ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານບລິງເກັນ ຈະໄປໃຫ້ການ ກ່ຽວກັບ ການຖອນທະຫານອາເມຣິກັນ ອອກຈາກອັຟການິສຖານ


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ໄປໃຫ້ການຕໍ່ຄະນະກຳມະການຂອງສະພາ ທີ່ຫໍລັດຖະສະພາສະຫະລັດ ຢູ່ນະຄອນຫຼວງວໍຊິງຕັນ ເມື່ອວັນທີ 8, ມິຖຸນາ 2021.
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ໄປໃຫ້ການຕໍ່ຄະນະກຳມະການຂອງສະພາ ທີ່ຫໍລັດຖະສະພາສະຫະລັດ ຢູ່ນະຄອນຫຼວງວໍຊິງຕັນ ເມື່ອວັນທີ 8, ມິຖຸນາ 2021.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ໄດ້ຕົກລົງທີ່ຈະໄປໃຫ້ການ ໃນອາທິດໜ້າ ຕໍ່ຄະນະກຳມະການຂອງລັດຖະສະພາ ເພື່ອກວດກາເບິ່ງຄວາມວຸ້ນວາຍລະຫວ່າງການຖອນທະຫານອອກຈາກອັຟການິສຖານ ໃນຕອນທ້າຍຂອງສົງຄາມ ເປັນເວລາ 2 ທົດສະວັດ ຊຶ່ງເປັນສົງຄາມທີ່ຍາວນານທີ່ສຸດ ໃນປະຫວັດສາດຂອງສະຫະລັດ.

ສະມາຊິກຂອງພັກຣີພັບບລີກັນ ຊຶ່ງເປັນພັກຝ່າຍຄ້ານ ແລະສະມາຊິກບາງຄົນຈາກພັກເດໂມແຄຣັດຂອງປະທານາທິບໍດີໂຈ ໄບເດັນ ເອງ ໄດ້ກ່າວໂຈມຕີກ່ຽວກັບການຈັດແຈງໃນການຖອນທະຫານ ພ້ອມທັງປະຊາຊົນຊາວອາເມຣິກັນແລະຊາວອັຟການິສຖານອີກຫຼາຍພັນຄົນ ທີ່ເຮັດວຽກເປັນນາຍພາສາ ໃຫ້ແກ່ກຳລັງສະຫະລັດ ແລະທີ່ປຶກສາ ໃນລະຫວ່າງສົງຄາມ.

ການຕ້ອງຕິ ແມ່ນແນໃສ່ເປັນການສະເພາະ ຫຼັງຈາກໄດ້ມີການປະກາດ ກ່ຽວກັບທະຫານອາເມຣິກັນ 13 ຄົນໄດ້ເສຍຊີິວິດ ໃນການໂຈມຕີສະຫຼະຊີບ ທີ່ສະໜາມບິນນະຄອນຫຼວງກາບູລ ໃນຊຸມມື້ສຸດທ້າຍຂອງການຖອນທະຫານ. ກຸ່ມລັດອິສລາມໃນແຂວງໂຄຣາຊານ ຊຶ່ງເປັນເຄືອຂ່າຍ ຂອງຕາໜ່າງກໍ່ການຮ້າຍຈາກພາກຕາເວັນອອກກາງ ໄດ້ອ້າງເອົາຄວາມຮັບຜິດຊອບໃນການໂຈມຕີດັ່ງກ່າວ.

ທ່ານບລິງເກັນ ໄດ້ຕົກລົງ ທີ່ຈະໄປໃຫ້ການ ຕໍ່ໜ້າຄະນະກຳມະການ ຄວາມສຳພັນກັບຕ່າງປະເທດຂອງສະພາສູງ ໃນວັນອັງຄານອາທິດໜ້າ ຂະນະທີ່ກຳມະການອື່ນໆຂອງສະພາ ກໍມີທ່າທາງວ່າ ຈະທຳການສືບສວນ ກ່ຽວກັບການຖອນທະຫານ ເຊັ່ນດຽວກັນ.

ການຖອນທະຫານຢ່າງເປັນທາງການ ໄດ້ສິ້ນສຸດລົງເມື່ອອາທິດກວ່າໆຜ່ານມານີ້ ແຕ່ຍັງມີທະຫານອາເມຣິກັນປະມານ 100 ຄົນ ຍັງຢູ່ໃນປະເທດອັຟການິສຖານ ໂດຍພວກເຈົ້າໜ້າທີ່ສະຫະລັດປະກາດວ່າຈະໃຫ້ການຊ່ວຍເຫຼືອແກ່ພວກເຂົາເຈົ້າຖ້າພວກເຂົາເຈົ້າຕ້ອງການຢາກເດີນທາງອອກຈາກອັຟການິສຖານ. ນອກນັ້ນຍັງມີຊາວອັຟການິສຖານອີກຫຼາຍໆພັນ ພວມຊອກຫາຊ່ອງທາງທີ່ຈະຍົກຍ້າຍມາຢູ່ສະຫະລັດຫຼືປະເທດອື່ນໆ ເພື່ອຫຼົບໜີຈາກຊີວິດພາຍໃຕ້ການປົກຄອງຂອງພວກກະບົດຕາລີບານ ທີ່ໄດ້ເຂົ້າຄວບຄຸມປະເທດເມື່ອໄວໆມານີ້.

ການຢັ່ງຫາງສຽງຂອງຜູ້ມີສິດປ່ອນບັດສະຫະລັດໃນທົ່ວປະເທດ ສະແດງໃຫ້ເຫັນວ່າ ມີການສະໜັບສະໜຸນຢ່າງກວ້າງຂວາງ ກ່ຽວກັບການຕັດສິນໃຈຂອງປະທາ ນາທິບໍດີໄບເດັນ ເພື່ອຍຸຕິໃນອັນທີ່ທ່ານເອີ້ນວ່າ “ສົງຄາມທີ່ບໍ່ມີມື້ສິ້ນສຸດ” ໃນອັຟການິສຖານ ແຕ່ບໍ່ແມ່ນໃນວິທີທີ່ການຖອນທະຫານເກີດຂຶ້ນ.

ທ່ານບລິງເກັນ ຊຶ່ງເປັນຫົວໜ້ານັການທູດຂອງສະຫະລັດມີທ່າທາງວ່າຈະປະເຊີນກັບຄຳຖາມທີ່ສຳຄັນໆຕ່າງໆ ກ່ຽວກັບວ່າເປັນຫຍັງສະຫະລັດຈຶ່ງບໍ່ເລີ້ມຍົກຍ້າຍຊາວອາເມຣິກັນໄວຂຶ້ນກວ່ານັ້ນ ໂດຍສະເພາະໃນເມື່ອທ່ານໄບເດັນ ໄດ້ປະກາດກ່ຽວກັບຄວາມຕັ້ງໃຈຂອງທ່ານ ໃນເດືອນເມສາ ທີ່ຈະໃຫ້ກຽດ ແກ່ຂໍ້ຕົກລົງຂອງອະດີດປະທານາທິບໍດີດໍໂນລ ທຣຳ ກັບກຸ່ມຕາລີບານ ທີ່ຈະສິ້ນສຸດສົງຄາມແລະຖອນທະຫານອາເມຣິກັນ ອອກຈາກປະເທດດັ່ງກ່າວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG