ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນເດຍ ມີຜູ້ເສຍຊີວິດຍ້ອນໂຄວິດ-19 ເກືອບ 300,000 ຄົນແລ້ວ


ຜູ້ຊາຍຄົນນຶ່ງພວມຢັ່ງນ້ຳ ຫຼັງຈາກຝົນຕົກໜັກທີ່ພາໃຫ້ເກີດນ້ຳຖ້ວມ ໃນບໍລິເວນໂຮງໝໍປົວຄົນປ່ວຍຕິດໂຄວິດ-19 ທີ່ເມືອງ Ghaziabad ໃນເຂດຊານເມືອງ ນະຄອນຫຼວງນິວເດລີ ປະເທດອິນເດຍ ເມື່ອວັນທີ 23 ພຶດສະພາ 2021.
ຜູ້ຊາຍຄົນນຶ່ງພວມຢັ່ງນ້ຳ ຫຼັງຈາກຝົນຕົກໜັກທີ່ພາໃຫ້ເກີດນ້ຳຖ້ວມ ໃນບໍລິເວນໂຮງໝໍປົວຄົນປ່ວຍຕິດໂຄວິດ-19 ທີ່ເມືອງ Ghaziabad ໃນເຂດຊານເມືອງ ນະຄອນຫຼວງນິວເດລີ ປະເທດອິນເດຍ ເມື່ອວັນທີ 23 ພຶດສະພາ 2021.

ອິນເດຍ ມີຜູ້ເສຍຊີວິດ ຫຼາຍເປັນປະຫວັດການ ຍ້ອນໄວຣັສໂຄໂຣນາ ເກືອບ 300,000 ຄົນແລ້ວ ຫຼັງຈາກໄດ້ເຂົ້າໃສ່ຈໍ ານວນຜູ້ເສຍຊີວິດ 3,700 ຄົນໃນຮອບ 24 ຊົ່ວໂມງຜ່ານມານີ້.

ຂະນະດຽວກັນ ອິນເດຍມີລາຍງານວ່າ ມີຜູ້ຕິດເຊື້ອໃໝ່ 240,000 ຄົນໃນວັນອາທິດວານນີ້ ຊຶ່ງເປັນຈຳນວນທີ່ຫຼາຍໆຄົນເຊື່ອວ່າ ຕ່ຳກວ່າໂຕຈິງ ຍ້ອນວ່າມີຄວາມຈຳກັດໃນຊັບພະຍາກອນດ້ານການກວດ.

ລັດຖະບານອິນເດຍກ່າວໃນມື້ວັນເສົາທີ່ຜ່ານມານີ້ວ່າ ໃນຂະນະທີ່ການຕິດເຊື້ອໄວຣັສໂຄໂຣນາຍັງສູງຢູ່ ຂະນະທີ່ເຊື້ອພະຍາດດັ່ງກ່າວແຜ່ລະບາດໄປຍັງເຂດຊົນນະບົດ ແຕ່ອັດຕາຂອງການແຜ່ລະບາດຢູ່ໃນບາງເຂດຂອງປະເທດປາກົດວ່າມີຄວາມທຸ່ນທ່ຽງແດ່ແລ້ວ.

ໃນຂະນະທີ່ເຊື້ອໄວຣັສສາຍພັນໃໝ່ ທີ່ພົບເຫັນເປັນເທື່ອທຳອິດ ຢູ່ອິນເດຍ ໄດ້ສ້າງເປັນຫ່ວງກັງວົນຢູ່ໃນທົ່ວໂລກ ການສຶກສາຄົ້ນຄວ້າໃໝ່ໃນວັນເສົາຜ່ານມານີ້ພົບວ່າ ຢາວັກຊີນຟາຍເຊີ ແລະອາສຕຣາເຊເນກາ ມີປະສິດທີ່ຜົນເປັນຢ່າງດີ ຫລັງຈາກໄດ້ສັກຄົບສອງເຂັມແລ້ວ.

ການສຶກສາຂອງພະແນກສາທາລະນະສຸກຂອງອັງກິດພົບວ່າ ຢາວັກຊັນຟາຍເຊີມີປະສິດທິຜົນ 88 ເປີເຊັນ ໃນການຕ້ານເຊື້ອໄວຣັສ B.1.617.2 ຫຼືທີ່ເອີ້ນກັນວ່າ ສາຍພັນອິນເດຍ ແລະ 93 ເປີເຊັນໃນການຕ້ານສາຍພັນ B.1.1.7 ຊຶ່ງໃນເວລານີ້ຮູ້ກັນໃນຊື່ ສາຍພັນ Kent. ສ່ວນຢາວັກຊີນອາສຕຣາເຊເນກາມີປະສິດທິຜົນ 60 ເປີເຊັນ ໃນການຕ້ານສາຍພັນອິນເດຍ ແລະ 66 ເປີເຊັນ ໃນການຕ້ານສາຍພັນອັງກິດ.

ໃນການຕ້ານສາຍພັນທັງສອງນີ້ ປະສິດທິຜົນແມ່ນໄດ້ວັດແທກໃນລະຫວ່າງ 2 ອາທິດຫຼັງຈາກໄດ້ມີການສັກຢາເຂັມທີ 2 ແລະການສະແດງອາການຂອງພະຍາດ. ຢາວັກຊີນທັງສອງມີປະສິດທິຜົນແບບຈຳກັດ ຫຼັງຈາກມີການສັກຢາແຕ່ພຽງເຂັມດຽວເທົ່ານັ້ນ.

ໄວຣັສສາຍພັນ Kent ເປັນສາຍພັນທີ່ຄອບງໍາຫຼາຍທີ່ສຸດຢູ່ປະເທດອັງກິດ ແຕ່ເຈົ້າໜ້າທີ່ສາທາ ລະນະສຸກຢ້ານວ່າ ສາຍພັນອິນເດຍ ອາດຈະແຊງໜ້າສາຍພັນ Kent.

ໃນວັນອາທິດວານນີ້ ວາລະສານ Wall Street ລາຍງານວ່າ ພວກນັກວິທະຍາສາດ 3 ຄົນຈາກສະຖາບັນໄວຣັສ ເມືອງວູຫານ ປະເທດຈີນ ໄດ້ຖືກສົ່ງໄປ ຮັບການປິ່ນປົວຢູ່ໂຮງພະຍານ ໃນເດືອນພະຈິກປີ 2019 ນຶ່ງເດືອນກ່ອນທີ່ຈີນໃຫ້ການຢືນຢັນກ່ຽວກັບກໍລະນີທຳອິດຂອງໄວຣັສ ໂຄໂຣນາ.

ຂ່າວດັ່ງກ່າວ ຊຶ່ງໄດ້ອ້າງໂດຍແຫຼ່ງຂ່າວສືບລັບຂອງສະຫະລັດນັ້ນ ມີຂຶ້ນນຶ່ງມື້ຫຼັງຈາກຄະນະຕັດສິນໃຈຂອງອົງການອະນາໄມໂລກ ມີກຳນົດທີ່ຈະພົບປະເພື່ອປຶກສາຫາລືກ່ຽວກັບໂຣກລະບາດແລະມີທ່າທາງວ່າຈະຕື່ມເຊື້ອໄຟເຂົ້າໃສ່ທິດສະດີທີ່ວ່າເຊື້ອໄວຣັສດັ່ງກ່າວນີ້ ອາດເລັດລອດອອກມາຈາກຫ້ອງທົດລອງຂອງຈີນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG