ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ກຸ່ມ 7 ປະເທດ ທີ່ຈະເລີນທາງດ້ານອຸດສາຫະກຳ ຫຼື ຈີ 7 ປະນາມການເຮັດລັດຖະປະຫານ ໃນມຽນມາ


ທະຫານມຽນມາ ພວມຍ່າງຢູ່ໃກ້ໆສະພາແຫ່ງຊາດ ໃນນະຄອນຫຼວງເນປີດໍ ປະເທດມຽນມາ ເມື່ອວັນທີ 2 ກຸມພາ 2021.
ທະຫານມຽນມາ ພວມຍ່າງຢູ່ໃກ້ໆສະພາແຫ່ງຊາດ ໃນນະຄອນຫຼວງເນປີດໍ ປະເທດມຽນມາ ເມື່ອວັນທີ 2 ກຸມພາ 2021.

ລັດຖະມົນຕີການຕ່າງປະເທດຈາກກຸ່ມ G-7 ໃນວັນພຸດມື້ນີ້ ປະນາມການເຮັດລັດຖະປະມານຢູ່ໃນປະເທດມຽນມາແລະສະແດງຄວາມເປັນຫ່ວງຢ່າງເລິກເຊິ່ງກ່ຽວກັບການຈັບກຸມຄຸມຂັງທ່ານນາງອອງຊານ ຊູຈີ ແລະຜູ້ນຳທາງການເມືອງຄົນອື່ນໆ.

ລັດຖະມົນຕີການຕ່າງປະເທດຂອງການາດາ ຝຣັ່ງ ເຢຍຣະມັນ ອີຕາລີ ຍີປຸ່ນ ແລະ ສະຫະລັດ ກ່າວຢູ່ໃນຖະແຫຼງການວ່າ “ພວກເຮົາມີຄວາມເປັນຫ່ວງຢ່າງເລິກເຊິ່ງກ່ຽວກັບການຄຸມຂັງພວກຜູ້ນຳທາງການເມືອງແລະພວກນັກເຄື່ອນໄຫວຈາກກຸ່ມສັງຄົມພົນລະເຮືອນ ຮວມທັງທີ່ປຶກສາຂອງລັດຖະບານ ທ່ານນາງອອງຊານ ຊູຈີ ແລະປະທານາທິບໍດີວິນ ມິນ ແລະການແນເປົ້າໝາຍໃສ່ສື່ມວນຊົນ.”

ບັນດາລັດຖະມົນຕີຂອງກຸ່ມ G-7 ຍັງໄດ້ຮຽກຮ້ອງໃຫ້ກອງທັບມຽນມາ ຢຸດເຊົາການປະກາດພາວະສຸກເສີນ ແລະອະນຸຍາດໃຫ້ສົ່ງການຊ່ວຍເຫຼືອທາງດ້ານມະນຸດສະທຳແບບບໍ່ມີການຈຳກັດ ໄປໃຫ້ປະຊາຊົນຜູ້ທີ່ຕົກຢູ່ໃນອັນຕະລາຍ ໃນປະເທດດັ່ງກ່າວ.

ລັດຖະມົນຕີຂອງກຸ່ມ G-7 ກ່າວວ່າ “ຜົນການເລືອກຕັ້ງໃນເດືອນພະຈິກ ຕ້ອງໄດ້ຮັບການເຄົາລົບ ແລະສະພາແຫ່ງຊາດຄວນຈະມີການເປີດ ໃນໂອກາດອັນໄວເທົ່າທີ່ຈະໄວໄດ້.”

ໃນວັນພຸດມື້ນີ້ ຍັງໄດ້ມີການນັດຢຸດງານໂດຍພະນັກງານຂອງໂຮງໝໍ ແລະພະແນກສາທາລະ ນະສຸກ 70 ແຫ່ງ ຢູ່ໃນ 30 ເມືອງ ເພື່ອປະທ້ວງຕໍ່ການເຮັດລັດຖະປະຫານ.

ຖະແຫຼງການ ຂອງຂະບວນການບໍ່ປະຕິບັດຄຳສັ່ງຂອງກຸ່ມສັງຄົມພົນລະເຮືອນມຽນມາ ທີ່ຫາກໍມີການສ້າງຕັ້ງຂຶ້ນໃໝ່ໆ ກ່າວວ່າ ທະຫານຖືເອົາຜົນປະໂຫຍດ ສ່ວນໂຕຂອງພວກເຂົາເຈົ້າເໜືອປະຊາຊົນ ທີ່ພວມປະເຊີນກັບຄວາມທຸກຍາກລຳບາກ ໃນລະຫວ່າງທີ່ເກີດໂຣກລະບາດ ໂຄວິດ-19 ທີ່ເຮັດໃຫ້ ມີຜູ້ເສຍຊີວິດໄປແລ້ວຫຼາຍກວ່າ 3,100 ຄົນຢູ່ໃນປະເທດມຽນມາ.

ເຈົ້າໜ້າທີ່ຂອງກະຊວງການຕ່າງປະເທດສະຫະລັດຄົນນຶ່ງ ກ່າວຕໍ່ພວກນັກຂ່າວໃນວັນອັງຄານວານນີ້ວ່າ ລັດຖະບານໄດ້ປະກາດຢ່າງເປັນທາງການໄປແລ້ວວ່າ ການເຂົ້າຢຶດອຳນາດຂອງພວກທະຫານໃນຕົ້ນອາທິດນີ້ແມ່ນການເຮັດລັດຖະປະຫານ ຊຶ່ງເປັນການລະບຸ “ທີ່ຈະພາໃຫ້ມີການຈຳກັດບາງຢ່າງ ໃນການໃຫ້ຄວາມຊ່ວຍເຫຼືອຕ່າງປະເທດ ຂອງລັດຖະບານ.”

ເຈົ້າໜ້າທີ່ເວົ້າວ່າ ສະຫະລັດ “ຈະເອົາມາດຕະການ ຕໍ່ພວກທີ່ຮັບຜິດຊອບ” ແຕ່ຈະສືບຕໍ່ ໂຄງການຕ່າງໆ ທີ່ໃຫ້ຄວາມຊ່ວຍເຫຼືອ ແກ່ປະຊາຊົນຂອງປະເທດດັງກ່າວ ຮວມທັງການຊ່ວຍເຫຼືອທາງດ້ານມະນຸດ ສະທຳແລະການໃຫ້ຄວາມຊ່ວຍເຫຼືອຕໍ່ການລິເລີ້ມຕ່າງໆໃນດ້ານປະຊາທິປະ ໄຕ.”

ກອງທັບມຽນມາ ກ່າວວ່າ ການຢຶດອຳນາດຂອງຕົນ ຊຶ່ງຈະໃຊ້ເວລາ ນຶ່ງປີນັ້ນ ແມ່ນມີຄວາມຈຳເປັນຍ້ອນລັດຖະບານບໍ່ໄດ້ດຳເນີນການຫຍັງ ຕໍ່ການກ່າວອ້າງທີ່ວ່າມີການສໍ້ໂກງຄະແນນໃນການເລືອກຕັ້ງເມື່ອເດືອນພະຈິກ ທີ່ພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ຂອງທ່ານນາງ ອອງຊານ ຊູຈີ ໄດ້ຮັບໄຊຊະນະຢ່າງຖ້ວມລົ້ນ. ການເປີດປະຊຸມສະພາຮອບປະຖົມມະເລີກມີກຳນົດທີ່ຈະເລີ້ມຂຶ້ນໃນວັນຈັນຜ່ານມານີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG