ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລາຍງານ ການປ່ຽນແປງດິນຟ້າອາກາດ ຂອງ ສປຊ ແມ່ນ 'ລະຫັດແດງ ສຳລັບມະນຸດຊາດ'


ຮູບນີ້ຖ່າຍເມື່ອວັນທີ 6 ສິງຫາ 2021 ໂດຍຊາຍຄົນນຶ່ງ ພວມເບິ່ງໄຟປ່າ ໄໝ້ລາມມາໃກ້ຫາດ Kochyli ໃກ້ກັບບ້ານ Limni ທີ່ເກາະ Evia ປະມານ 160 ຫຼັກກິໂລແມັດ ຢູ່ທາງເໜືອຂອງນະຄອນເອເທັນ ປະເທດກຣີສ.
ຮູບນີ້ຖ່າຍເມື່ອວັນທີ 6 ສິງຫາ 2021 ໂດຍຊາຍຄົນນຶ່ງ ພວມເບິ່ງໄຟປ່າ ໄໝ້ລາມມາໃກ້ຫາດ Kochyli ໃກ້ກັບບ້ານ Limni ທີ່ເກາະ Evia ປະມານ 160 ຫຼັກກິໂລແມັດ ຢູ່ທາງເໜືອຂອງນະຄອນເອເທັນ ປະເທດກຣີສ.

ມະນຸດຊາດ ແມ່ນຈະແຈ້ງຖືກຖິ້ມໂທດໃສ່ ໃນການປ່ຽນແປງຂອງດິນຟ້າອາກາດໃນໂລກ ແລະການຫຼຸດຜ່ອນໃນການປ່ອຍແກັສເຮືອນແກ້ວ ແມ່ນມີຄວາມຈຳເປັນອັນຮີບດ່ວນທີ່ຈະຕ້ອງໄດ້ເຮັດ ຖ້າໂລກຂອງເຮົາຕ້ອງການ ຢາກຈະຫຼີກລ່ຽງຈາກ ໄພພິບັດອາກາດຮ້ອນເອົ້າ ອີງຕາມລາຍງານ ທີ່ມີຄວາມສຳຄັນຄັ້ງປະຫວັດສາດ ຂອງອົງການຈັດຕັ້ງ ລະຫວ່າງລັດຖະບານ ຮັບຜິດຊອບ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດສະຫະປະຊາຊາດ ທີ່ເອີ້ນຫຍໍ້ວ່າ IPCC ທີ່ພິມເຜີຍແຜ່ ໃນວັນຈັນວານນີ້.

ການພົບເຫັນຂອງລາຍງານດັ່ງກ່າວ ແມ່ນໄດ້ຮັບການອະນຸມັດ ຈາກລັດຖະບານຂອງ 195 ປະເທດໃນໂລກ ໃນການປະຊຸມທາງອອນລາຍນ໌ ໃນອາທິດແລ້ວນີ້. ພວກນັກວິທະຍາສາດ 200 ກວ່າຄົນ ຈາກທົ່ວໂລກ ໄດ້ກວດສອບເບິ່ງເອກກະສານການຄົ້ນຄວ້າ 14,000 ກວ່າສະບັບ ເພື່ອຮວມຮວມເຂົ້າໃນລາຍງານຂອງອົງການ IPCC ຊຶ່ງເປັນການທົບທວນຄັ້ງສຳຄັນກ່ຽວກັບວິທະຍາສາດດ້ານອາກາດ ນັບແຕ່ປີ 2013 ເປັນຕົ້ນມາ. ລາຍງານສະບັບນີ້ຈະໃຊ້ເປັນພື້ນຖານໃນການເຈລະຈາຄັ້ງຈະມາ ຂອງກອງປະຊຸມວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດສະຫະປະຊາຊາດ ຫຼື COP26 ຊຶ່ງມີກຳນົດຈະຈັດຂຶ້ນຢູ່ເມືອງແກລສໂກໃນປະເທດອັງກິດ ແຕ່ວັນທີ 31 ຕຸລາ ຫາວັນທີ 12 ພະຈິກ ບ່ອນທີ່ພວກຜູ້ນຳຂອງໂລກຫວັງວ່າ ຈະໃຫ້ຄວາມໝັ້ນໝາຍຕໍ່ນະໂຍບາຍທີ່ແຂງຂັນ ເພື່ອຕິດຕາມເບິ່ງສະພາບອາກາດຮ້ອນເອົ້າຂອງໂລກ.

ລາຍງານຂອງອົງການ IPCC ເຕືອນວ່າ ອຸນຫະພູມຂອງໂລກ ໂດຍສະເລ່ຍແລ້ວຈະສູງຂຶ້ນ 1.5 ອົງສາແຊລຊຽສ ກ່ອນລະດັບໃນຍຸກສະໄໝອຸດສາຫະກຳ ພາຍໃນປີ 2030 ອີງຕາມການຄາດ ຄະເນໄວ້ໃນປັດຈຸບັນ ຊຶ່ງເປັນຂີດຈຳກັດທີ່ໄດ້ຕົກລົງກັນທີ່ກອງປະຊຸມສຸດຍອດວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດຢູ່ປາຣີໃນປີ 2015 ແລະເບິ່ງກັນວ່າ ເປັນບາດລ້ຽວໂດຍພວກນັກວິທະຍາສາດຫຼາຍໆທ່ານ ຊຶ່ງນັ້ນແມ່ນ 10 ປີໄວກວ່າທີ່ໄດ້ທຳນາຍໄວ້ກ່ອນໜ້ານີ້.

ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ ທ່ານແອນໂທນີ ກິວເຕເຣັສ ໄດ້ກ່າວເຖິງການຄົ້ນພົບດັ່ງກ່າວນີ້ວ່າ ເປັນ “ລະຫັດແດງສຳລັບມະນຸດຊາດ.”

ທ່ານ Ko Barrett ຈາກອົງການຄຸ້ມຄອງມະຫາສະໝຸດແລະບັນຍາກາດແຫ່ງຊາດຂອງສະຫະ ລັດ ພ້ອມທັງເປັນຮອງປະທານຂອງອົງການ IPCC ກ່າວວ່າ ລາຍງານໄດ້ເນັ້ນໃຫ້ເຫັນເຖິງບູລິມະສິດອັນຮີບດ່ວນຂອງໂລກທີ່ຈະຕ້ອງໄດ້ເອົາມາດຕະການ.

ທ່ານບາແຣັດ ກ່າວຕໍ່ອົງການຂ່າວເອພີວ່າ “ພວກເຮົາໄດ້ຮູ້ ມາຫຼາຍທົດສະວັດແລ້ວວ່າໂລກກຳລັງຮ້ອນເອົ້າ ແຕ່ລາຍງານສະບັບນີ້ບອກພວກເຮົາວ່າ ການປ່ຽນແປງຂອງດິນຟ້າອາກາດເມື່ອໄວໆມານີ້ ແມ່ນມີຂຶ້ນຢ່າງແຜ່ກວ້າງ ວ່ອງໄວ ແລະຮ້າຍແຮງ ແບບບໍ່ເຄີຍມີມາກ່ອນໃນຮອບຫຼາຍໆພັນປີ. ຕົວຢ່າງ ລາຍງານສະບັບນີ້ ບອກພວກເຮົາວ່າ ໃນແຕ່ລະຊ່ວງ 4 ທົດສະວັດຜ່ານມາ ໂລກຂອງເຮົາແມ່ນມີສະພາບອາກາດຮ້ອນເອົ້າທີ່ສຸດ ເປັນປະຫວັດການ ນັບແຕ່ກ່ອນຍຸກສະໄໝອຸດສາຫະກຳ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG