ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ປະນາມຖະແຫຼງການ ຂອງກຸ່ມຈີ 7​ ທີ່ຕ້ອງຕິ ປະຫວັດການນັບຖືສິດທິມະນຸດ ຂອງປັກກິ່ງ


ປະທານາທິບໍດີໂຈ ໄບເດັນ ພ້ອມກັບປະມຸກ ແລະຜູ້ນຳລັດຖະບານ ຂອງອົງການເນໂຕ້ ຖ່າຍຮູບຮ່ວມກັນ ໃນລະຫວ່າງກອງປະຊຸມສຸດຍອດຂອງກຸ່ມເນໂຕ້ ທີ່ນະຄອນບຣັສເຊີລສ໌ ປະເທດແບລຈ້ຽມ ໃນວັນຈັນ ທີ 14 ມິຖຸນາ 2021. (Kevin Lamarque/Pool via AP)
ປະທານາທິບໍດີໂຈ ໄບເດັນ ພ້ອມກັບປະມຸກ ແລະຜູ້ນຳລັດຖະບານ ຂອງອົງການເນໂຕ້ ຖ່າຍຮູບຮ່ວມກັນ ໃນລະຫວ່າງກອງປະຊຸມສຸດຍອດຂອງກຸ່ມເນໂຕ້ ທີ່ນະຄອນບຣັສເຊີລສ໌ ປະເທດແບລຈ້ຽມ ໃນວັນຈັນ ທີ 14 ມິຖຸນາ 2021. (Kevin Lamarque/Pool via AP)

ຈີນໄດ້ປະນາມຖະແຫຼງການຮ່ວມທີ່ອອກໃນວັນອາທິດຜ່ານມາໃນຕອນທ້າຍຂອງກອງປະຊຸມສຸດຍອດກຸ່ມ ຈີ 7 ທີ່ຕ້ອງຕິປັກກິ່ງກ່ຽວກັບປະຫວັດການເຄົາລົບນັບຖືສິດທິມະນຸດຂອງຈີນ.

ຖະແຫຼງການຂອງກຸ່ມ ຈີ 7 ຮຽກຮ້ອງໃຫ້ຈີນ “ເຄົາລົບນັບຖືສິດທິມະນຸດ ແລະສິດເສລີພາບຂັ້ນພື້ນຖານ ໂດຍສະເພາະທີ່ເຊື່ອມໂຍງກັບເຂດຊິນຈຽງ ແລະສິດທິເຫຼົ່ານັ້ນ ພ້ອມທັງສິເສລີພາບແລະການປົກຄອງຕົນເອງໃນລະດັບສູງຂອງຮົງກົງ ທີ່ໄດ້ຮັບການປົກປ້ອງເປັນພິເສດ ຢູ່ໃນຄຳປະກາດຮ່ວມ ລະຫວ່າງຈີນແລະອັງກິດ” ຊຶ່ງໝາຍເຖິງຂໍ້ຕົກລົງ ສະບັບປີ 1997 ທີ່ໄດ້ໂອນການປົກຄອງຮົງກົງຊຶ່ງເປັນສູນກາງການເງິນ ຈາກອັງກິດໄປໃຫ້ຈີນ.

ປັກກິ່ງໄດ້ຖືກກ່າວຫາວ່າ ທຳການລະເມີດສິດທິມະນຸດຢ່າງຮ້າຍແຮງຕໍ່ພວກຊົນກຸ່ມນ້ອຍຊາວມຸສລິມເຜົ່າວີເກີ້ ຢູ່ໃນເຂດຊິນຈຽງ ຮວມທັງການຄຸມຂັງຊາວວີເກີ້ຫຼາຍກວ່າ 1 ລ້ານຄົນ ຢູ່ຕາມສູນຕ່າງໆ ພ້ອມທັງການຕິດຕາມສອດແນມຂອງລັດຖະບານ ແລະການບັງຄັບໃຫ້ພວກເຂົາເຈົ້າຄຸມກຳເນີດ.

ສະຖານທູດຈີນ ຢູ່ນະຄອນຫຼວງລອນດອນໄດ້ອອກຖະແຫຼງການສະບັບນຶ່ງກ່າວຫາພວກຜູ້ນຳ ຂອງກຸ່ມຈີ 7 ວ່າ ແຊກແຊງເຂົ້າໃນກິດຈະການພາຍໃນຂອງຈີນ ແລະອີງຕາມອົງການຂ່າວຣອຍເຕີ້ແລ້ວຈີນໄດ້ປະກາດວ່າ “ຈະທຳການຕໍ່ສູ້ຕ້ານ ຢັນຢ່າງເດັດດ່ຽວຕໍ່ຄວາມບໍ່ເປັນທຳໃນທຸກຮູບແບບ ແລະທຸກການລ່ວງລະເມີດທີ່ວ່າຈີນເປັນຜູ້ກະທຳ.”

ນອກນັ້ນ ຖະແຫຼງການຍັງກ່າວວ່າ ການສືບສວນສອບສວນກ່ຽວກັບທີ່ມາຕົ້ນຕໍຂອງພະຍາດໂຄວິດ-19 ຊຶ່ງໄດ້ຖືກພົບເຫັນ ທີ່ເມືອງວູຮານ ໃນເຂດພາກກາງ ຂອງຈີນນັ້ນ ໃນລະຫວ່າງທ້າຍປີ 2019 ນັ້ນ ບໍ່ຄວນຈະເຮັດໃຫ້ເປັນ “ເລື້ອງການເມືອງ” ໃນການຕອບໂຕ້ຕໍ່ການຮຽກຮ້ອງ ຂອງກຸ່ມຈີ 7 ເພື່ອໃຫ້ອົງການອະນາໄມໂລກ ທຳການສືບສວນຄັ້ງທີສອງແບບ “ທັນກັບເວລາ ມີຄວາມໂປ່ງໃສ ນຳພາໂດຍນັກຊ່ຽວຊານ ແລະອີງຕາມຫຼັກການທາງດ້ານວິທະຍາສາດ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG