ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ກອງປະຊຸມອອນລາຍນ໌ ເທື່ອທຳອິດ ລະຫວ່າງ ທ່ານໄບເດັນ ແລະທ່ານສີ ອາດມີຂຶ້ນ ໃນກອງປະຊຸມສຸດຍອດອາກາດ ໃນເດືອນເມສາ


ຈໍທີວີຂະໜາດໃຫຍ່ ສະແດງໃຫ້ເຫັນວ່າ ປະທານປະເທດ ສີ ຈິ້ນຜິງ ໄປຮ່ວມກອງປະຊຸມສະພາປະຊາຊົນແຫ່ງຊາດຈີນ
ທີ່ຫໍສາລາປະຊາຊົນ ໃນນະຄອນຫຼວງປັກກິ່ງ.
ຈໍທີວີຂະໜາດໃຫຍ່ ສະແດງໃຫ້ເຫັນວ່າ ປະທານປະເທດ ສີ ຈິ້ນຜິງ ໄປຮ່ວມກອງປະຊຸມສະພາປະຊາຊົນແຫ່ງຊາດຈີນ ທີ່ຫໍສາລາປະຊາຊົນ ໃນນະຄອນຫຼວງປັກກິ່ງ.

ການພົບປະທາງອອນລາຍນ໌ເທື່ອທຳອິດ ລະຫວ່າງປະທານາທິບໍດີໂຈ ໄບເດັນ ຂອງສະຫະລັດ ແລະປະທານປະເທດຈີນ ທ່ານສີ ຈິ້ນຜິງ ອາດຈະມີຂຶ້ນໃນວັນທີ 22 ເມສາ ຈະມານີ້ ເວລາທ່ານໄບເດັນ ເປັນເຈົ້າພາບ “ຈັດກອງປະຊຸມສຸດຍອດ ພວກຜູ້ນຳຂອງໂລກ ກ່ຽວກັບເລື້ອງດິນຟ້າອາກາດ” ທີ່ນະຄອນຫຼວງວໍຊິງຕັນເນື່ອງໃນ ວັນໂລກ.

ກອງປະຊຸມດັ່ງກ່າວແມ່ນແນໃສ່ການເຕົ້າໂຮມພວກຜູ້ນຳຂອງໂລກ ເພື່ອປຶກສາຫາລືກັນກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ຊຶ່ງທ່ານໄບເດັນກ່າວວ່າ “ແມ່ນອົງປະກອບທີ່ຈຳເປັນ ໃນນະໂຍບາຍການຕ່າງປະເທດແລະຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດ.”

ໃນວັນອັງຄານວານນີ້ ເຈົ້າໜ້າທີ່ອະວຸໂສທ່ານນຶ່ງຂອງລັດຖະບານສະຫະລັດໄດ້ກ່າວເຖິງເລື້ອງດັ່ງກ່າວນີ້ວ່າ “ພວກເຮົາຈະຮ່ວມມືກັບຈີນ ບ່ອນທີ່ພວກເຮົາມີຜົນປະໂຫຍດໃນການກະທຳແບບນັ້ນ.”

ເຈົ້າໜ້ທີ່ສະຫະລັດກ່າວວ່າ ຈີນ ຊຶ່ງເປັນປະເທດທີ່ປ່ອຍແກັສຄາບອນຫຼາຍທີ່ສຸດໃນໂລກ ຕ້ອງຕັ້ງເປົ້າໝາຍຂອງຕົນໃຫ້ເຂັ້ມແຂງຕື່ມຂຶ້ນກ່ຽວກັບການປ່ອຍແກັສຄາບອນໃຫ້ໜ້ອຍລົງ. ຈີນປ່ອຍແກັສຄາບອນ 30 ເປີເຊັນຂອງໂລກແລະໄດ້ປະກາດເປົ້າໝາຍຂອງຕົນທີ່ຈະປ່ອຍແກັສດັ່ງກ່າວລົງເຫຼືອສູນກ່ອນປີ 2060. ສ່ວນສະຫະລັດ ຊຶ່ງເປັນປະເທດທີ່ປ່ອຍແກັສຄາບອນຫຼາຍເປັນອັນດັບ 2 ຂອງໂລກຄືປະມານ 15 ເປີເຊັນນັ້ນ ໄດ້ປະກາດເປົ້າໝາຍໃນການປ່ອຍແກັສດັ່ງກ່າວລົງເຫຼືອ 0 ບໍ່ໃຫ້ກາຍປີ 2050.

ການພົບປະໃນລະດັບສູງແບບເຊິ່ງໜ້າ ເທືີ່ອທຳອິດ ລະຫວ່າງເຈົ້າໜ້າທີ່ສະຫະລັດ ແລະ ຈີນ ຄາດວ່າຈະມີຂຶ້ນ ໃນວັນພະຫັດມື້ອື່ນນີ້ ທີ່ນະຄອນແອນຄໍເຣຈ ລັດອາລາສກ້າ ບ່ອນທີ່ລັດຖະ ມົນຕີການຕ່າງປະເທດແອນໂທນີ ບລິງເກັນ ແລະທີ່ປຶກສາຂອງທຳນຽບຂາວ ທ່ານເຈກ ຊູລລີວັນ ຈະພົບປະ ກັບທ່ານຫວັງ ຢິ ລັດຖະ ມົນຕີການຕ່າງປະເທດຈີນ ແລະຫົວໜ້ານັກການທູດ ຢາງ ເຈ້ຍຈີ ຂອງຈີນ.

ໂດຍມີຫົວໜ້ານັກການທູດ ແລະທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດພົບປະກັນກັບຄູ່ຕຳແໜ່ງ ຝ່າຍຈີນ ແມ່ນໄດ້ສົ່ງສັນຍານອັນຈະແຈ້ງໃຫ້ຮູ້ວ່າ “ລັດຖະບານຊຸດນີ້ ໄດ້ມີຄວາມສາມັກຄີ ແລະປະສານງານກັນເມື່ອເວົ້າເຖິງເລື້ອງນະໂຍບານຕໍ່ຈີນ” ນັ້ນຄືຄຳເວົ້າເຈົ້າໜ້າທີ່ອະວຸໂສ ຂອງລັດຖະບານໃນລະຫວ່າງການ ຖະແຫຼງຂ່າວທາງໂທລະສັບແລະກ່າວຕື່ມວ່າ ສະຫະລັດ “ໄດ້ເຫັນປະຫວັດການກະທຳຂອງຈີິນໃນໄລຍະຜ່ານມາ ທີ່ພະຍາຍາມຫາທາງຈະສວຍໃຊ້ຜູ້ທີ່ເຫັນດີນຳຢູ່ໃນລັດຖະບານ.”

ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມວ່າ ການພົບປະທີ່ລັດອາລາສກ້າ ແມ່ນ “ການປະຊຸມນຶ່ງຕ່າງຫາກ ” ແລະບໍ່ແມ່ນການເລີ້ມຄືນກົນໄກໃນການເຈລະຈາໃດນຶ່ງ ແລະກໍຈະບໍ່ມີຖະແຫຼງການຮ່ວມໃດໆ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG