ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ປະກາດວ່າ ການໂຄ່ນລົ້ມ ຜູ້ນຳພົນລະເຮືອນ ໂດຍທະຫານ ໃນມຽນມາ ເປັນການກໍ່ລັດຖະປະຫານ


US Myanmar -- USAGM
please wait
Embed

No media source currently available

0:00 0:02:20 0:00

ສະຫະລັດ ເອີ້ນການຈັບກຸມພົນລະເຮືອນຂອງພວກທະຫານມຽນມາວ່າ ເປັນການເຮັດລັດຖະປະຫານ ຊຶ່ງໄດ້ພາໃຫ້ມີການທົບທວນຄືນໃນການໃຫ້ຄວາມຊ່ວຍເຫຼືອຂອງສະຫະລັດຕໍ່ປະເທດ ດັ່ງກ່າວ ຊຶ່ງໃນເມື່ອກ່ອນ ຮູ້ກັນໃນຊື່ປະເທດພະມ້າ. Cindy Saine ຜູ້ສື່ຂ່າວດ້ານການທູດຂອງວີໂອເອມີລາຍງານຈາກວໍຊິງຕັນ ດັ່ງໄພສານຈະນຳເອົາລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ


ການຈັບກຸມພວກຜູ້ນຳພົນລະເຮືອນ ແລະສະມາຊິກສະພາແຫ່ງຊາດໂດຍພວກທະຫານມຽນມາ ໄດ້ພາໃຫ້ມີການສະແດງປະຕິກິລິຍາຢ່າງວ່ອງໄວຜິດປົກກະຕິ ໃນຮູບຂອງການຕັດສິນໃຈແບບມີນ້ຳໜັກທາງດ້ານກົດໝາຍ ໂດຍກະຊວງການຕ່າງປະເທດສະຫະລັດ.

ທ່ານເນດ ໄພຣສ໌ (Ned Price) ໂຄສົກຂອງກະຊວງການຕ່າງປະເທດສະຫະລັດກ່າວວ່າ:

“ຫຼັງຈາກໄດ້ມີິການທົບທວນຄວາມຈິງທັງໝົດແລ້ວ ພວກເຮົາໄດ້ຊັ່ງຊາວ່າ ການເອົາບາດກ້າວຂອງພວກທະຫານມຽນມາ ເມື່ອວັນທີ 1 ກຸມພາແມ່ນໄດ້ໂຄ່ນລົ້ມຜູ້ນຳລັດຖະບານທີ່ຖືກເລືອກຂຶ້ນມາ ຊຶ່ງເປັນການກໍ່ລັດຖະປະຫານ ຂອງພວກທະຫານ.”

ທ່ານໄພຣສ໌ ກ່າວຕໍ່ພວກນັກຂ່າວວ່າ ການລະບຸດັ່ງກ່າວນີ້ ໄດ້ພາໃຫ້ມີການທົບທວນຄືນ ການໃຫ້ຄວາມຊ່ວຍເຫຼືອ ຂອງສະຫະລັດຕໍ່ມຽນມາ 135 ລ້ານໂດລາເຖິງແມ່ນວ່າມີພຽງເງິນຈຳນວນເລັກນ້ອຍ ຈາກຈຳນວນທີ່ວ່ານັ້ນ ເປັນການຊ່ວຍເຫຼືອຕໍ່ລັດຖະບານມຽນມາ ແລະການຊ່ວຍເຫຼືອຕໍ່ພວກຊົນກຸ່ມນ້ອຍໂຣຮິງຢາຈະບໍ່ມີຜົນກະທົບ.”

ພວກນາຍທະຫານມຽນມາ ບໍ່ຍອມຮັບເອົາຜົນການເລືອກຕັ້ງໃນເດືອນພະຈິກປີກາຍຊຶ່ງພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕເປັນຜູ້ໄດ້ຮັບໄຊຊະນະໂດຍກ່າວຫາວ່າ ມີການສໍ້ໂກງເກີດຂຶ້ນຢ່າງໃຫຍ່ຫຼວງແລະໄດ້ປະກາດພາວະສຸກເສີນເປັນເວລານຶ່ງປີ ຢູ່ໃນປະເທດທີ່ພວມມີການດີ້ນຮົນຕໍ່ສູ້ໃນດ້ານປະຊາທິປະໄຕຢູ່ນັ້ນ.

ທີ່ຫໍລັດຖະສະພາສະຫະລັດ ຜູ້ນຳສຽງສ່ວນນ້ອຍໃນສະພາສູງ ທ່ານມິຈ ແມັກຄອນແນລ ໄດ້ກ່າວສັນລະເສີນລັດຖະບານທ່ານໂຈ ໄບເດັນ ທີ່ໄດ້ປຶກສາຫາລືກັບພວກຜູ້ນຳໃນສະພາ ກ່ຽວ ກັບເລື້ອງມຽນມາ ແລະເວົ້າວ່າ ປະເທດດັງກ່າວຈະຕ້ອງເລືອກເອົາລະຫວ່າງສອງເສັ້ນທາງ. ທ່ານແມັກຄອນແນລ ກ່າວວ່າ:

“ມັນສາມາດທີ່ຈະເຕີບໂຕ ກາຍເປັນປະເທດທີ່ຈະເລີນ ມີປະຊາທິປະໄຕ ແລະເຊື່ອມໂຍງເຂົ້າກັບເສດຖະກິດໂລກ ຫຼືຍັງຈະສືບຕໍ່ເປັນປະເທດສໍ້ລາດບັງຫຼວງ ທີ່ທຸກຍາກໂດດດ່ຽວຜະເດັດການ ທີ່ຢູ່ພາຍໃຕ້ເງົາຂອງສາທາລະນະລັດປະຊາຊົນຈີນ.”

ພວກນາຍພົນໃນກອງທັບມຽນມາຕ້ອງຮັບຮູ້ວ່າພວກເຂົາຈະຕ້ອງປະເຊີນກັບຜົນທີ່ຕິດຕາມມາ ນັ້ນຄືຄຳເວົ້າຂອງທ່ານທອມ ແອນດຣູ ຜູ້ຂຽນລາຍງານພິເສດອົງການສະຫະປະຊາຊາດກ່ຽວກັບປະເທດມຽນມາ ທີ່ກ່າວຕໍ່ວີໂອເອຜ່ານທາງສໄກປ໌ວ່າ:

“ແຕ່ສິ່ງທີ່ສຳຄັນກໍຄືວ່າ ການລົງໂທດເຫຼົ່ານີ້ມີນ້ຳໜັກບາງຢ່າງທີ່ໄດ້ແນເປົ້າໝາຍໃສ່ພວກນາຍພົນ ທີ່ມັນຈະສະແດງໃຫ້ພວກເຂົາເຫັນຢ່າງຈະແຈ້ງວ່າ ມີຄ່າເສຍຫາຍທີ່ຕ້ອງໄດ້ຈ່າຍສຳລັບການກະທຳຂອງພວກເຂົາ.”

ບັນດາກຸ່ມປົກປ້ອງສິດທິມະນຸດກ່າວວ່າ ພວກນາຍພົນມຽນມາຈຸດຽວກັນນີ້ ທີ່ໄດ້ທຳການຈັບກຸມພວກຜູ້ນຳພົນລະເຮືອນທັງໝົດຂອງປະເທດ ແລະພວມທັບມ້າງປາບປາມຕໍ່ການສະແດງຄວາມບໍ່ພໍໃຈໃນທຸກຮູບແບບ ຍັງເປັນຜູ້ຮັບຜິດຊອບໃນການກໍ່ໂທດກຳຕ່າງໆ ໃນອະດີດຜ່ານມາຕໍ່ຊາວໂຣຮິງຢາແລະພວກຊົນກຸ່ມນ້ອຍອື່ນໆ.

The United States is calling Myanmar's military arrest of civilian leaders a coup, which triggers a review of U.S. assistance to the country formerly known as Burma. VOA's diplomatic correspondent Cindy Saine has more from Washington.

The arrest by Myanmar’s military of civilian leaders and members of parliament has prompted an unusually swift reaction -- in the form of a weighty legal determination -- by the U.S. State Department.

Ned Price, State Department Spokesman:

“After a review of all the facts, we have assessed that the Burmese military’s actions on February 1st, having deposed the duly elected head of government, constituted a military coup d’etat.”

Price told reporters the designation triggers a review of the $135 million of U.S. aid to Myanmar, though very little of that goes to the government, and assistance to the Rohingya ethnic minority will not be affected.

Myanmar’s military has refused to accept the results of November elections won by the National League for Democracy, alleging massive fraud, and declared a one-year state of emergency in the struggling democracy.

On Capitol Hill, Senate Minority Leader Mitch McConnell praised the Biden administration for consulting congressional leaders on Myanmar and said the country must choose between two paths.

Senate Minority Leader Mitch McConnell:

“It can continue to grow into a modern, democratic country connected to the global economy, or remain a corrupt, impoverished authoritarian backwater in the shadow of the People's Republic of China.”

Myanmar’s military generals need to realize they will face consequences, the U.N. Special Rapporteur for Myanmar told VOA.

Tom Andrews, UN Special Rapporteur for Myanmar:

((Mandatory Skype Video Courtesy))

“But what's important is that these sanctions have some bite, that they are targeted on the generals, that it will make it clear to them that there is a price to pay for their actions.”

Human rights groups say that the same Myanmar generals who have rounded up all of the country’s civilian leaders and are cracking down on any form of dissent are also responsible for past atrocities against Rohingyas and other minorities.

XS
SM
MD
LG