ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຫົວໜ້າ ສປຊ ກ່າວວ່າ ການຟື້ນໂຕຄືນ ຈາກໂຄວິດ-19 ຈະໃຊ້ເວລາຫຼາຍໆປີ


ເລຂາທິການໃຫຍ່ອົງການ ສປຊ ທ່ານແອນໂທນີ ກິວເຕເຣັສ ກ່າວຢູ່ກອງປະຊຸມຖະແຫຼງຂ່າວ ທີ່ສຳນັກງານໃຫຍ່ ສປຊ ຢູ່ນະຄອນນິວຢອກ ເມື່ອວັນທີ 20 ພະຈິກ 2020.
ເລຂາທິການໃຫຍ່ອົງການ ສປຊ ທ່ານແອນໂທນີ ກິວເຕເຣັສ ກ່າວຢູ່ກອງປະຊຸມຖະແຫຼງຂ່າວ ທີ່ສຳນັກງານໃຫຍ່ ສປຊ ຢູ່ນະຄອນນິວຢອກ ເມື່ອວັນທີ 20 ພະຈິກ 2020.

ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດກ່າວໃນວັນພະຫັດວານນີ້ວ່າ ຄວາມເສຍຫາຍ ທີ່ເກີດຈາກໂຄວິດ-19 ຢູ່ໃນທົ່ວໂລກຈະບໍ່ໄດ້ຮັບການແກ້ໄຂແຕ່ພຽງໄດ້ຮັບຢາວັກຊີນຢ່າງດຽວແລະການຟື້ນໂຕຄືນຂອງເສດຖະກິດຈະໃຊ້ເວລາຫຼາຍໆປີ ບາງທີອາດຈະຫຼາຍໆທົດສະວັດ.

ທ່ານແອນໂທນີ ກິວເຕເຣັສ ກ່າວຕໍ່ກອງປະຊຸມພິເສດ ລະດັບສູງ ຂອງສະມັດຊາໃຫຍ່ ສະຫະປະຊາຊາດ ທີ່ແນໃສ່ເພື່ອກວດສອບແລະປະເມີນຜົນເບິ່ງການຮັບມືຂອງໂລກໃນປັດຈຸບັນຕໍ່ການເຈັບປ່ວຍທີ່ເກີດຈາກໄວຣັສໂຄໂຣນາໂດຍກ່າວວ່າ“ຜົນກະທົບທາງດ້ານສັງຄົມແລະເສດຖະກິດທີ່ເກີດຈາກໂຣກລະບາດແມ່ນໃຫຍ່ຫຼວງຫຼາຍ.”

ລາຍງານຂອງອົງການສະຫະປະຊາຊາດທີ່ນຳອອກເຜີຍແຜ່ໃນວັນພະຫັດວານນີ້ ກ່າວວ່າ ມີຫຼາຍເຖິງ 32 ລ້ານຄົນ ອາດຖືກກົດດັນ ໃຫ້ຕົກຢູ່ພາຍໃຕ້ຄວາມທຸກຍາກທີ່ແສນສາຫັດໂດຍໂຣກລະບາດດັ່ງກ່າວໃນປີນີ້. ອົງການສະຫະປະຊາຊາດໄດ້ພະຍາຍາມທີ່ຈະແກ້ໄຂບັນຫາຜົນກະທົບ ໂດຍໄດ້ໃຫ້ການຊ່ວຍເຫຼືອເພີ້ມຕື່ມແກ່ຫຼາຍໆລ້ານຄົນ. ເລຂາທິການໃຫຍ່ອົງການສະຫະປະຊາຊາດ ຍັງໄດ້ກົດດັນໃຫ້ມີການກະຕຸກຊຸກຍູ້ເສດຖະກິດ ທີ່ມີມູນຄ່າຢ່າງໜ້ອຍ 10 ເປີເຊັນຂອງຍອດຜະລິດຕະພັນຮວມຫຼື GDP ຂອງໂລກ ແລະການບັນເທົາໜີ້ສິນໃຫ້ແກ່ທຸກໆປະເທດທີ່ມີຄວາມຕ້ອງການ.

ປະມຸກຂອງປະເທດແລະຜູ້ນຳລັດຖະບານເກືອບ 80 ທ່ານ ກ່າວຄຳປາໄສ ຕໍ່ກອງປະຊຸມສຸດຍອດທາງອອນລາຍນ໌ເປັນເວລາ 2 ມື້ຊຶ່ງຈະຮວມທັງການນຳສະເໜີຂອງພວກນັກວິທະຍາສາດ ພວກນັກຊ່ຽວຊານ ແລະຫົວໜ້າຂອງຫຼາຍໆພະແນກການສະຫະປະຊາຊາດຮວມທັງຜູ້ອຳນວຍການຂອງອົງການອະນາໄມໂລກ

ໂຕເລກຜູ້ເສຍຊີວິດຢູ່ໃນທົ່ວໂລກຍ້ອນເຊື້ອໄວຣັສ ແມ່ນໃກ້ຈະຮອດ 1 ລ້ານ 5 ແສນຄົນແລ້ວ ຈາກກໍລະນີທີ່ໄດ້ຮັບການຢືນຢັນທັງໝົດ 64 ລ້ານ 6 ແສນຄົນ ອີງຕາມມະຫາວິທະຍາໄລຈອນສ໌ ຮອບກິນສ໌ ທີ່ຕິດຕາມເບິ່ງຂໍ້ມູນ ກ່ຽວກັບເລື້ອງນີ້.

ການແຈກຢາຍຢາວັກຊີນກັນໂຄວິດ-19 ຮອບທຳອິດ ຄາດວ່າ ຈະເລີ້ມຂຶ້ນ ໃນເດືອນນີ້. ທ່ານກິວເຕເຣັສໄດ້ຮຽກຮ້ອງຊ້ຳແລ້ວຊ້ຳອີກ ໃຫ້ທຸກໆປະເທດເຂົ້າເຖິງຢາວັກຊີນດັ່ງກ່າວແບບເທົ່າທຽມກັນ.

ໃນທ້າຍເດືອນເມສາຜ່ານມາ ອົງການອະນາໄມໂລກ ພ້ອມຄູ່ຮ່ວມງານ ໃນພາກລັດຖະບານແລະເອກກະຊົນ ໄດ້ລິເລີ້ມໂຄງການເລັ່ງລັດຢາວັກຊີນແລະສະຖານທີ່ເກັບຮັກສາ ຊຶ່ງແນໃສ່ການທົດລອງ ການປິ່ນປົວຮັກສາແລະການມີຢາວັກຊີນໃຫ້ທຸກໆປະເທດ ເຂົ້າເຖິງໄດ້ເທົ່າທຽມກັນ. ແຕ່ແນວໃດກໍຕາມ ຫົວໜ້າຂອງອົງການສະຫະປະຊາຊາດ ກ່າວວ່າ ມີການຂາດແຄນເງິນທຶນຢູ່ 28 ຕື້ໂດລາຮວມທັງ 4 ພັນ 300 ລ້ານໂດລາທີ່ຕ້ອງການຢ່າງຮີບດ່ວນ ສຳລັບໄລຍະ 2 ເດືອນຕໍ່ໜ້ານີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG