ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ທັນວາ ໒໐໒໕

ລັດຖະສະພາ ສຫລ ບໍ່ມີເວລາ ພໍທີ່ຈະແກ້ໄຂ ຜົນກະທົບຈາກການລະບາດ ຂອງໂຄວິດ-19


ຜູ້ຄົນຍ່າງຜ່ານທຸລະກິດ ທີ່ອັດກິດຈະການລົງ ຍ້ອນໂຄວິດ-19 ທີ່ເກາະແມນຮັດຕັນ ນະຄອນນິວຢອກ ເມື່ອວັນທີ 17 ສິງຫາ 2020.
ຜູ້ຄົນຍ່າງຜ່ານທຸລະກິດ ທີ່ອັດກິດຈະການລົງ ຍ້ອນໂຄວິດ-19 ທີ່ເກາະແມນຮັດຕັນ ນະຄອນນິວຢອກ ເມື່ອວັນທີ 17 ສິງຫາ 2020.

ຊາວອາເມຣິກັນ ຫຼາຍລ້ານຄົນແມ່ນຫວ່າງງານ ໃນຊ່ວງລະດູວັນພັກນີ້ ຍ້ອນການສັ່ງປິດສະຖານທີ່ທຸລະກິດແຫ່ງຕ່າງໆເພາະໂຣກລະບາດໄວຣັສໂຄໂຣນາ. ອີກຫຼາຍລ້ານຄົນກຳລັງປະເຊີນກັບຄວາມບໍ່ແນ່ນອນທາງດ້ານເສດຖະກິດແລະຄວາມເປັນຫ່ວງກ່ຽວກັບການເຂົ້າເຖິງການກວດຫາໄວຣັສແລະການຮັກສາປິ່ນປົວນັ້ນ.

ແຕ່ໃນຂະນະທີ່ຊ່ວງລະດູວັນພັກເລີ້ມຕົ້ນຂຶ້ນທ່າມກາງ ຈຳນວນກໍລະນີຕິດເຊື້ອໄວຣັສກຳລັງເພີ້ມສູງຂຶ້ນ ຊຶ່ງໃນຄວາມເປັນຈິງແລ້ວ ກໍບໍ່ໄດ້ເຮັດໃຫ້ການເມືອງທີ່ຢູ່ໃນພາວະທີ່ບໍ່ສາມາດຕົກລົງກັນໄດ້ມາຍາວນານຫຼາຍເດືອນ ຢູ່ລັດຖະສະພາ Capitol Hill ກ່ຽວກັບການແກ້ໄຂຜົນກະທົບດ້ານການເງິນຂອງໂຣກລະບາດດັ່ງກ່າວ.

ອີງຕາມຈຳນວນຄົນຫວ່າງງານ ທີ່ໄດ້ຖືກເປີດເຜີຍ ໃນວັນພຸດວານນີ້ ມີອີກຫຼາຍກວ່າ 770,000 ຄົນ ໄດ້ຍື່ນເອກະສານໃໝ່ຂໍການຊ່ອຍເຫຼືອເມື່ອອາທິດແລ້ວນີ້. ໃນຂະນະທີ່ໂຕເລກນັ້ນ ແມ່ນບໍ່ໃກ້ຄຽງກັບຈຳນວນທີ່ສູງເປັນປະຫວັດການ ໃນປີນີ້ ເມື່ອຕອນເລີ້ມຕົ້ນຂອງໂຣກລະບາດ ມັນກໍເປັນຂີດໝາຍຂອງຈຳນວນການຫວ່າງງານ ທີ່ສູງຂຶ້ນໃນອາທິດທີສອງ.

ບັນດາສະມາຊິກສະພາສະຫະລັດຈາກທັງສອງພັກການເມືອງ ເຫັນດີນຳກັນວ່າ ປະຊາຊົນຊາວອາເມຣິກັນ ຕ້ອງການການຊ່ອຍເຫຼືອຮອບໃໝ່ເພື່ອແກ້ໄຂບັນຫາການຫວ່າງງານ ການຂາດແຄນອາຫານ ແລະການເຂົ້າເຖິງການຮັກສາປິ່ນປົວ. ແຕ່ວັນຂອບຄຸນພະເຈົ້າ ຫຼື Thanksgiving ໃນອາທິດນີ້ ບັນດາສະມາຊິກສະ ພາ ແມ່ນພາກັນກັບຄືນໄປເຂດເລືອກຕັ້ງຂອງພວກເຂົາເຈົ້າແລະທະນາຄານອາ ຫານຢູ່ໃນເຂດນະຄອນຫຼວງຂອງປະເທດ ແມ່ນກຳລັງປະເຊີນກັບຄວາມຕ້ອງ ການສູງເປັນປະວັດການ.

ປະທານ ແລະຜູ້ບໍລິຫານທະນາຄານອາຫານທີ່ມີຫ້ອງການຕັ້ງຢູ່ໃນເຂດນະຄອນ ຫຼວງວໍຊິງຕັນ ທ່ານຣາດາ ມູເທຍ ໄດ້ກ່າວວ່າ “ກ່ອນໂຣກລະບາດ ພວກເຮົາມີ 400,000 ຄົນ. ດຽວນີ້ແມ່ນເກືອບຮອດ 600,000 ຄົນທີ່ຂາດອາຫານ. ສະນັ້ນ ແລ້ວ ພາຍໃນ 8 ເດືອນ ຈຳນວນນັ້ນ ໄດ້ເພີ້ມຂຶ້ນເຖິງປະມານ 60 ເປີເຊັນ.”

ທ່ານມູເທຍ ໄດ້ກ່າວອີກວ່າ “ພວກເຮົາເຫັນພວກຄອບຄົວທີ່ເຮັດວຽກ ແລະພວກຄົນຜູ້ທີ່ສາມາດດຳລົງຊີວິດໄປໄດ້ດ້ວຍເງິນເດືອນໃນແຕ່ລະເດືອນໃນເມື່ອກ່ອນ ແລະພວກເຂົາກໍມີວຽກຫຼາຍແຫ່ງ ພາຍໃນຄົວເຮືອນຂອງພວກເຂົາ. ແຕ່ດຽວນີ້ ເມື່ອນຶ່ງຫຼືສອງຫຼືຫຼາຍກວ່ານັ້ນ ບໍ່ມີວຽກເຮັດອີກຕໍ່ໄປ ແລະພວກເຂົາກໍໄດ້ຫວ່າງງານໃນທຸກດ້ານ ພວກເຂົາກໍຕ້ອງຫັນໄປຫາເຄືອຂ່າຍການຊ່ອຍເຫຼືອດ້ານອາຫານສຸກເສີນ ທີ່ພວກເຂົາບໍ່ເຄີຍເຮັດມາກ່ອນ.”

ໃນເດືອນກັນຍາ 2020 ການສຶກສາຂອງສູນກາງຄົ້ນຄວ້າພິວ ໄດ້ພົບເຫັນວ່າ ນຶ່ງໃນຫົກຄົນໃດຂອງຊາວອາເມຣິກັນ ໄດ້ກູ້ຢືມເງິນຈາກສະມາຊິກຄອບຄົວ ຫຼື ໄດ້ນຳໃຊ້ທະນາຄານອາຫານ ນັບຕັ້ງແຕ່ການເລີ້ມຕົ້ນ ຂອງໂຣລະບາດ. ການສຶກສາດັ່ງກ່າວ ຍັງໄດ້ພົບເຫັນອີກວ່າ 25 ເປີເຊັນຂອງພວກຜູ້ໃຫຍ່ຢູ່ສະຫະລັດ ກ່າວວ່າ ພວກເຂົາ ຫຼືບາງຄົນທີ່ຢູ່ໃນຄົວເຮືອນດຽວກັນ ໄດ້ສູນເສຍວຽກງານຂອງພວກເຂົາເຈົ້າ ຫຼື ໄດ້ຖືກພັກການຊົ່ວຄາວ ຍ້ອນການປິດໂຮງການທີ່ເກີດຈາກໂຣກລະບາດນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ
please wait

No live streaming currently available

0:00 0:00 Live

ສົດ ລາຍການວິທະຍຸ-ໂທລະພາບ ພາກພາສາລາວ

XS
SM
MD
LG