ນາຍົກລັດຖະມົນຕີອັງກິດ ທ່ານບໍຣິສ ຈອນສັນ ກ່າວໃນວັນອັງຄານນີ້ວ່າ ທ່ານມີຄວາມຫວັງໄປໃນແງ່ດີ ທີ່ວ່າຂໍ້ຈຳກັດຮັດແຄບຕ່າງໆກ່ຽວກັບໂຄວິດ-19 ຢູ່ໃນປະເທດອັງກິດ ຈະສິ້ນສຸດລົງໃນວັນທີ 21 ມິຖຸນານີ້.
ທ່ານຈອນສັນໃຫ້ຄວາມເຫັນດັ່ງກ່າວ ຂະນະທີ່ທ່ານໄປຢ້ຽມຢາມໂຮງຮຽນແຫ່ງນຶ່ງທີ່ຕັ້ງຢູ່ທາງໃຕ້ນະຄອນຫຼວງລອນດອນ ເພື່ອເວົ້າເຖິງຄວາມຫວັງໃນການທີ່ຈະເປີດໂຮງຮຽນຄືນທັງໝົດພາຍໃນວັນທີ 8 ມີນາ ອັນເປັນພາກສ່ວນນຶ່ງຂອງ “ແຜນທີ່” ໃນການຍົກເລີກຂໍ້ຈຳກັດຮັດແຄບແລະຍຸຕິການການຈຳກັດບໍລິເວນຫຼືປິດເມືອງ ທີ່ທ່ານໄດ້ເວົ້າເຖິງເມື່ອວັນຈັນຜ່ານມານີ້.
ທ່ານຈອນສັນກ່າວຕໍ່ພວກນັກຂ່າວວ່າ ບໍ່ມີຫຍັງຄ້ຳປະກັນໄດ້ ແລະລັດຖະບານຂອງທ່ານຈະສືບຕໍ່ປະຕິບັດຕາມຄຳແນະນຳຕ່າງໆ ໃນແຕ່ລະຂັ້ນຕອນ.
ແຕ່ຂະນະດຽວກັນ ທ່ານກໍກ່າວວ່າ ຍ້ອນ “ວິທະຍາສາດໄດ້ມອບເສັ້ນທາງເພື່ອສ້າງຕັ້ງການຄຸ້ມຄອງໃຫ້ແກ່ປະຊາຊົນຂອງພວກເຮົາດັ່ງນັ້ນພວກເຮົາຈຶ່ງສາມາດມອງເຫັນໄດ້ວ່າວັນທີ 21 ມິຖຸນາເປັນວັນທີ່ພວກເຮົາມີຄວາມຫວັງໄປໃນແງ່ດີ.”
ພາຍໃຕ້ແຜນການດັ່ງກ່າວ ທ່ານຈອນສັນໄດ້ເປີດເຜີຍໃຫ້ຮູ້ໃນວັນຈັນຜ່ານມານີ້ວ່າ ທຸລະກິດຈຳນວນນຶ່ງຍັງຈະປິດຕໍ່ໄປຈົນຮອດລະດູຮ້ອນ. ທ່ານຈອນສັນເວົ້າວ່າ ຄວາມລະມັດລະວັງແມ່ນເປັນເລື້ອງຈຳເປັນ ເພື່ອຄ້ຳປະກັນວ່າ ມັນຈະບໍ່ມີການຕ່າວປີ້ນຄືນ “ໃນເສັ້ນທາງດຽວໄປສູ່ອິດສະຫຼະພາບ.”
ທ່ານຈອນສັນກ່າວວ່າ ພວກເຂົາເຈົ້າຍັງມີຄວາມລະມັດລະວັງໃນການທົບທວນເບິ່ງຄວາມຄິດກ່ຽວກັບ “ການອອກໃບຢັ້ງຢືນ” ໃນການສັກຢາວັກຊີນ ຊຶ່ງພວກທີ່ໄດ້ຮັບການສັກຢາຄົບຖ້ວນແລ້ວ ອາດຈະໄດ້ຮັບເອກກະສານດັ່ງກ່າວ ທີ່ຈະອະນຸຍາດໃຫ້ພວກເຂົາເຈົ້າ ເຂົ້າໄປໃນໂຮງມະຫໍລະສົບ ໄນຄລັບ ຫຼືພິທີຕ່າງໆໄດ້.
ທ່ານກ່າວວ່າ ລັດຖະມົນຕີອະວຸໂສ ທ່ານໄກໂກ ໂກວ (Michael Gove) ຈະເປັນຫົວໜ້າໃນການທົບທວນ ເພື່ອອະພິປາຍກ່ຽວກັບຄຳຖາມ “ທາງດ້ານວິທະ ຍາສາດ ສິນທຳ ປະລັດຊະຍາ ຈັນຍາບັນ” ໃນການອອກໃບຢັ້ງຢືນກ່ຽວກັບຢາວັກຊີນ. ທ່ານກ່າວວ່າ ມັນເປັນເລື້ອງທີ່ສະຫລັບຊັບຊ້ອນ “ໃນບັນຫາທາງດ້ານຈັນຍາບັນ ທີ່ວ່າລັດຖະບານຄວນເອົາບົດບາດແບບໃດເພື່ອບັງຄັບໃຫ້ຜູ້ຄົນເຮັດໃນສິ່ງນັ້ນ” ຊຶ່ງອາດຈະເຮັດໃຫ້ລັດຖະບານມີການຈໍາແນກກີດກັນຕໍ່ຜູ້ຄົນ ບໍ່ວ່າດ້ວຍເຫດຜົນໃດໆ ທີ່ບໍ່ສາມາດໄດ້ຮັບຢາວັກຊີນ.
ນັບເປັນເວລາສອງເດືອນມາແລ້ວ ທີ່ອັງກິດ ໄດ້ຈັດໃຫ້ມີການສັກຢາວັກຊີນເຂັມທີນຶ່ງ ແກ່ນຶ່ງສ່ວນສີ່ສຳລັບປະຊາຊົນຂອງຕົນ ຊຶ່ງເປັນການສັກຢາທີ່ວ່ອງໄວທີ່ສຸດສຳລັບປະເທດທີ່ໃຫຍ່ໆ ເຮັດໃຫ້ເປັນກໍລະນີທົດສອບຂອງລັດຖະບານໃນທົ່ວໂລກ ໂດຍມີຄວາມຫວັງທີ່ຈະກັບຄືນກັບສູ່ສະພາບປົກກະຕິນັ້ນ.