ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໓໐ ມີນາ ໒໐໒໓

ສະຫະລັດ ສັ່ງໃຫ້ພະນັກງານ ທີ່ບໍ່ຈຳເປັນ ເດີນທາງອອກຈາກມຽນມາ


ຜູ້ປະທ້ວງຕໍ່ຕ້ານລັດຖະປະຫານຄົນນຶ່ງ ພວມສ່ອງກ້ອງເບິ່ງການເຄື່ອນໄຫວ ຈາກບ່ອນວາງເຄື່ອງກີດຂວາງ ໃນລະຫວ່າງການປະທ້ວງຕໍ່ຕ້ານການປົກຄອງຂອງພວກທະຫານ ທີ່ນະຄອນຢ່າງກຸ້ງ ເມື່ອວັນທີ 30 ມີນາ 2021.

ກະຊວງການຕ່າງປະເທດສະຫະລັດ ໄດ້ສັ່ງໃຫ້ພະນັກງານ ທີ່ບໍ່ມີຄວາມຈຳເປັນທັງໝົດ ແລະຄອບຄົວເຂົາເຈົ້າ ເດີນທາງອອກຈາກມຽນມາ ໃນຂະນະທີ່ການປາບປາມຂອງທະຫານຕໍ່ພວກເດີນຂະບວນປະທ້ວງ ຍັງດຳເນີນຢູ່ຕໍ່ມາ.

ກະຊວງການຕ່າງປະເທດສະຫະລັດ ກ່າວຢູ່ໃນຖະແຫຼງການທີ່ເປັນລາຍລັກອັກສອນ ສັ່ງໃຫ້ຍົກຍ້າຍພະນັກງານໂດຍເອີ້ນມຽນມາໃນຊື່ດັ້ງເດີມຂອງປະເທດດັ່ງ ກ່າວວ່າ ພະມ້າ ຊຶ່ງເວົ້າວ່າ “ກອງທັບພະມ້າໄດ້ຈັບກຸມຄຸມຂັງແລະໂຄ່ນລົ້ມເຈົ້າໜ້າທີ່ ທີ່ຖືກເລືອກຂຶ້ນມານັ້ນລົງຈາກຕຳແໜ່ງ. ການປະທ້ວງແລະການເດີນຂະບວນຕໍ່ຕ້ານການປົກຄອງທະຫານໄດ້ເລີ້ມຂຶ້ນ ແລະຄາດວ່າຈະດຳເນີນຕໍ່ໄປ.”

ຄຳສັ່ງຂອງກະຊວງການຕ່າງປະເທດສະຫະລັດສະບັບນີ້ ແມ່ນໄດ້ຍົກລະດັບຄຳເຕືອນທີ່ອອກໃນເດືອນແລ້ວ ທີ່ອະນຸຍາດໃຫ້ພວກທີ່ບໍ່ແມ່ນ ພະນັກງານສຸກເສີນຂອງສະຫະລັດ ເດີນທາງອອກຈາກປະເທດດັ່ງກ່າວໄດ້ ຖ້າພວກເຂົາເຈົ້າຫາກມີຄວາມຕ້ອງການ.

ກຳລັງຮັກສາຄວາມສະຫງົບມຽນມາ ໄດ້ສັງຫານພົນລະເຮືອນຢ່າງໜ້ອຍ 512 ຄົນແລ້ວ ເລີ້ມແຕ່ມີການເຮັດລັດຖະປະຫານ ເມື່ອວັນທີ 1 ກຸມພາເປັນຕົ້ນມາ ອີງຕາມສະມາຄົມຊ່ວຍເຫຼືອ ພວກນັກໂທດການເມືອງ ຫຼື AAPP. ຈຳນວນຜູ້ເສຍຊີວິດແມ່ນຮວມທັງຫຼາຍກວ່າ 100 ຄົນໃນມື້ວັນເສົາຜ່ານມາໃນຂະນະທີ່ອຳນາດການປົກຄອງທະຫານ ທຳການສະແດງແສນຍານຸພາບໃນວັນກອງທັບ ຊຶ່ງເປັນວັນຄົບຮອບ ໃນການເລີ້ມການຕໍ່ຕ້ານການຍຶດຄອງຂອງຍີປຸ່ນຢູ່ໃນທ້ອງຖິ່ນໃນລະຫວ່າງສົງຄາມໂລກຄັ້ງທີ 2. ອົງການ AAPP ກ່າວວ່າ ຈໍານວນຜູ້ເສຍຊີວິດໃນມື້ວັນເສົາແມ່ນ 141 ຄົນ.

ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ ທ່ານແອນໂຕນີ ກິວເຕເຣັສ ກ່າວໃນກອງປະຊຸມຖະແຫຼງຂ່າວໃນມື້ວັນຈັນທີ່ຜ່່ານມານີ້ວ່າ “ສິ່ງທີ່ເກີດຂຶ້ນໃນວັນກອງທັບແຫ່ງຊາດແມ່ນເປັນທີ່ໜ້າຢ້ານກົວ.

ມີອີກ 2 ຄົນໄດ້ຖືກຂ້າຕາຍໃນວັນອັງຄານວານນີ້ໃນຂະນະທີ່ພວກເດີນຂະບວນປະທ້ວງເພື່ອປະຊາທິປະໄຕຫຼາຍໆພັນຄົນ ໄດ້ພາກັນລົງສູ່ຖະໜົນຫົນທາງອີກ.ຂະບວນການບໍ່ເຊື່ອຟັງຂອງພົນລະເຮືອນໄດ້ນຳໃຊ້ອີກກົນລະຍຸດໃນຂະນະທີ່ປະຊາຊົນໃນນະຄອນຢ່າງກຸ້ງພາກັນເອົາຂີ້ເຫຍື້ອໄປຖິ້ມໃສ່ທາງແຍກສາຍຕ່າງໆໃນທົ່ວຕົວເມືອງ.

ໃນຂະນະດຽວກັນ ກຳລັງປະກອບອາວຸດຂອງພວກກະບົດຊົນກຸ່ມນ້ອຍ 3 ກຸ່ມຂອງປະເທດ ໄດ້ຂົ່ມຂູ່ຕໍ່ພວກທະຫານໃນວັນອັງຄານວານນີ້ວ່າຈະທຳການຕອບໂຕ້ຄືນ ຖ້າທາງກອງທັບຫາກຍັງບໍ່ຢຸດໃນການສັງຫານພວກປະທ້ວງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG