ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອາສຕຣາເຊເນກາ ກ່າວວ່າ ບໍ່ມີຫຼັກຖານໃດໆ ສະແດງໃຫ້ເຫັນວ່າ ຢາວັກຊີນຂອງຕົນ ພາໃຫ້ເກີດເລືອດກ້າມ


ຢາວັກຊີນກັນໂຄວິດ-19 ອາສຕຣາເຊເນກາ.
ຢາວັກຊີນກັນໂຄວິດ-19 ອາສຕຣາເຊເນກາ.

ບໍລິສັດອາສຕຣາເຊເນກາ ກ່າວໃນວັນອາທິດວານນີ້ວ່າ ຂໍ້ມູນຂອງຕົນ ບໍ່ໄດ້ພົບເຫັນຫຼັກຖານໃດໆທີ່ວ່າ ຢາວັກຊີນກັນໄວຣັສໂຄໂຣນາດັ່ງກ່າວພາໃຫ້ເກີດເລືອດກ້າມ ຊຶ່ງເປັນມື້ດຽວກັນ ກັບທີ່ປະເທດໄອຣ໌ແລນ ແລະເນເທີແລນ ເຂົ້າຮ່ວມກັບປະເທດຕ່າງໆ ທີ່ໄດ້ສັ່ງໃຫ້ໂຈະການສັກຢາວັກຊີນດັ່ງກ່າວ.

ບໍລິສັດອາສຕຣາເຊເນກາ ກ່າວວ່າ “ການທົບທວນຢ່າງລະມັດລະວັງກ່ຽວກັບຂໍ້ມູນດ້ານຄວາມປອດໄພ ບໍ່ໄດ້ສະແດງໃຫ້ເຫັນ ຫຼັກຖານໃດໆ ທີ່ພາໃຫ້ມີຄວາມສ່ຽງເພີ້ມຂຶ້ນໃນການພາໃຫ້ເກີດເລືອດກ້າມຢູ່ໃນປອດ ໂຣກເສັ້ນເລືອດຕີບຫຼືເກັດເລືອດນ້ອຍ ຢູ່ໃນກຸ່ມອາຍຸ ເພດ ທີ່ສະເພາະໃດໆຫຼືຈຳນວນໃດນຶ່ງຢູ່ໃນປະເທດໃດໆທັງໝົດ.”

ການທົບທວນຊຶ່ງກວມເອົາ 17 ລ້ານຄົນ ທີ່ສັກຢາວັກຊີນດັ່ງກ່າວ ຢູ່ໃນອັງກິດແລະສະຫະພາບຢູໂຣບ ໄດ້ມີຂຶ້ນໃນຂະນະທີ່ໄອຣ໌ແລນ ແລະເນເທີແລນ ເຂົ້າຮ່ວມກັບເດັນມາກ ນໍເວ ແລະໄອຊ໌ແລນ ສັ່ງໃຫ້ໂຈະ ການນຳໃຊ້ຢາວັກຊີນນີ້ຍ້ອນບັນຫາເລືອດກ້າມ. ອອສເຕຣຍໄດ້ໂຈະການສັກຢາວັກຊີນດັ່ງກ່າວໃນອາທິດແລ້ວນີ້ ໃນຂະນະທີ່ທຳການສືບສວນກ່ຽວກັບການເສຍຊີິວິດຍ້ອນອາການທີ່ພາໃຫ້ເກີດເລືອດຂຸ້ນ.

ດຣ. ໂຣນານ ກລິນ (Dr. Ronan Glynn) ຮອງຫົວໜ້າການແພດຂອງໄອຣ໌ແລນ​ ກ່າວໃນວັນອາທິດວານນີ້ວ່າ ເຖິງແມ່ນຢູ່ທີ່ນີ້ຍັງບໍ່ທັນມີການສະຫລຸບທີ່ຄັກແນ່ທີ່ມີການພົວພັນລະຫວ່າງຢາວັກຊີນກັບເຫດການເລືອດກ້າມກໍຕາມ ແຕ່ທ່ານກໍໄດ້ແນະນຳໃຫ້ໂຈະການສັກຢາເປັນການຊົ່ວຄາວເພື່ອຄວາມລະມັດລະວັງ.

ການໃຫ້ຄຳແນະນຳຂອງທ່ານໄດ້ມີຂຶ້ນຫຼັງຈາກນໍເວລາຍງານວ່າ ມີ 4 ກໍລະນີທີ່ໄດ້ເກີດເລືອດກ້າມໃນໝູ່ພວກຊາວໜຸ່ມທີ່ໄດ້ຮັບການສັກຢາວັກຊີນອາສຕຣາເຊເນກາ.

ນອກຈາກທາງບໍລິສັດເອງແລ້ວ ອົງການຢາຂອງສະຫະພາບຢູໂຣບ ແລະອົງ ການອະນາໄມໂລກ ກໍກ່າວວ່າ ບໍ່ມີຮ່ອງຮອຍໃດໆສະແດງໃຫ້ເຫັນວ່າໄດ້ເກີດເລືອດກ້າມທີ່ມີສາເຫດມາຈາກການສັກຢານີ້.

ໃນຂະນະດຽວກັນ ຢູ່ປະເທດບຣາຊີລ ຫຼາຍໆຄົນໄດ້ໃຫ້ຂໍ້ສັງເກດວ່າ ບໍ່ມີມັສຄອດ Ze Golinha ຊຶ່ງເປັນຕົວສັດທີ່ສ້າງຂຶ້ນມາໃນຊຸມປີ 1980 ເພື່ອຊຸກຍູ້ການສັກຢາໂປລີໂອ ແລະເຮັດໃຫ້ພວກເດັກນ້ອຍຮູ້ສຶກສະບາຍໃຈ.

ນັບແຕ່ຊຸມປີ 1980 ເປັນຕົ້ນມາ ຕົວສັດດັ່ງກ່າວໄດ້ກາຍເປັນສັນຍາລັກສຳລັບການປຸກລະດົມໃນການຊັກຢາວັກຊີນຕ່າງໆ ແຕ່ປາກົດວ່າ ບໍ່ໄດ້ມີການນຳໃຊ້ຕົວສັດນີ້ ນັບແຕ່ເດືອນທັນວາເປັນຕົ້ນມາ ເວລາການສັກຢາວັກຊີນຂອງບຣາຊີລເລີ້ມມີຂຶ້ນນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG