ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຊື່ສຽງຂອງອາເມຣິກາດີຂຶ້ນ ພາຍໃຕ້ການນຳພາຂອງທ່ນາໄບເດັນ ອີງຕາມການສຳຫຼວດ


ປະທານາທິບໍດີໂຈ ໄບເດັນ ກ່າວຄຳປາໄສ ກ່ອນລົງນາມໃນດຳລັດ
ຂອງຝ່າຍບໍລິຫານ ທີ່ທຳນຽບຂາວ ເມື່ອວັນທີ 28 ມັງກອນ 2021.
ປະທານາທິບໍດີໂຈ ໄບເດັນ ກ່າວຄຳປາໄສ ກ່ອນລົງນາມໃນດຳລັດ ຂອງຝ່າຍບໍລິຫານ ທີ່ທຳນຽບຂາວ ເມື່ອວັນທີ 28 ມັງກອນ 2021.

ຊື່ສຽງຂອງອາເມຣິກາໃນໂລກໄດ້ດີຂຶ້ນຢ່າງຫຼວງຫຼາຍນັບແຕ່ທ່ານໂຈ ໄບເດັນ ໄດ້ເຂົ້າຮັບໜ້າທີ່ເປັນປະທານາທິບໍດີ ແທນທ່ານດໍໂນລ ທຣຳ ອີງຕາມການສຳຫຼວດຂອງສູນກາງຄົ້ນຄວ້າພິວ.

ການສຳຫຼວດພົບວ່າ 60 ກວ່າເປີເຊັນຂອງປະຊາຊົນຢູ່ໃນ 16 ປະເທດ ບ່ອນທີ່ມີການສໍາຫຼວດໄດ້ສະແດງຄວາມເຊື່ອໝັ້ນວ່າ ທ່ານໄບເດັນ ຈະ “ເຮັດໃນສິ່ງທີ່ຖືກຕ້ອງ” ໃນການຈັດການກັບກິດຈະການຂອງໂລກ.

ການສຳຫຼວດສະແດງໃຫ້ເຫັນວ່າ ອັດຕາການເຫັນພ້ອມໃນທາງທີ່ດີເລີ້ມກັບຄືນມາ ຫຼັງຈາກທີ່ໄດ້ຕົກລົງໄປໃນສະໄໝທີ່ທ່ານທຣຳເຂົ້າໄປກຳຕຳແໜ່ງຢູ່ທຳນຽບຂາວເປັນເວລາ 4 ປີ.

ອັດຕາການເຫັນພ້ອມໃນທາງທີ່ດີ ກັບອາເມຣິກາ ໄດ້ເພີ້ມຂຶ້ນຫຼາຍເຖິງ 30 ເປີ ເຊັນນັບແຕ່ປີກາຍນີ້ເປັນຕົ້ນມາ ຢູ່ໃນບັນດາປະເທດພັນທະມິດ ເຊັ່ນເຢຍຣະມັນ ແລະຝຣັ່ງ. ທັດສະນະໃນທາງບວກທີ່ມີຕໍ່ສະຫະລັດໃນປີກາຍນີ້ ແມ່ນຕົກຕ່ຳສຸດຢູ່ໃນທັງສອງປະເທດແລະກໍເຊັ່ນດຽວກັນກັບຢູ່ທີ່ປະເທດການາດາ ສະຫະຣາຊະອານາຈັກແລະຍີປຸ່ນ.

ຢູ່ປະເທດຝຣັ່ງ ທັດສະນະໃນທາງບວກທີ່ມີຕໍ່ສະຫະລັດໄດ້ເພີ້ມຂຶ້ນຫຼາຍກວ່າ 2 ເທົ່າຈາກ 31 ເປີເຊັນໃນປີກາຍເປັນ 65 ເປີເຊັນໃນປີນີ້ ອີງຕາມການສຳຫຼວດ. ໃນແຕ່ລະປີ ສະໄໝທີ່ທ່ານບາຣັກ ໂອບາມາເປັນປະທານາທິບໍດີນັ້ນມີປະຊາຊົນຊາວຝຣັ່ງ 6 ຄົນ ໃນທຸກໆ 10 ຄົນໃດ ມີຄວາມເຫັນ ໄປໃນທາງທີດີ ກ່ຽວກັບສະຫະລັດ.

ການສຳຫຼວດນີ້ໄດ້ຖືກນຳອອກເຜີຍແຜ່ນຶ່ງມື້ ຫຼັງຈາກທ່ານໄບເດັນ ເດີນທາງໄປເຖິງປະເທດອັງກິດ ຊຶ່ງເປັນບ່ອນຢຸດແວ່ແຫ່ງທຳອິດ ໃນການຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງທ່ານ ໃນຖານະປະທານາທິບໍດີ ຊຶ່ງມີຄວາມຕັ້ງໃຈທີ່ຈະເຮັດໃຫ້ຖານະຂອງອາເມຣິກາຢູ່ໃນໂລກ ເຂັ້ມແຂງຄືນອີກຄັ້ງນຶ່ງ ແລະເສີມຂະຫຍາຍຄວາມສຳພັນທີ່ມີຄວາມສຳຄັນເປັນພິເສດກັບບັນດາປະເທດພັນທະມິດໃນຢູໂຣບ

ເຖິງແມ່ນທ່າທີຂອງອາເມຣິກາຢູ່ໃນໂລກໄດ້ມີການປັບປຸງໃຫ້ດີຂຶ້ນ ການສຳຫຼວດສະແດງໃຫ້ເຫັນວ່າ ຫຼາຍໆຄົນຢູ່ໃນ 16 ປະເທດທີ່ມີການສຳຫຼວດດັ່ງກ່າວ ຍັງມີຄວາມສົງໄສ ກ່ຽວກັບສະຫະລັດໃນຖານະທີ່ເປັນພາຄີລະຫວ່າງປະເທດ ແລະການເຮັດວຽກທີ່ໄດ້ຜົນຂອງປະຊາທິປະ ໄຕ.

ສຽງສ່ວນຫຼາຍຢູ່ໃນສ່ວນໃຫຍ່ປະເທດເຫຼົ່ານັ້ນ ເວົ້າວ່າ ປະຊາທິປະໄຕຂອງສະຫະລັດ “ເຄີຍເປັນຕົວຢ່າງທີ່ດີ ແຕ່ບໍ່ແມ່ນໃນໄລຍະສອງສາມປີທີ່ຜ່ານມານີ້.”

ມີແຕ່ 20 ເປີເຊັນຂອງປະຊາຊົນໃນ 16​ ປະເທດເທົ່ານັ້ນທີ່ເຊື່ອວ່າ ສະຫະລັດ “ເປັນພັນທະມິດທີ່ໜ້າເຊື່ອຖືຫຼາຍ ໃນຂະນະທີ່ສຽງສ່ວນຫຼາຍຢູ່ໃນປະເທດສ່ວນໃຫຍ່ເວົ້າວ່າ “ຂ້ອນຂ້າງ” ທີ່ໜ້າເຊື່ອຖື. ປະມານນຶ່ງສ່ວນສາມຂອງປະຊາຊົນຢູ່ໃນການາດາ ຝຣັ່ງ ກຣີສ ແລະສະເປນເຊື່ອວ່າສະຫະລັດບໍ່ແມ່ນພາຄີທີ່ໜ້າເຊື່ອຖືລະດັບໂລກ.

America’s global reputation has improved substantially since Joe Biden replaced Donald Trump as president, a new Pew Research Center survey shows.

More than 60% of the citizens in the 16 countries where the surveys were conducted expressed confidence that Biden would “do the right thing” in handling world affairs, the survey found.

The survey showed that the country’s favorable ratings began to recover after falling

significantly during Trump's four years in the White House.

America’s favorability ratings increased by as much as 30% since last year in allied countries such as Germany and France. Positive views of the U.S. last year approached all-time lows in the two countries, as well as in Canada, the United Kingdom and Japan.

In France, positive views of the U.S. have more than doubled to 65% from 31% last year, according to the survey. During each of Barack Obama’s eight years as president, at least 6 out of 10 French citizens viewed the U.S. favorably.

The survey was released one day after Biden arrived in Britain on the first leg of his first trip abroad as president, intending to reinvigorate America’s global standing and strengthen relationships with vital European allies.

Despite America’s enhanced global standing, the survey shows that many of the 16 countries surveyed are skeptical of the U.S. as an international partner and as a working democracy.

Majorities in most of the countries say U.S. democracy “used to be a good example but has not been in recent years.”

Only 20% of the citizens across the 16 countries believe the U.S. is a “very” reliable ally, while majorities in most of them say it is “somewhat” reliable. About one-third of the citizens in Canada, France, Greece and Spain believe the U.S. is not a reliable global partner.

From March 12 through May 26, Pew surveyed 16,254 adults in Australia, Belgium, Canada, France, Germany, Greece, Italy, Japan, the Netherlands, New Zealand, Singapore, Spain, Sweden, South Korea, Taiwan and the U.K.

XS
SM
MD
LG