໍາເນີນການກວດກາຫາພະຍາດໂຄວິດນັ້ນ, ທ່ານໄບເດັນ ໄດ້ກ່າວຕໍາໜິ ຕໍ່ຄວາມຫຼ້າຊ້າ ແລະການຂາດແຄນອຸປະກອນ ໃນການສະໜອງດັ່ງກ່າວ.

ລັດຖະບານຂອງທ່ານ ບໍ່ໄດ້ໃຫ້ລາຍລະອຽດໃດໆ ກ່ຽວກັບການແຈກຢາຍຊຸດກວດໂຄວິດ-19 ດ້ວຍຕົນເອງຢູ່ທີ່ເຮືອນ ຈໍານວນເຄິ່ງລ້ານຕາມຄໍາສັນຍາ. ການກວດດັ່ງ​ກ່າວ ຖືເປັນ​ກະແຈສໍາຄັນ ໃນການຈໍາກັດການແຜ່ລະບາດຂອງໄວຣັສສາຍພັນໂອໄມຄຣອນແລະການຫຼຸດຈໍານວນຜູ້ທີ່ຈະເຂົ້າໄປຮັບການປິ່ນປົວຮັກສາໃນໂຮງໝໍລົງ.

ດຣ. ວິລລຽມ ຊັຟເນີ (William Schaffner), ສາດສະດາຈານດ້ານພະຍາດຕິດຕໍ່ ທີ່​ສະ​ຖາ​ບັນ​ການ​ແພດ ມະຫາວິທະຍາໄລແວນເດີບິລຕ໌ (Vanderbilt) ກ່າວຜ່ານທາງສໄກປ໌ວ່າ:

“ພວກເຮົາບໍ່ສາມາດເຮັດຫຍັງໄດ້ຫຼາຍໃນການຢັບຢັ້ງການແຜ່ລະບາດຂອງການຕິດຕໍ່ທາງໄວຣັສທີ່ບໍ່ທໍາມະດານີ້ໄດ້. ແລະຖ້າມັນເຮັດໃຫ້ເກີດເຊື້ອໂຣກພຽງເລັກນ້ອຍ, ພວກເຮົາກໍສາມາດ ຖ້າພວກເຈົ້າຈະຕີລາຄາ, ຍອມອົດທົນ ໃນລະ ຫວ່າງ ທີ່ພວກເຮົາກໍພະຍາຍາມ ທີ່ຈະດໍາເນີນການປ້ອງກັນການເຂົ້າໄປປິ່ນປົວຢູ່ໃນໂຮງໝໍເຫຼົ່ານີ້ຕໍ່ໄປ.”

ມີຫຼັກຖານຫຼາຍຢ່າງຂຶ້ນມາວ່າ ໄວຣັສສາຍພັນໂອໄມຄຣອນ ເຮັດໃຫ້ມີການສະ ແດງອາການ ທີ່ບໍ່​ຮ້າຍ​ແຮງ​ທໍ່ສາຍພັນອື່ນໆກ່ອນໜ້ານີ້, ໃນບາງກໍລະນີ ສົ່ງຜົນໃຫ້ຈໍານວນຜູ້ເສຍຊີວິດນັ້ນຫຼຸດລົງ ເຖິງແມ່ນວ່າຈໍານວນຜູ້ທີ່ຕິດເຊື້ອນັ້ນໄດ້ເພີ້ມຂຶ້ນສູງ.

ທ່ານອັບດີ ມາຮາມູດ (Abdi Mahamud), ຜູ້ຈັດການກັບເຫດການທີ່ເກີດຂຶ້ນແຫ່ງອົງການອະນາໄມໂລກ ຫຼື WHO ກ່າວວ່າ:

“ພວກເຮົາເຫັນການສຶກສາຫຼາຍ ແລະຫຼາຍຂຶ້ນ ທີ່ຊີ້ໃຫ້ເຫັນວ່າ ໄວຣັສສາຍພັນໂອໄມຄຣອນ ແມ່ນຕິດເຊື້ອຢູ່ທີ່ສ່ວນເທິງຂອງຮ່າງກາຍ. ບໍ່ຄືກັນກັບໄວຣັສສາຍພັນອື່ນໆ ທີ່ການຕິດເຊື້ອ ຈະຕິດຢູ່ທີ່ປອດ, ອັນຈະກໍ່ໃຫ້ເກີດການອັກເສບປອດຢ່າງຮຸນແຮງ. ມັນອາດຈະເປັນຂ່າວດີ, ແຕ່ພວກເຮົາຍັງຕ້ອງການ ການສຶກສາຄົ້ນຄວ້າຢ່າງຈິງຈັງຫຼາຍຂຶ້ນ ເພື່ອພິສູດຕໍ່ເຫດຜົນດັ່ງກ່າວ.”

ສະຫະລັດ ໄດ້ບໍລິຈາກວັກຊີນໄປແລ້ວຈໍານວນ 315 ລ້ານໂດສ ໃນທົ່ວໂລກ ໃນຂະນະທີ່ໃຫ້ຄໍາໝັ້ນສັນຍາໃນຈໍານວນລວມທັງໝົດ 1 ຕື້ 200 ລ້ານໂດສ. ແຕ່ວ່າ ຜູ້ຊ່ຽວຊານທາງດ້ານສຸຂະພາບບາງທ່ານກ່າວວ່າ ໃນບັນດາປະເທດທີ່ຮັ່ງມີ ບໍ່ໄດ້ດໍາເນີນການພຽງພໍ ໃນສະໜອງການສັກຢາວັກຊີນ ຢູ່ໃນທົ່ວໂລກ ແລະປ້ອງກັນບໍ່​ໃຫ້​ເກີດພາວະສຸກເສີນຂອງສາຍພັນໃໝ່ອື່ນໆ.

ດຣ. ປິເຕີ້ ໂຮເຕັຊ (Peter Hotez), ຫົວໜ້າຄະ​ນະ​ສະ​ຖາ​ບັນແຫ່ງ​ຊາດ​ການຢາເຂດຮ້ອນແຫ່ງມະຫາວິທະຍາໄລການຢາ ເບເລີ (Baylor), ກ່າວຜ່ານທາງສະໄກປ໌ວ່າ:

“ຈົນກວ່າພວກເຮົາຈະເພີ້ມຄວາມພະຍາຍາມ ໃນການສັກຢາວັກຊີນຢູ່ໃນທະວີບອາຟຣິກາ, ຂົງເຂດເອເຊຍຕາເວັນອອກສຽງໃຕ້ ແລະອາເມຣິກາລາຕິນ ເປັນສອງເທົ່າ, ພວກກໍເຮົາຈະມີບັນຫາຢູ່ແບບນີ້ ແລະນັ້ນ ຄືສິ່ງທີ່ຈະຕ້ອງຈັດເປັນ ລໍາດັບຄວາມສໍາຄັນ. ແລະຈົນເຖິງຂະນະນີ້, ທັງລັດຖະບານສະຫະລັດ ແລະບັນດາປະເທດກຸ່ມ G-7 ບໍ່ໄດ້ໃຫ້ຄໍາໝັ້ນສັນຍາດັ່ງກ່າວຢ່າງແທ້ຈິງ.”

ໃນມື້ວັນຈັນທີ່ຜ່ານມາ, ເຈົ້າໜ້າທີ່ທາງດ້ານສຸຂະພາບຂອງສະຫະລັດ ໄດ້ອະນຸ ມັດ ການສັກຢາເພີ້ມ ຫຼື ບູສເຕີ້ຂອງຟາຍເຊີ ສໍາລັບເດັກນ້ອຍທີ່ມີອາຍຸຕ່ຳ​ເຖິງ 12 ປີ, ໂດຍຄາດການວ່າ ຈະມີການອະນຸມັດໃນຂັ້ນສຸດທ້າຍໃນອີກບໍ່ເທົ່າໃດມື້ທີ່ຈະມາເຖິງນີ້.

President Joe Biden has directed his administration to buy an additional 10 million courses of Pfizer’s COVID-19 pill, Paxlovid, bringing the total to at least 20 million courses, as part of his strategy to combat omicron. He addressed the American public Tuesday as COVID-19 cases in the U.S. surge to record levels following the holidays. White House Bureau Chief Patsy Widakuswara has this report.

Residents of Washington, D.C., turned out for a snowball fight earlier this week, a sign of normalcy in a winter marked by soaring COVID-19 cases in the United States, yet again. Fueled by the omicron variant,

on Monday the nation’s coronavirus cases reached a world record of one million detected in 24 hours, according to a report by the Johns Hopkins University.

President Joe Biden

“Today, I'm directing my team to work with Pfizer to double our order from 10 million to 20 million treatment courses to be delivered in the months ahead.”

On Tuesday President Joe Biden outlined his administration’s strategy to address omicron. In addition to buying more Pfizer COVID-19 pills, he promised to make booster shots and testing more widely available.

With Americans having to wait in long lines to get tested, Biden has been blamed for delays and shortages.

His administration has not given details on the distribution of the promised half a billion free at-home test kits. Testing is considered key to limit omicron’s spread and reduce hospitalization.

Dr. William Schaffner, an infectious disease professor at Vanderbilt University School of Medicine, via Skype

“We can't do very much about inhibiting the spread of this extraordinarily contagious virus. And if it only produces mild disease, we could, if you will, quote, tolerate that while we try to continue to prevent these hospitalizations.”

More evidence is emerging that omicron causes milder symptoms than previous variants, in some places resulting in lower death rates despite soaring case numbers.

World Health Organization Incident Manager, Abdi Mahamud

"We are seeing more and more studies pointing out that omicron is infecting the upper part of the body. Unlike the other (variants infecting) the lungs, that would be causing severe pneumonia. It can be good news, but we really require more studies to prove that.”

The U.S. has donated more than 315 million vaccine doses globally while pledging a total of 1.2 billion doses. Yet some health experts say wealthy nations are not doing enough to vaccinate the world and prevent the emergence of new variants.

Dr. Peter Hotez, the dean of the National School of Tropical Medicine at Baylor College of Medicine, via Skype

“Until we redouble our commitment to vaccinate the African continent and Southeast Asia and Latin America, we're always going to have this problem and that's what has to be prioritized. And so far, neither the U.S. government nor the G-7 countries have really made that commitment.”

On Monday, U.S. health authorities approved Pfizer's booster shot for children as young as 12, with a final approval expected in the coming days.

XS
SM
MD
LG