ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພະມ້າ ຫຼື ມຽນມາ: ປະເທດດຽວ ແຕ່ມີສອງຊື່?


ທະຫານມຽນມາຄົນນຶ່ງພວມຊັກທຸງຊາດ ໃນລະຫວ່າງພິທີສະຫຼອງວັນເອກກະລາດຄົບຮອບ 71 ປີ ທີ່ນະຄອນເນປີດໍ ເມື່ອວັນທີ 4 ມັງກອນ 2019.
ທະຫານມຽນມາຄົນນຶ່ງພວມຊັກທຸງຊາດ ໃນລະຫວ່າງພິທີສະຫຼອງວັນເອກກະລາດຄົບຮອບ 71 ປີ ທີ່ນະຄອນເນປີດໍ ເມື່ອວັນທີ 4 ມັງກອນ 2019.

ນຶ່ງລັດຖະປະຫານ ນຶ່ງປະເທດນຶ່ງ ແຕ່ມີ 2 ຊື່?

ມຽນມາ ແມ່ນຊື່ຢ່າງເປັນທາງການຂອງປະເທດ ທີ່ພວກທະຫານໄດ້ເຮັດລັດຖະປະຫານໃນຕົ້ນອາທິດນີ້. ຢູ່ໃນເອກກະສານ ຢ່າງເປັນທາງການ ທີ່ນຳອອກເຜີຍແຜ່ໂດຍລັດຖະບານທ່ານໄບເດັນ ປະເທດທີ່ມີຫາດຊາຍຢູ່ທະເລອັນດາມັນແມ່ນມຽນມາ.

ແລະເວລາໃດປະເທດນີ້ຢູ່ໃນຂ່າວ ຄຳຖາມກໍມີຢູ່ວ່າ ແມ່ນຊື່ໃດທີ່ຄວນຈະນຳມາໃຊ້.

“ນະໂຍບາຍຢ່າງເປັນທາງການຂອງພວກເຮົາ ກໍແມ່ນ ພວກເຮົາຮ້ອງວ່າ ‘ພະມ້າ’ ເພື່ອເປັນຄວາມສຸພາບ ໃນການສື່ສານບາງຢ່າງ” ນັ້ນຄືຄຳເວົ້າ ຂອງທ່ານນາງເຈັນ ຊາກີ ໂຄສົກຂອງທຳນຽບຂາວ ເມື່ອຖືກຖາມ ໃຫ້ອະທິບາຍກ່ຽວກັບເລື້ອງນີ້ ໃນລະຫວ່າງກອງປະຊຸມຖະແຫຼງຂ່າວໃນອາທິດນີ້. ທ່ານນາງກ່າວຕື່ມວ່າ “ດັ່ງນັ້ນ ເຊັ່ນຕົວຢ່າງ ເວັບໄຊຂອງສະຖານທູດກ່າວ ເຖິງພະມ້າວ່າ - ມຽນມາຍ້ອນພວກເຂົາເຈົ້າ ໂດຍຄວາມໝາຍແລ້ວ ແມ່ນຮັບມືກັບພວກເຈົ້າ ໜ້າທີ່ແລະສາທາລະນະຊົນ. ເວັບໄຊຂອງກະຊວງຕ່າງປະເທດໃຊ້ຄຳວ່າ ‘ພະມ້າ (ມຽນມາ)’ ຢູ່ໃນບາງບ່ອນ ແລະພະມ້າຢູ່ໃນອີກຫຼາຍໆບ່ອນ.”

ບັນຫາໄດ້ເລີ້ມຂຶ້ນໃນປີ 1989 ເວລາລັດຖະບານທະຫານທີ່ປົກຄອງປະເທດຢູ່ໃນເວລານັ້ນ ປ່ຽນຊື່ຂອງປະເທດຈາກພະມ້າ ມາເປັນມຽນມາ ຫຼັງຈາກໄດ້ປາບປາມການລຸກຮືຂຶ້ນຂອງພວກນິຍົມປະຊາທິປະໄຕໂດຍໄດ້ສັງຫານຫຼາຍພັນຄົນ. ພວກທະຫານຍັງໄດ້ປ່ຽນຊື່ນະຄອນຢ່າງກຸ້ງຫົວເມືອງສຳຄັນສຸດຂອງປະເທດມາເປັນ ຢາງກອນ ໃນເວລາດຽວກັນນັ້ນ.

ລັດຖະບານທະຫານເຊື່ອວ່າ ຄຳວ່າພະມ້າ ມີພຽງແຕ່ກວມເອົາຄົນພະມ້າ ຊຶ່ງເປັນຊົນເຜົ່າທີ່ໃຫຍ່ທີ່ສຸດ ໃນປະເທດມຽນມາ ແລະບໍ່ໄດ້ຮວມເອົາພວກຊົນກຸ່ມນ້ອຍອື່ນໆອີກ 134 ຊົນເຜົ່າ. ທ່າທີຂອງພວກທະຫານ ກໍຄືວ່າ ຖ້າວ່າຊື່ຂອງພວກຊົນກຸ່ມໃຫຍ່ ຫາກຖືກນຳມາໃຊ້ ເປັນຊື່ຂອງປະເທດ ມັນກໍຈະເປັນການຈຳ ແນກກີດກັນທາງດ້ານເຊື້ອຊາດເຜົ່າພັນ ອີງຕາມບົດຄວາມໃນອິນເຕີແນັດຂອງສະຖາບັນສັນຕິພາບສະຫະລັດ [[ https://www.usip.org/blog/2018/06/whats-name-burma-or-myanmar ]] ແລະພະມ້າ ຊຶ່ງໄດ້ກາຍເປັນຊື່ຢ່າງເປັນທາງການຂອງປະເທດ ໃນສະໄໝການປົກຄອງຂອງອັງກິດແລະຍັງຖືກນຳມາໃຊ້ຫຼັງຈາກໄດ້ຮັບເອກກະລາດແລ້ວນັ້ນ ແມ່ນເປັນການເຕືອນຄວາມຈຳເຖິງອະດີດສະໄໝອານານິຄົມຜ່ານມາ.

ອົງການສະຫະປະຊາຊາດແລະບາງປະເທດ ເຊັ່ນຝຣັ່ງ ແລະຍີປຸ່ນ ໄດ້ຮັບຮູ້ໃນການປ່ຽນແປງດັ່ງກ່າວ. ແຕ່ສະຫະລັດ ແລະອັງກິດ ບໍ່ໄດ້ຮັບຮູ້.

ໃນຫຼາຍໆທົດສະວັດຕໍ່ມາ ເມື່ອທ່ານນາງຮິລລາຣີ ຄລິນຕັນ ຊຶ່ງເປັນລັດຖະມົນຕີກະຊວງການຕ່າງປະເທດໃນເວລານັ້ນ ໄປຢ້ຽມຢາມຢ່າງເປັນທາງການໃນປີ​2011 ໂຄສົກກະຊວງການຕ່າງປະເທດສະຫະລັດ ທ່ານມາກ ໂທນເນີ ກ່າວຕໍ່ອົງການຂ່າວຝຣັ່ງວ່າ ນະໂຍບາຍຂອງສະຫະລັດເຊື່ອວ່າ “ການປ່ຽນແປງຊື່ຂອງປະເທດໃດໆກໍຕາມຄວນເປັນການຕັດສິນໃຈ” ຂອງປະຊາຊົນປະເທດນັ້ນໆ ອີງຕາມອົງການຂ່າວ BBC. . [[ https://www.bbc.com/news/magazine-16000467]]

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG