ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນຫາຊາຍແດນ ຄອບງຳ ກອງປະຊຸມຖະແຫຼງຂ່າວ ເທື່ອທຳອິດຂອງທ່ານໄບເດັນ


ປະທານາທິບໍດີໂຈ ໄບເດັນ ພວມຖະແຫຼງຕໍ່ກອງປະຊຸມນັກຂ່າວ ທີ່ທຳນຽບຂາວ ໃນວັນພະຫັດ ວັນທີ 25 ມີນາ 2021. (AP Photo/Evan Vucci)
ປະທານາທິບໍດີໂຈ ໄບເດັນ ພວມຖະແຫຼງຕໍ່ກອງປະຊຸມນັກຂ່າວ ທີ່ທຳນຽບຂາວ ໃນວັນພະຫັດ ວັນທີ 25 ມີນາ 2021. (AP Photo/Evan Vucci)

ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນໄດ້ຕອບຄຳຖາມຈາກພວກນັກຂ່າວເປັນເວລານຶ່ງຊົ່ວໂມງ ໃນວັນພະຫັດວານນີ້ ໃນລະຫວ່າງກອງປະຊຸມຖະແຫລງຂ່າວຢ່າງເປັນທາງການເທື່ອທຳອິດຊຶ່ງສ່ວນນຶ່ງກໍແມ່ນຕັ້ງໃຈທີ່ຈະແນໃສ່ເພື່ອປະຕິເສດຕໍ່ພວກຕ້ອງຕິຫົວອະນຸລັກນິຍົມ ທີ່ໄດ້ທຳນາຍວ່າ ສຸພາບບຸລຸດຜູ້ທີ່ມີອາຍຸແກ່ທີ່ສຸດເທົ່າທີ່ເຄີຍຖືກເລືອກເປັນປະທານາທິບໍດີມາຈະບໍ່ສາມາດເຮັດວຽກການທີ່ຫຍຸ້ງຍາກໄດ້.

ຫຼັງຈາກໄດ້ກ່າວເປີດແບບສັ້ນໆ ກ່ຽວກັບການທີ່ລັດຖະບານຂອງທ່ານ ຮັບມືກັບໂຣກລະບາດໄວຣັສໂຄໂຣນາແລ້ວ ທ່ານໄບເດັນ ກໍໄດ້ຕອບຄຳຖາມ ຂອງພວກນັກຂ່າວ 10 ຄົນ ໂດຍເອີ້ນຊື່ຂອງພວກເຂົາເຈົ້າ ຈາກບັນຊີລາຍຊື່ ທີ່ວາງໄວ້ຢູ່ເທິງໂຕະນັ້ນ.

ໃນມື້ທີ 65 ຂອງການເຂົ້າຮັບຕຳແໜ່ງຂອງທ່ານ ປະທານາທິບໍດີໄດ້ພົບວ່າ ຄຳຖາມສ່ວນໃຫຍ່ແມ່ນກ່ຽວກັບເລື້ອງ ຄົນລັກລອບເຂົ້າເມືອງ ໂດຍສະເພາະແລ້ວ ແມ່ນການປະຕິບັດ ຂອງລັດຖະບານ ຕໍ່ພວກເດັກນ້ອຍ ທີ່ລັກລອບເຂົ້າມາໃນສະຫະລັດ ຢູ່ໃນບໍລິເວນຊາຍແດນ.

ຕໍ່ບັນຫາພາຍໃນປະເທດນັ້ນ ການໃຫ້ຄຳເຫັນຂອງທ່ານ ໂດຍທົ່ວໄປແລ້ວແມ່ນເປັນການຕອບໂດຍທີ່ບໍ່ໄດ້ມີການກະກຽມລ່ວງໜ້າ ແຕ່ກ່ຽວກັບນະໂຍບາຍການຕ່າງປະເທດທີ່ຫຼໍ່ແຫຼມສຳຄັນຮວມທັງເລື້ອງທີ່ພົວພັນກັບອັຟການິສຖານແລະຈີນປາກົດວ່າທ່ານໄດ້ອ່ານຈາກຂໍ້ມູນທີ່ຈົດໄວ້ແລ້ວ.

ທ່ານໄບເດັນໄດ້ຕົກເປັນຂ່າວໜ້ອຍນຶ່ງ ໃນການຕອບຄຳຖາມ ກ່ຽວກັບການເລືອກຕັ້ງ ປະທານາ ທິບໍດີຄັ້ງຕໍ່ໄປ ຊຶ່ງຈະມີຂຶ້ນໃນອີກ 3 ປີຕໍ່ໜ້າໂດຍເວົ້າວ່າ ທ່ານຕັ້ງໃຈທີ່ຈະລົງສະໝັກແຂ່ງຂັນເອົາຕຳແໜ່ງຕື່ມອີກໃນປີ 2024. ທ່ານກ່າວວ່າທ່ານ “ບໍ່ມີຄວາມຄິດເລີຍ” ແນວໃດກໍຕາມ ທີ່ພັກຝ່າຍຄ້ານ ຣີພັບບລີກັນ ຊຶ່ງພວມປະເຊີນກັບຄວາມໂກລາຫົນວຸ້ນວາຍໃນເວລານີ້ ຈະຍັງຄົງເຫຼືອຢູ່ໃນເວລານັ້ນ.

ໃນການຕອບຄຳຖາມ ກ່ຽວກັບການກົດດັນ ໂດຍພັກຣີພັບບລີກັນ ຕໍ່ການຈຳກັດຮັດແຄບໃນການປ່ອນບັດລົງຄະແນນສຽງນັ້ນ ທ່ານໄບເດັນ ກ່າວວ່າ “ສິ່ງທີ່ຂ້າພະເຈົ້າກຳລັງເປັນຫ່ວງໃນເວລານີ້ ກໍແມ່ນການລິເລີ້ມທັງໝົດບໍ່ແມ່ນອາເມຣິກັນນີ້ເປັນມາແບບໃດ. ມັນເປັນເລື້ອງທີ່ເສຍຈິດ.”

ປະທານາທິບໍດີໄດ້ກ່າວອອກມາເຖິງກົດລະບຽບທີ່ມີມາດົນນານແລ້ວກ່ຽວກັບສະມາຊິກສະພາທີ່ຂັດຂວາງ ການພິຈາລະນາຕ່າງໆ ຢູ່ໃນສະພາສູງສະຫະລັດນັ້ນວ່າ ເປັນອຸບປະສັກ ແລະເວົ້າວ່າ ໄດ້ຖືກໃຊ້ໄປໃນທາງຜິດໂດຍສະມາຊິກສະພາສູງ “ໃນວິທີທີ່ໃຫຍ່ຫຼວງໂພດ.”

ພາຍໃຕ້ການຖືກຂັດຂວາງແລ້ວນັ້ນ ແມ່ນຈຳເປັນຕ້ອງໄດ້ຮັບຄະແນນ 60 ສຽງເພື່ອຈະຮັບຜ່ານຮ່າງກົດໝາຍໃດໆກໍຕາມຢູ່ໃນສະພາສູງ ຊຶ່ງຈະສ້າງຄວາມຫຍຸ້ງຍາກເພີ້ມຕື່ມໃນການທີ່ຈະຮັບຜ່ານແຜນການຂອງທ່ານໄບເດັນຮວມທັງການປະຕິຮູບເລື້ອງຄົນເຂົ້າເມືອງ ສິດທິໃນການປ່ອນບັດ ແລະບາງທີ ອາດຈະຮວມທັງແຜນການພື້ນຖານໂຄງລ່າງຂອງທ່ານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG