ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ລະບຸວ່າ ນະໂຍບາຍຂອງຈີນ ຕໍ່ຊາວວີເກີ້ ແມ່ນ 'ການຂ້າລ້າງເຊື້ອຊາດເຜົ່າພັນ'


ພວກຊາວວີເກີ້ ເຂົ້າຮ່ວມການເດີນຂະບວນຕໍ່ຕ້ານຈີນ ທີ່ນະຄອນອິສຕັນບູລ ປະເທດເທີກີ ເມື່ອວັນທີ 1 ຕຸລາ 2020.
ພວກຊາວວີເກີ້ ເຂົ້າຮ່ວມການເດີນຂະບວນຕໍ່ຕ້ານຈີນ ທີ່ນະຄອນອິສຕັນບູລ ປະເທດເທີກີ ເມື່ອວັນທີ 1 ຕຸລາ 2020.

ໃນຊຸມຊົ່ວໂມງສຸດທ້າຍຂອງລັດຖະບານປະທານາທິບໍດີດໍໂນລ ທຣຳ ສະຫະລັດໃນວັນອັງຄານວານນີ້ ໄດ້ລະບຸຢ່າງເປັນທາງການວ່າ ນະໂຍບາຍລັດຖະບານຈີນທີ່ແນໃສ່ພວກຊົນກຸ່ມນ້ອຍຊາວມຸສລິມວີເກີ້ ແລະພວກຊົນກຸ່ມນ້ອຍອື່ນໆ ໃນເຂດຊິນຈຽງ ທາງພາກຕາເວັນຕົກສຽງເໜືອຂອງປະເທດນັ້ນເປັນ “ການຂ້າລ້າງເຜົ່າພັນ.”

ລັດຖະມົນຕີການຕ່າງປະເທດພອມພຽວ ກ່າວຢູ່ໃນຖະແຫຼງການສະບັບນຶ່ງ ໃນວັນອັງຄານວານນີ້ວ່າ “ ຫຼັງຈາກໄດ້ກວດກາເບິ່ງຄວາມຈິງທີ່ມີຢູ່ຢ່າງລະມັດລະ ວັງແລ້ວ ຂ້າພະເຈົ້າໄດ້ລົງຄວາມເຫັນວ່າ ສປ ຈີນ (ສາທາລະນະລັດປະຊາຊົນຈີນ) ພາຍໃຕ້ທິດທາງ ແລະການນຳພາຂອງພັກຄອມມູນິສ ໄດ້ທຳການຂ້າລ້າງເຊື້ອຊາດເຜົ່າພັນຕໍ່ພວກຊາວມຸສລິມວີເກີ້ ຊຶ່ງເປັນພວກຊົນກຸ່ມໃຫຍ່ຕະຫຼອດທັງພວກຊົນຊາດຊົນເຜົ່າ ແລະສາສະໜາກຸ່ມນ້ອຍອື່ນໆ ຢູ່ໃນເຂດຊິນຈຽງ.”

ຜູ້ທີ່ທ່ານໂຈ ໄບເດັນ ປະທານາທິບໍດີທີ່ໄດ້ຮັບເລືອກໃໝ່ ສະເໜີແຕ່ງຕັ້ງ ໃຫ້ເປັນລັດຖະມົນຕີການຕ່າງປະເທດ ທ່ານແອນໂທນີ ບລິິງເກັນ ກ່າວວ່າ ທ່ານເຫັນພ້ອມ ກັບການຕັດສິນໃຈ ໃນດ້ານນະໂຍບາຍຂອງທ່ານພອມພຽວທີ່ວ່າ ພັກຄອມມູນິສຈີນໄດ້ມີສ່ວນພົວພັນໃນການຂ້າລ້າງເຊື້ອຊາດເຜົ່າພັນ ເມື່ອເວົ້າເຖິງປະຊາກອນຊາວມຸສລິມວີເກີ້.

ທ່ານບລິງເກັນ ກ່າວຕໍ່ຄະນະກຳມະການຄວາມສຳພັນຕ່າງປະເທດຂອງສະພາສູງໃນລະຫວ່າງການຮັບຟັງຄຳໃຫ້ການ ເພື່ອຮັບຮອງເອົາ ການແຕ່ງຕັ້ງທ່ານວ່າ “ນັ້ນຄືການວິນິດໄສຂອງຂ້າພະ ເຈົ້າເຊັ່ນດຽວກັນ.”

ສະຫະລັດໄດ້ຕ້ອງຕິມາເປັນເວລາຫຼາຍປີແລ້ວຕໍ່ການຄຸມຂັງແລະນະໂຍບາຍຕັ້ງສູນສຳມະນາຢູ່ໃນເຂດຊິນຈຽງ ແຕ່ບໍ່ໄດ້ປະກາດຢ່າງເປັນທາງການວ່າ ນະໂຍບາຍດັ່ງກ່າວແມ່ນການຂ້າລ້າງເຊື້ອຊາດເຜົ່າພັນ.

ລາຍງານຂອງບັນດາອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ພວກນັກຂ່າວ ແລະພວກທີ່ເຄີຍຖືກຄຸມຂັງມາກ່ອນ ໄດ້ມີການຈົດບັນທຶກ ກ່ຽວກັບການປຸກລະດົມໃນຂອບເຂດທີ່ກວ້າງຂວາງເພື່ອທຳການກົດຂີ່ຕໍ່ພວກຊາວວີເກີ້. ອົງການສະຫະປະຊາຊາດກະປະມານວ່າ ມີຊາວມຸສລິມວີເກີ້ຢ່າງນ້ອຍ 1 ລ້ານຄົນຖືກຄຸມຂັງຢູ່ໃນສູນເຫຼົ່ານີ້.

ເຈົ້າໜ້າທີ່ຈີນ ກ່າວເຖິງສູນເຫຼົ່ານີ້ວ່າ ເປັນ “ສູນກາງຝຶກວີຊາຊີບ” ເພື່ອອົບຮົມວີຊາອາຊີບແລະປະຕິເສດຕໍ່ການກ່າວອ້າງໃດໆທີ່ວ່າ ເຈົ້າໜ້າທີ່ມີສ່ວນພົວພັນກັບການລະເມີດສິດທິມະນຸດຢູ່ໃນເຂດຊິນຈຽງ.

ເວລານີ້ພວກເຈົ້າໜ້າທີ່ອະວຸໂສຂອງສະຫະລັດກ່າວວ່າ ການລົງຄວາມເຫັນກ່ຽວກັບການຂ້າລ້າງເຊື້ອຊາດເຜົ່າພັນ ຈະພາໃຫ້ມີການທົບທວນຄືນໃໝ່ ແລະການອອກວີຊາເພື່ອໃຫ້ເຂົ້າມາໃນສະຫະລັດ. ມີທ່າທາງວ່າ ຈຳນວນພວກເຈົ້າໜ້າທີ່ຂອງພັກຄອມມູນິສຈີນ ທີ່ຕົກເປັນເປົ້າໃນການລົງໂທດທາງດ້ານວີຊາແລະດ້ານການເງິນນັ້ນ ຈະມີຈຳນວນເພີ້ມຂຶ້ນ ຍ້ອນມີສ່ວນໃນການລະເມີດສິດທິມະນຸດຢູ່ໃນຂົງເຂດດັ່ງກ່າວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG