ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ລັດຖະສະພາສະຫະລັດ ໃຫ້ການຢັ້ງຢືນ ຕໍ່ການໄດ້ຮັບໄຊຊະນະ ຂອງທ່ານໂຈ ໄບເດັນ


ຮອງປະທານາທິບໍດີສະຫະລັດ ທ່ານໄມຄ໌ ເພັນສ໌ ແລະປະທານສະພາຕ່ຳ ທ່ານນາງແນນຊີ ເພໂລຊີ ຈາກລັດຄາລີຟໍເນຍ ເຂົ້າຮ່ວມກອງປະຊຸມຄົບຄະນະຂອງສະພາ ເພື່ອໃຫ້ການຢັ້ງຢືນ ຕໍ່ແຜນການເລືອກຕັ້ງປະທານາທິບໍດີປີ 2020 ທີ່ທ່ານໄບເດັນ ເປັນຜູ້ຊະນະ ທີ່ຫໍລັດຖະສະພາ ເມື່ອວັນທີ 6 ມັງກອນ 2021.
ຮອງປະທານາທິບໍດີສະຫະລັດ ທ່ານໄມຄ໌ ເພັນສ໌ ແລະປະທານສະພາຕ່ຳ ທ່ານນາງແນນຊີ ເພໂລຊີ ຈາກລັດຄາລີຟໍເນຍ ເຂົ້າຮ່ວມກອງປະຊຸມຄົບຄະນະຂອງສະພາ ເພື່ອໃຫ້ການຢັ້ງຢືນ ຕໍ່ແຜນການເລືອກຕັ້ງປະທານາທິບໍດີປີ 2020 ທີ່ທ່ານໄບເດັນ ເປັນຜູ້ຊະນະ ທີ່ຫໍລັດຖະສະພາ ເມື່ອວັນທີ 6 ມັງກອນ 2021.

ລັດຖະສະພາສະຫະລັດ ໄດ້ໃຫ້ການຢັ້ງຢືນຕໍ່ການໄດ້ຮັບໄຊຊະນະ ຂອງທ່ານ ໂຈ ໄບເດັນ ໃນການເລືອກຕັ້ງປະທານາທິບໍດີ ໃນເດືອນພະຈິກຜ່ານມາ ຊຶ່ງ ເປັນການເຮັດສຳເລັດໜ້າທີ່ທາງລັດຖະທຳມະນູນຂອງຕົນໃນຕອນເຊົ້າໆ ຂອງວັນພະຫັດມື້ນີ້ ຫລັງຈາກຖືກບັງຄັບໃຫ້ຍົກຍ້າຍ ອອກຈາກຫໍລັດຖະສະພາ ຫລື Capitol ໃນຂະນະທີ່ກຸ່ມຜູ້ສະໜັບສະໜຸນປະທານາທິບໍດີ ດໍໂນລ ທຣໍາ ທີ່ກຳ ລັງຈະພົ້ນຕໍາແໜ່ງ ໄດ້ບຸກເຂົ້າໄປໃນຕຶກດັ່ງກ່າວ.

ຮອງປະທານາທິບໍດີໄມຄ໌ ເພັນສ໌ ຜູ້ທີ່ເປັນປະທານກອງປະຊຸມ ທີ່ໄດ້ຖືກຂັດ ຂວາງໃຫ້ຢຸດສະງັກລົງນັ້ນ ໄດ້ປະກາດຄະແນນສຽງຂອງຜູ້ແທນລັດຢ່າງເປັນທາງການວ່າ 306 ຄະແນນແມ່ນສຳລັບທ່ານໄບເດັນ ແລະ 232 ຄະແນນ ແມ່ນຂອງທ່ານທຣໍາ.

ທ່ານທຣໍາໄດ້ໃຊ້ເວລາສອງເດືອນທີ່ຜ່ານມານີ້ ເພື່ອກ່າວອ້າງຊໍ້າແລ້ວຊໍ້າອີກ ແລະ ບໍ່ມີມູນຄວາມຈິງວ່າ ທ່ານເປັນຜູ້ຊະນະ ແລະຮຽກຮ້ອງໃຫ້ຜູ້ສະໜັບສະໜຸນຂອງທ່ານຕໍ່ສູ້ຄັດຄ້ານຕໍ່ຜົນການເລືອກຕັ້ງນັ້ນ ລວມທັງການຖະແຫຼງຫຼາຍໆຄັ້ງໃນວັນພຸດວານນີ້.

ໃນທັນທີ ທີ່ລັດຖະສະພາໄດ້ຮັບຮອງເອົາໄຊຊະນະຂອງທ່ານໄບເດັນແລ້ວ ທ່ານ ທຣໍາກໍໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະມີການໂອນອຳນາດຢ່າງເປັນລະບຽບໃນວັນທີ 20 ມັງກອນນີ້ "ເຖິງແມ່ນວ່າຂ້າພະເຈົ້າຈະບໍ່ເຫັນດີ ນຳຜົນຂອງການເລືອກຕັ້ງຢ່າງສິ້ນເຊີງເລີຍກໍຕາມ."

ທ່ານທຣໍາກ່າວຕໍ່ໄປວ່າ "ຂ້າພະເຈົ້າເວົ້າສະເໝີມາຢູ່ວ່າ ພວກເຮົາຈະສືບຕໍ່ການຕໍ່ສູ້ຂອງພວກເຮົາເພື່ອຮັບປະກັນວ່າ ມີພຽງແຕ່ບັດລົງຄະແນນສຽງທີ່ຖືກຕ້ອງ ຕາມກົດໝາຍເທົ່ານັ້ນຈຶ່ງຖືກນັບ". ທ່ານກ່າວເພີ້ມອີກວ່າ "ໃນຂະນະທີ່ເຫດການນີ້ສະແດງເຖິງການສິ້ນສຸດຂອງການດໍາລົງຕໍາແໜ່ງສະໄໝທໍາອິດ ທີ່ດີທີ່ສຸດໃນປະຫວັດສາດຂອງປະທານາທິບໍດີກໍຕາມ ແຕ່ມັນກໍພຽງແຕ່ເປັນການເລີ່ມຕົ້ນຂອງການຕໍ່ສູ້ຂອງພວກເຮົາ ທີ່ຈະເຮັດໃຫ້ອາເມຣິກາຍິ່ງໃຫຍ່ຄືນອີກ!"

ຄໍາຖະແຫຼງການດັ່ງກ່າວໄດ້ຖືກເຜີຍແຜ່ອອກມາໂດຍຫົວໜ້າດ້ານສື່ສັງຄົມອອນ ລາຍຂອງທ່ານທຣໍາ, ທ່ານແດນ ສແຄວີໂນ (Dan Scavino). ທັງເຟສບຸກ ແລະ ທວີດເຕີ (Twitter) ຕ່າງກໍໄດ້ປິດບັນຊີຂອງທ່ານທຣໍາໄວ້ຊົ່ວຄາວ ໃນວັນພຸດວານນີ້ ຍ້ອນໄດ້ມີການລະເມີດທີ່ກ່ຽວຂ້ອງກັບຂໍ້ຄວາມທີ່ທ່ານໄດ້ເອົາລົງກ່ຽວກັບການກໍ່ຈະລາຈົນນັ້ນ.

ຕຳຫຼວດປະຈຳລັດຖະສະພາ ແລະເຈົ້າທີ່ປະຕິບັດກົດໝາຍຈາກລັດຖະບານກາງ ແລະຈາກທ້ອງຖິ່ນ ໄດ້ຂັບໄລ່ພວກສະໜັບສະໜຸນທ່ານທຣຳອອກໄປຈາກພື້ນທີ່ຂອງລັດຖະສະພາ ແລະຮັບປະກັນຄວາມປອດໄພຂອງຫໍປະຊຸມສະພາສູງແລະ ສະພາຕ່ຳ ເພື່ອໃຫ້ບັນດາສະມາຊິກສະພາກັບຄືນເຂົ້າໄປໄດ້.

ປະທານສະມາຊິກສະພາຕ່ຳ ທ່ານນາງແນນຊີ ເພໂລຊີ ໄດ້ປະກາດຫຼັງຈາກຫຼາຍຊົ່ວໂມງຂອງຄວາມວຸ້ນວາຍທີ່ໄດ້ເກີດຂຶ້ນຢູ່ໃນບໍລິເວນຕຶກຂອງສະພາ ວ່າ ບັນດາສະມາຊິກສະພາທັງຫຼາຍຄວນກັບຄືນມາປະຊຸມເຮັດວຽກຕໍ່ໄປ ຂອງການຢັ້ງຢືນຄະແນນຜູ້ແທນລັດ ຫຼື Electoral College ທີ່ຈະກຳນົດປະທານາທິບໍ ດີ ຄົນຕໍ່ໄປ.

ທ່ານນາງໄດ້ກ່າວວ່າ “ມື້ນີ້ ການໂຈມຕີທີ່ອັບອາຍຂາຍໜ້າ ໄດ້ເກີດຂຶ້ນຕໍ່ປະຊາ ທິປະໄຕຂອງພວກເຮົາ. ມັນໄດ້ຮັບການຊຸກຍູ້ໃນລະດັບສູງສຸດຂອງລັດຖະບານ. ເຖິງຢ່າງນັ້ນກໍຕາມ ມັນບໍ່ສາມາດຍັບຍັ້ງພວກເຮົາຈາກຄວາມຮັບຜິດຊອບຂອງພວກເຮົາ ທີ່ຈະຢືນຢັນການເລືອກຕັ້ງຂອງທ່ານໄບເດັນ.”

ຜູ້ນຳສຽງສ່ວນຫຼາຍຂອງພັກຣີພັບບລີກັນໃນສະພາສູງທ່ານມິຈ ແມັກຄອນແນລກ່າວວ່າ “ການກໍ່ຄວາມວຸ້ນວາຍທີ່ລົ້ມແຫຼວ” ໄດ້ເນັ້ນໃຫ້ເຫັນເຖິງຄວາມສຳຄັນໃນພາລະໜ້າທີ່ຂອງສະມາຊິກສະພາ ຈະຕ້ອງໄດ້ເສັດສິ້ນໃນການລົງຄະແນນສຽງເພື່ອໃຫ້ ການຢັ້ງຢືນ.

ທ່ານເພັນສ໌ໄດ້ຮຽກໃຫ້ສະພາສູງ “ກັບຄືນມາເຮັດວຽກ” ແລະເລີ້ມອະພິປາຍກັນກ່ຽວກັບການຄັດຄ້ານຂອງພັກຣີພັບບລີກັນ ຕໍ່ໄຊຊະນະໃນການເລືອກຕັ້ງເປັນຂອງປະທານາຂອງທ່ານໄບເດັນ.

ທ່ານເພັນສ໌ ກ່າວໃນຂະນະທີ່ສະພາສູງເລີ້ມນັບການລົງຄະແນນສຽງວ່າ “ເຈົ້າບໍ່ໄດ້ຊະນະ. ຄວາມຮຸນແຮງບໍ່ເຄີຍຊະນະເລີຍ.”

ແຕ່ແນວໃດກໍຕາມ ສະມາຊິກສະພາສູງສັງກັດພັກຣີພັບບລີກັນຫຼາຍໆຄົນ ທີ່ໄດ້ວາງແຜນຈະຄັດຄ້ານຕໍ່ການຢັ້ງຢືນ ກ່າວວ່າ ພວກທ່ານບໍ່ຕ້ອງການຈະເຮັດຈັ່ງ ຊັ້ນອີກ. ພວກເຂົາເຈົ້າອ້າງເຫດຜົນໃນການກະທຳຂອງພວກປະທ້ວງທີ່ກໍ່ຄວາມຮຸນແຮງ ຊຶ່ງຜູ້ບັນຊາການຕຳຫຼວດເຂດນະຄອນຫຼວງ ໂຣເບີດ ຄອນທີ ເວົ້າວ່າ ມີ 4 ຄົນເສຍຊີວິດ ຮວມທັງເຈົ້າໜ້າທີ່ແມ່ຍິງນຶ່ງຄົນ ທີ່ຖືກຍິງຕາຍ ແລະ 3 ຄົນທີ່ເສຍຊີວິດຍ້ອນ “ເຫດສຸກເສີນທາງດ້ານການແພດ.”

ໃນຂະນະທີ່ສະພາສູງເລີ້ມດຳເນີນການນັ້ນ ສະມາຊິກສະພາສູງສຕີບ ເດນສ໌ ຈາກລັດມອນຕານາ ສະມາຊິກສະພາສູງໄມຄ໌ ບຣອນ ຈາກລັດອິນດຽນນາ ແລະສະມາຊິກສະພາສູງແຄລລີ ໂລຟເຟລີ ຈາກລັດຈໍເຈຍ ກ່າວວ່າ ພວກເຂົາເຈົ້າບໍ່ມີແຜນການທີ່ຈະຄັດຄ້ານຕໍ່ການໄດ້ຮັບໄຊຊະນະຂອງທ່ານໄບເດັນອີກແລ້ວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG