ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ປ່ຽນຍຸດທະສາດ ກ່ຽວກັບ ການນຳໃຊ້ຢາວັກຊີນ ກັນໂຄວິດ-19​


ນາງພະຍາບານຄົນນຶ່ງ ພວມສັກຢາວັກຊີນກັນໂຄວິດ-19 ຂອງບໍລິສັດໂມເດີນາ ໃຫ້ແກ່ປະຊາຊົນ ທີ່ເມືອງພາຊາເດນາ.
ນາງພະຍາບານຄົນນຶ່ງ ພວມສັກຢາວັກຊີນກັນໂຄວິດ-19 ຂອງບໍລິສັດໂມເດີນາ ໃຫ້ແກ່ປະຊາຊົນ ທີ່ເມືອງພາຊາເດນາ.

ສະຫະລັດພວມປ່ຽນຍຸດທະສາດໃນການສັກຢາວັກຊີນ ໂດຍຈະນຳໃຊ້ຢາວັກຊີນກັນໂຄວິດ-19 ຈຳນວນຫຼາຍລ້ານໂດສ ທີ່ຕົນກັກໄວ້ ເພື່ອໃຊ້ສຳລັບການສັກຢາເຂັມທີສອງນັ້ນ ໄປສັກໃຫ້ຊາວອາເມຣິກັນ ທີ່ມີອາຍຸສູງກວ່າ 65 ປີ ຫຼືພວກທີ່ມີພະບາງຢ່າງຢູ່ແລ້ວ.

ໃນການໄປປາກົດຕົວຕໍ່ລາຍການຂ່າວຕອນເຊົ້າ ລັດຖະມົນຕີກະຊວງສາທາລະນະສຸກແລະບໍລິການມະນຸດທ່ານອາເລັກ ເອຊາ (Alex Azar) ກ່າວວ່າ “ການຄຸ້ມຄອງຢູ່ໃນລັດຕ່າງໆ ແມ່ນໄດ້ເພັ່ງເລັງຢູ່ໃນວົງແຄບເກີນໄປ.”

ທ່ານເອຊາ ກ່າວຕໍ່ລາຍການ Good Morning America ຂອງໂທລະພາບ ABC ວ່າ “ເວລານີ້ ພວກເຮົາເຊື່ອວ່າ ບັນດາຜູ້ຜະລິດຂອງພວກເຮົາ ສາມາດທຳນາຍໄດ້ວ່າ ພວກເຮົາສາມາດມີຢາຢ່າງພຽງພໍສຳລັບສັກເຂັມທີສອງໃຫ້ຜູ້ຄົນຈາກການຜະລິດທີ່ພວມດຳເນີນໄປຢູ່ນັ້ນ. ດັ່ງນັ້ນ ທຸກສິ່ງທຸກຢ່າງຈຶ່ງສາມາດນຳໃຊ້ສຳລັບລັດຕ່າງໆແລະພວກສະໜອງການປິ່ນປົວສຸຂະພາບຂອງພວກເຮົາ.”

ທ່ານກ່າວວ່າ ຍຸດທະສາດໃໝ່ນີ້ຈະບໍ່ໄປລົບກວນ ພວກຊາວອາເມຣິກັນທີ່ພວມທີ່ພວມລໍຖ້າການສັກຢາເຂັມທຳອິດຢູ່.

ໃນຂະນະທີ່ກໍລະນີຕິດພະຍາດໂຄວິດ-19 ຍັງສືບຕໍ່ເພີ້ມຈຳນວນສູງຂຶ້ນຢູ່ໃນທົ່ວສະຫະລັດນີ້ ພວກຜູ້ນຳຂອງຫຼາຍໆລັດໄດ້ສະແດງໃຫ້ເຫັນເຖິງຄວາມລັງເລໃຈທີ່ຈະອອກຄຳສັ່ງໃຫ້ກັກຕົວຢູ່ໃນບ້ານໃນເຮືອນ ຫຼືລັອກດາວຕື່ມ.

ທີ່ເຫັນໄດ້ຢ່າງຈະແຈ້ງກໍແມ່ນຜູ້ປົກຄອງລັດແອນດຣູ ໂຄໂມ ໃນລັດນິວຢອກ.

ທ່ານໂຄໂມ ກ່າວໃນອາທິດນີ້ວ່າ “ພວກເຮົາບໍ່ສາມາດທີ່ຈະສືບຕໍ່ປິດໄປເລື້ອຍໆ ຈົນກວ່າປະຊາຊາຊົນສ່ວນໃຫຍ່ໄດ້ຮັບການສັກຢາແລ້ວ. ຄວາມເສຍຫາຍແມ່ນສູງຫຼາຍ. ພວກເຮົາບໍ່ມີຫຍັງເຫຼືອ ທີ່ຈະເປີດຄືນໃໝ່ໄດ້.”

ສ່ວນບັນດາຜູ້ປົກຄອງລັດອື່ນໆ ຕ່າງກໍໄດ້ສະແດງຄວາມເປັນຫ່ວງ ໃນທຳນອງດຽວກັນນີ້ ອີງຕາມລາຍງານຂອງອົງການຂ່າວເອພີ.

ໃນຂະນະດຽວກັນອົງການອະນາໄມໂລກໄດ້ເຕືອນວ່າ ການສັກຢາໃຫ້ປະຊາຊົນເປັນຈຳນວນຫຼວງຫຼາຍ ເພື່ອຕ້ານໄວຣັສໂຄໂຣນາສາຍພັນໃໝ່ນັ້ນ ຈະບໍ່ສາມາດຜະລິດພູມຕ້ານທານຕໍ່ເຊື້ອພະຍາດໄດ້ ພາຍໃນປີນີ້.

ຫົວໜ້ານັກວິທະຍາສາດ ຂອງອົງການອະນາໄມໂລກ ຫຼື WHO ດຣ. ຊຸມຢາ ສວາມີນາທານ (Dr. Soumya Swaminathan) ກ່າວຕໍ່ພວກນັກຂ່າວໃນວັນຈັນຜ່ານມານີ້ວ່າ ມັນຈະໃຊ້ເວລາໃນການຜະລິດ ແລະຄຸ້ມຄອງປະລິມານຢາວັກຊີນໃຫ້ພຽງພໍກ່ອນທີ່ການລະບາດຂອງໂຄວິດ-19 ຈະຍຸຕິລົງນັ້ນ. ດຣ. ສວາມີນາທານໄດ້ກ່າວຢ້ຳເຖິງຄວາມຈຳເປັນສຳລັບປະເທດຕ່າງໆທີ່ຈະສືບຕໍ່ປະຕິບັດໃນຄວາມພະຍາຍາມເພື່ອຫລຸດຜ່ອນໃນການລະບາດ ເຊັ່ນການໃສ່ໜ້າກາກ ການຢູ່ຫ່າງກັນໃນສັງຄົມແລະການລ້າງມືເປັນຕົ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG