ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເມັກຊິໂກ ເປັນປະເທດທຳອິດ ໃນອາເມຣິກາລາຕິນ ທີ່ໄດ້ເລີ້ມ ການຊັກຢາວັກຊີນກັນໂຄວິດ-19


ນາງມາເຣຍ ໄອຣີນ ຣາມິເຣສ ໄດ້ຮັບການສັກຢາວັກຊີນ ຂອງບໍລິສັດຟາຍເຊີແລະໄອໂອເອັນເທັກ ເປັນຜູ້ທຳອິດ ຢູ່ທີ່ໂຮງໝໍໃຫຍ່ ໃນນະຄອນຫຼວງເມັກຊິໂກຊີຕີ້.
ນາງມາເຣຍ ໄອຣີນ ຣາມິເຣສ ໄດ້ຮັບການສັກຢາວັກຊີນ ຂອງບໍລິສັດຟາຍເຊີແລະໄອໂອເອັນເທັກ ເປັນຜູ້ທຳອິດ ຢູ່ທີ່ໂຮງໝໍໃຫຍ່ ໃນນະຄອນຫຼວງເມັກຊິໂກຊີຕີ້.

ເມັກຊິໂກແມ່ນປະເທດທຳອິດໃນອາເມຣິກາລາຕິນທີ່ເລີ້ມການຊັກຢາວັກຊີນກັນໂຄວິດ-19 ໃນວັນພະຫັດວານນີ້ ໂດຍໄດ້ໃຫ້ຄວາມຫວັງ ແກ່ປະເທດດັ່ງກ່າວຊຶ່ງມີຜູ້ເສຍຊີວິດໄປແລ້ວຍ້ອນໂຣກລະບາດ ປະມານ 120,000 ຄົນ.

ຫົວໜ້ານາງພະຍາບານ ອາຍຸ 59 ປີ ທີ່ໜ່ວຍຄຸ້ມຄອງຫ້ອງສຸກເສີນ ທີ່ໂຮງໝໍຣູເບັນ ເລເນໂຣ (Ruben Lenero) ໃນນະຄອນເມັກຊິໂກຊີຕີ້ ແມ່ນຜູ້ທຳອິດທີ່ໄດ້ຮັບການສັກຢາວັກຊີນ ຂອງບໍລິສັດຟາຍເຊີຣແລະໄບໂອເອັນເທັກ ຊຶ່ງເປັນການປະຕິບັດຕາມຍຸດທະສາດຂອງປະເທດທີ່ຈະເພັ່ງເລັງໃສ່ພະນັກງານຮັກສາສຸຂະພາບກ່ອນອື່ນໝົດ.

ນາງຣາມີເຣສ ກ່າວຫຼັງຈາກໄດ້ຮັບການສັກຢາວັກຊີນແລ້ວ ໃນພິທີທີ່ອອກອາກາດຂອງອົງການສື່ມວນຊົນແຫ່ງຊາດ ໂດຍເວົ້າວ່າ “ນີ້ແມ່ນຂອງຂວັນ ທີ່ດີທີ່ສຸດທີ່ຂ້າພະເຈົ້າອາດສາມາດໄດ້ຮັບໃນປີ 2020.”

ປະເທດຊີເລກໍເລີ້ມການຊັກຢາວັກຊີນໃຫ້ພວກພະນັກງານແພດໝໍ ຫຼັງຈາກໄດ້ຮັບຢາວັກຊີນ 10,000 ໂດສຂອງຈຳນວນທີ່ສັ່ງຊື້ທັງໝົດ 10 ລ້ານໂດສຈາກບໍລິສັດຟາຍເຊີຣແລະໄບໂອເອັນເທັກໃນວັນພະຫັດວານນີ້ ອີງຕາມຄຳເວົ້າຂອງພວກເຈົ້າໜ້າທີ່.

ນອກນັ້ນ ໃນວັນພະຫັດວານນີ້ ປະເທດຄອສຕາຣິກາ ຍັງໄດ້ກະກຽມທີ່ຈະສັກຢາວັກຊີນໃຫ້ແກ່ພວກຜູ້ສູງອາຍຸ ຢູ່ທີ່ບ້ານແຫ່ງນຶ່ງໃກ້ໆນະຄອນແຊນໂຮເຊໃນຂະນະທີ່ປະເທດອາເຈັນຕິນາກໍໄດ້ຮັບຢາວັກຊີນ 300,000 ໂດສຈາກບໍລິສັດຢາວັກຊີນສປຸສນິກຂອງຣັດເຊຍ.

ສະຫະລັດແມ່ນພວມທີ່ຈະເສັດສິ້ນ ການສັກຢາວັກຊີນເປັນອາທິດທີສອງແລ້ວ ໂດຍມີຜູ້ທີ່ໄດ້ຮັບການຊັກຢາທັງໝົດປະມານ 1 ລ້ານຄົນ ຊຶ່ງສ່ວນໃຫຍ່ແມ່ນພວກພະນັກງານການແພດ ແລະພວກທີ່ຢູ່ຕາມບ້ານພັກຄົນທີ່ສູງອາຍຸ. ແຕ່ຈຳນວນຜູ້ທີ່ໄດ້ຮັບການສັກຢາ ແມ່ນຍັງໄກເປົ້າໝາຍທີ່ຕັ້ງໄວ້ ໂດຍອົງການປະຕິບັດງານຢ່າງວ່ອງໄວ ຫຼື Operation Warp Speed ຊຶ່ງເປັນຄວາມພະຍາຍາມຂອງລັດຖະບານກາງ ທີ່ຈະຜະລິດຢາວັກຊີນຫຼາຍໆລ້ານໂດສເພື່ອສັກໃຫ້
ຊາວອາເມຣິກັນ 20 ລ້ານຄົນ ພາຍໃນທ້າຍປີນີ້.

ທ່ານ ດຣ. ມອນເຊັຟ ສະຣາອຸຍ (Moncef Slaoui) ທີ່ໜ້າທີ່ປຶກສາຂອງອົງ ການປະຕິບັດງານຢ່າງວ່ອງໄວ ໄດ້ເຕືອນວ່າ ມັນອາດຈະໃຊ້ເວລາດົນກວ່ານັ້ນໃນການສັກຢາວັກຊີນນັ້ນ.

ດຣ. ສະຣາອຸຍ ກ່າວໃນລະຫວ່າງການຖະແຫຼງຂ່າວທາງໂທລະສັບວ່າ “ຄວາມໝັ້ນໝາຍທີ່ພວກເຮົາສາມາດເຮັດໄດ້ກໍແມ່ນໃຫ້ມີຢາວັກຊີນມີໄວ້ສຳລັບສັກ ການສັກຢາຈະດຳເນີນໄປໄວສ່ຳໃດນັ້ນ ສັກໃສ່ທີ່ແຂນ ແມ່ນເປັນໄປ ຊ້າກວ່າທີ່ພວກເຮົາຄິດວ່າມັນຄວນຈະເປັນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG