ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານອັບດູລລາ ນຳເອົາຂໍ້ສະເໜີ ຂອງກຸ່ມຕາລີບານ ກັບຄືນສູ່ ນະຄອນຫຼວງກາບູລ


ທ່ານອັບດູລລາ ອັບດູລລາ ປະທານສະພາສູງສຸດເພື່ອສ້າງຄວາມປອງດອງຊາດອັຟການິສຖານ ໃຫ້ສຳພາແກ່ອົງການຂ່າວເອພິີ ເມື່ອວັນທີ 1 ພຶດສະພາ 2021.
ທ່ານອັບດູລລາ ອັບດູລລາ ປະທານສະພາສູງສຸດເພື່ອສ້າງຄວາມປອງດອງຊາດອັຟການິສຖານ ໃຫ້ສຳພາແກ່ອົງການຂ່າວເອພິີ ເມື່ອວັນທີ 1 ພຶດສະພາ 2021.

ການບຸກຄືບໜ້າ ຂອງພວກກະບົດຕາລີບານ​ ທີ່ເຮັດໃຫ້ພວກເຂົາ ສາມາດເຂົ້າຢຶດເອົາເມືອງກາສນີ ຊຶ່ງຕັ້ງຫ່າງຈາກນະຄອນຫຼວງປະມານ 150 ຫຼັກກິໂລແມັດນັ້ນ ເຮັດໃຫ້ພວກເຂົາຍັບເຂົ້າໄປໃກ້ນະຄອນຫຼວງກາບູລຫຼາຍຂຶ້ນກວ່າເກົ່າ. ນີ້ແມ່ນລຳດັບຂອງເຫດການຫຼ້າສຸດ ທີ່ເກີດຂຶ້ນ:

ວັນທີ 14 ສິງຫາ - ປະທານາທິບໍດີອາສຣາຟ ການີ ໄດ້ກ່າວຄຳປາໄສທາງໂທລະພາບ ໂດຍເວົ້າວ່າ ການປຶກສາຫາລືກຳລັງມີຂຶ້ນ ເພື່ອຍຸຕິການສູ້ລົບກັນໂດຍຮຽກຮ້ອງໃຫ້ມີການຟື້ນຟູກອງທັບຄືນໃໝ່.

ວັນທີ 13 ສິງຫາ - ທ່ານອັບດູລລາ ອັບດູລລາ​ ກັບມາຈາກນະຄອນໂດຮາ ປະເທດກາຕ້າ ໃນວັນສຸກວານນີ້ ພ້ອມກັບຂໍ້ສະເໜີເພື່ອຕົກລົງກັຮທາງດ້ານການເມືອງ ຊຶ່ງມີຂ່າວລື ອອກມາວ່າ ກ່ຽວຂ້ອງກັບການຢຸດຍິງ ລະຫວ່າງປະທານາທິບໍດີອາສຣາຟ ການີ ແລະກຸ່ມຕາລີບານ ອີງຕາມອະດີດໂຄສົກຂອງທ່ານການີ. ທ່ານອັບດູລລາ ຊຶ່ງເປັນປະທານສະພາສູງສຸດ ເພື່ອສ້າງຄວາມປອງດອງຊາດຂອງອັຟການິສຖານ ມີກຳນົດຈະເດີນທາງກັບຄືນໄປນະຄອນໂດຮາ ໃນວັນເສົາມື້ນີ້ ເພື່ອຫາລືການຕັດສິນໃຈຂອງທ່ານການີ ກັບພວກຕາລີບານ.

ວັນທີ 13 ສິງຫາ - ການາດາໄດ້ປະກາດວ່າ ຕົນຈະຮັບເອົາອົບພະຍົບອັຟການິສຖານ 20,000 ຄົນ ຊຶ່ງເຮືອບິນລຳທຳອິດໄດ້ໄປເຖິງນະຄອນໂຕຣອນໂຕ ໃນວັນສຸກວານນີ້ ອີງຕາມລາຍງານຂອງອົງການຂ່າວຝຣັ່ງ.

ວັນທີ 13 ສິງຫາ - ເລຂາທິການໃຫຍ່ຂອງອົງການເນໂຕ້ ທ່ານເຈັນສ໌ ສໂຕລເຕັນເບີກ ກ່າວວ່າ ກຸ່ມພັນທະມິດເນໂຕ້ໄດ້ພົບປະກັນ ເພື່ອຫາລືກ່ຽວກັບສະຖານະການໃນອັຟການິສຖານ. ໃນຖະແຫຼງການທີ່ອອກໄປນັ້ນ ທ່ານກ່າວວ່າ “ອົງການເນໂຕ້ ຈະສືບຕໍ່ຮັກສາການມີໜ້າ ຢູ່ທີ່ນະຄອນຫຼວງກາບູລ ແລະຈະປັບຕົວເທົ່າທີ່ມີຄວາມຈຳເປັນ” ແລະ “ຈຸດປະສົງຂອງອົງການເນໂຕ້ກໍແມ່ນຍັງສືບຕໍ່ໃຫ້ການສະໜັບສະໜຸນລັດຖະບານ ແລະກຳລັງຮັກສາຄວາມປອດໄພຂອງອັຟການິສຖານ ຫຼາຍເທົ່າທີ່ຈະຫຼາຍໄດ້.”

ວັນທີ 12 ສິງຫາ - ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີບລິງເກັນ ແລະລັດຖະມົນຕີກະຊວງປ້ອງກັນປະເທດ ທ່ານລອຍ ອອສຕິນ ໄດ້ໂອ້ລົມທາງໂທລະສັບ ກັບປະທານາທິບໍດີອາສຣາຟ ການີິ ເພື່ອແຈ້ງໃຫ້ທ່ານຊາບວ່າ “ສະຫະລັດຈະຫຼຸດການມີໜ້າຂອງພົນລະ ເຮືອນ ທີ່ນະຄອນຫຼວງກາບູລໃນການພິຈາລະນາເຖິງສະຖານະການໃນດ້ານຄວາມປອດໄພ ແລະຈະເລັ່ງລັດ ຄວາມໄວ ກ່ຽວກັບການອອກວີຊາພິເສດໃນດ້ານຄົນເຂົ້າເມືອງ.” ຖະແຫຼງການຂອງກະຊວງການຕ່າງປະເທດສະຫະລັດ ກ່າວວ່າ ທ່ານບລິງເກັນ ແລະທ່ານອອສຕິນໄດ້ກ່າວຢ້ຳວ່າ ສະຫະລັດ “ຍັງຈະສືບຕໍ່ ໃຫ້ການສະໜັບສະໜຸນ ໃນດ້ານຄວາມໝັ້ນຄົງ ແລະສະຖຽນລະພາບຂອງອັຟການິສຖານ ທ່າມກາງທີ່ພວມມີການປະເຊີນໜ້າກັບຄວາມຮຸນແຮງຈາກກຸ່ມຕາລີບານ.”

ວັນທີ 12 ສິງຫາ - ສະຫະລັດໄດ້ປະກາດ ທີ່ຈະສົ່ງກຳລັງ 3,000 ຄົນໄປຍັງນະຄອນຫຼວງກາບູລເພື່ອຊ່ວຍຮັກສາຄວາມປອດໄພທີ່ສະຖານທູດແລະອຳນວຍຄວາມສະດວກ ໃນການຍົກຍ້າຍ ພົນລະເຮືອນແລະເຈົ້າໜ້າທີ່ການທູດອາເມຣິກັນ ອອກຈາກອັຟການິສຖານ.

ວັນທີ 12 ສິງຫາ - ສະຫະລັດປະກາດວ່າ ມີການສົ່ງທະຫານອາເມຣິກັນປະ ມານ 3,500 ຫາ 4,000 ຄົນ ຈາກກອງພົນລາບອາກາດທີ່ 82 ໄປຍັງຖານທັບສະຫະລັດໃນຄູເວດ ບ່ອນທີ່ພວກເຂົາເຈົ້າຈະລໍຖ້າ ເພື່ອຮັບຄຳສັ່ງຖາສະຖານະການໃນອັຟການິສຖານ ຫາກຊຸດໂຊມລົງຕື່ມໄວຂຶ້ນ.

ວັນທີ 12 ສິງຫາ - ອັງກິດ ໃນວັນພະຫັດທີ່ຜ່ານມາ ຮຽກຮ້ອງໃຫ້ປະຊາຊົນຂອງຕົນ “ອອກຈາກອັຟການິສຖານໃນທັນທີ.” ລັດຖະມົນຕີກະຊວງປ້ອງກັນປະເທດຂອງອັງກິດ ທ່ານເບັກ ວອລເລັສ ປະກາດວ່າ ທ່ານຈະສົ່ງທະຫານປະມານ​ 600 ຄົນ “ໄປສະໜັບສະໜຸນການມີໜ້າທາງດ້ານການທູດຢູ່ກາບູລ “ເພື່ອໃຫ້ຄວາມຊ່ວຍເຫຼືອແກ່ພົນລະເມືອງຊາວອັງກິດ ເດີນທາງອອກຈາກປະເທດດັ່ງກ່າວ ແລະສະໜັບສະໜຸນໃນການຍົກຍ້າຍອະດີດພະນັກງານທີ່ເປັນຊາວອັຟການິສຖານ.”

ເຫດການຂ້າງລຸ່ມນີ້ແມ່ນຂໍ້ມູນກ່ຽວກັບເມືອງເອກ ຫຼືທີ່ວ່າການແຂວງຂອງແຂວງຕ່າງໆ ທີ່ຖືກພວກຕາລີບານເຂົ້າຢຶດເອົາແລ້ວ ຫຼືພວມຂົ່ມຂູ່ທີ່ຈະເຂົ້າຢຶດເອົາ. ອັຟການິສຖານມີທັງໝົດ 34 ແຂວງ:

ວັນທີ 13 ສິງຫາ - ເມືອງກາລັດ ເມືອງເອກຂອງແຂວງຊາບູລ.

ວັນທີ 13 ສິງຫາ - ເມືອງໂປລ-ອີ-ອາລາມ ເມືອງເອກຂອງແຂວງໂລກາ ຊຶ່ງເປັນແຂວງບ້ານເກີດຂອງປະທານາທິບໍດີອາສຣາຟ ການີິ.

ວັນທີ 13 ສິງຫາ - ເມືອງຟີລຸສໂກ ເມືອງເອກຂອງແຂວງກໍ ທາງພາກກາງຂອງປະເທດ.

ວັນທີ 13 ສິງຫາ - ເມືອງຕາລິນກົດ ເມືອງເອກຂອງແຂວງອຸສການ ທາງພາກໃຕ້ຂອງປະເທດ.

ວັນທີ 13 ສິງຫາ - ເມືອງລາສກາ ກາ ເມືອງເອກຂອງແຂວງແຮລແມນ ທີ່ຕັ້ງຢູ່ທາງພາກໃຕ້.

ວັນທີ 12 ສິງຫາ - ເມືອງການດາຮາ ຫົວເມືອງໃຫຍ່ສຸດອັນດັບ 2 ຂອງປະເທດແລະເປັນເມືອງເອກຂອງແຂວງການດາຮາ ໃນພາກໃຕ້ຂອງປະເທດ.

ວັນທີ 12 ສິງຫາ - ເມືອງເຮຣັດ ຫົວເມືອງໃຫຍ່ອັນດັບ 3 ຂອງປະເທດ ແລະເປັນເມືອງເອກຂອງແຂວງເຮຣັດ ຫຼັງຈາກໄດ້ສູ້ລົບກັນ 2 ອາທິດ.

ວັນທີ 12 ສິງຫາ - ເມືອງກາລາ-ອີ-ນໍ ເມືອງຫຼວງຂອງແຂວງບັດກິສ ທີ່ພວກຕາລີບານກ່າວຢູ່ໃນຖະແຫຼງການຂອງຕົນ.

ວັນທີ 12 ສິງຫາ - ເມືອງກາສນີ ຊຶ່ງເປັນເມືອງຫຼວງຂອງແຂວງທີ່ມີຊື່ດຽວກັນກັບເມືອງເອກ ທີ່ພວກເຈົ້າໜ້າທີິ່ຂັ້ນສູງກ່າວວ່າ ກຸ່ມຕາລີບານໄດ້ເຂົ້າຢຶດເອົາແລ້ວ.

ວັນທີ 11 ສິງຫາ - ເມືອງໄຟຊາບັດ ຊຶ່ງເປັນເມືອງເອກຂອງແຂວງບາດັກຊານ ທີ່ຕັ້ງຢູ່ທາງພາກຕາເວັນອອກສຽງເໜືອຂອງປະເທດ ທີ່ສະພາປະຈຳແຂວງຄົນນຶ່ງກ່າວວ່າ ກຸ່ມຕາລີບານໄດ້ເຂົ້າຢຶດແລ້ວ.

ວັນທີ 10 ສິງຫາ - ເມືອງຟາຣາ ຊຶ່ງພວກຕາລີບານໄດ້ເຂົ້າຄວບຄຸມເມືອງເອກຂອງແຂວງທີ່ມີຊື່ດຽວກັນ ທີ່ຕັ້ງຢູ່ທາງພາກຕາເວັນຕົກຂອງປະເທດ.

ວັນທີ 10 ສິງຫາ - ເມືອງປູລ-ອີ-ກຸມຣີ ຊຶ່ງປະຊາຊົນກ່າວວ່າ ເມືອງຫຼວງຂອງແຂວງບັກລານ ທີ່ຕັ້ງຢູີທາງພາກກາງຂອງປະເທດ ໄດ້ແຕກລະຕົກຢູ່ໃນກຳມືຂອງກຸ່ມຕາລີບານແລ້ວ.

ວັນທີ 9 ສິງຫາ - ເມືອງອາຍບັກ ຊຶ່ງເປັນເມືອງເອກຂອງແຂວງຊາມານການ ໃນພາກເໜືອຂອງປະເທດ ພວກຕາລີບານໄດ້ເຂົ້າຢຶດເອົາແລ້ວ.

ວັນທີ 8 ສິງຫາ - ເມືອງຕາໂລການ ຊຶ່ງເປັນເມືອງເອກຂອງແຂວງຕາກາ ໃນພາກເໜືອຂອງປະເທດ ກໍໄດ້ແຕກແລະເຂົ້າຢຶດໂດຍພວກຕາລີບານແລ້ວ.

ວັນທີ 8 ສິງຫາ - ເມືອງກຸນດຸສ ຊຶ່ງເປັນເອກຂອງແຂວງກຸນດຸສ ແລະເປັນຫົວເມືອງຍຸດທະສາດໃນພາກເໜືອຂອງປະເທດ ຊຶ່ງເປັນເສັ້ນທາງຄວບຄຸມບັນດາແຂວງໃນພາກເໜືອແລະພາກກາງຂອງອັຟການິສຖານ.

ວັນທີ 8 ສິງຫາ - ເມືອງຊາ-ອີ-ປູລ ຊຶ່ງເປັນເມືອງເອກຂອງແຂວງທີ່ມີຊື່ດຽວກັນນີ້ ໄດ້ຖືກພວກຕາບີລານເຂົ້າຄວບຄຸມແລ້ວ.

ວັນທີ 7 ສິງຫາ - ເມືອງເຊເບີການ ຊຶ່ງພວກຕາລີບານກ່າວວ່າ ຕົນໄດ້ເຂົ້າຄວບຄຸມເມືອງເອກຂອງແຂວງຈໍຈານ ໃນພາກເໜືອຂອງປະເທດ.

ວັນທີ 6 ສິງຫາ - ເມືອງຊາຣັງ ຊຶ່ງເປັນເມືອງເອກຂອງແຂວງນິມຣອສ ທີ່ຕັ້ງຢູ່ໃນພາກໃຕ້ຂອງປະເທດ ແລະກໍເປັນເມືອງເອກຂອງແຂວງແຫ່ງທຳອິດ ທີ່ໄດ້ຕົກຢູ່ໃນກຳມືຂອງພວກຕາລີບານ ຫຼັງຈາກໄດ້ມີການໂຈມຕີຕໍ່ກຳລັງຮັກສາຄວາມປອດໄພຂອງອັຟການິສຖານ ເລີ້ມມາແຕ່ເດືອນພຶດສະພາພຸ້ນ.


(ຂໍ້ມູນຈໍານວນນຶ່ງແມ່ນຮວບຮວມມາຈາກລາຍງານຂອງອົງການຂ່າວຣອຍເຕີ້ແລະເອພີ.)

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG