ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໄບເດັນ ສັ່ງໃຫ້ສະຫະລັດ ກັບຄືນເຂົ້າຮ່ວມ ຂໍ້ຕົກລົງດິນຟ້າອາກາດປາຣີ ແລະອົງການອະນາໄມໂລກ


ປະທານາທິບໍດີໂຈ ໄບເດັນ ເຊັນດຳລັດ ທີ່ທຳນຽບຂາວ ໃນນະຄອນຫຼວງວໍຊິງຕັນ ຫຼັງຈາກໄດ້ສາບານໂຕເຂົ້າເປັນປະທານາທິບໍດີຄົນທີ 46 ຂອງສະຫະລັດ ໃນວັນພຸດທີ 20 ມັງກອນ 2021.
ປະທານາທິບໍດີໂຈ ໄບເດັນ ເຊັນດຳລັດ ທີ່ທຳນຽບຂາວ ໃນນະຄອນຫຼວງວໍຊິງຕັນ ຫຼັງຈາກໄດ້ສາບານໂຕເຂົ້າເປັນປະທານາທິບໍດີຄົນທີ 46 ຂອງສະຫະລັດ ໃນວັນພຸດທີ 20 ມັງກອນ 2021.

ຮວມຢູ່ໃນດຳລັດຕ່າງໆ 17 ສະບັບ ທີ່ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນໄດ້ເຊັນໃນຊົ່ວໂມງທຳອິດ ຂອງການເຂົ້າດຳລົງຕຳແໜ່ງ ໃນວັນພຸດວານນີ້ 2 ສະບັບໃນນັ້ນ ແມ່ນເພື່ອເສີມຂະຫຍາຍການຮ່ວມມືທີ່ຊຸດໂຊມລົງກັບອົງການສະຫະປະຊາຊາດ ໃນດ້ານການຮັກສາສຸຂະອະນາໄມຂອງໂລກ ແລະຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ໂດຍປະຕິບັດຕາມຄຳໝັ້ນສັນຍາ ໃນລະຫວ່າງການໂຄສະນາຫາສຽງນັ້ນ ທ່ານໄບເດັນໄດ້ໂຈະການຖອນໂຕຂອງສະຫະລັດ ອອກຈາກອົງການອະນາໄມໂລກ ແລະກັບຄືນເຂົ້າຮ່ວມຂໍ້ຕົກລົງວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດປາຣີ ປີ 2015.

ທ່ານແອນໂຕນີໂອ ກິວເຕເຣສ ເລຂາທິການໃຫຍ່ອົງການສະຫະປະຊາຊາດໄດ້ກ່າວ ຢູ່ໃນຖະແຫຼງການ ຕ້ອນຮັບການເອົາມາດຕະການດັ່ງກ່າວ ໂດຍເວົ້າວ່າ “ຂ້າພະເຈົ້າມີຄວາມໝັ້ນໝາຍ ທີ່ຈະເຮັດວຽກຢ່າງໃກ້ຊິດ ກັບປະທານາທິບໍດີໄບເດັນ ແລະຜູ້ນຳຄົນອື່ນໆ ເພື່ອເອົາຊະນະເຫດການສຸກເສີນທາງດ້ານດິນຟ້າອາກາດ ແລະການຟື້ນໂຕຄືນທີ່ດີຂຶ້ນຈາກພະຍາດໂຄວິດ-19.”

ໃນກາງເດືອນເມສາປີກາຍ ໃນຂະນະທີ່ໄວຣັສໂຄໂຣນາ ພວມແຜ່ລະບາດອອກໄປທົ່ວໂລກຢູ່ນັ້ນ ປະທານາທິບໍດີດໍໂນລ ທຣຳ ກໍໄດ້ຕັດການໃຫ້ທຶນສະໜັບສະໜຸນຕໍ່ອົງການອະນາໄມໂລກ ໂດຍເວົ້າວ່າ ເບິ່ງຊົງຄື “ມັນຖືກຄວບຄຸມໂດຍຈີນ” ແລະຫຼັງຈາກນັ້ນທ່ານກໍໄດ້ດຳເນີນການເພີ້ມຕື່ມ ເພື່ອຖອນສະຫະລັດອອກຈາກອົງການດັ່ງກ່າວຢ່າງສິ້ນເຊີງ. ການຖອນໂຕທີ່ວ່ານີ້ມີກຳນົດຈະເລີ້ມມີຜົນບັງຄັບໃຊ້ໃນເດືອນກໍລະກົດ ແຕ່ຄຳສັ່ງຂອງທ່ານໄບເດັນ ຈະພາໃຫ້ມີການຍົກເລີກຂັ້ນຕອນດັ່ງກ່າວ.

ຄະນະກຳມະການບໍລິຫານ ຂອງອົງການອະນາໄມໂລກ ໄດ້ປະຊຸມກັນ ທາງອອນລາຍນ໌ ໃນອາທິດນີ້ແລະລັດຖະບານຂອງທ່ານໄບເດັນປະກາດວ່າ ຄະນະຜູ້ແທນຂອງສະຫະລັດພາຍໃຕ້ການນຳພາຂອງ ດຣ. ແອນໂທນີ ຟາວຈີ ຈະເຂົ້າຮ່ວມ. ລັດຖະບານທ່ານໄບເດັນຍັງກ່າວວ່າ ຕົນຈະເຂົ້າຮ່ວມອົງການໂຄແວັກ ຊຶ່ງເປັນກຸ່ມພັນທະມິດລະຫວ່າງປະເທດ ທີ່ແນໃສ່ເພື່ອໃຫ້ມີການເຂົ້າເຖິງແລະແຈກຢາຍຢາວັກຊີນກັນໂຄວິດ-19 ແບບເທົ່າທຽມກັນ ໂດຍສະເພາະໃນໝູ່ບັນດາປະເທດທີ່ທຸກຍາກ.

ປັດຈຸບັນນີ້ ມີ 96 ລ້ານກໍລະນີໂຄວິດ-19 ທີ່ໄດ້ຮັບການຢືນຢັນ ຢູ່ໃນທົ່ວໂລກ ແລະຫຼາຍກວ່າ 2 ລ້ານຄົນໄດ້ເສຍຊີວິດແລ້ວ ອີງຕາມມະຫາວິທະຍາໄລຈອນສ໌ ຮອບກິນສ໌ ຊຶ່ງເປັນຜູ້ຕິດຕາມແລະເກັບກຳຂໍ້ມູນໃນເລື້ອງນີ້. ປະມານນຶ່ງສ່ວນສີ່ຂອງກໍລະນີຕິດເຊື້ອທັງໝົດ ແລະນຶ່ງສ່ວນຫ້າ ຂອງຈຳນວນຜູ້ເສຍຊີວິດ ແມ່ນຢູ່ໃນສະຫະລັດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG