ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ລັດເພັນຊິລເວເນຍ ໃຫ້ການຢັ້ງຢືນ ທ່ານໄບເດັນ ຊະນະການເລືອກຕັ້ງ ປະທານາທິບໍດີ


ປະຊາຊົນໄປໂຮມຊຸມນຸມສະເຫຼີມສະຫຼອງ ໃນການປະກາດ ຂອງສື່ມວນຊົນວ່າ ຜູ້ສະໝັກປະທານາທິບໍດີຂອງພັກເດໂມແຄຣັດ ທ່ານໂຈ ໄບເດັນ ເປັນຜູ້ຊະນະ ຢູ່ລັດເພັນຊິລເວເນຍ ເມື່ອວັນທີ 7 ພະຈິກ 2020.
ປະຊາຊົນໄປໂຮມຊຸມນຸມສະເຫຼີມສະຫຼອງ ໃນການປະກາດ ຂອງສື່ມວນຊົນວ່າ ຜູ້ສະໝັກປະທານາທິບໍດີຂອງພັກເດໂມແຄຣັດ ທ່ານໂຈ ໄບເດັນ ເປັນຜູ້ຊະນະ ຢູ່ລັດເພັນຊິລເວເນຍ ເມື່ອວັນທີ 7 ພະຈິກ 2020.

ຜູ້ປົກຄອງລັດເພັນຊິລເວເນຍ ກ່າວໃນວັນອັງຄານວານນີ້ວ່າ ທ່ານໂຈ ໄບເດັນ​ໄດ້ຮັບການຢັ້ງຢືນວ່າ ເປັນຜູ້ຊະນະການເລືອກຕັ້ງປະທານາທິບໍດີ ຢູ່ໃນລັດດັ່ງກ່າວ.

ຜູ້ປົກຄອງລັດທອມ ໂວລ໌ຟ ຂຽນລົງໃນທວີດເຕີ້ວ່າ ພະແນກຄຸ້ມຄອງການປ່ອນບັດຂອງລັດເພັນຊິລເວເນຍ ໄດ້ໃຫ້ການຢັ້ງຢືນຕໍ່ຜົນການເລືອກຕັ້ງປະທານາທິບໍດີ ແລະຮອງປະທານາທິບໍດີແລ້ວ. “ຕາມທີ່ມີການບັງຄັບ ໂດຍລັດຖະບານກາງ ນັ້ນ ຂ້າພະເຈົ້າໄດ້ເຊັນໃບຢັ້ງຢືນໃນການລົງຄະແນນສຽງຂອງຜູ້ແທນລັດໃຫ້ແກ່ທ່ານໂຈ ໄບເດັນ ແລະທ່ານນາງຄາມາລາ ແຮຣິສ.”

ການໄດ້ຮັບໄຊຊະນະ ຂອງທ່ານໄບເດັນ ໄດ້ປະຕິເສດບໍ່ໃຫ້ຜູ້ແທນລັດ 20 ຄະແນນຕົກໄປເປັນຂອງປະທານາທິບໍດີດໍໂນລ ທຣຳ ທີ່ໄດ້ອ້າງເອົາລັດດັ່ງກ່າວໃຫ້ເປັນຈຸດໃຈກາງ ໃນການປຸກລະດົມທາງດ້ານກົດໝາຍທີ່ບໍ່ສຳເລັດຜົນ ເພື່ອຕ່າວປີ້ນຜົນການເລືອກຕັ້ງປະທານາທິບໍດີ ໃນວັນທີ 3 ພະຈິກ.

ໃບຢັ້ງຢືນຜົນການນັບຄະແນນສຽງ ກ່າວວ່າ ທ່ານໄບເດັນ ໄດ້ຊະນະ 3 ລ້ານ 4 ແສນ 6 ໝື່ນສຽງ ຢູ່ໃນລັດດັ່ງກ່າວ ຂະນະທີ່ທ່ານທຣໍາ ໄດ້ຮັບ 3 ລ້ານ 3 ແສນ 8 ໝື່ນສຽງ ແລະທ່ານໂຈ ຈອກເກິນສັນ (Jo Jorgensen) ຜູ້ສະໝັກຂອງພັກລີເບີເທຣຽນ (Libertarian) ໄດ້ຮັບ 79,000 ສຽງ.

ທ່ານທຣຳໄດ້ຮັບໄຊຊະນະຢູ່ທີ່ລັດເພັນຊິລເວເນຍໃນປີ 2016 ໂດຍມີຄະແນນປະມານ 44,000 ສຽງ ລື່ນທ່ານນາງຮິລລາຣີ ຄລິນຕັນ.

ຫົວໜ້າຮັບຜິດຊອບໃນການປ່ອນບັດ ຂອງລັດເພັນຊິລເວເນຍ ທ່ານນາງເຄທີ ບຸກວາ (Kathy Boockvar) ກ່າວວ່າ ເຈົ້າໜ້າທີ່ເລືອກຕັ້ງຂອງລັດ ແລະພະນັກງານເຮັດວຽກໃນການປ່ອນບັດ ແມ່ນ “ວິລະຊົນທີ່ແທ້ຈິງຂອງລະບອບປະຊາທິປະໄຕພວກເຮົາ” ຫຼັງຈາກໄດ້ເຮັດວຽກ “ຂ້ອນຂ້າງຍາວນານຫຼາຍຊົ່ວໂມງເພື່ອຄ້ຳປະກັນວ່າ ທຸກໆການປ່ອນບັດຂອງພວກທີ່ມີສິດ ໄດ້ຖືກນັບດ້ວຍຄວາມປອດໄພແລະໝັ້ນຄົງ.”

ຜູ້ພິພາກສາຂອງລັດຖະບານກາງທ່ານນຶ່ງໄດ້ຍົກເລີກການຟ້ອງຮ້ອງຂອງຄະນະໂຄສະນາຫາສຽງທ່ານທຣຳ ໃນມື້ວັນເສົາແລ້ວນີ້ ທີ່ອາດຈະຢຸດເຊົາການໃຫ້ໃບຢັ້ງຢືນຜົນການເລືອກຕັ້ງໃນລັດເພັນຊິລເວເນຍ ໂດຍກ່າວວ່າ ການຟ້ອງຮ້ອງນີ້ິ້ຂາດຫຼັກຖານ ແລະມີແຕ່ “ຈະສ້າງຄວາມເຄັ່ງຕຶງໃນການໂຕ້ແຍ້ງທາງກົດໝາຍໂດຍປາສະຈາກຄຸນຄວາມດີໃດໆ ແລະການກ່າວຫາທີ່ເປັນການຄາດເດົາ.”

ໃນວັນຈັນຜ່ານມານີ້ ສານສູງສຸດຂອງລັດເພັນຊິລເວເນຍ ກໍໄດ້ຕັດສິນວ່າ ບັດທີ່ສົ່ງທາງໄປສະນີແມ່ນມີຄວາມຖືກຕ້ອງຊອບທຳ ແລະເຖິງແມ່ນວ່າ ຜູ້ມີສິດປ່ອນບັດ ບໍ່ໄດ້ເສັດສິ້ນ ໃນການກອກຂໍ້ຄວາມລົງໃສ່ ແລະຂຽນທີ່ຢູ່ໃສ່ຊອງ ໃຫ້ແລ້ວໝົດກໍຕາມ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG