ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ຮັບຮູ້ເຖິງການໂອນອຳນາດ ຫຼັງຈາກມີການຮຽກຮ້ອງ ໃຫ້ປົດທ່ານອອກຈາກຕຳແໜ່ງ


ປະທານາທິບໍດີດໍໂນລ ທຣຳ ຈັດການໂຮມຊຸມ ເພື່ອຄັດຄ້ານ ຕໍ່ການຢັ້ງຢືນ ຜົນການລົງຄະແນນສຽງຂອງຜູ້ແທນລັດ ໃນການເລືອກຕັ້ງປະທານາທິບໍດີປີ 2020 ໂດຍສະພາສະຫູະລັດ ທີ່ວໍຊິງຕັນ ໃນວັນທີ 6 ມັງກອນ 2021.
ປະທານາທິບໍດີດໍໂນລ ທຣຳ ຈັດການໂຮມຊຸມ ເພື່ອຄັດຄ້ານ ຕໍ່ການຢັ້ງຢືນ ຜົນການລົງຄະແນນສຽງຂອງຜູ້ແທນລັດ ໃນການເລືອກຕັ້ງປະທານາທິບໍດີປີ 2020 ໂດຍສະພາສະຫູະລັດ ທີ່ວໍຊິງຕັນ ໃນວັນທີ 6 ມັງກອນ 2021.

ໃນຂະນະທີ່ພວມມີຄວາມກົດດັນເພີ້ມຂຶ້ນ ຢູ່ວໍຊິງຕັນ ເພື່ອໃຫ້ປົດທ່ານອອກຈາກຕຳແໜ່ງກ່ອນກຳນົດ ຍ້ອນພວກສະໜັບສະໜຸນທ່ານບຸກເຂົ້າໄປອາລະວາດຢູ່ທີ່ຫໍລັດຖະສະພາສະຫະລັດນັ້ນ ປະທານາທິບໍດີດໍໂນລ ທຣຳ ໃນວັນພະຫັດວານນີ້ກໍໄດ້ສະແດງໃຫ້ເຫັນວ່າ ທ່ານພວມທີ່ຈະຢຸດເຊົາ ໃນຄວາມພະຍາຍາມທີ່ບໍ່ມີ ໝາກຜົນເພື່ອຈະກຳຕຳແໜ່ງຕໍ່ໄປ ແລະມີຄວາມໝັ້ນໝາຍ ທີ່ທ່ານຈະຈັດໃຫ້ມີການໂອນອຳນາດດ້ວຍຄວາມເປັນລະບຽບໄປໃຫ້ທ່ານໂຈ ໄບເດັນ ຜູ້ຊຶ່ງຈະສາບານໂຕ ເຂົ້າຮັບຕຳແໜ່ງ ເປັນປະທານາທິບໍດີຄົນທີ 46 ຂອງສະຫະລັດ ໃນວັນທີ 20 ມັງກອນຈະມານີ້.

ໃນຕອນເຊົ້າວັນພະຫັດວານນີ້ ຜູ້ນຳຂອງພັກເດໂມແຄຣັດ 2 ຄົນ ຢູ່ໃນລັດຖະສະພາ ຮຽກຮ້ອງໃຫ້ປົດທ່ານທຣຳອອກຈາກຕຳແໜ່ງໂດຍຜ່ານການຟ້ອງຮ້ອງປົດຕຳແໜ່ງຄັ້ງທີ 2 ຫຼືຕາມຂໍ້ກຳນົດຂອງລັດຖະທຳມະນູນທີ່ອະນຸຍາດໃຫ້ຮອງປະທານາທິບໍດີ ແລະສຽງສ່ວນຫຼາຍຂອງຄະນະລັດຖະບານປົດປະທານາທິບໍດີຜູ້ທີ່ມີສະພາບຈິດບໍ່ເໝາະສົມ. ນອກນັ້ນ ສະມາຊິກພັກຣີພັບບລີກັນບາງຄົນຍັງໄດ້ຮຽກຮ້ອງໃຫ້ປົດທ່ານເຊັ່ນດຽວກັນ.

ແຕ່ເສັ້ນທາງທີສອງປາກົດວ່າມີຄວາມເປັນໄປໄດ້ຍາກຫຼັງຈາກມີລາຍງານໃນຕອນແລງວັນພະຫັດນີ້ວ່າ ຮອງປະທານາທິບໍດີໄມຄ໌ ເພັນສ໌ ທີ່ໄດ້ຂັດໃຈກັບປະທານາທິບໍດີທຣຳໃນອາທິດນີ້ ຍ້ອນການຮຽກຮ້ອງທີ່ທ່ານທຣຳຕ້ອງການຢາກໃຫ້ທ່ານຕ່າວປີ້ນຜົນການເລືອກຕັ້ງນັ້ນ ບໍ່ເຕັມໃຈ ທີ່ຈະອ້າງບົດເພີ້ມເຕີມລັດຖະທຳມະນູນຂໍ້ທີ 25.

ຊຶ່ງນັ້ນອາດຈະເປັນເສັ້ນທາງທີ່ “ໄວທີ່ສຸດແລະມີປະສິດທິຜົນທີ່ສຸດ” ເພື່ອຈະປົດທ່ານທຣຳ ອອກໄປຈາກທຳນຽບຂາວ ອີງຕາມຄຳເວົ້າຂອງສະມາຊິກສະພາສູງຊັກ ຊູເມີ ຈາກລັດນິວຢອກ ຜູ້ຊຶ່ງໃນໄວໆນີ້ຈະຂຶ້ນເປັນຜູ້ນຳສຽງສ່ວນຫຼາຍຢູ່ໃນສະພາສູງນັ້ນ. ທ່ານກ່າວຕື່ມວ່າ “ປະທານາທິບໍດີຄົນນີ້ບໍ່ຄວນທີ່ຈະກຳຕຳແໜ່ງຕໍ່ໄປອີກແມ່ນແຕ່ມື້ດຽວ.”

ແຕ່ໃນຂະນະດຽວກັນ ທ່ານກໍກ່າວວ່າ “ຖ້າຮອງປະທານາທິບໍດີ ແລະຄະນະລັດຖະບານປະຕິ ເສດ ທີ່ຈະເຮັດແບບນັ້ນ ລັດຖະສະພາຄວນປະເປີດປະຊຸມກັນເພື່ອຟ້ອງຮ້ອງປົດຕຳແໜ່ງປະທານາທິບໍດີ.”

ປະທານສະພາຕ່ຳທ່ານນາງແນນຊີ ເພໂລຊີ ກໍໄດ້ຮຽກຮ້ອງໃຫ້ປົດທ່ານທຣຳອອກຈາກຕຳແໜ່ງ ໃນກອງປະຊຸມຖະແຫຼງຂ່າວ ບ່ອນທີ່ທ່ານນາງໄດ້ລະບຸໂຕລັດຖະມົນຕີບາງຄົນໂດຍຕັ້ງຄຳຖາມວ່າເປັນຫຍັງພວກທ່ານຈຶ່ງບໍ່ເຂົ້າແຊກແຊງ.

ທ່ານນາງເພໂລຊີ ກ່າວວ່າ “ໃນຂະນະທີ່ມັນມີເວລາເຫຼືອຢູ່ພຽງ 13 ມື້ເທົ່ານັ້ນ (ໃນການເປັນປະທານາທິບໍດີຂອງທ່ານທຣໍາ) ມື້ໃດກໍໄດ້ມັນອາດສາມາດທີ່ຈະເປັນມື້ທີ່ໜ້າຢ້ານກົວສຳລັບອາເມຣິກາ ພວກເຂົາເຈົ້າພ້ອມແລ້ວບໍທີ່ຈະເວົ້າວ່າ 13 ມື້ຂ້າງໜ້ານີ້ ບຸກຄົນທີ່ເປັນອັນຕະລາຍຜູ້ນີ້ ສາມາດໂຈມຕີປະຊາທິປະໄຕ
ຂອງພວກເຮົາໄດ້.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG