ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສຳຫຼວດ ພົບວ່າ ພະນັກງານເລືອກຕັ້ງ ຂອງສະຫະລັດ 1 ໃນທຸກ 3 ຄົນໃດ ຮູ້ສຶກບໍ່ປອດໄພ


ພະນັກງານ ຊ່ວຍຜູ້ມີສິດປ່ອນບັດ ທີ່ໜ່ວຍປ່ອນບັດ ຢູ່ສະໂມສອນ Efland Ruritan ໃນລັດຄາໂຣໄລນາເໜືອ ເມື່ອວັນທີ 3 ພະຈິກ 2020.
ພະນັກງານ ຊ່ວຍຜູ້ມີສິດປ່ອນບັດ ທີ່ໜ່ວຍປ່ອນບັດ ຢູ່ສະໂມສອນ Efland Ruritan ໃນລັດຄາໂຣໄລນາເໜືອ ເມື່ອວັນທີ 3 ພະຈິກ 2020.

ເປັນເວລາດົນນານສົມຄວນແລ້ວທີ່ໄດ້ມີການເລືອກຕັ້ງປະທານາທິບໍດີສະຫະລັດທີ່ເປັນບັນຫາໂຕ້ຖຽງ ຊຶ່ງໄດ້ກໍ່ໃຫ້ເກີດມີການຂົ່ມຂູ່ຢ່າງແຮງຈາກພັກທີ່ເສຍໄຊຕໍ່ພວກຢັ່ງຫາງສຽງ ແລະອື່ນໆ ເຮັດໃຫ້ເຈົ້າໜ້າທີ່ເລືອກຕັ້ງອາເມຣິກັນຍັງສືບຕໍ່ມີຄວາມຮູ້ສຶກວ່າ ບໍ່ປອດໄພຍ້ອນວຽກການ ຂອງພວກເຂົາເຈົ້າ ອີງຕາມການສຳຫຼວດເມື່ອໄວໆມານີ້.

ການສຳຫຼວດ (( https://www.brennancenter.org/our-work/policy-solutions/ election-officials-under-attack)), ທີ່ເຮັດຂຶ້ນ ໂດຍສູນກາງເພື່ອຄວາມຍຸຕິທຳແບຣນແນັນ
ທີ່ອຽງຊ້າຍ ພົບວ່າ ເຈົ້າໜ້າທີ່ນຶ່ງ ໃນທຸກໆສາມຄົນໃດ ຮູ້ສຶກວ່າ ບໍ່ມີຄວາມປອດໄພ ໃນຂະນະທີ່ນຶ່ງໃນຫົກຄົນໃດ ລາຍງານວ່າ ໄດ້ຮັບການຂົ່ມຂູ່ຍ້ອນວຽກການຂອງພວກເຂົາເຈົ້າ.

ໃນຄຳປາໄສກ່ຽວກັບສິດທິໃນການເລືອກຕັ້ງເມື່ອອາທິດແລ້ວນີ້ ລັດຖະມົນຕີກະຊວງຍຸຕິທຳ ທ່ານເມີຣິກ ກາແລນ ໄດ້ກ່າວເນັ້ນຢ້ຳເຖິງການຂົ່ມຂູ່ທີ່ມີເພີ້ມຂຶ້ນຕໍ່ເຈົ້າໜ້າທີ່ຄຸ້ມຄອງການເລືອກຕັ້ງແລະພະນັກງານ ແລະທ່ານໄດ້ປະກາດວ່າ ກະຊວງຍຸຕິທຳຈະລົງໂທດຕໍ່ພວກທີ່ລະເມີດກົດໝາຍລັດຖະບານກາງ.

ທ່ານກາແລັນ ກ່າວວ່າ “ພວກເຮົາບໍ່ໄດ້ຕາບອດ ກ່ຽວກັບການເພີ້ມຂຶ້ນໃນການຂູ່ເຂັນແລະຂົ່ມຂູ່ທີ່ຈະໃຊ້ຄວາມຮຸນແຮງຕໍ່ການດຳລົງຊີວິດຂອງພວກເຈົ້າໜ້າທີ່ລັດແລະພະນັກງານເລືອກຕັ້ງ ນັບຕັ້ງແຕ່ພວກເຈົ້າໜ້າທີ່ຂັ້ນສູງສຸດ ພວກອາສາສະໝັກໃນການປ່ອນບັດ. ການຂົ່ມຂູ່ໃນທຳນອງນີ້ແມ່ນບ່ອນທຳລາຍຕໍ່ຂັ້ນຕອນໃນການເລືອກຕັ້ງຂອງພວກເຮົາ ແລະເປັນການລະເມີດຕໍ່ກົດໝາຍຂອງລັດຖະບານກາງເປັນຈຳນວນຫຼວງຫຼາຍ.”

ເຈົ້າໜ້າທີ່ເລືອກຕັ້ງຫຼາຍໆຄົນທີ່ໄດ້ຖືກສຳຫຼວດ ໄດ້ຖິ້ມໂທດໃສ່ຂໍ້ມູນຂ່າວສານທີ່ບໍ່ຖືກຕ້ອງ ທີ່ໄດ້ຖືກນຳອອກເຜີຍແຜ່ໂດຍສື່ສັງຄົມທີ່ພາໃຫ້ເປັນບັນຫາ ຊຶ່ງສ່ວນໃຫຍ່ແລ້ວໄດ້ກ່າວອ້າງແບບບໍ່ມີມູນຄວາມຈິງກ່ຽວກັບການສໍ້ໂກງຄະແນນສຽງໃນການເລືອກຕັ້ງ. ອີງຕາມການສຶກສາແລ້ວ 78 ເປີເຊັນຂອງພວກເຈົ້າໜ້າທີ່ກ່າວວ່າ ສື່ສັງຄົມເຮັດໃຫ້ວຽກການຂອງພວກເຂົາເຈົ້າ “ມີຄວາມຫຍຸ້ງຍາກຫຼາຍຂຶ້ນ” ໃນຂະນະທີ່ 54 ເປີເຊັນເວົ້າວ່າ ເຂົາເຈົ້າເຊື່ອວ່າສື່ສັງຄົມເຮັດໃຫ້ວຽກການຂອງເຂົາເຈົ້າ “ເປັນອັນຕະລາຍຫຼາຍຂຶ້ນ.”

ເຈົ້າໜ້າທີ່ຫຼາຍໆຄົນ ໄດ້ຖິ້ມໂທດ ໃສ່ອະດີດປະທານາທິບໍດີດໍໂນລ ທຣຳ ທີ່ໄດ້ປຸກໃຈພາໃຫ້ມີການຂົ່ມຂູ່ໂດຍກ່າວອ້າງຢ່າງຜິດພາດວ່າການເລືອກຕັ້ງໃນເດືອນພະຈິກ ທ່ານໄດ້ຖືກ “ສໍ້ໂກງ” ຄະແນນ ເພື່ອໃຫ້ຜູ້ສະໝັກຂອງພັກເດໂມແຄຣັດ ທ່ານໂຈ ໄບເດັນ ຊະນະ.

ແຕ່ແນວໃດກໍຕາມ ສູນກາງແບຣນແນັນ ກ່າວວ່າ ບັນຫາແມ່ນ “ເລິກໄປກວ່າແຕ່ພຽງຄົນດຽວ.” ພວກເຂົາເຈົ້າໄດ້ອ້າງການດຳເນີນຄວາມພະຍາຍາມເມື່ອບໍ່ດົນມານີ້ ຂອງເຈົ້າໜ້າທີ່ປະຈຳລັດແລະສະມາຊິກສະພາລັດ ຈາກຫຼາຍສິບລັດ ໃນທົ່ວປະເທດທີ່ໄດ້ບ່ອນທຳລາຍຕໍ່ເຈົ້າໜ້າທີ່ແລະພະນັກງານເລືອກຕັ້ງ ໂດຍຮັບຜ່ານຮ່າງກົດໝາຍໃໝ່ແລະເອົາບາດກ້າວອື່ນໆ ເພື່ອເຮັດໃຫ້ອິດທິພົນຂອງເຈົ້າໜ້າທີ່ເລືອກຕັ້ງຫລຸດລົງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG